ແມ່ຍິງ ຖວທ ສາລະວັນ ສະຫຼຸບຂໍ້ແຂ່ງຂັນ 3 ດີ

ແມ່ຍິງ ຖວທ ສາລະວັນ ສະຫຼຸບຂໍ້ແຂ່ງຂັນ 3 ດີ
ສະຫະພັນແມ່ຍິງຮາກຖານພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງສາລະວັນ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ປະຈໍາປີ 2023 ແລະ ວາງທິດທາງແຜນການປີ 2024 ຂຶ້ນໃນວັນທີ 14 ກຸມພາ ນີ້ ທີ່ຫ້ອງປະຊຸມຂອງພະແນກ, ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ດວງມາລາ ສີສະໝຸດ ຮອງປະທານສະຫະພັນແມ່ຍິງແຂວງ, ທ່ານ ຄຳໄຫວ ໂພສີ ຫົວໜ້າກອງວິຊາການວິທະຍຸ-ໂທລະພາບ ພະແນກ ຖວທ ແຂວງ, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສຸກິດຕາ ບຸນທິສານ ປະທານສະຫະພັນແມ່ຍິງຮາກຖານ ພະແນກ, ມີບັນດາຄະນະພະແນກ, ຜູ້ຕາງໜ້າຈາກຮາກຖານແມ່ຍິງກຸ່ມວັດທະນະທຳ-ສັງຄົມ, ຜູ້ຕາງໜ້າ 3 ອົງການຈັດຕັ້ງເຂົ້າຮ່ວມ.
ທ່ານ ນາງ ນິດດາ ແກ້ວມະນີສິນ ຮອງປະທານສະຫະພັນແມ່ຍິງຮາກຖານພະແນກ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ, ຊຶ່ງໄດ້ຕີລາຄາດ້ານຕັ້ງໜ້າ, ຂໍ້ຄົງຄ້າງ, ບາງບົດຮຽນທີ່ຖອດຖອນໄດ້ ແລະ 4 ບາດກ້າວໃນການຈັດຕັ້ງປະຕິບັດ. ໄລຍະ 1 ປີຜ່ານມາ ເອື້ອຍນ້ອງແມ່ຍິງ ເປັນເຈົ້າການສ້າງຕົນເອງໃຫ້ກາຍເປັນພົນລະເມືອງດີ, ຕັ້ງໜ້າປະກອບສ່ວນປະຕິບັດແນວທາງນະໂຍບາຍຂອງພັກ, ຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນຄອບຄົວ, ສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງ ຕິດພັນກັບການປະຕິບັດໜ້າທີ່ວິຊາສະເພາະ. ຜ່ານການປະເມີນການຈັດຕັ້ງປະຕິບັດວຽກງານຂະບວນການແຂ່ງຂັນ 3 ດີ ສາມາດເລືອກໄດ້ສະມາຊິກສະຫະພັນແມ່ຍິງ 3 ດີ ມີຄື: ພົນລະເມືອງດີມີ 27 ທ່ານ ປະຕິບັດໄດ້ 100%; ພັດທະນາດີມີ 24 ທ່ານ ປະຕິບັດໄດ້ 88,88%; ສ້າງຄອບຄົວດີມີ 27 ທ່ານ ປະຕິບັດໄດ້ 100%; ສະມາຊິກສະຫະພັນແມ່ຍິງ 3 ດີ ປະເພດ 1 ມີ 24 ທ່ານ ປະຕິບັດໄດ້ 88,88% ແລະ ບຸກຄົນ 3 ດີປະເພດ 2 ມີ 3 ທ່ານ ເທົ່າກັບ 11,11%. ສຳລັບທິດທາງໃນຕໍ່ໜ້າ, ຄາດໝາຍສູ້ຊົນ ເອົາໃຈໃສ່ຍົກສູງຄວາມສາມາດໃນການຊີ້ນຳໆພາ, ປັບປຸງແບບແຜນວິທີເຮັດວຽກ, ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຕິດພັນກັບຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ, ທັງໄດ້ວາງຄາດໝາຍສູ້ຊົນປະຕິບັດຂໍ້ແຂ່ງຂັນ 3 ດີ ໃຫ້ໄດ້ບັນລຸ 100% ທຸກດ້ານໃນປີ 2024.
ຈາກນັ້ນ, ໃນພິທີກໍໄດ້ມີການມອບໃບຢັ້ງຢືນ ບຸກຄົນ 3 ດີປະເພດ 1 ໂດຍການເປັນກຽດມອບ ທ່ານ ນາງ ດວງມາລາ ສີສະໝຸດ. ພ້ອມນັ້ນ ສະມາຊິກສະຫະພັນແມ່ຍິງ ກໍໄດ້ຈັບມືແຂ່ງຂັນສ້າງຂະບວນ 3 ດີ.
(ຂ່າວ: ລັດຕະນາ ແສງສຸວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທ່າອ່ຽງສະພາບອັດຕາເງິນເຟີ້ຂອງ ສປປ ລາວ ໃນ 3 ເດືອນຕົ້ນປີ

