ແມ່ຍິງແຂວງຈຳປະສັກ ມີຜົນງານພົ້ນເດັ່ນຫຼາຍດ້ານ

ແມ່ຍິງແຂວງຈຳປະສັກ ມີຜົນງານພົ້ນເດັ່ນຫຼາຍດ້ານ
ໂດຍ: ວັນເພັງ
    ຕະຫຼອດໄລຍະຜ່ານມາ ສະຫະພັນແມ່ຍິງແຂວງຈຳປາສັກແຕ່ລະຂັ້ນໄດ້ຖືສໍາຄັນວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກສະຫະພັນແມ່ຍິງ, ແມ່ຍິງບັນດາເຜົ່າໂດຍນຳເອົາແນວທາງນະໂຍບາຍ, ມະຕິ, ຄຳສັ່ງຂອງພັກ, ລັດຖະທຳມະນູນ, ກົດໝາຍເຜີຍແຜ່ດ້ວຍຫຼາຍຮູບແບບ, ຫຼາຍວິທີການຕາມເງື່ອນໄຂຈຸດພິເສດຂອງແຕ່ລະພາກສ່ວນໄດ້ຢ່າງກວ້າງຂວາງ ເຮັດໃຫ້ແມ່ຍິງແຂວງຈຳປາສັກຈັດຕັ້ງປະຕິບັດວຽກງານທີ່ຕົນຮັບຜິດຊອບມີຜົນສຳເລັດແລະມີຜົນງານພົ້ນເດັ່ນຫຼາຍດ້ານ.
    ທ່ານນາງ ສຸກສົມພອນ ພົນອາສາ ຮອງປະທານສະຫະພັນແມ່ຍິງແຂວງຈຳປາສັກ ໄດ້ລາຍງານຕໍ່ກອງປະຊຸມແລກປ່ຽນບົດຮຽນລະຫວ່າງຄະນະໂຄສະນາອົບຮົມສູນກາງພັກຮ່ວມກັບ3 ອົງການຈັດຕັ້ງແຂວງຈຳປາສັກທີ່ຫ້ອງວ່າການແຂວງດັ່ງກ່າວເມື່ອບໍ່ດົນມານີ້ວ່າ: ຄະນະສະຫະພັນແມ່ຍິງຈຳປາສັກແຕ່ລະຂັ້ນ ໄດ້ຖືສຳຄັນວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກສະຫະພັນແມ່ຍິງ, ແມ່ຍິງບັນດາເຜົ່າໂດຍນຳເອົາແນວທາງນະໂຍບາຍ, ມະຕິ, ຄຳສັ່ງຂອງພັກ, ລັດຖະທຳມະນູນ, ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດ ແລະ ເອກະສານສຳຄັນຕ່າງໆຂອງພັກ, ຂອງຊາດ, ຂອງສະຫະພັນແມ່ຍິງລາວໄປຈັດຕັ້ງເຊື່ອມຊຶມ, ເຜີຍແຜ່ດ້ວຍຫຼາຍຮູບແບບ, ຫຼາຍວິທີການຕາມເງື່ອນໄຂຈຸດພິເສດຂອງແຕ່ລະພາກສ່ວນໄດ້ຢ່າງກວ້າງຂວາງ ແລະ ສາມາດບັນລຸໄດ້ຕາມຄາດໝາຍທຽບໃສ່ຈຳນວນແມ່ຍິງໃນເກນອາຍຸ ເຮັດໃຫ້ສະຫະພັນແມ່ຍິງແຂວງຈຳປາສັກຈັດຕັ້ງປະຕິບັດວຽກງານທີ່ຕົນຮັບຜິດຊອບມີຜົນສຳເລັດແລະມີຜົນງານພົ້ນເດັ່ນຫຼາຍດ້ານເປັນຕົ້ນ ໄດ້ປັັບປຸງການຈັດຕັ້ງສະຫະພັນແມ່ຍິງຂັ້ນຮາກຖານ ແລະ ບ້ານສຳເລັດ 100%, ສໍາເລັດການນໍາພາດໍາເນີນກອງປະຊຸມໃຫຍ່ສະຫະພັນແມ່ຍິງເມືອງ 