ມຽນ​ມາ ​ຈັດ​ກາ​ນ​ລົງ​ຄະ​ແນນ​ສຽງ​ໄລ​ຍະ​ທີ 2 ຂອງ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ

ມຽນ​ມາ ​ຈັດ​ກາ​ນ​ລົງ​ຄະ​ແນນ​ສຽງ​ໄລ​ຍະ​ທີ 2 ຂອງ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ

ມຽນ​ມາ ​ຈັດ​ກາ​ນ​ລົງ​ຄະ​ແນນ​ສຽງ​ໄລ​ຍະ​ທີ 2 ຂອງ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ
ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 11 ມັງ​ກອນ ຜ່ານມາ, 100 ຕາ​ແສງ ແລະ ​ເມືອງ​ໃນຫຼາຍ​ແຂວງ​ ແລະ​​ ລັດຂອງມຽນ​ມາ ຄື: ນະ​ຄອນ​ຢາງ​ກຸງ, ນະ​ຄອນ​ຫຼວງ​ເນ​ປີ​ດໍ ແລະ ນະ​ຄອນ​ມານ​ດາ​​ເລ ເປັນ​ຕົ້ນ ​ໄດ້​​ຈັດ​ກາ​ນ​ລົງ​ຄະ​ແນນ​ສຽງ​​ໄລ​ຍະ​ທີ 2 ຂອງ​ການ​ເລືອ​ກ​ຕັ້ງ​​​ທົ່ວ​ປະ​ເທດ. ​ການ​ລົງ​ຄະ​ແນນ​ສຽງ​ນັບ​ແຕ່ເວ​ລາ 6:00 ໂມງ​ຈົນ​ຮອດ 16:00 ໂມງ.

ການລົງຄະແນນສຽງການເລືອກຕັ້ງຂອງມຽນມາໃນຄັ້ງນີ້ມີ 3 ໄລຍະ ຄື: ໄລຍະທີ 1 ໄດ້ສຳເລັດໃນວັນທີ 28 ທັນວາ 2025, ຜົນການລົງຄະແນນສຽງເບື້ອງຕົ້ນສະແດງໃຫ້ເຫັນວ່າ ພັກໃຫຍ່ທີ່ສຸດຂອງມຽນມາ ຄື: ພັກສາມັກຄີ ແລະ ພັດທະນາສະຫະພາບມຽນມາ ໄດ້ຮັບທີ່ນັ່ງສ່ວນໃຫຍ່ຂອງສະພາປະຊາຊົນ ແລະ ສະພາຊົນເຜົ່າທີ່ເປັນລັດຖະສະພາ ພ້ອມດ້ວຍສະພາແຂວງ ແລະ ລັດ. ການລົງຄະແນນສຽງໄລຍະທີ 3 ຈະຈັດຂຶ້ນໃນວັນທີ 25 ມັງກອນນີ້.

ການເລືອກຕັ້ງຄັ້ງນີ້ມີຜູ້ສະໝັກຮັບເລືອກຕັ້ງປະມານ 5.000 ທ່ານທີ່ມາຈາກ 57 ພັກ, ຜ່ານການເລືອກຕັ້ງສະມາຊິກສະພາຊຸດໃໝ່ແລ້ວ, ສະພາສະຫະພາບຊຸດໃໝ່ຈະເລືອກຕັ້ງປະທານາທິບໍດີ ແລະ ປະທານາທິບໍດີຄົນໃໝ່ຈະສ້າງຕັ້ງລັດຖະບານຊຸດໃໝ່.

ຄໍາເຫັນ

ຂ່າວຕ່າງປະເທດ

ກອງ​ປະ​ຊຸມ​ໂທ​ລະ​ຄົມ​ເຄື່ອນ​ທີ່​ໂລກ​ປີ 2026 ສຸມ​ໃສ່ “ຍຸກ​ອັດ​ສະ​ລິ​ຍະ”

ກອງ​ປະ​ຊຸມ​ໂທ​ລະ​ຄົມ​ເຄື່ອນ​ທີ່​ໂລກ​ປີ 2026 ສຸມ​ໃສ່ “ຍຸກ​ອັດ​ສະ​ລິ​ຍະ”

