ທ່ານ ມິນ ອອງ ລາຍ ໄດ້ກ່າວວ່າ: ຂະແໜງການສຶກສາຈະໄດ້ຮັບການຈັດສັນງົບປະມານທັງໝົດ 9.22% (ລວມທັງງົບປະມານທີ່ກ່ຽວຂ້ອງກັບການສຶກສາຈາກກະຊວງອື່ນໆ) ໃນປີງົບປະມານ 2026-2027 ແລະ ກະຊວງສຶກສາທິການຈະໄດ້ຮັບຢ່າງໜ້ອຍ 10% ຂອງງົບປະມານແຫ່ງຊາດໃນປີງົບປະມານ 2027-2028, ເພີ່ມຂຶ້ນເປັນ 15%ໃນປີງົບປະມານ 2028-2029.
ທັງນີ້, ລັດຖະບານມຽນມາ ຈະສືບຕໍ່ຄວາມພະຍາຍາມເພື່ອປັບປຸງການເຂົ້າເຖິງການສຶກສາຂອງເດັກໃນໄວຮຽນ ແລະ ຈະຈັດຕັ້ງປະຕິບັດໂຄງການພິເສດໃນເຂດທີ່ມີລະບົບການສຶກສາທີ່ອ່ອນແອ ເພື່ອໃຫ້ໂອກາດແກ່ນັກຮຽນໃນການສືບຕໍ່ການສຶກສາຂອງເຂົາເຈົ້າຕັ້ງແຕ່ອະນຸບານຈົນເຖິງມັດທະຍົມສຶກສາ ປີທີ 3.
ຄໍາເຫັນ