9 ເມືອງ 1ນະຄອນ, ໄດ້ເປັນເຈົ້າການໃນການຜັນຂະຫຍາຍບັນດາກົດໝາຍທີ່ກ່ຽວພັນກັບການປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ, ສົນທິສັນຍາສາກົນທີ່ລັດຖະບານໄດ້ເປັນພາຄີ, ແຜນດຳເນີນງານແຫ່ງຊາດແນໃສ່ເພື່ອປ້ອງກັນ ແລະ ປົກປ້ອງຊ່ວຍເຫຼືອແມ່ຍິງ ແລະ ເດັກ ທີ່ຖືກໃຊ້ຄວາມຮຸນແຮງທຸກຮູບແບບ. ໃນນັ້ນ, ຍັງສາມາດຍາດແຍ່ງໄດ້ການຊ່ວຍເຫຼືອດ້ານງົບປະມານ, ດ້ານວິຊາການມາສ້າງຄວາມເຂັ້ມແຂງໃຫ້ແກ່ສະຫະພັນແມ່ຍິງແຂວງ, ເຮັດໜ້າທີ່ປົກປ້ອງ, ຊ່ວຍເຫຼືອແມ່ຍິງຜູ້ຖືກເຄາະຮ້າຍໃຫ້ໄດ້ເຂົ້າເຖິງຂະບວນການຍຸຕິທຳຕາມກົດໝາຍ, ຍາດແຍ່ງໄດ້ການຊ່ວຍເຫຼືອທຶນໃນການສ້າງສູນໃຫ້ຄຳປຶກສາແລະ ຊ່ວຍເຫຼືອແມ່ຍິງຜູ້ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງຈາກອົງການ UNFPA ມູນຄ່າ 88.000ໂດລາ, ປັດຈຸບັນສະຫະພັນແມ່ຍິງແຂວງມີສູນໃຫ້ຄໍາປຶກສາ ແລະ ຊ່ວຍເຫຼືອແບບຄົບວົງຈອນໃຫ້ແມ່ຍິງທີ່ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງໃນທຸກຮູບແບບ.ໃນນັ້ນ, ຍັງໄດ້ພັດທະນາຊີວິດການເປັນຢູ່, ແກ້ໄຂຄວາມທຸກຍາກຂອງແມ່ຍິງ ແລະ ຄອບຄົວ ໂດຍໄດ້ລົງຊຸກຍູ້ສົ່ງເສີມກຸ່ມຜະລິດຫັດຖະກໍາ, ກະສິກໍາ, ການປຸງແຕ່ງທີ່ເປັນສິນຄ້າຂອງສະມາຊິກສະຫະພັນແມ່ຍິງເປັນຕົ້ນ 1)ກຸ່ມຜະລິດເສັ້ນເຝີ ແລະ ແຜ່ນແໜມນ້ອຍບ້ານສະພັງເໜືອ ເມືອງມຸນລະປາໂມກຈຳນວນ 21 ຄອບຄົວ ເປັນເງິນ 111.107.000ກີບ; 2) ກຸ່ມຜະລິດຟອຍແຂມບ້ານໂນນຊັບ ເມືອງໂພນທອງຈຳນວນ 70 ຄອບຄົວ ເປັນເງິນ110.000.000 ກີບ ແລະ ບ້ານໝື່ນຫຼວງ ເມືອງບາຈຽງຈໍານວນ 16 ຄອບຄົວ ເປັນເງິນ 50.000.000 ກີບ; 3) ກຸ່ມຜະລິດເຂົ້າບ້ານໜອງບົວທອງ ເມືອງມຸນລະປາໂມກມີ 5 ຄອບຄົວເປັນເງິນ50.000.000 ກີບ; 4)ກຸ່ມປູກຜັກ ບ້ານໜອງບົວເມືອງໂພນທອງມີ10 ຄອບຄົວ ເປັນເງິນ 50.000.000ກີບ; 5)ກຸ່ມຫັດຖະກໍາໂຮງສ່ຽນໄມ້ ບ້ານທາງຄົບເມືອງຈໍາປາສັກມີ 5 ຄອບຄົວເປັນເງິນ100.000.000 ກີບ; 6)ກຸ່ມຫັດຖະກຳຕໍ່າແຜ່ນຂອງສະຫະພັນແມ່ຍິງໂຮງຮຽນວຽງໄຊ (ຜ້າຝ້າຍຕັດເສື້ອ) ຈໍານວນ 50.000.000 ກີບ(ລວມທຶນທັງໝົດທີ່ໄດ້ຊຸກຍູ້ສົ່ງເສີມຈຳນວນ521.107.000ກີບ) ທຶນດັ່ງກ່າວໄດ້ມາຈາກການປະກອບສ່ວນ, ການສະໜັບສະໜູນຂອງແຂວງ, ສະມາຊິກສະຫະພັນແມ່ຍິງໃນການເຄື່ອນໄຫວກິດຈະກຳຕ່າງໆ. ນອກນັ້ນ, ສະຫະພັນແມ່ຍິງແຂວງຍັງມີສູນຝຶກອົບຮົມວິຊາຊີບ ແລະ ໄດ້ມີການຈັດຝຶກອົບຮົມວິຊາຊີບຕັດຫຍິບ, ເສີມສວຍໄລຍະສັ້ນ 3 ເດືອນໃຫ້ແກ່ແມ່ຍິງຜູ້ດ້ອຍໂອກາດ, ທຸກຍາກ ແລະ ແມ່ຍິງທົ່ວໄປທີ່ມີຄວາມມັກ, ມີຄວາມສົນໃຈໃນອາຊີບໄດ້ 2 ຫາ3 ຊຸດຕໍ່ປີ ຊຶ່ງມີຜູ້ເຂົ້າຮ່ວມຝຶກ 30 ຫາ 35 ເທື່ອຄົນຕໍ່ຊຸດ ພ້ອມທັງມອບໃບຢັ້ງຢືນໃຫ້ຜູ້ເຂົ້າຮ່ວມເພື່ອເປັນຫຼັກຖານໃນການປະກອບອາຊີບ.
ອົງການຈັດຕັ້ງສະຫະພັນແມ່ຍິງແຂວງຈຳປາສັກປະກອບມີຄະນະບໍລິຫານງານສະຫະພັນແມ່ຍິງແຂວງສະໄໝທີVII ຈຳນວນ35 ທ່ານ (ປະຈໍາການ3 ທ່ານຄື: ປະທານ, ຮອງປະທານ2 ທ່ານ) ປະກອບມີ3.362 ໜ່ວຍ (ໜ່ວຍເອກະລາດແລະໜ່ວຍທີ່ຂຶ້ນກັບຮາກຖານ383 ໜ່ວຍ, ໜ່ວຍທີ່ຂຶ້ນກັບຮາກຖານບ້ານ2.979 ໜ່ວຍ), 885 ຮາກຖານ (ຮາກຖານບ້ານ642 ບ້ານ, ອ້ອມຂ້າງແຂວງ, ເມືອງ243 ຮາກຖານ). ປັດຈຸບັນມີແມ່ຍິງທັງໝົດ426.654 ຄົນ, ເປັນສະມາຊິກສະຫະພັນແມ່ຍິງ115.195 ຄົນ.ສຳລັບຫ້ອງການສະຫະພັນແມ່ຍິງແຂວງປະກອບມີ5ຂະແໜງວຽກຄື: ຂະແໜງຫ້ອງການ, ຂະແໜງຈັດຕັ້ງ-ກວດກາ, ຂະແໜງໂຄສະນາອົບຮົມ-ວັດທະນະທຳ-ຂ່າວສານ, ຂະແໜງພັດທະນາແມ່ຍິງແລະຝຶກອົບຮົມວິຊາຊີບ, ສົ່ງເສີມບົດບາດຍິງ-ຊາຍ, ຂະແໜງສົ່ງເສີມຄວາມກ້າວໜ້າແລະປົກປ້ອງແມ່ຍິງ-ເດັກມີພະນັກງານທັງໝົດ31 ຄົນ, ຊາຍ1 ຄົນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ໂຄງການພະລັງງານໄຟຟ້າແສງຕາເວັນຢູ່ແຂວງ ອຸດົມໄຊ ຈະຂາຍໄຟຟ້າໃນທ້າຍປີນີ້.

