ແມ່ຍິງແຂວງໄຊສົມບູນເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານສິດທິເດັກ (ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 48 ປີ)

ແມ່ຍິງແຂວງໄຊສົມບູນເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານສິດທິເດັກ (ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 48 ປີ)
ໂດຍ: ພູວັນ
ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 48 ປີທີ່ໃກ້ຈະມາເຖິງນີ້, ທ່ານນາງ ສຸກຊົ່ງ ຕົ່ງສື ຮອງປະທານສະຫະພັນແມ່ຍິງແຂວງໄຊສົມບູນ ໄດ້ກ່າວສະແດງຄວາມຮູ້ສຶກເນື່ອງໃນໂອກາດວັນສຳຄັນດັ່ງ ກ່າວຕໍ່ສື່ມວນຊົນໃນວັນທີ 24 ພະຈິກນີ້ວ່າ: ວັນຊາດທີ 2 ທັນວາ ເປັນວັນທີ່ມີຄວາມໝາຍສໍາຄັນທາງປະ ຫວັດສາດຂອງຊາດລາວສະແດງເຖິງມູນເຊື້ອອັນສະຫງ່າອົງອາດກ້າຫານຂອງກອງທັບ ແລະປະຊາຊົນລາວບັນດາເຜົ່າພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວຕະຫຼອດໄລຍະ40 ປີກວ່າຜ່ານມາ,ພັກເຮົາໄດ້ມີຄວາມສະດຸ້ງໄວ, ກ້າຫານ, ໄດ້ວາງແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການ ໂດຍມີປະທານ ໄກສອນ ພົມວິຫານ ເປັນຜູ້ລິເລີ່ມເປັນສະຖາປານິກທີ່ມີວິໃສທັດອັນໃສແຈ້ງນັບແຕ່ປີ 1986ເປັນຕົ້ນມາການພັດທະນາປະເທດຊາດໄດ້ມີຜົນສໍາເລັດໃນຫຼາຍດ້ານ ເປັນບາດລ້ຽວທາງປະຫວັດສາດທີ່ນໍາເອົາຄວາມກ້າວໜ້າມາສູ່ສັງຄົມລາວ ຊຶ່ງໄດ້ນໍາເອົາຄວາມເປັນເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄດ້ຮັບການປົກປັກຮັກສາໄດ້ຢ່າງໝັ້ນຄົງສ້າງເງື່ອນໄຂອໍານວຍໃຫ້ການດໍາລົງຊີວິດ, ການທໍາມາຫາກິນຂອງປະຊາຊົນລາວບັນດາເຜົ່າ ກໍຄືສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດໃຫ້ເຂົ້າມາລົງທຶນນັບມື້ນັບຫຼາຍຂຶ້ນ ພ້ອມດຽວກັນນັ້ນກໍໄດ້ຮັບການສະໜັບສະໜູນຊ່ວຍເຫຼືອຈາກປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນຢ່າງຕໍ່ເນື່ອງ.
ທ່ານນາງ ສຸກຊົ່ງ ຕົ່ງສື ກ່າວໃຫ້ຮູ້ອີກວ່າ: ເວົ້າສະເພາະຜົນງານທີ່ພົ້ນເດັ່ນໃນການຈັດຕັ້ງປະຕິບັດວຽກງານສິດທິເດັກໃນ 1 ປີຜ່ານມາ ພາຍຫຼັງໃຫ້ຄວາມໝາຍໝັ້ນໃນການປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ ເພື່ອນໍາໃຊ້ກາລະໂອກາດພັດທະນາທ່າແຮງຂອງເດັກລາວບັນດາເຜົ່າແຂວງໄຊສົມບູນໃຫ້ບັນລຸຄາດໝາຍການພັດທະນາແບບຍືນຍົງ ຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ແຂວງໄຊສົມບູນໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍຈັດບູລິມະສິດຕໍ່ບັນດາແຜນວຽກເປັນຕົ້ນແມ່ນ ວຽກງານໂພຊະນາການ, ສຸຂະພາບ, ການປົກປ້ອງເດັກ, ນໍ້າສະອາດ, ສຸຂະອະນາໄມ, ທີ່ຢູ່ອາໄສ, ການພັດທະນາເດັກກ່ອນໄວຮຽນ, ການສຶກສາ ແລະ ຂໍ້ມູນຂ່າວສານສຳລັບເດັກ ແລະ ໄວໜຸ່ມ, ຈາກນັ້ນກໍໄດ້ມອບໝາຍຄວາມຮັບຜິດຊອບໃຫ້ບັນດາພະແນກການອ້ອມຂ້າງແຂວງຕິດພັນກັບການເຄື່ອນໄຫວວຽກງານວິຊາສະເພາະຂອງແຕ່ລະພາກສ່ວນໃຫ້ບັນດາຕົວຊີ້ວັດທີ່ໄດ້ກໍານົດໄວ້ບັນລຸ. ໃນນີ້ໄດ້ເອົາໃຈໃສ່ເຄື່ອນໄຫວໂຄສະນາເຜີຍແຜ່ບັນດານິຕິກໍາຕ່າງໆທີ່ພົວພັນສິດ-ຜົນປະໂຫຍດອັນຊອບທໍາຂອງແມ່ຍິງ ແລະ ເດັກເປັນຕົ້ນ ກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ, ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ, ກົດໝາຍວ່າດ້ວຍຄວາມສະເໝີພາບຍິງ-ຊາຍ ແລະ ກົດໝາຍວ່າດ້ວຍການຕ້ານການຄ້າມະນຸດປະຕິບັດໄດ້ 16 ຄັ້ງ, ໄດ້ຮັບຜູ້ຖືກເຄາະຮ້າຍຈາກການຄ້າມານຸດຄືນສູ່ຄອບຄົວ ແລະ ສັງຄົມຢູ່ເມືອງທ່າໂທມ ແຂວງໄຊສົມບູນ 6 ຄົນຍິງ 6 ຄົນ, ນໍາສົ່ງແມ່ຍິງຜູ້ດ້ອຍໂອກາດ ແລະ ມີຄວາມສ່ຽງຈາກການຄ້າມະນຸດ, ຝຶກອົບຮົມວິຊາຊີບຕັດຫຍິບໄລຍະສັ້ນ 3 ເດືອນຢູ່ແຂວງ ເພື່ອຫາລ້ຽງຊີບກຸ້ມຕົນເອງນອກນັ້ນຍັງໄດ້ສ້າງຄວາມເຂັ້ມແຂງ ແລະ ຄວາມເປັນເຈົ້າການຂອງອົງການປົກຄອງທ້ອງຖິ່ນ ແລະ ຊຸມຊົນດ້ວຍວິທີການແບບ CONNECT ໄປຕາມທິດນໍາ 3 ສ້າງເພື່ອໃຫ້ສາມາດກາຍເປັນ “ບ້ານເພື່ອການຮຽນຮູ້ການປົກຄອງດີດ້ານສຸຂະພາບ ແລະ ການຈົດທະບຽນການເກີດ” ໃນ 15 ບ້ານ ແລະ ໄດ້ຂຶ້ນທະບຽນການເກີດໃຫ້ເດັກໃນຂອບເຂດທົ່ວແຂວງໄດ້ 3 ເມືອງ ແລະ 6 ບ້ານ, ເອົາໃຈໃສ່ຊຸກຍູ້ສູນວັດທະນະທໍາເດັກ ເພື່ອສ້າງຄວາມເຂັ້ມແຂງໃຫ້ເດັກ ແລະ ໄວໜຸ່ມເຂົ້າຮ່ວມບັນດາກິດຈະກໍາຕ່າງໆ ແລະ ໄດ້ຜະລິດລາຍການເປີດໃຈໄວໜຸ່ມ ໂດຍຜ່ານວິທະຍຸກະຈາຍສຽງລະບົບໂທລະໂຄ່ງຂອງແຂວງ ແລະ 5 ເມືອງ ເພື່ອເປັນການໂຄສະນາປູກຈິດສໍານຶກໃຫ້ສັງຄົມເຫັນຄວາມສໍາຄັນຂອງເດັກ, ໃນນັ້ນໂຮງຮຽນກິນນອນຊົນເຜົ່າມິດຕະພາບອະນຸວົງໄດ້ຮັບເອົາເດັກຜູ້ດ້ອຍໂອກາດໄດ້ເຂົ້າຮຽນເທົ່າທຽມກັນເຊັ່ນ: ເດັກຢູ່ໃນຄອບທຸກຍາກ, ເດັກກໍາພ້າ-ກໍາພອຍມີນັກຮຽນທັງໝົດ 376 ຄົນຍິງ 145 ຄົນ.
ທ່ານນາງ ສຸກຊົ່ງ ຕົ່ງສື ກ່າວເນັ້ນໃຫ້ຮູ້ຕື່ມອີກວ່າ: ສຳລັບແຜນວຽກຈຸດສຸມໃນຕໍ່ໜ້າຈະສຸມໃສ່ໂຄສະນາ, ເຜີຍແຜ່ບັນດານິຕິກຳຕ່າງໆ ທີ່ພົວພັນເຖິງສິດຜົນປະໂຫຍດອັນຊອບທໍາຂອງແມ່ຍິງ ແລະ ເດັກນ້ອຍ, ວິທີປ້ອງກັນການນຳໃຊ້ສື່ສັງຄົມອອນລາຍຕ່າງໆໃຫ້ບັນດາເດັກທົ່ວແຂວງໄຊສົມບູນໄດ້ຮັບຮູ້ ແລະ ເຂົ້າໃຈສາມາດນຳໃຊ້ໄດ້ຢ່າງມີປະສິດທິພາບ ແລະ ມີປະສິດທິຜົນໃຫ້ໄດ້ 15 ຄັ້ງຕໍ່ປີ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