ບົດລາຍງານຊີ້ໃຫ້ເຫັນວ່າ: ເຈົ້າໜ້າທີ່ມຽນມາຍັງໄດ້ປິດການໃຊ້ງານຊິມກາດ 1,120 ຊິມ ທີ່ໃຊ້ເພື່ອເປີດບັນຊີການເງິນທີ່ຜິດກົດໝາຍທີ່ກ່ຽວຂ້ອງກັບກິດຈະກຳການພະນັນ ແລະ ບັນຊີກະເປົາເງິນດີຈີຕອນມືຖືຫຼາຍກວ່າ 1,000 ບັນຊີທີ່ເຊື່ອມໂຍງກັບການພະນັນອອນລາຍ.
ນອກຈາກນັ້ນ, ເຈົ້າໜ້າທີ່ມຽນມາໄດ້ປິດກັ້ນການເຂົ້າເຖິງເວັບໄຊ ແລະ ແອັບພລິເຄຊັນການພະນັນ 102 ລາຍການ ໃນລະຫວ່າງເດືອນມັງກອນ 2025 ຫາ ເດືອນເມສາ 2026 ແລະ ໄດ້ດຳເນີນຄະດີຕາມກົດໝາຍຕໍ່ນັກສະແດງ, ຜູ້ມີອິດທິພົນໃນສື່ສັງຄົມອອນລາຍ ແລະ ບຸກຄົນອື່ນໆທີ່ກ່ຽວຂ້ອງກັບການໂຄສະນາເກມສະລັອດອອນລາຍ.
ຄໍາເຫັນ