ແມ່ຍິງແຂວງໄຊຍະບູລີ ລົງຊຸກຍູ້ຕິດຕາມວຽກງານຮອບດ້ານຂອງສະຫະພັນແມ່ຍິງເມືອງໄຊຍະບູລີ

ແມ່ຍິງແຂວງໄຊຍະບູລີ ລົງຊຸກຍູ້ຕິດຕາມວຽກງານຮອບດ້ານຂອງສະຫະພັນແມ່ຍິງເມືອງໄຊຍະບູລີ

ແມ່ຍິງແຂວງໄຊຍະບູລີ ລົງຊຸກຍູ້ຕິດຕາມວຽກງານຮອບດ້ານຂອງສະຫະພັນແມ່ຍິງເມືອງໄຊຍະບູລີ
ໃນວັນທີ 21 ກັນຍາຜ່ານມາ, ຄະນະສະຫະພັນແມ່ຍິງແຂວງໄຊຍະບູລີ ໄດ້ລົງເຄື່ອນໄຫວຊຸກຍູ້, ຕິດຕາມວຽກງານຮອບດ້ານຂອງສະຫະພັນແມ່ຍິງເມືອງໄຊຍະບູລີ ຊຶ່ງນຳໂດຍທ່ານ ນາງ ບົວຈັນ ພັນທະວົງ ກຳມະການພັກແຂວງ ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ພ້ອມດ້ວຍຄະນະ ໃຫ້ກຽດຕ້ອນຮັບຂອງທ່ານ ຈັນເພັງ ແສນຄຳ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ ວຽກພັກ-ພະນັກງານ ແລະ ອົງການຈັດ ຕັ້ງມະຫາຊົນຂັ້ນເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ແມຍງແຂວງໄຊຍະບລ ລງຊກຍຕດຕາມວຽກງານຮອບດານຂອງສະຫະພນແມຍງເມອງໄຊຍະບລ - image 1
 

 

ທ່ານ ນາງ ວັນນະພອນ ທໍ່ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ປະທານສະຫະພັນແມ່ຍິງເມືອງ ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງສະຫະພັນແມ່ຍິງເມືອງໃນໄລຍະຜ່ານມາ ໃຫ້ຮູ້ວ່າ: ທົ່ວເມືອງໄຊຍະບູລີ ມີສະມາຊິກສະຫະພັນແມ່ຍິງທັງໜົດ 9,093 ທ່ານ, ມີ 112 ຮາກຖານ. ໃນນີ້ຮາກຖານບ້ານ 81 ຮາກຖານ, ຮາກຖານຫ້ອງການ 7 ຮາກຖານ, ຮາກຖານໂຮງຮຽນ 24 ຮາກຖານ, ມີໜ່ວຍສະຫະພັນທັງໝົດ 28 ໜ່ວຍ, ຄະນະບໍລິຫານງານສະຫະພັນແມ່ຍິງເມືອງ 23 ທ່ານ, ຄະນະຮາກຖານ 384 ທ່ານ ແລະ ຄະນະໜ່ວຍສະຫະພັນແມ່ຍິງ 58 ທ່ານ.

ໃນພິທີ, ໄດ້ເຜີຍແຜ່ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະຫະພັນແມ່ຍິງເມືອງ, ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກວດກາສະຫະພັນແມ່ຍິງ.

