ມີ 40 ກວ່າຮ້ານ ເຂົ້າຮ່ວມງານມະຫະກຳໜັງສື ປະຈຳປີ 2024 

ມີ 40 ກວ່າຮ້ານ ເຂົ້າຮ່ວມງານມະຫະກຳໜັງສື ປະຈຳປີ 2024 
ເປີດງານມະຫະກຳໜັງສື ຄັ້ງທີ IV ປະຈຳປີ 2024 ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 27-31 ມີນາ 2024  ທີ່ມະຫາວິທະຍາໄລແຫ່ງຊາດ (ມ.ຊ)  ພາຍໃຕ້ຫົວຂໍ້: “ອ່ານປ່ຽນຊີວິດ” ເພື່ອສົ່ງເສີມວັດທະນະທຳການອ່ານ ໃຫ້ນັກອ່ານ ແລະ ນັກຂຽນມີຈໍານວນເພີ່ມຂຶ້ນ ແນໃສ່ເພີ່ມຊ່ອງທາງໃນການເຂົ້າເຖິງປຶ້ມອ່ານ ໃຫ້ເປັນສັງຄົມແຫ່ງການຮຽນຮູ້ຕະຫຼອດຊີວິດ ແລະ ປະເທດຊາດໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ໃຫ້ທຽບເທົ່າກັບສາກົນ, ທັງເປັນການສະເຫຼີມສະຫຼອງ ວັນກະວີໂລກ 21 ມີນາ ຄົບຮອບ 25 ປີ, ວັນແມ່ຍິງສາກົນ 8 ມີນາ ຄົບຮອບ 114 ປີ  ແລະ ສ້າງຂະບວນການສະຫຼອງວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ 22 ມີນາ ຄົບຮອບ 69 ປີ.
ທ່ານ ສົມໄໝ ພົມມະຈັນ ຜູ້ອໍານວຍການສໍານັກພິມດີບຸກ ໄດ້ໃຫ້ຮູ້ວ່າ:  ມະຫະກຳໜັງສື ຄັ້ງທີ IV ມີນັກຂຽນ, ສຳນັກພິມ, ໂຮງພິມ, ຮ້ານຂາຍປຶ້ມ, ສະມາຄົມ, ຫໍສະໝຸດ, ສະຖາບັນການສຶກສາ, ອົງການຈັດຕັ້ງສັງຄົມ, ອົງການຈັດຕັ້ງສາກົນ ແລະ ຄະນະວິຊາຕ່າງໆ ໄດ້ນຳເອົາປື້ມຂອງຕົນມາວາງສະ ແດງ ແລະ ຈຳໜ່າຍ ມີທັງໝົດ 40 ກວ່າຮ້ານ. ງານມະຫະກໍາໜັງສືໃນຄັ້ງນີ້, ເພື່ອເປັນການຜັນຂະຫຍາຍແຜນຍຸດທະສາດການພັດທະນາຊັບພະຍາກອນມະນຸດ ຂອງ ສປປ ລາວ ຮອດປີ 2025 ຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ໃຫ້ບັນລຸຕາມເປົ້າໝາຍຕາມຍຸດທະສາດການອະນຸລັກ ແລະ ສົ່ງເສີມວັດທະນະທຳອັນດີງາມຂອງຊາດ ໃຫ້ທົ່ວປວງຊົນ ໃນວຽກງານສົ່ງເສີມການອ່ານໃຫ້ໄດ້ 2/3 ຂອງປະຊາກອນທັງໝົດພາຍໃນປີ 2025, ທັງເປັນເວທີວາງສະແດງ ແລະ ເປີດນໍາສະເໜີຜົນງານຂອງຕົນເອງໃຫ້ສັງຄົມໄດ້ຮັບຮູ້, ເປັນເວທີແລກປ່ຽນທັດສະນະດ້ານການຂີດຂຽນປະດິດແຕ່ງ, ສົ່ງເສີມໃຫ້ມີການປະດິດແຕ່ງ ແລະ ການພິມຈຳໜ່າຍໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆຂຶ້ນ. ພ້ອມນີ້, ເປັນການເປີດໂອກາດ ໃຫ້ນັກ ຮຽນ-ນັກສຶກສາ  ໄດ້ມີໂອກາດເຂົ້າເຖິງສື່ການຮຽນ ໂດຍສະເພາະແມ່ນບັນດາປຶ້ມທີ່ດີ ມີຄຸນນະພາບ ຕອບສະໜອງຄວາມຮູ້ໃນທຸກດ້ານຂອງຊີວິດ, ເປັນການດຶງດູດໃຫ້ຄົນຫັນມາອ່ານເພີ່ມຂຶ້ນ ແລະ ຫັນມາຮັກການອ່ານຫຼາຍຂຶ້ນ.
ພາຍໃນງານໃນຄັ້ງນີ້, ໄດ້ມີຫຼາຍກິດຈະກຳ ເປັນຕົ້ນ ການເສວະນາ, ບັນຍາຍ, ນໍາສະເໜີປຶ້ມໃໝ່, ອ່ານກະວີ, ລີວິວປຶ້ມ, ເດີນແບບປຶ້ມ, ແຂ່ງຂັນການເວົ້າ, ການວາງສະແດງຜົນງານ ແລະ ການຈຳໜ່າຍສື່ສິ່ງພິມຕ່າງໆ. ນອກນັ້ນ, ຍັງມີ ການສະແດງສິລະປະວັນນະຄະດີ, ໂຕ້ວາທີ, ກິດຈະກຳແຈກຂອງລາງວັນ, ຮັບບໍລິຈາກປຶ້ມ (ແລກປຶ້ມກັນອ່ານ), ຂາຍອາຫານ-ເຄື່ອງດື່ມ ແລະ ອື່ນໆ. 
(ຂ່າວ-ຂ່າວ: ຍຸພິນທອງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