ພາຍໃຕ້ລະບຽບການໃໝ່ນີ້, ບຸກຄົນທີ່ມີອາຍຸຕ່ຳກວ່າ 16 ປີຈະບໍ່ໄດ້ຮັບອະນຸຍາດໃຫ້ເປີດບັນຊີສື່ສັງຄົມອອນລາຍ. ສ່ວນຜູ້ທີ່ຕ້ອງການລົງທະບຽນຈະຕ້ອງຍື່ນເອກະສານຢັ້ງຢືນຕົວຕົນທາງການເຊັ່ນ: ບັດປະຈຳຕົວຮູບແບບໃໝ່ (MyKad), ໜັງສືຜ່ານແດນ ຫຼື ບັດປະຈຳຕົວດີຈີຕອນທີ່ອອກໂດຍລັດຖະບານເພື່ອຢືນຢັນອາຍຸ. ຂໍ້ກຳນົດນີ້ບໍ່ໄດ້ຈຳກັດພຽງແຕ່ການລົງທະບຽນໃໝ່ເທົ່ານັ້ນ; ຜູ້ຖືບັນຊີທີ່ມີຢູ່ແລ້ວຈຳເປັນຕ້ອງຢືນຢັນຕົວຕົນເຊັ່ນດຽວກັນ ເພື່ອຮັບປະ ກັນວ່າເຂົາເຈົ້າຍັງສາມາດເຂົ້າເຖິງແພັລດຟອມໄດ້ຕາມເງື່ອນໄຂທີ່ກຳນົດໄວ້.
ການບັງຄັບໃຊ້ກົດໝາຍວ່າດ້ວຍການປົກປ້ອງເດັກ ແລະ ກົດໝາຍວ່າດ້ວຍການຫຼຸດຜ່ອນຄວາມສ່ຽງ ມີຈຸດປະສົງເພື່ອເສີມສ້າງການປົກປ້ອງເດັກ ແລະ ຮຽກຮ້ອງໃຫ້ຜູ້ໃຫ້ບໍລິການແພັລດຟອມດີຈີຕອນມີຄວາມຫ້າວຫັນຫຼາຍຂຶ້ນໃນການແກ້ໄຂເນື້ອຫາທີ່ເປັນອັນຕະລາຍ ແລະ ຜູ້ໃຫ້ບໍລິການທີ່ບໍ່ປະຕິບັດຕາມຂໍ້ກຳນົດພາຍໃຕ້ກົດໝາຍວ່າດ້ວຍການຫຼຸດຜ່ອນຄວາມສ່ຽງອາດຈະປະເຊີນກັບການລົງໂທດເຊັ່ນ: ການປັບໃໝ ຫຼື ການລົງໂທດທາງການເງິນສູງເຖິງ 10 ລ້ານຣິງກິດ.
ນອກຈາກນັ້ນ, MCMC ຍັງຮຽກຮ້ອງໃຫ້ຜູ້ໃຫ້ບໍລິການແພັລດຟອມປັບປຸງອັລກໍຣິທຶມຂອງຕົນ, ລວມທັງລະບົບການແນະນຳເນື້ອຫາ. ເພື່ອຫຼຸດຜ່ອນຄວາມສ່ຽງຂອງຜູ້ໃຊ້ທີ່ຈະໄດ້ຮັບເນື້ອຫາທີ່ເປັນອັນຕະລາຍເຊັ່ນ: ການລ່ວງລະເມີດທາງເພດເດັກ, ຮູບພາບລາມົກ ແລະ ການຫຼອກລວງທາງດ້ານການເງິນ.
ຄໍາເຫັນ