ຂ່າວສານຊີອາໄອລາຍງານໃນວັນທີ 3 ມີນາ ຜ່ານມາວ່າ: ກອງ​ປະ​ຊຸມ​ໂທ​ລະ​ຄົມ​ເຄື່ອນ​ທີ່​ໂລກ​ປີ 2026 ​ໄດ້ຈັດ​ຂຶ້ນ​ຢູ່​ສູນ​ປະ​ຊຸມ ແລະ ວາງ​ສະ​ແດງ​ບາ​ເຊ​ໂລ​ນາ​ ຂອງ​ແອັດ​ສະ​ປາຍ ​ໃນ​ວັນ​ທີ 2 ມີ​ນາ ຜ່ານມາ ​ພາຍ​ໃຕ້​ຫົວ​ຂໍ້ “ຍຸກ​ອັດ​ສະ​ລິ​ຍະ” ໂດຍຈະ​ດຳ​ເນີນ​ເປັນ​ເວ​ລາ 4 ວັນ​, ກອງປະຊຸມຈະ​ສຸມ​ໃສ່ 6 ຂົງ​ເຂດ​ສຳ​ຄັນ ຄື: ສິ່​ງ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ອັດ​ສະ​ລິ​ຍະ, ການ​ເຊື່ອມ​ຈອດ​ກັນ​ດ້ານ​ອັດ​ສະ​ລິ​ຍະ, ການ​ປະ​ຍຸກ​ໃຊ້​ປັນ​ຍາ​ປະ​ດິດ​ລະ​ດັບ​ວິ​ສາ​ຫະ​ກິດ, ການ​ປະ​ສົມ​ປະ​ສານ​ນິ​ເວດ​ປັນ​ຍາ​ປະ​ດິດ, ການ​ເຜີຍ​ແຜ່​ເຕັກ​ໂນ​ໂລ​ຊີ​ໃຫ້​ທົ່ວ​ເຖິງ ແລະ ການ​ປ່ຽນ​ແປງ​ດ້ານ​ການ​ປະ​ດິດ​ສ້າງ​ໃໝ່.
ການໃຊ້ຈ່າຍທຶນຂອງຍີ່ປຸ່ນເພີ່ມຂຶ້ນ 6.5%

ການໃຊ້ຈ່າຍທຶນຂອງຍີ່ປຸ່ນເພີ່ມຂຶ້ນ 6.5%

ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ມີນາ ຜ່ານມາວ່າ: ກະຊວງການເງິນຍີ່ປຸ່ນໄດ້ເປີດເຜີຍວ່າ, ການໃຊ້ຈ່າຍທຶນ (Capital Spending) ຂອງບໍລິສັດຍີ່ປຸ່ນໃນໄຕມາດເດືອນຕຸລາ-ທັນວາ 2025 ເພີ່ມຂຶ້ນ 6.5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ ຊຶ່ງເປັນການຂະຫຍາຍຕົວຕໍ່ເນື່ອງເປັນໄຕມາດທີ 4, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການທີ່ເຂັ້ມແຂງສຳລັບອະສັງຫາລິມະຊັບໃນໂຄງການພັດທະນາຕົວເມືອງ.
ຊາອຸດິດ ອາຣັບບີ ເປີດເຜີຍວ່າ ໂຮງກັ່ນນໍ້າມັນບໍ່ສົ່ງຜົນກະທົບຕໍ່ການສະໜອງ

ຊາອຸດິດ ອາຣັບບີ ເປີດເຜີຍວ່າ ໂຮງກັ່ນນໍ້າມັນບໍ່ສົ່ງຜົນກະທົບຕໍ່ການສະໜອງ

ຂ່າວຕ່າງປະເທດລາຍງານ ໃນວັນທີ 2 ມີນາ ຜ່ານມາວ່າ: ກະຊວງພະລັງງານຂອງຊາອຸດິດ ອາຣັບບີ ຢືນຢັນວ່າການໂຈມຕີດ້ວຍໂດຣນທີ່ໂຮງກັ່ນນ້ຳມັນ Ras Tanura ຂອງ Aramco ຊຶ່ງເປັນບໍລິສັດນໍ້າມັນລາຍໃຫຍ່ຂອງປະເທດ ໄດ້ສ້າງຄວາມເສຍຫາຍຈຳກັດ ແລະ ບໍ່ມີຜົນກະທົບຕໍ່ການສະໜອງຜະລິດຕະພັນນ້ຳມັນໃຫ້ແກ່ຕະຫຼາດທ້ອງຖິ່ນ.
ດັດຊະນີ PMI ອິນເດຍ ບັນລຸລະດັບສູງສຸດໃນຮອບ 4 ເດືອນ

