ມັດສະດາ ຍາດໄດ້ທີ 1 ຮຸ່ນອາຍຸບໍ່ເກີນ 10 ປີ ຣາດ້າ ຊຸບເປີ ຄັບ  ສະຫຼອງ 7 ຕຸລາ

ມັດສະດາ ຍາດໄດ້ທີ 1 ຮຸ່ນອາຍຸບໍ່ເກີນ 10 ປີ ຣາດ້າ ຊຸບເປີ ຄັບ  ສະຫຼອງ 7 ຕຸລາ
ສະໂມສອນມັດສະດ້າ ຈີບີ ເອັບຊີ ໃນຮຸ່ນອາຍຸບໍ່ເກີນ 10 ປີ ຫຼື ຢູ-10 ນົກພິນິກນ້ອຍ ໄດ້ທີ 1 ການແຂ່ງຂັນເຕະບານເຍົາວະຊົນ 7 ຄົນ (6 ຮັບ 1) ຫຼື ລາຍການ ຣາເດີ ຊຸບເປີ ຄັບ ຄັ້ງທີ 1 ປະຈຳປີ 2023 (Radar Super Cup 2023) ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ 2023, ຂະນະທີ່ທີ 1 ຢູ-12 ປີ  ສະໂມສອນ ຄຳໃສແລະ ທີ 1 ຮຸ່ນ 14 ປີ ສະໂມສອນວຽງຈັນ ເອັບທີ. 
   ການແຂ່ງຂັນເຕະບານ 7 ຄົນ ຫຼື 6 ຮັບ 1 ຮຸ່ນເຍົາວະຊົນ 3 ຮຸ່ນ ລາຍການ ຣາເດີ ຊຸບເປີ ຄັບ ຄັ້ງທີ 1 ປະຈຳປີ 2023 ໄດ້ມີຂຶ້ນ ລະຫວ່າງວັນທີ 14-15 ຕຸລາ ຜ່ານມາ ທີ່ສະໜາມເຕະບານ ສູນ Mazda Laos ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍ ທ່ານ ກົງສະດາ ແກ້ວມະນິວົງ ປະທານທີ່ປຶກສາ ບໍລິສັດ ຣາດ້າ ລາວ ຈຳກັດ ຕົວແທນຈຳໜ່າຍລົດ ຣາດ້າ ລາວ ພຽງຜູ້ດຽວໃນ ສປປ ລາວ ແລະ ທ່ານ ທິບພະເນດ ແກ້ວມະນີວົງ ປະທານບໍລິສັດ ແກ້ວໂອໂຕ ກຣຸບ ຈຳກັດ, ປະທານ ບໍລິສັດ ຣາດ້າ ລາວ ແລະ ທັງເປັນປະທານຈັດການແຂ່ງຂັນ ພ້ອມດ້ວຍບັນດາຜູ້ຕາງໜ້າຈາກ ບໍລິສັດ Radar Laos ພ້ອມດ້ວຍຄູຝຶກ ແລະ ນັກກິລາ ຕະຫຼອດຮອດສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ. 
ການແຂ່ງຂັນລາຍການດັ່ງກ່າວ  ຈັດຂຶ້ນກໍເພື່ອສ້າງຂະບວນການສະເຫຼີມສະຫຼອງເນື່ອງໃນໂອກາດວັນຄູແຫ່ງຊາດ 7 ຕຸລາ 2023 ພ້ອມທັງສົ່ງເສີມນັກກິລາເຍົາວະຊົນຂອງບັນດາສະໂມສອນຕ່າງໆ ພາຍໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ ໃຫ້ມີການພັດທະນາຢ່າງຕໍ່ເນື່ອງ ສາມາດກ້າວຂຶ້ນໄປເປັນນັກກິລາລະດັບຊາດ ກໍຄືຕິດທີມຊາດ ໃນອະນາຄົດ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຢ່າງກວ້າງຂວາງ.  ລາຍການນີ້ມີບັນດາສະໂມສອນເຂົ້າຮ່ວມແຂ່ງຂັນ ຮຸ່ນລະ 8 ທີມ ພິເສດ ມີ 3 ທີມທີ່ມາຈາກ 3 ແຂວງ ປະກອບມີ ແຂວງບໍລິຄຳໄຊ, ແຂວງຊຽງຂວາງ ແລະ ແຂວງຫຼວງພະບາງ ເຂົ້າຮ່ວມ ກໍຄືຮຸ່ນ 10 ປີ ມີ 8 ທີມ, ຮຸ່ນ 12 ປີ ມີ 8 ທີມ ແລະ ຮຸ່ນ 14 ປີ ມີ 8 ທີມ, ໃນນັ້ນ ທີມໜຶ່ງຕ້ອງມີນັກກິລາ ໃນຈຳນວນ 15 ຄົນ.
