ທ່ານ ຈໍ ກັນກາງ ຮອງຜູ້ອຳນວຍການກົມສາທາລະນະສຸກຂອງມຽນມາ ກ່າວວ່າ: ການຫ້າມດັ່ງກ່າວມີຈຸດປະສົງເພື່ອປົກປ້ອງສຸຂະພາບຂອງປະຊາຊົນ, ໂດຍສະເພາະໃນບັນດາໄວໜຸ່ມ, ຍ້ອນວ່າຢາສູບໄຟຟ້າກຳລັງໄດ້ຮັບຄວາມນິຍົມເພີ່ມຂຶ້ນໃນບັນດາໄວໜຸ່ມໃນມຽນມາ ແລະ ປະເທດອື່ນໆ. ຫຼາຍຄົນເຂົ້າໃຈຜິດວ່າຢາສູບໄຟຟ້າເປັນອັນຕະລາຍໜ້ອຍກວ່າຢາສູບທຳມະດາ ຊຶ່ງບໍ່ເປັນຄວາມຈິງ. ເພາະຢາສູບໄຟຟ້າສາມາດທຳລາຍປອດໂດຍກົງ ແລະ ມີສານນິໂຄຕິນທີ່ກໍ່ໃຫ້ເກີດການເສບຕິດສູງ, ພ້ອມທັງມີໂລຫະໜັກ ແລະ ສານພິດອື່ນໆ.
ຄໍາເຫັນ