ທ່ານ ຊອລ ມິນ ຕຸນ ຫົວໜ້າທີມງານຂໍ້ມູນຂ່າວສານຂອງຄະນະກຳມະການປ້ອງກັນປະເທດ ແລະ ຄວາມໝັ້ນຄົງແຫ່ງຊາດມຽນມາ ກ່າວວ່າ: ການປະຕິບັດງານບັງຄັບໃຊ້ກົດໝາຍທົ່ວລັດຊານໄດ້ຄົ້ນພົບ ແລະ ທຳລາຍເຄືອຂ່າຍອາຊະຍາກຳຫຼາຍແຫ່ງນັບຕັ້ງແຕ່ປີ 2025 ເປັນຕົ້ນມາ, ໂດຍມີການປະຕິບັດງານຄັ້ງສຳຄັນໃນເມືອງສີປໍ ແລະ ເມືອງມອງໄຍ ໃນເດືອນມັງກອນ ນີ້.
ກອງກຳລັງຮັກສາຄວາມປອດໄພໄດ້ທຳລາຍບ່ອນລີ້ຊ່ອນການຫຼອກລວງທາງໂທລະຄົມມະນາຄົມ ແລະ ການພະນັນຫຼາຍແຫ່ງ, ລວມທັງສະຖານທີ່ຜະລິດຢາເສບຕິດອີກຫຼາຍແຫ່ງ ຊຶ່ງຖືວ່າເປັນການປາບປາມຢາເສບຕິດຄັ້ງໃຫຍ່ທີ່ສຸດໃນປະຫວັດສາດຂອງມຽນມາ.
ໃນຂະນະດຽວກັນ, ການບຸກໂຈມຕີເມື່ອບໍ່ດົນມານີ້ໄດ້ຢຶດຄ້າຍພັກຊົ່ວຄາວ, ຄອມພິວເຕີ, ອຸປະກອນດາວທຽມ Starlink ແລະ ອຸປະກອນອື່ນໆທີ່ນຳໃຊ້ໃນກິດຈະກຳທີ່ຜິດກົດໝາຍ ແລະ ຈັບກຸມຜູ້ຕ້ອງສົງໄສຫຼາຍຄົນ.
ລັດຖະບານມຽນມາກຳລັງທຳລາຍເຄືອຂ່າຍການຫຼອກລວງທາງໂທລະຄົມມະນາຄົມ ແລະ ການພະນັນທາງອອນລາຍໃນຖານະທີ່ເປັນພາລະກິດແຫ່ງຊາດ. ເນື່ອງຈາກກິດຈະກຳທີ່ຜິດກົດໝາຍເຫຼົ່ານີ້ທຳລາຍຄວາມໝັ້ນຄົງແຫ່ງຊາດ ແລະ ຄວາມສະຫງົບສຸກຂອງສັງຄົມ, ພວກເຮົາຈະຮ່ວມມືກັບບັນດາປະເທດເພື່ອນບ້ານເພື່ອທຳລາຍເຄືອຂ່າຍອາຊະຍາກຳຂ້າມຊາຍແດນທີ່ກ່ຽວຂ້ອງກັບການສໍ້ໂກງດ້ານໂທລະຄົມມະນາຄົມ, ການພະນັນ ແລະ ການຄ້າຂາຍຢາເສບຕິດ.
ຄໍາເຫັນ