ລາຍການນີ້ ທຸກທີມທີ່ເຂົ້າຮ່ວມແຂ່ງຂັນແມ່ນໄດ້ຮັບຫຼຽນລາງວັນທຸກຄົນທຸກທີມ ເພື່ອສ້າງແຮງຈູງໃຈ ແລະ ເປັນຂວັນກຳລັງໃຈໃຫ້ນັກກິລາໄດ້ສືບຕໍ່ພັດທະນາຕົນເອງກ້າວສູ່ການເປັນນັກກິລາອາຊີບໃນອະນາຄົດ ສຳລັບທີມທີ 1 ຈະໄດ້ຮັບຫຼຽນລາງວັນ ແລະ  ຂັນ ພ້ອມ ເງິນສົດທີມລະ 5 ລ້ານກີນ, ທີ 2 ຈະໄດ້ຮັບຫຼຽນລາງວັນ ແລະ ເງິນລາງວັນທີມລະ 3 ລ້ານກີບ, ອັນທີ 3 ຈະໄດ້ຮັບຫຼຽນລາງວັນ ແລະ ເງິນລາງວັນທີມລະ 2 ລ້ານກີບ ແລະ ທີ 4 ໄດ້ຮັບຫຼຽນລາງວັນ ແລະ ເງິນລາງວັນທີມລະ 1 ລ້ານກີບ. ຜົນການແຂ່ງຂັນ ໃນຮຸ່ນ ຢູ-10 ທີ 1  ທີມມັດສະດ້າ ຈີບີ ເອັບຊີ ທີມ ເອ ໄດ້ຮັບຂັນ ແລະ ເງິນສົດ 5 ລ້ານກີບ, ທີ 2 ພີເອັມທີ ເອັບຊີ ໄດ້ຮັບຂັນ ແລະ ເງິນສົດ 3 ລ້ານກີບ, ທີ 3 ສະປີດ ເອັບຊີ ໄດ້ຮັບຂັນ ແລະ ເງິນສົດ 2 ລ້ານກີບ, ຮຸ່ນ ຢູ-12 ທີ 1 ຄຳໃສ ເອັບຊີ ໄດ້ຮັບຂັນ ແລະ ເງິນສົດ 5 ລ້ານ          ກີບ, ທີ 2 ວອນທະບິງ ເອັບຊີ ໄດ້ຮັບຂັນ ແລະ ເງິນສົດ 3 ລ້ານກີບ, ທີ 3 ມັດສະດ້າ ຈີບີ ເອັບຊີ ໄດ້ຮັບຂັນ ແລະ ເງິນສົດ 2 ລ້ານກີບ, ຮຸ່ນ ຢູ-14 ທີ 1 ວຽງຈັນ ເອັບທີ ໄດ້ຮັບຂັນ ແລະ ເງິນສົດ 5 ລ້ານກີບ, ທີ 2 ມັດສະດ້າ ຈີບີ ເອັບຊີ ທີມ ເອ ໄດ້ຮັບຂັນ ແລະ ເງິນສົດ 3 ລ້ານກີບ, ທີ 3 ວອນທະບິງ ເອັບຊີ ໄດ້ຮັບຂັນ ແລະ ເງິນສົດ 2 ລ້ານກີບ.
ຂ່າວ-ພາບ: ສົງການ ພັນແພງດີ 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