ທ່ານ ຄູຣັບ ກ່າວວ່າ: ຜົນກະທົບຂອງການປ່ຽນແປງສະພາບອາກາດກຳລັງເຫັນໄດ້ຢ່າງຊັດເຈນຂຶ້ນໃນທົ່ວໂລກ, ລວມທັງຄື້ນຄວາມຮ້ອນທີ່ບໍ່ເຄີຍມີມາກ່ອນ, ຝົນຕົກໜັກ, ໄພແຫ້ງແລ້ງທີ່ຍືດເຍື້ອ ແລະ ລະດັບນ້ຳທະເລທີ່ສູງຂຶ້ນ ຊຶ່ງມາເລເຊຍໄດ້ຮັບຜົນກະທົບເຊັ່ນກັນ, ໂດຍໄພນ້ຳຖ້ວມຮ້າຍແຮງ, ການເຊາະເຈື່ອນແຄມຝັ່ງທະເລ, ຮູບແບບຝົນທີ່ປ່ຽນແປງ ແລະ ການປ່ຽນແປງຂອງສະພາບອາກາດທີ່ເພີ່ມຂຶ້ນໃນຊຸມປີມໍ່ໆມານີ້ ຊຶ່ງສົ່ງຜົນກະທົບຕໍ່ຊັບພະຍາກອນນ້ຳ, ຄວາມໝັ້ນຄົງດ້ານອາຫານ, ພື້ນຖານໂຄງລ່າງ ແລະ ສຸຂະພາບຂອງປະຊາຊົນ.
ມາເລເຊຍຈະສືບຕໍ່ເປັນຜູ້ເຂົ້າຮ່ວມຢ່າງຫ້າວຫັນໃນເວທີສາກົນໃນການຕໍ່ສູ້ກັບການປ່ຽນແປງສະພາບອາກາດ ຊຶ່ງເປັນວິກິດການທີ່ຕ້ອງການການຮ່ວມມືລະຫວ່າງປະເທດ. ໂດຍມາເລເຊຍຕັ້ງເປົ້າໝາຍທີ່ຈະບັນລຸລະດັບການປ່ອຍອາຍພິດເຮືອນແກ້ວສູງສຸດພາຍໃນປີ 2029 ພາຍໃຕ້ເງື່ອນໄຂ ແລະ ການສະໜັບສະໜູນທີ່ເອື້ອອຳນວຍ ແລະ ຕັ້ງເປົ້າ ໝາຍທີ່ຈະຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວຢ່າງແທ້ຈິງລົງ 15-30 ລ້ານໂຕນ ທຽບເທົ່າກາກບອນໄດອອກໄຊ ພາຍໃນປີ 2035 ເມື່ອທຽບກັບການປ່ອຍອາຍພິດເຮືອນແກ້ວລະດັບສູງສຸດ.
ຄໍາເຫັນ