ທ່າອ່ຽງສະພາບອັດຕາເງິນເຟີ້ຂອງ ສປປ ລາວ ໃນ 3 ເດືອນຕົ້ນປີ

ໂດຍ: ສ.ບຸດປະຊາ ອັດຕາເງິນເຟີ້ຂອງ ສປປ ລາວ ໃນໄລຍະ 3 ເດືອນຕົ້ນປີ 2025 ໄດ້ມີຈັງຫວະທີ່ຊ້າລົງຕິດຕໍ່ກັນ ຊຶ່ງສາເຫດຕົ້ນຕໍ ທີ່ສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ໄດ້ລະບຸໃນບົດລາຍງານອັດຕາເງິນເຟີ້ ປະຈໍາເດືອນມັງກອນ, ກຸມພາ ແລະ ມີນາ
ພັດທະນາ ແລະ ຄຸ້ມຄອງລະບົບພາສີເປັນທັນສະໄໝແບບລວມສູນ

ພັດທະນາ ແລະ ຄຸ້ມຄອງລະບົບພາສີເປັນທັນສະໄໝແບບລວມສູນ

ເມື່ອບໍ່ດົນມານີ້,ກະຊວງການເງິນ ແລະ ບໍລິສັດ ໄອຄິວຣີ້ເທັກ ຈໍາກັດ ໄດ້ລົງນາມສັນຍາພັດທະນາ ແລະ ຄຸ້ມຄອງລະບົບພາສີເປັນທັນສະໄໝລວມສູນ ໂດຍການລົງນາມຂອງທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ສີສຸລິນ ໂຊກໄຊ
ອຸດົມໄຊ ສະຫຼຸບວຽກງານ ກະ​ສິກໍາ-ປ່າ​ໄມ້ ແລະ​ ພັດ​ທະ​ນາ​ຊົນ​ນະ​ບົດ

ອຸດົມໄຊ ສະຫຼຸບວຽກງານ ກະ​ສິກໍາ-ປ່າ​ໄມ້ ແລະ​ ພັດ​ທະ​ນາ​ຊົນ​ນະ​ບົດ

ພະແນກ​ກະ​ສິກໍາແລະ ​ປ່າ​ໄມ້ແຂວງອຸດົມ​ໄຊໄດ້ຈັດກອງປະຊຸມສະຫຼຸບການ​ຈັດ​ຕັ້ງ​ປະ​ຕິ​ບັດວຽກງານກະ​ສິກໍາ-ປ່າ​ໄມ້ແລະພັດ​ທະ​ນາ​ຊົນ​ນະ​ບົດປະຈຳປີ 2024 ແລະວາງທິດທາງແຜນການປະຈຳປີ 2025 ຂຶ້ນເມື່ອບໍ່ດົນມານີ້ໂດຍການເປັນປະທານຂອງທ່ານພິມ​ມະ​ເສນຄຸນ​ສີ​ລິ​ວົງຫົວໜ້າພະແນກ​ກະ​ສິກໍາແລະ ​ປ່າ​ໄມ້,
ກວດກາຄວາມສອດຄ່ອງຮ່າງກົດໝາຍ ວ່າດ້ວຍການປູກຝັງ

ກວດກາຄວາມສອດຄ່ອງຮ່າງກົດໝາຍ ວ່າດ້ວຍການປູກຝັງ

ໃນລະຫວ່າງວັນທີ 17-19 ເມສານີ້, ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມ ກວດກາຄວາມສອດຄ່ອງຮ່າງກົດໝາຍ ວ່າດ້ວຍການປູກຝັງຂຶ້ນທີ່ໂຮງແຮມລອງງື່ມວີວເມືອງແກ້ວອຸດົມແຂວງວຽງຈັນໂດຍການເປັນປະທານຮ່ວມຂອງ ທ່ານກົງຈີຢ່າງຈື່ຮອງລັດຖະມົນຕີກະຊວງຍຸຕິທຳແລະທ່ານກິແກ້ວສິງນາວົງ
ຫ້ອງວ່າການແຂວງຜົ້ງສາລີ ເຊື່ອມຊຶມ ເອກະສານສຶກສາອົບຮົມການເມືອງ-ແນວຄິດ

