ທະນາຄານກາງຂອງມາເລເຊຍ ລະບຸວ່າ: ໂຄງການຈ້າງງານນີ້ເປັນການເສີມໂຄງການປົກປ້ອງຜູ້ປະກອບການ ແລະ ການຄຸ້ມຄອງ iTEKAD ທີ່ມີຢູ່ແລ້ວ, ໂດຍຂະຫຍາຍການສະໜັບສະໜູນໃຫ້ກວມເອົາກຸ່ມທີ່ມີລາຍໄດ້ຕໍ່າ ແລະ ກຸ່ມທີ່ດ້ອຍໂອກາດ ເພື່ອສ້າງເສັ້ນທາງອາຊີບທີ່ມີລາຍໄດ້ຍືນຍົງ ໄປສູ່ການປັບປຸງສະຫວັດດີການທາງດ້ານການເງິນ ແລະ ການເປັນຢູ່ທີ່ດີຂຶ້ນ.
ໂຄງການດັ່ງກ່າວໄດ້ນຳເອົາສະຖາບັນການເງິນ, ຄູ່ຮ່ວມທຶນ, ຜູ້ໃຫ້ບໍລິການຝຶກອົບຮົມ ແລະ ນາຍຈ້າງຈາກພາກທຸລະກິດ ເພື່ອຊ່ວຍໃຫ້ຜູ້ເຂົ້າຮ່ວມໄດ້ຮັບການຝຶກອົບຮົມທັກສະ, ຄວາມຮູ້ດ້ານການເງິນ, ການຊ່ວຍເຫຼືອດ້ານການຊອກວຽກເຮັດງານທຳ ແລະ ການເຂົ້າເຖິງວິທີແກ້ໄຂທາງດ້ານການເງິນ, ສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ທີ່ຕ້ອງການເຮັດວຽກດ້ວຍທັກສະ ແລະ ເສັ້ນທາງອາຊີບທີ່ຊັດເຈນໃນໄລຍະຍາວ.
ຄໍາເຫັນ