ໂຄງການພະລັງງານໄຟຟ້າແສງຕາເວັນຢູ່ແຂວງ ອຸດົມໄຊ ຈະຂາຍໄຟຟ້າໃນທ້າຍປີນີ້.

ວັນທີ 19 ກໍລະກົດ 2025,ທ່ານ ບຸນທອງ ຈິດມະນີ, ຮອງປະທານປະເທດ ພ້ອມຄະນະ, ໄດ້ລົງຢ້ຽມຢາມກວດກາຄວາມຄືບໜ້າ ໂຄງການພະລັງງານໄຟຟ້າແສງຕາ ເວັນ ຢູ່ ເມືອງໄຊ ແລະ ເມືອງນາໝໍ້ ແຂວງອຸດົມໄຊ ທີ່ພັດທະນາໂດຍ ບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂລຢີລາວ ຈຳກັດ
ປກສ ເມືອງສຳພັນ ມອບລົດຈັກ 2 ຄັນຄືນໃຫ້ເຈົ້າຂອງເດີມ

ປກສ ເມືອງສຳພັນ ມອບລົດຈັກ 2 ຄັນຄືນໃຫ້ເຈົ້າຂອງເດີມ

ໃນວັນທີ 17 ກໍລະກົດນີ້, ເຈົ້າໜ້າທີ່ໜ່ວຍງານ ສືບສວນ-ສອບສວນ ກອງບັນຊາການ ປກສ ເມືອງສຳພັນ ແຂວງຜົ້ງສາລີ ໄດ້ມອບລົດຈັກເວັບ 110 ສີດໍາ 1 ຄັນ ແລະ ລົດຈັກເວັບໄອ 125 ສີຟ້າດຳ 1 ຄັນ, ທີ່ຄົນ ຮ້າຍລັກໄປຄືນໃຫ້ເຈົ້າຂອງເດີມ. ຕາມການລາຍງານຂອງ ເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນ ວັນທີ 12 ກໍລະກົດ 2025 ຜ່ານມາ, ໜ່ວຍງານ ສືບສວນ-ສອບສວນ ປກສ ເມືອງສຳພັນໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າ: ມີຄົນຮ້າຍໄດ້ລັກລົດຈັກ ທີ່ຈອດໄວ້ຢູ່ເຮືອນຕົນເອງ ບ້ານພູໄຊ ແລະ ບ້ານນາໄຊ ເມືອງສຳພັນແຂວງຜົ້ງສາລີ.
ແມ່ຍິງ ສນຫລ ຫວນຄືນມູນເຊື້ອ ວັນສ້າງຕັ້ງອົງການສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ແມ່ຍິງ ສນຫລ ຫວນຄືນມູນເຊື້ອ ວັນສ້າງຕັ້ງອົງການສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ສະຫະພັນແມ່ຍິງ ສະຫະພັນນັກຮົບເກົ່າແຫ່ງຊາດລາວ (ສນຫລ) ໄດ້ຈັດປາຖະກະຖາຫວນຄືນມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 - ກໍລະກົດ 2025) ຂຶ້ນໃນວັນທີ 18 ກໍລະກົດ ນີ້ ທີ່ ສນຫລ ໂດຍໃຫ້ກຽດເຜີຍແຜ່ ແລະ ເປັນປະທານຮ່ວມຂອງ ສະຫາຍ ພັອ ນາງ ຄໍາພູ ສິດທິເສນ ຫົວໜ້າກົມກວດກາ ສນຫລ; ສະຫາຍ ພົວ ຄໍາຫອມ ແສງບົວລົມ ຮອງປະທານ ສນຫລ; ສະຫາຍ ນາງ ນິດສະໄໝ ສິດທິໄຊ ປະທານສະຫະພັນແມ່ຍິງ ສນຫລ ພ້ອມດ້ວຍຄະນະສະຫະພະພັນແມ່ຍິງ, ໜ່ວຍແມ່ຍິງ, ສະມາຊິກສະຫະພັນແມ່ຍິງ ແລະ ແຂກຖືກເຊີນ ເຂົ້າຮ່ວມຮັບຟັງ.
ເຈົ້າແຂວງສະຫວັນນະເຂດ ຕິດຕາມ, ປະເມີນຄືນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VIII ອົງຄະນະພັກເມືອງໄຊບູລີ

ເຈົ້າແຂວງສະຫວັນນະເຂດ ຕິດຕາມ, ປະເມີນຄືນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VIII ອົງຄະນະພັກເມືອງໄຊບູລີ

ໃນວັນທີ 16 ກໍລະກົດຜ່ານມາ, ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ໄດ້ໄປພົບປະໂອ້ລົມພະນັກງານການນຳເມືອງໄຊບູລີ ເພື່ອຮັບຟັງການລາຍງານກ່ຽວກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກເມືອງ, ໂດຍມີທ່ານ ຄາລາໂຊ ຫຼຸຍບົວທອງ ເລຂາຄະນະບໍລິຫານງານພັກເມືອງໄຊບູລີ.
ເມືອງຊຽງຮ່ອນໄດ້ຮັບຜົນກະທົບຈາກນໍ້າຖ້ວມ