ແມຍງແຂວງໄຊຍະບລ ລງຊກຍຕດຕາມວຽກງານຮອບດານຂອງສະຫະພນແມຍງເມອງໄຊຍະບລ - image 2
 

ຕອນທ້າຍກອງປະຊຸມທ່ານ ນາງ ບົວຈັນ ພັນທະວົງ ໄດ້ໂອ້ລົມເນັ້ນໜັກໃຫ້ສະຫະພັນແມ່ຍິງເອົາໃຈໃສ່ຕໍ່ປະກົດການຫຍໍ້ທໍ້ດ້ານຕ່າງໆ ທີ່ເກີດຂຶ້ນກັບແມ່ຍິງ ເພື່ອຊອກຫາວິທີການປັບປຸງແກ້ໄຂໃນຕໍ່ໜ້າໃຫ້ດີຂຶ້ນເປັນກ້າວໆຊີ້ນຳໃຫ້ສະຫະພັນແມ່ຍິງແຕ່ລະຂັ້ນ ຈັດຕັ້ງປະຕິບັດຕາມແຜນດໍາເນີນງານ, ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຖືກຕ້ອງສອດຄ່ອງຕາມກົດລະບຽບ, ກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ; ເພື່ອກວດກາຄືນດ້ານກົງຈັກການຈັດຕັ້ງ, ບຸກຄະລາກອນສະຫະພັນແມ່ຍິງເມືອງ, ຮາກຖານບ້ານ; ເຜີຍແຜ່ພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະຫະພັນແມ່ຍິງແຕ່ລະຂັ້ນ ແລະ ພາລະບົດບາດຂອງຄະນະກວດກາສະຫະພັນແມ່ຍິງ; ກວດກາຄືນການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງສະຫະພັນແມ່ຍິງເມືອງຕື່ມອີກ. ຂ່າວ: ກະບອກສຽງແມ່ຍິງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

Gen Green 2026 ສູ່ຄວາມສະອາດ ແລະ ຍືນຍົງ ລະດົມອາສາສະໝັກໄວໜຸ່ມ 250 ຄົນ ຄັດແຍກຂີ້ເຫຍື້ອໄດ້ເກືອບ 130 ກິໂລ

Gen Green 2026 ສູ່ຄວາມສະອາດ ແລະ ຍືນຍົງ ລະດົມອາສາສະໝັກໄວໜຸ່ມ 250 ຄົນ ຄັດແຍກຂີ້ເຫຍື້ອໄດ້ເກືອບ 130 ກິໂລ

​ ໂຄງການ "ການຮັກສາຄວາມສະອາດເພື່ອສຸຂະພາບສິ່ງແວດລ້ອມ ໃນໄລຍະບຸນປະເພນີໃຫຍ່ ຢູ່ນະຄອນຫຼວງວຽງຈັນ 2026" ພາຍໃຕ້ຄຳຂວັນ "Gen Green: ເທດສະການມ່ວນຊື່ນ, ຂີ້ເຫຍື້ອເປັນສູນ!" ໄດ້ສຳເລັດການຈັດກິດຈະກຳທັງ 2 ຮອບ ໃນງານບຸນອອກພັນສາປຣະວໍລະນາ (ບຸນຊ່ວງເຮືອທ່າວັດຈັນ ເດືອນຕຸລາ) ແລະ ບຸນນະມັດສະການພະທາດຫຼວງວຽງຈັນ ເດືອນພະຈິກ) ໂດຍສາມາດລະດົມກຳລັງໄວໜຸ່ມ, ຄັດແຍກວັດສະດຸຣີໄຊເຄີລ ແລະ ເກັບຂໍ້ມູນເພື່ອປະກອບເຂົ້າໃນການວາງນະໂຍບາຍງານບຸນປີ 2027.
ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ເຄື່ອນໄຫວຊຸກຍູ້ວຽກງານຢູ່ເມືອງຫີນບູນ

ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ເຄື່ອນໄຫວຊຸກຍູ້ວຽກງານຢູ່ເມືອງຫີນບູນ

ທ່ານ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ພ້ອມດ້ວຍຄະນະ ໂດຍມີທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍການນຳແຂວງ ໄດ້ເຄື່ອນໄຫວຢ້ຽມຢາມຊຸກຍູ້ການຈັດ ຕັ້ງປະຕິບັດວຽກງານ ອົງການປົກຄອງຕາແສງ ເມືອງຫີນບູນ ແຂວງຄໍາມ່ວນ ໃນວັນທີ 24 ພະຈິກຜ່ານມາ, ທີ່ ຕາແສງ ຄໍາແກ້ວ, ໃຫ້ກຽດກ່າວຕ້ອນຮັບຂອງທ່ານ ຄຳສິງ ອໍລະວັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະພັກ, ອົງການປົກຄອງເມືອງຫີນບູນ ພ້ອມດ້ວຍອົງການປົກຄອງຕາແສງ 6 ຕາແສງໃນທົ່ວເມືອງ ເຂົ້າຮ່ວມ.
ປີ 2026 ໄອຍະການປະຊາຊົນອັດຕະປື ໄດ້ຮັບສຳນວນຄະດີອາຍາ 181 ເລື່ອງ

