![]() |
ການພົບປະໃນຄັ້ງນີ້, ໄດ້ຮັບຟັງການລາຍງານກ່ຽວກັບສະພາບການເຄື່ອນໄຫວວຽກງານຂອງສະມາຄົມ ໄລຍະ 6 ເດືອນ 2026 ຈາກປະທານສະມາຄົມຫວຽດນາມປະຈໍາແຂວງ; ພ້ອມນີ້, ແມ່ຍິງແຂວງ ກໍໄດ້ລາຍງານກ່ຽວກັບສະພາບລວມ, ພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະຫະພັນແມ່ຍິງແຂວງ. ຈາກນັ້ນ, ກໍໄດ້ມີການແລກປ່ຽນຄໍາຄິດຄຳເຫັນ ຕໍ່ກັບການມີສ່ວນຮ່ວມນໍາກັນ ລະຫວ່າງ ສະຫະພັນແມ່ຍິງແຂວງ ກັບສະຫະພັນແມ່ຍິງຄົນຫວຽດນາມຢູ່ແຂວງເຊກອງ ເປັນຕົ້ນ ການເຂົ້າຮ່ວມປະຊຸມ, ການແລກປ່ຽນບົດຮຽນວຽກງານຕ່າງໆ ຂອງແມ່ຍິງທັງພາຍໃນ ແລະ ຕ່າງປະເທດ. ທັງນີ້, ໃຫ້ສະມາຄົມຫວຽດນາມປະຈຳແຂວງ ຊ່ວຍເກັບກຳຂໍ້ມູນແມ່ຍິງຄົນຫວຽດນາມທີ່ອາໃສຢູ່ແຂວງເຊກອງ ເພື່ອເປັນບ່ອນອີງໃນການສະເໜີຂໍທິດຊີ້ນຳຈາກຄະນະປະທານກຳມະ ການປົກຄອງແຂວງ ໃນການສ້າງຕັ້ງໜ່ວຍແມ່ຍິງຮາກຖານສະມາຄົມແມ່ຍິງຫວຽດນາມປະຈຳແຂວງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໜ້າທີ່ວຽກງານແມ່ຍິງກວ້າງຂວາງຍິ່ງຂຶ້ນ. ໃນຕໍ່ໜ້ານີ້, ຖ້າຫາກມີການເຄື່ອນໄຫວກິດຈະກຳ ແລະ ຜົນງານຕ່າງໆ ຂອງແມ່ຍິງຄົນຫວຽດນາມ ຂໍໃຫ້ສະໜອງຂໍ້ມູນຂ່າວສານເພື່ອເກັບກຳຜົນງານໃຫ້ການໂຄ ສະນາວຽກງານຂອງສະຫະພັນແມ່ຍິງແຂວງໃຫ້ມີຜົນງານຫຼາຍຂຶ້ນກວ່າເກົ່າ.
![]() |
ໂອກາດນີ້, ທ່ານ ນາງ ມະໂນລາ ສຸດທິຈັກ ໄດ້ມີຄຳເຫັນຊີ້ນຳຕໍ່ສະມາຊິກແມ່ຍິງຄົນຫວຽດນາມ ພ້ອມກັນເສີມສ້າງຄວາມສາມັກຄີ, ຊ່ວຍເຫຼືອສະໜັບສະໜູນຊຶ່ງກັນ ແລະ ກັນ, ປະສານພົວພັນວຽກງານກັບພາຍນອກ ໂດຍສະເພາະແມ່ຍິງລາວໃຫ້ກ້ວາງຂວາງຍິ່ງຂຶ້ນ ເພື່ອພ້ອມກັນພັດທະນາແຂວງເຊກອງໃຫ້ຈະເລີນຮຸ່ງເຮືອງ.
ຂ່າວ: ອັດສະວິນ


ຄໍາເຫັນ