ເມືອງຊຽງຮ່ອນໄດ້ຮັບຜົນກະທົບຈາກນໍ້າຖ້ວມ

ໃນລະຫວ່າງວັນທີ 16-17 ກໍລະກົດ 2025ຜ່ານມານີ້, ໄດ້ມີຝົນຕົກຕິດຕໍ່ກັນເປັນເວລາຫຼາຍຊົ່ວໂມງ ເຮັດໃຫ້ປະລິມານນໍ້າຝົນຢູ່ພາຍໃນເມືອງແທກໄດ້ 201,5 ມີລີແມັດ ຢູ່ຈຸດວັດແທກປະລິມານນໍ້າຝົນຢູ່ເມືອງຊຽງຮ່ອນ ແຂວງໄຊຍະບູລີ ຢູ່ໃນລະດັບເຕືອນໄພ ເນື່ອງຈາກມີຝົນຕົກໜັກຕິດຕໍ່ກັນເປັນເວລາຫຼາຍຊົ່ວໂມງ ໄດ້ເຮັດໃຫ້ແມ່ນໍ້າສາຍຫຼັກ ຫຼາຍສາຍໄດ້ມີມວນນໍ້າເປັນຈຳນວນຫຼວງຫຼາຍໄຫຼສົມທົບກັນ ເຮັດໃຫ້ມີນໍ້າໄຫຼຊຸ ແລະ ຍື່ງຖ້ວມເຮືອນຊານບ້ານຊ່ອງ ທີ່ຢູ່ອາໃສ ແລະ ພື້ນທີ່ທຳການຜະລິດຂອງຊາວກະສິກອນ ຢູ່ພາຍໃນເມືອງ ເປັນຕົ້ນແມ່ນ: ຖ້ວມທີ່ຢູ່ອາໃສ ໄດ້ຮັບຜົນກະທົບຈຳນວນ 12 ບ້ານຄື: ບ້ານ ນາອອນ, ດອນເຟືອງ, ບ້ານປົ່ງ,ອນມູນ, ທາດ, ຫ້ວຍຮາກ, ທົ່ງກາບ, ບ້ານແກ່ນ, ບ້ານຄໍ້າ, ບ້ານຂິ່ງ, ໃໝ່ໜອງຊາງ ແລະ ບ້ານຊ້າງ ມີ 404 ຄອບຄົວ, ມີ 2,000 ກວ່າຄົນ.
ຫົວໜ້າ ຄອສພ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັັດຕະປື

ຫົວໜ້າ ຄອສພ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັັດຕະປື

ໃນວັນທີ 18 ກໍລະກົດນີ້, ທ່ານ ຄຳພັັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປີ, ໂດຍໃຫ້ການຕ້ອນຮັບຂອງທ່ານນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ແລະ ໄດ້ພົບປະກັບຄະນະປະຈຳພັກແຂວງ ຄະນະໂຄສະນາອົບຮົບແຂວງທີ່ຫ້ອງວ່າການແຂວງ.
ອຸດົມໄຊ ລະດົມແນວຄວາມຄິດ ແກ້ໄຂບັນຫາຂາດແຄນແຮງງານ

ອຸດົມໄຊ ລະດົມແນວຄວາມຄິດ ແກ້ໄຂບັນຫາຂາດແຄນແຮງງານ

ໃນວັນທີ 18 ກໍລະກົດນີ້ ທີ່ຫ້ອງປະຊຸມຂອງພະແນກແຜນການ ແລະ ການລົງທຶນແຂວງອຸດົມໄຊ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງ ໄດ້ຈັດກອງປະຊຸມພົບປະຄູ່ຮ່ວມງານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອປຶກສາຫາລືກ່ຽວກັບການສົ່ງເສີມວຽກງານບໍລິການຈັດຫາງານພາຍໃນ ແລະ ຫາແນວທາງແກ້ໄຂບັນຫາການຂາດແຄນແຮງງານພາຍໃນແຂວງ ຂຶ້ນໂດຍການເປັນປະທານຂອງ ທ່ານ ສຸພອນ ແສງຈັນທະລາ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງອຸດົມໄຊ.
ເມືອງຄອບ ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມໃນເບື້ອງຕົ້ນຈໍານວນ 2 ຕື້ກວ່າກີບ