ຫ້ອງວ່າການແຂວງຜົ້ງສາລີ ເຊື່ອມຊຶມ ເອກະສານສຶກສາອົບຮົມການເມືອງ-ແນວຄິດ

ວັນທີ 18 ເມສານີ້ ຫ້ອງວ່າການແຂວງຜົ້ງສາລີ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມ ເອກະສານສຶກສາອົບຮົມການເມືອງ-ແນວຄິດສຳລັບສະມາຊິກພັກ, ພະນັກງານຫຼັກແຫຼ່ງ ເພື່ອດຳເນີນກອງປະຊຸມໃຫ່ຍ 3 ຂັ້ນ ຂອງພັກ ຂຶ້ນຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ,
ເມືອງແກ່ນທ້າວ ຈັດກິດຈະກໍາແຫ່ນາງສັງຂານ ແລະ ບາສີສູ່ຂວັນນາງສັງຂານ.

ເມືອງແກ່ນທ້າວ ຈັດກິດຈະກໍາແຫ່ນາງສັງຂານ ແລະ ບາສີສູ່ຂວັນນາງສັງຂານ.

ວັນທີ 16 ເມສາຜ່ານມານີ້, ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກິດຈະກໍາແຫ່ນາງສັງຂານ ແລະ ບາສີສູ່ຂວັນນາງສັງຂານ ຕາມຮີດຄອງປະເພນີ ທີ່ເຄີຍປະຕິບັດກັນມາ, ເຂົ້າຮ່ວມມີທ່ານ ສີຄານ ແກ່ນມະນີ ຮອງເລຂາຄະນະບໍລິຫານງານພັກເມືອງ,

ເມືອງສາມັກຄີໄຊ ຕົບພະຊາຍ ໜຶ່ງໃນກິດຈະກຳສະຫຼອງປີໃໝ່ລາວ

ເມືອງສາມັກຄີໄຊ ຕົບພະຊາຍ ໜຶ່ງໃນກິດຈະກຳສະຫຼອງປີໃໝ່ລາວ

ໃນວັນທີ16 ເມສາຜ່ານມາ ທິ່ຫາດຊາຍດອນແກ້ງໄຊ ເມືອງສາມັກຄີໄຊ ແຂວງອັດຕະປື ໄດ້ມີການຈັດພິທີຕົບພະຊາຍ ໜຶ່ງໃນກິດຈະກຳສະຫຼອງປີໃໝ່ລາວເພື່ອເປັນການອານຸລັກປົກປັກຮັກສາ ວັດທະນະທໍາ ຮີດຄອງປະເພນີ ອັນດີງານຂອງຊາດລາວໃຫ້ຍືນຍົງຄົງຢູ່ ກັບຄົນລາວຕະຫຼອດໄປ,
ມວນຊົນຊາວນະຄອນ ຫຼວງພະບາງ ອັງເຊີນອົງພະບາງລົງຫົດສົງໂອກາດບຸນປີໃໝ່ລາວ

ມວນຊົນຊາວນະຄອນ ຫຼວງພະບາງ ອັງເຊີນອົງພະບາງລົງຫົດສົງໂອກາດບຸນປີໃໝ່ລາວ

ຕອນເຊົ້າ ວັນທີ່ 17 ເມສານີ້, ປະຊາຊົນລາວບັນດາເຜົ່າ ໂດຍສະເພາະ ຊາວນະຄອນ ຫຼວງພະບາງ ເມືອງມໍຣະດົກໂລກ ແຂວງຫຼວງພະບາງ ໄດ້ຈັດຕັ້ງພິທີ ອາຣາດຖະນາອົງພະບາງພຸດທະຣາວັນ,ອົງພະທີ່ສັກສິດ ອັນເປັນທີ່ເຄົາລົບນົບໄຫ້ວ ຂອງປວງຊົນລາວທັງຊາດລົງຈາກຫໍພະບາງ
ຫຼວງນ້ຳທາຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

ຫຼວງນ້ຳທາຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

ແຂວງຫລວງນ້ຳທາ ສ້າງຂະບວນການ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນ ກໍຄືກອງປະຊຸມໃຫຍ່ອົງຄະນະພັກແຂວງຫຼວງນໍ້າທາຄັ້ງທີ IX.ເມື່ອບໍ່ດົນມານີ້ ຢູ່ທີ່ສວນສາທາລະນະແຂວງ, ການນຳຂອງແຂວງ,ເມືອງຫຼວງນ້ຳທາ ຊຶ່ງນຳໂດຍທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນ້ຳ.
ເພີ່ມເຕີມ