ປີ 2026 ໄອຍະການປະຊາຊົນອັດຕະປື ໄດ້ຮັບສຳນວນຄະດີອາຍາ 181 ເລື່ອງ

ໃນປີ 2026 ອົງການໄອຍະການປະຊາຊົນແຂວງອັດຕະປື ໄດ້ຮັບສຳນວນຄະດີອາຍາເຂົ້າມາຄົ້ນຄວ້າທັງໝົດ 181 ເລື່ອງ, ແກ້ໄຂແລ້ວ 176 ເລື່ອງ, ໃນນັ້ນ ມີ 41 ເລື່ອງສົ່ງຄືນໃຫ້ເຈົ້າໜ້າທີ່, 135 ເລື່ອງສັ່ງຟ້ອງຂຶ້ນສານ ແລະ ຍັງມີ 5 ເລື່ອງທີ່ພວມສືບຕໍ່ຄົ້ນຄວ້າ. ໃນນັ້ນ ຄະດີສໍ້ລາດບັງຫຼວງ ເປັນຄະດີທີ່ພົ້ນເດັ່ນ, ສ່ວນຄະດີທີ່ເກີດຂຶ້ນຫຼາຍທີ່ສຸດແມ່ນຄະດີຄ້າຂາຍຢາເສບຕິດ.
ປີ 2026 ສານປະຊາຊົນອັດຕະປື ພິຈາລະນາແກ້ໄຂຄະດີໄດ້ 254 ເລື່ອງ

ປີ 2026 ສານປະຊາຊົນອັດຕະປື ພິຈາລະນາແກ້ໄຂຄະດີໄດ້ 254 ເລື່ອງ

ປີ 2026 ສານປະຊາຊົນແຂວງອັດຕະປື ໄດ້ພິຈາລະນາຄະດີທັງໝົດ 291 ເລື່ອງ, ໃນນີ້, ສາມາດແກ້ໄຂໄດ້ 254 ເລື່ອງ ເທົ່າກັບ 87.28% ແລະ ຍັງຄ້າງການພິຈາລະນາ 37 ເລື່ອງ. ທ່ານ ຄຳຫຼ້າ ແກ້ວວັນສອນ ປະທານສານປະຊາຊົນແຂວງອັດຕະປື ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ V ໃນວັນທີ 26 ພະຈິກນີ້ ວ່າ: ໃນຈຳນວນຄະດີ 291 ເລື່ອງ ແບ່ງເປັນຄະດີຂັ້ນຕົ້ນ 276 ເລື່ອງ ແລະ ຂັ້ນອຸທອນ 15 ເລື່ອງ, ໃນນັ້ນ ເປັນຄະດີຄ້າງມາ 66 ເລື່ອງ ແລະ ຄະດີເຂົ້າໃໝ່ 225 ເລື່ອງ, ຖ້າທຽບໃສ່ປີຜ່ານມາ ຄະດີເຂົ້າໃໝ່ຫຼຸດລົງ 83 ເລື່ອງ.
ເຊກອງ ປະມູນເລກປ້າຍທະບຽນຍານພາຫະນະທາງບົກ ຄັ້ງທີ 1