ດັດຊະນີ PMI ອິນເດຍ ບັນລຸລະດັບສູງສຸດໃນຮອບ 4 ເດືອນ

ຂ່າວຕ່າງປະເທດລາຍງານວ່າ: ຜົນການສຳຫຼວດຂອງ ບໍລິສັດ S&P Global ທີ່ເຜີຍແຜ່ໃນວັນທີ 2 ມີນາ ຜ່ານມາ ສະແດງໃຫ້ເຫັນວ່າດັດຊະນີຜູ້ຈັດການຝ່າຍຊື້ (PMI) ຂະແໜງການຜະລິດຂັ້ນສຸດທ້າຍຂອງອິນເດຍຈາກ ທະນາຄານ HSBC ໄດ້ເພີ່ມຂຶ້ນເປັນ 56.9 ໃນເດືອນກຸມພາ ຈາກ 55.4 ໃນເດືອນມັງກອນ, ຂະຫຍາຍຕົວໃນອັດຕາທີ່ໄວທີ່ສຸດໃນຮອບ 4ເດືອນ. ໂດຍໄດ້ຮັບແຮງໜຸນຈາກຄວາມຕ້ອງການພາຍໃນປະເທດທີ່ເຂັ້ມແຂງ ຊຶ່ງຊ່ວຍເຮັດໃຫ້ຄຳສັ່ງຊື້ໃໝ່ ແລະ ການຜະລິດເພີ່ມຂຶ້ນ, ເຖິງແມ່ນວ່າການເຕີບໂຕຂອງການສົ່ງອອກຈະຊ້າລົງເຖິງລະດັບຕໍ່າສຸດໃນຮອບເກືອບໜຶ່ງປີເຄິ່ງກໍຕາມ.
ຈີນ ເຜີຍແຜ່ແຜນພັດທະນາປະກັນໄພດ້ານວິທະຍາສາດເຕັກໂນໂລຊີທີ່ມີຄຸນນະພາບສູງ

ຈີນ ເຜີຍແຜ່ແຜນພັດທະນາປະກັນໄພດ້ານວິທະຍາສາດເຕັກໂນໂລຊີທີ່ມີຄຸນນະພາບສູງ

ຂ່າວສານຊີອາໄອລາຍງານຫວ່າງມໍ່ໆມານີ້ວ່າ: ກະຊວງວິທະຍາສາດເຕັກໂນໂລຊີ, ອົງການຕິດຕາມຄຸ້ມຄອງການເງິນ, ກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ພ້ອມດ້ວຍ ອົງການຊັບສິນທາງປັນຍາແຫ່ງຊາດຈີນ ໄດ້ຮ່ວມກັນເຜີຍແຜ່ “ບາງຄວາມເຫັນກ່ຽວກັບການເລັ່ງຊຸກຍູ້ປະກັນໄພດ້ານວິທະຍາສາດເຕັກໂນໂລຊີໃຫ້ໄດ້ຮັບການພັດທະນາທີ່ມີຄຸນນະພາບສູງ ເພື່ອເປັນສິ່ງຄໍ້າປະກັນທີ່ເຂັ້ມແຂງໃຫ້ແກ່ການເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງດ້ານວິທະຍາສາດເຕັກໂນໂລຊີທີ່ມີລະດັບສູງ” ໂດຍໄດ້ອອກມາດຕະການ 20 ຂໍ້ໃນ 6 ດ້ານ ເພື່ອເລັ່ງສ້າງກົນໄກ ແລະ ໂຄງປະກອບປະກັນໄພດ້ານວິທະຍາສາດເຕັກໂນໂລຊີທີ່ສອດຄ່ອງກັບນະວັດຕະກໍາດ້ານວິທະຍາສາດເຕັກໂນໂລຊີ.
ວຽກ​ງານ​ກະ​ກຽມການ​ເລືອກ​ຕັ້ງ​ຂອງຫວຽດນາມ ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ເປັນ​ເຈົ້າ​ການ

ວຽກ​ງານ​ກະ​ກຽມການ​ເລືອກ​ຕັ້ງ​ຂອງຫວຽດນາມ ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ເປັນ​ເຈົ້າ​ການ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 3 ມີນາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ສະພາເລືອກຕັ້ງແຫ່ງຊາດຫວຽດນາມ ໄດ້ສົມທົບກັບຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ ຈັດການສະໜອງຂໍ້ມູນຕາມຫົວຂໍ້ສະເພາະ, ເພື່ອແນໃສ່ເພີ່ມທະວີວຽກງານຖະແຫຼງຂ່າວ, ໂຄສະນາກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031.
ຍີ່ປຸ່ນ ຈະຈຳກັດການຖືພາວເວີແບັງຂຶ້ນເຮືອບິນໄດ້ບໍ່ເກີນຄົນລະ 2 ອັນ

ຍີ່ປຸ່ນ ຈະຈຳກັດການຖືພາວເວີແບັງຂຶ້ນເຮືອບິນໄດ້ບໍ່ເກີນຄົນລະ 2 ອັນ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ກະຊວງທີ່ດິນ, ພື້ນຖານໂຄງລ່າງ, ການຂົນສົ່ງ ແລະ ການທ່ອງ ທ່ຽວຂອງຍີ່ປຸ່ນໄດ້ປະກາດວ່າ: ກໍາລັງກະກຽມອອກກົດລະບຽບໃໝ່ເພື່ອຈໍາກັດຜູ້ໂດຍສານຖືພາວເວີແບງຂຶ້ນເຮືອບິນໄດ້ບໍ່ເກີນຄົນລະສອງອັນ ແລະ ຮຽກຮ້ອງໃຫ້ຫຼີກລ່ຽງການໃຊ້ໃນລະຫວ່າງການບິນ ເພື່ອປ້ອງກັນຄວາມສ່ຽງຈາກໄຟ ໄໝ້ ຫຼັງຈາກເກີດເຫດການໄຟໄໝ້ຫຼາຍຄັ້ງທີ່ຜ່ານມາ.
OPEC+ ເພີ່ມ​ປະ​ລິ​ມານການຂຸດຄົ້ນ​ນ້ຳ​ມັນ

OPEC+ ເພີ່ມ​ປະ​ລິ​ມານການຂຸດຄົ້ນ​ນ້ຳ​ມັນ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 2 ມີນາ ຜ່ານມາວ່າ: ອົງການບັນດາປະເທດສົ່ງອອກນ້ຳມັນ ແລະ ບັນດາຄູ່ຮ່ວມມື (OPEC+) ໄດ້ບັນລຸຂໍ້ຕົກລົງເບື້ອງຕົ້ນກ່ຽວກັບການເພີ່ມປະລິມານນ້ຳມັນ ໃນກອງປະຊຸມວັນທີ 1 ມີນາ ຜ່ານມາ. ເພື່ອແນໃສ່ຮັບມືກັບສະພາບການຂາດວັກຂາດຕອນໃນການຂົນສົ່ງທາງທະເລທີ່ຮ້າຍແຮງຢູ່ພາກພື້ນຕາເວັນອອກກາງ ພາຍຫຼັງບັນດາການຜັນແປດ້ານການທະຫານຄັ້ງຫຼ້າສຸດລະຫວ່າງ ອາເມລິກາ - ອິສຣາແອນ ແລະ ອີຣ່ານ.
ການສົ່ງອອກເຂົ້າຂອງອິນເດຍ ກຳລັງຕົກຢູ່ໃນຄວາມສ່ຽງ ທ່າມກາງຄວາມເຄັ່ງຕຶງໃນພາກພື້ນອາຊີຕາເວັນຕົກ

ການສົ່ງອອກເຂົ້າຂອງອິນເດຍ ກຳລັງຕົກຢູ່ໃນຄວາມສ່ຽງ ທ່າມກາງຄວາມເຄັ່ງຕຶງໃນພາກພື້ນອາຊີຕາເວັນຕົກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 2 ມີນາ ຜ່ານມາວ່າ: ການສົ່ງອອກເຂົ້າຂອງອິນເດຍຕົກຢູ່ໃນຄວາມສ່ຽງທ່າມກາງຄວາມເຄັ່ງຕຶງທີ່ເພີ່ມຂຶ້ນໃນພາກພື້ນອາຊີຕາເວັນຕົກ, ໂດຍຜູ້ສົ່ງອອກສະແດງຄວາມກັງວົນກ່ຽວກັບບັນຫາການຈ່າຍເງິນທີ່ຊັກຊ້າ ແລະ ອຸປະສັກໃນການຂົນສົ່ງໄປອີຣ່ານ, ອັຟການິສະຖານ ແລະ ຫຼາຍປະເທດໃນອ່າວເປີເຊຍ.
ຫວຽດ​ນາມ - EAEU ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ

ຫວຽດ​ນາມ - EAEU ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 2 ມີນາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ໄດ້ຕ້ອນຮັບທ່ານ ບາກີຊັນ ຊາກິນຕາເຢບ ປະທານສະພາ ຄະນະກຳມະການ ເສດຖະກິດ ອາຊີ - ເອີຣົບ (EAEU).
ເພີ່ມເຕີມ