ຮາກຖານສະຫະພັນແມ່ຍິງແຂວງສາລະວັນ ໄດ້ຈັດກອງປະຊຸມສະຫຼຸບປະເມີນຜົນວຽກງານຂະບວນການແຂ່ງຂັນ 3 ດີປະຈຳປີ 2023 ແລະສືບຕໍ່ເປີດຂະບວນການແຂ່ງຂັນປະຈຳປີ 2024ໄດ້ຈັດຂຶ້ນໃນວັນທີ 20 ທັນວາຜ່ານມາໂດຍການເປັນປະທານຂອງທ່ານນາງ ສາຍສະໝອນ ສີສຸກກະເສີມ ປະທານຮາກຖານສະຫະພັນແມ່ຍິງແຂວງ, ເປັນກຽດເຂົ້າຮ່ວມຂອງທ່ານນາງ ວາດສະໜາ ໂພໄຊຍະວົງ ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ມີຄະນະຮາກຖານ, ແຂກຖືກເຊີນ, ສະມາຊິກແມ່ຍິງເຂົ້າຮ່ວມ.
ທ່ານນາງ ພອນພະຈັນ ລາດທະສິດ ຮອງປະທານຮາກຖານສະຫະພັນແມ່ຍິງແຂວງ ໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຂະບວນການແຂ່ງຂັນ 3 ດີປະຈຳປີ 2023 ຜ່ານມາຊຶ່ງມີດ້ານດີ, ຂໍ້ຄົງຄ້າງ ແລະບົດຮຽນທີ່ຖອດຖອນໄດ້ເຫັນວ່າສະມາຊິກແມ່ຍິງໄດ້ເອົາໃຈໃສ່ໃນການເຂົ້າຮ່ວມວຽກງານຂະບວນການຕ່າງໆ ເປັນຕົ້ນ ໄດ້ຝຶກອົບຮົມວຽກງານແນວຄິດ-ການເມືອງໃຫ້ການນຳເພດຍິງ, ເຂົ້າຮ່ວມເຊື່ອມຊຶມບັນດານິຕິກຳ, ຄຳສັ່ງ ແລະເອກະສານສຳຄັນຕ່າງໆຂອງພັກ-ຂອງຊາດ, ເອື້ອຍນ້ອງແມ່ຍິງແມ່ນຮັກສາໄດ້ຄຸນລັກສະນະທີ່ເປັນມູນເຊື້ອອັນດີງາມຂອງແມ່ຍິງລາວບັນດາເຜົ່າ, ເຄົາລົບນັບຖືຮີດຄອງປະເພນີອັນດີງາມຂອງຊາດຮັກກຽດສັກສີຂອງແມ່ຍິງລາວ, ໄດ້ປະຕິບັດຕາມພາລະບົດບາດໜ້າທີ່ຂອງຕົນ, ຝຶກຝົນຫຼໍ່ຫຼອມຕົນເອງ ແລະຍົກລະດັບຄວາມຮູ້ທາງດ້ານທິດສະດີການເມືອງ, ວິຊາການ, ຄວາມສາມາດທາງດ້ານເຕັກນິກຄື: ແມ່ຍິງພາຍໃນຮາກຖານໄດ້ປະກອບສ່ວນເປັນຄູຝຶກວິຊາຊີບຕັດຫຍິບ ແລະ ສາມາດຝຶກອົບຮົມວິຊາຊີບຕັດຫຍິບ, ເຂົ້າຮ່ວມຝຶກອົບຮົມການແປຮູບຜະລິດຕະພັນຂອງແມ່ຍິງລາວບັນດາເຜົ່າ ແລະແປຮູບອາຫານ ເພື່ອເປັນການສ້າງລາຍໄດ້, ສ້າງອາຊີບໃຫ້ແກ່ເອື້ອຍນ້ອງແມ່ຍິງ, ເປັນເຈົ້າການເຂົ້າຮ່ວມປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ປະກອບສ່ວນເຫື່ອແຮງສະຕິປັນຍາ, ວັດຖຸສິ່ງຂອງຊ່ວຍເຫຼືອສັງຄົມ ແລະວຽກງານສ້າງຄອບຄົວດີ ເພື່ອເປັນການສ້າງເງື່ອນໄຂໃຫ້ແກ່ການພັດທະນະແມ່ຍິງ ສ້າງໃຫ້ສະມາຊິກແມ່ຍິງມີຄວາມຕື່ນຕົວເປັນເຈົ້າການ ແລະເຂັ້ມແຂງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດມະຕິຄຳສັ່ງຂອງພັກ, ກົດໝາຍຂອງລັດ, ຄອບຄົວມີຄວາມຖືກຕ້ອງປອງດອງ ສ້າງເສດຖະກິດຄອບຄົວໃຫ້ມີຄຸນນະພາບຊີວິດຂອງຄອບຄົວນັບມື້ດີຂຶ້ນ. ຜ່ານການປະເມີນການຈັດຕັ້ງປະຕິບັດວຽກງານຂະບວນການແຂ່ງຂັນ 3 ດີ ປະຕິບັດໄດ້ພົນລະເມືອງດີ, ພັດທະນາດີ ແລະສ້າງຄອບຄົວດີປະຕິບັດໄດ້ 24 ທ່ານ ເທົ່າກັບ 100% ຂອງຜູ້ເຂົ້າຮ່ວມແຂ່ງຂັນທັງໝົດ.
ໃນພິທີໄດ້ມີການມອບໃບຍ້ອງຍໍໃຫ້ຮາກຖານແມ່ຍິງ ແລະບຸກຄົນດີເດັ່ນ3 ດີປະເພດ Iໃຫ້ກຽດມອບຂອງ ທ່ານນາງ ວາດສະໜາ ໂພໄຊຍະວົງ ພ້ອມນັ້ນຍັງໄດ້ມີການຈັບມືແຂ່ງຂັນການຈັດຕັ້ງປະຕິບັດວຽກງານຂະບວນການ 3 ດີປະຈຳປີ 2024 ຕື່ມອີກ.
ຂ່າວ-ພາບ: ທິດລານີ ໂຄດໂຍທາ

ຄໍາເຫັນ