ໂດຍ: ວັນເພັງ
ສະຫະພັນແມ່ຍິງທະນາຄານແຫ່ງ ສປປລາວ (ທຫລ) ເປັນອົງການຈັດຕັ້ງໜຶ່ງທີ່ຂຶ້ນກັບອົງຄະນະພັກ ທຫລ ມີບົດບາດສຳຄັນ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານຂະບວນການຕ່າງໆ ໄດ້ຮັບຜົນສຳເລັດເປັນກ້າວໆມາ.
ທ່ານນາງ ສາຍສະໝອນ ຈັນທະຈັກ ປະທານສະຫະພັນແມ່ຍິງ ທຫລ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ ໜັງສືພິມປະຊາຊົນ ໃນພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງ ທຫລ ຄົບຮອບ 55 ປີ (7 ຕຸລາ 1968-7 ຕຸລາ 2023) ຜ່ານມາວ່າ: ກ່ອນອື່ນທ່ານໄດ້ສະແດງຄວາມຮູ້ສຶກພາກພູມໃຈ ແລະ ດີໃຈຫຼາຍໃນໂອກາດວັນສ້າງຕັ້ງ ທຫລ ຄົບຮອບ 55 ປີໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ ຊຶ່ງເປັນວັນທີ່ມີຄວາມໝາຍ-ຄວາມສຳຄັນຕໍ່ຂະແໜງການທະນາຄານກໍຄື ທຫລ ໂດຍສະເພາະໃນໄລຍະຜ່ານມາແມ່ຍິງ ທຫລ ໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານວິຊາສະເພາະດ້ວຍຄວາມຮັບຜິດຊອບສູງ. ພ້ອມດຽວກັນນັ້ນ, ໄດ້ພ້ອມກັນອຸທິດຕົນປະກອບສ່ວນເຂົ້າໃນການຂະບວນການຕ່າງໆເປັນຕົ້ນແມ່ນຂະບວນການວິຊາສະເພາະ, ກິລາ, ການຊ່ວຍເຫຼືອສັງຄົມ ແລະ ຂະບວນການອື່ນໆ ຕາມຄວາມຮຽກຮ້ອງຕ້ອງການຂອງພັກ-ລັດຖະບານ, ຕາມພາລະບົດບາດຂອງຕົນຮັບຜິດຊອບ ແລະ ໄດ້ຮັບຜົນສຳເລັດເປັນຢ່າງດີ. ບົນພື້ນຖານຄວາມບຸກບືນຫ້າວຫັນຂອງສະມາຊິກສະຫະພັນແມ່ຍິງ ແລະ ບົນພື້ນຖານການໃຫ້ໂອກາດຂອງຄະນະພັກ, ຄະນະຜູ້ວ່າການ ທຫລ ເຮັດໃຫ້ແມ່ຍິງ ທຫລ ໄດ້ມີໂອກາດຝຶກຝົນຫຼໍ່ຫຼອມຕົນເອງ, ບໍ່ວ່າຈະເປັນການຍົກລະດັບດ້ານວິຊາສະເພາະ, ທິດສະດີການເມືອງ ແລະ ພາສາຕ່າງປະເທດ ແລະ ອື່ນໆ. ສະນັ້ນ, ຈຶ່ງເຮັດໃຫ້ແມ່ຍິງມີໂອກາດໄດ້ຮັບຕໍາແໜ່ງໃນຫຼາຍລະດັບຄື: ລະດັບຄະນະຜູ້ວ່າການ ທຫລ ມີ 2 ທ່ານ, ຄະນະກົມມີ 10 ທ່ານ, ລະດັບຄະນະພະແນກ, ຂະແໜງ ແລະ ອື່ນໆ.
ທ່ານນາງ ສາຍສະໝອນຈັນທະຈັກໄດ້ຕາງໜ້າໃຫ້ສະມາຊິກແມ່ຍິງ ທຫລ ຖືໂອກາດນີ້ສະແດງຄວາມຂອບໃຈຢ່າງສູງມາຍັງຄະນະພັກທຸກຂັ້ນ ນັບແຕ່ອະດີດຈົນເຖິງປັດຈຸບັນ ແລະ ຄະນະນຳທຸກພາກສ່ວນທີ່ໄດ້ໃຫ້ໂອກາດແມ່ຍິງໄດ້ພັດທະນາຕົນເອງມາເຖິງທຸກວັນນີ້ ແລະ ໃນໂອກາດວັນສ້າງຕັ້ງ ທຫລ ຄົບຮອບ 55 ປີທີ່ໃກ້ຈະມາເຖິງນີ້, ໃນນາມສ່ວນຕົວຂໍສະແດງຄວາມຂອບໃຈມາຍັງຄະນະພັກ, ຄະນະຜູ້ວ່າການທຸກໆລຸ້ນ, ຂໍອວຍພອນໄຊອັນປະເສີດມາຍັງການນຳພັກ-ລັດ, ພະນັກງານອາວຸໂສບໍານານຈົ່ງມີແຕ່ຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ສືບຕໍ່ຊີ້ນໍາໆພາຂະແໜງການທະນາຄານໃຫ້ມີຄວາມກ້າວໜ້າຂຶ້ນໄປເລື້ອຍໆ. ເວົ້າລວມເວົ້າສະເພາະສືບຕໍ່ຊີ້ນຳໆພາອົງການຈັດຕັ້ງແມ່ຍິງຂະແໜງການທະນາຄານໃຫ້ໄດ້ຮັບຜົນສຳເລັດອັນໃໝ່ຍິ່ງໃຫຍ່ກວ່າເກົ່າ.

ຄໍາເຫັນ