ເຊກອງ ປະມູນເລກປ້າຍທະບຽນຍານພາຫະນະທາງບົກ ຄັ້ງທີ 1

ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງເຊກອງ ໄດ້ຈັດປະມູນເລກປ້າຍທະບຽນຍານພາຫະ ນະທາງບົກ ປະເພດລົດເບົາເອກະຊົນລາວ, ເອກະຊົນຕ່າງດ້າວ ແລະ ທຸລະກິດ 100% ຂຶ້ນໃນວັນທີ 25 ພະ ຈິກນີ້, ໂດຍການເປັນປະທານຂອງທ່ານ ແກ້ວປະເສີດ ແກ້ວມະນີວົງ ຫົວໜ້າພະແນກ ຍທຂ ແຂວງ ພ້ອມດ້ວຍຄະນະກໍາມະການຈັດຕັ້ງການປະມູນ ເຂົ້າຮ່ວມ.
ໂຄງ​ການແຜນງານ338ມອບຄອມພີວເຕີໂນດບຸກໃຫ້ບ້ານເປົ້າໝາຍຢູ່ເມືອງໝື່ນ

ໂຄງ​ການແຜນງານ338ມອບຄອມພີວເຕີໂນດບຸກໃຫ້ບ້ານເປົ້າໝາຍຢູ່ເມືອງໝື່ນ

ໂຄງການແຜນງານພັດ​ທະ​ນາ​ທ້ອງ​ຖິ່ນລາວ388 ໄດ້ນຳເອົາຄອມພີວເຕີໂນດບຸກຈຳນວນ 24ເຄື່ອງ, ປ​ຣິ້ນ​ເຕີ 22 ເຄື່ອງແລະກະ​ເປົາແລະອຸ​ປະ​ກອນ​ຕ່າງໆ ລວມ​ມູນ​ຄ່າ 800 ລ້ານ​ກີບ, ໂດຍມອບໃຫ້ 10 ບ້ານເປົ້າໝາຍທີ່ຢູ່ໃນໂຄງການແຜນງານ 338 ຄື: ບ້ານນໍ້າແພດ, ບ້ານໂພນແສນ, ບ້ານ ນໍ້າເລົ້າ, ບ້ານນາຕາດ, ບ້ານນ້ຳເພີນ, ບ້ານນາຍາວ, ບ້ານນາບົວ, ບ້ານໂນນຕ້ອງ, ບ້ານດອນຮຽງ ແລະ ບ້ານປາກຊາວ,
ອັດຕະປື ຕັ້ງເປົ້າຮອດ 2030 ຈະສ້າງຄອບຄົວພົ້ນທຸກໃຫ້ໄດ້ຫຼາຍກວ່າ 405 ຄອບຄົວ

ອັດຕະປື ຕັ້ງເປົ້າຮອດ 2030 ຈະສ້າງຄອບຄົວພົ້ນທຸກໃຫ້ໄດ້ຫຼາຍກວ່າ 405 ຄອບຄົວ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ແຂວງອັດຕະປື ຊຸດທີ V, ໃນ​ວັນ​ທີ 25 ພະ​ຈິກ​ຜ່ານ​ມາ, ທ່ານ ສີໄລ ສີສະແຫວງສຸກ ຮອງປະທານຄະນະກໍາມະການປົກຄອງແຂວງ ໄດ້ລາຍງານແຜນຈັດ​ຕັ້ງ​ປະ​ຕິ​ບັດວາ​ລະ​ແຫ່ງ​ຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄລຍະປີ 2027-2030 ຂອງແຂວງອັດຕະປືໃຫ້​ຮູ້ວ່າ: ເພື່ອຜັນຂະຫຍາຍມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງວາລະແຫ່ງຊາດ ກ່ຽວກັບການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ບັນລຸຕາມຄາດໝາຍ ແລະ ເກີດຜົນເປັນຈິງ, ຄະນະຮັບຜິດຊອບຊີ້ນຳການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ແຂວງອັດຕະປື ໄດ້ຄົ້ນຄວ້າສ້າງແຜນປະຕິບັດງານ ໂດຍກຳນົດທິດທາງ, ຈຸດປະສົງ, ແຜນງານ, ໂຄງການ, ກິດຈະກຳ ແລະ ມາດຕະການຕ່າງໆ ເພື່ອເປັນບ່ອນອີງສຳຄັນໃນການຂັບເຄື່ອນວຽກງານດັ່ງກ່າວໃຫ້ມີປະສິດທິຜົນ.
ກຽມຄວາມພ້ອມເປີດການແຂ່ງຂັນກິລາເປຕັງ ອ້ອມຂ້າງກົມໃຫຍ່ການເມືອງ ປກສ