ເມືອງຄອບ ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມໃນເບື້ອງຕົ້ນຈໍານວນ 2 ຕື້ກວ່າກີບ

ໃນຕອນເຊົ້າຂອງວັນທີ 16-17 ກໍລະກົດຜ່ານມານີ້ ນໍ້າໄດ້ຖ້ວມຊຸຢ່າງກະທັນຫັນ ຢູ່ຫຼາຍບ້ານພາຍໃນເມືອງຄອບ ແຂວງໄຊຍະບູລີ ເນື່ອງຈາກມີຝົນຕົກໜັກຕິດຕໍ່ກັນເປັນເວລາຫຼາຍວັນ ຈົນເກີດມີນໍ້າໄຫຼຊຸ ເຮືອນຊານ ບ້ານຊ່ອງຂອງປະຊາຊົນ ໄດ້ຮັບຄວາມເສຍຫາຍຢ່າງໜັກໜວງ. ອີ່ງຕາມການລາຍງານຜົນເສຍຫາຍໃນເບື້ອງຕົ້ນ ຈາກໄພພິບັດນໍ້າຖ້ວມໃນຄັ້ງນີ້ ຂອງຄະນະກໍາມະການຕ້ານໄພພິບັດຂັ້ນເມືອງໃຫ້ຮູ້ວ່າ: ໃນທົ່ວເມືອງຖືກຜົນກະທົບທັງໝົດຈໍານວນ 6 ບ້ານຄື: ບ້ານຜາບ່ອງ, ມ່ວງດອນມູນ, ເຄິ່ງຫຼັກຄໍາ, ປາງໄຮ, ປ່າຄາ ແລະ ບ້ານນໍ້າພ້າວ ປະກອບມີ 258 ຄອບຄອບ, ມີ 1,336 ຄົນ ຍິງ 628 ຄົນ ຊຶ່ງຄິດເປັນມູນຄ່າເສຍຫາຍທັງໝົດ 2 ຕື້ກວ່າກີບ
ຜະລິດຕະພັນອໍຣ່າຟູດ ກິນແລ້ວດີເໝາະສໍາລັບຜູ້ທີ່ຮັກສາສຸຂະພາບ

ຜະລິດຕະພັນອໍຣ່າຟູດ ກິນແລ້ວດີເໝາະສໍາລັບຜູ້ທີ່ຮັກສາສຸຂະພາບ

ບໍລິສັດອໍຣ່າການຄ້າ ໄດ້ນໍາສະເໜີຜະລິດຕະພັນໃໝ່ທີ່ເປັນທັນຍາພຶດ ກິນແລ້ວດີຕໍ່ສຸຂະພາບເໝາະສໍາລັບທຸກເພດທຸກໄວ ໂດຍສະເພາະຜູ້ທີ່ກຳລັງເບິ່ງແຍງສຸຂະພາບ. ທ່ານນາງ ອານຸລັກ ວິລາວົງ ຮັບຜິດຊອບຝ່າຍການຕະຫຼາດ ບໍລິສັດອໍຣ່າການຄ້າ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 17 ກໍລະກົດຜ່ານມາ ໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າລາວ-ຫວຽດນາມ ປະຈໍາປີ 2025 ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນວ່າ:
ກອງປະຊຸມ ກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດ

ກອງປະຊຸມ ກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດ

ກອງປະຊຸມກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດ ເພື່ອລາຍງານຜົນການຄົ້ນຄວ້າ, ກວດກາ ແລະ ສັງລວມ ການສະເໜີຂໍອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ການສະເໜີຂໍອະໄພຍະໂທດປ່ອຍຕົວ ປະຈຳປີ 2025 ໄດ້ຈັດໃນວັນທີ 18 ກໍລະກົດ ນີ້ ຢູ່ຫ້ອງປະຊຸມໃຫຍ່ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຫົວໜ້າກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດ, ມີຕາງໜ້າອົງການໄອຍະການປະຊາຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ, ຫ້ອງວ່າການສໍານັກງານປະທານປະເທດ, ສໍານັກງານນາຍົກລັດຖະມົນຕີ, ສານປະຊາຊົນສູງສຸດ, ກະຊວງຍຸຕິທໍາ, ກະຊວງປ້ອງກັນປະເທດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