ກຽມຄວາມພ້ອມເປີດການແຂ່ງຂັນກິລາເປຕັງ ອ້ອມຂ້າງກົມໃຫຍ່ການເມືອງ ປກສ

ວັນທີ 26 ພະຈິກນີ້ ທີ່ກົມໂຄສະນາອົມຮົມ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ (ປກສ) ຄະນະຮັບຜິດຊອບຈັດການແຂ່ງຂັນກິລາເປຕັງ ຈັດກອງປະຊຸມເຕັກນິກ ເພື່ອກະກຽມຄວາມພ້ອມເປີດການແຂ່ງຂັນກິລາເປຕັງ ອ້ອມຂ້າງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ, ເປັນປະທານໂດຍທ່ານ ພັທ ພອນທິບ ພັນທະວົງ ຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງ ປກສ, ມີຄະນະຮັບຜິດຊອບຈັດການແຂ່ງຂັນ ພ້ອມດ້ວຍກຳມະການ ແລະ ຕາງໜ້າຈາກກົມກອງອ້ອມຂ້າງກົມໃຫຍ່ ເຂົ້າຮ່ວມ.
ເພີ່ມທະວີຄວາມເປັນແບບຢ່າງ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງໃຫ້ສູງຂຶ້ນໃນໄລຍະໃໝ່

ເພີ່ມທະວີຄວາມເປັນແບບຢ່າງ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງໃຫ້ສູງຂຶ້ນໃນໄລຍະໃໝ່

ໃນໄລຍະໃໝ່ແຫ່ງການພັດທະນາປະເທດຊາດ ທີ່ເຕັມໄປດ້ວຍກາລະໂອກາດ ແລະ ສິ່ງທ້າທາຍນາໆປະການ, ໂດຍສະເພາະ ໃນໄລຍະແຫ່ງການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X (2026-2030) ເພື່ອບັນລຸເປົ້າໝາຍນຳພາປະເທດຊາດ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຢ່າງມີຄຸນນະພາບ ແລະ ຍືນຍົງນັ້ນ, ການນຳເອົາແນວທາງນະໂຍບາຍຂອງພັກ ແລະ ລັດໃຫ້ປະກົດຜົນເປັນຈິງ ບໍ່ພຽງແຕ່ອາໄສກົນໄກ ແລະ ນິຕິກຳເທົ່ານັ້ນ, ແຕ່ປັດໄຈຕັດສິນຊີ້ຂາດແມ່ນຄຸນນະພາບຂອງຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ ໂດຍສະເພາະແມ່ນ “ຄວາມເປັນແບບຢ່າງນຳໜ້າ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ” ທີ່ຕ້ອງໄດ້ຮັບການເສີມຂະຫຍາຍໃຫ້ສູງຂຶ້ນກວ່າເກົ່າ.
8 ຫົວໜ່ວຍອົງການປົກຄອງຂັ້ນແຂວງ ບັນລຸການສ້າງແຂວງເປັນຫົວໜ່ວຍຍຸດທະສາດ

8 ຫົວໜ່ວຍອົງການປົກຄອງຂັ້ນແຂວງ ບັນລຸການສ້າງແຂວງເປັນຫົວໜ່ວຍຍຸດທະສາດ

ໃນວັນທີ 25 ພະຈິກຜ່ານມາ ທີ່ສຳນັກງານນາຍົກລັດຖະມົນຕີ (ສນຍ) ໄດ້ຈັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດວຽກງານ 3 ສ້າງ (ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ) ໄລຍະ 5 ປີ (2021-2025), ພາຍໃຕ້ການເປັນປະທານຂອງ ທ່ານ ຄຳພັນ ພົມມະທັດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ, ມີຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ຫົວໜ້າກົມ-ຮອງຫົວໜ້າກົມ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມແບບເຊິ່ງໜ້າ, ປະທານ-ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ.
ເພີ່ມເຕີມ