ມຽນມາ ວາງເປົ້າໝາຍສົ່ງອອກເຂົ້າສານ ແລະ ເຂົ້າຫັກ 300.000 ໂຕນຕໍ່ເດືອນ

ມຽນມາ ວາງເປົ້າໝາຍສົ່ງອອກເຂົ້າສານ ແລະ ເຂົ້າຫັກ 300.000 ໂຕນຕໍ່ເດືອນ

ມຽນມາ ວາງເປົ້າໝາຍສົ່ງອອກເຂົ້າສານ ແລະ ເຂົ້າຫັກ 300.000 ໂຕນຕໍ່ເດືອນ
ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ສະຫະພັນ​ເຂົ້າ​ມຽນມາ​ລາຍ​ງານ​ວ່າ, ມຽນມາ​ໄດ້​ວາງ​ເປົ້າ​ໝາຍ​ສົ່ງ​ອອກ​ເຂົ້າສານ ​ແລະ​ ເຂົ້າ​ຫັກ 300.000 ​ໂຕນ​ຕໍ່​ເດືອນ​ ໃນ​ໄລຍະ​ເຄິ່ງປີ​ຫຼັງຂອງງົບປະມານ 2025-2026 (ຕຸລາ 2025 - ມີ​ນາ 2026).

 

ທ່ານ ອູເຍມິນອອງ ປະທານສະຫະພັນເຂົ້າ ກ່າວວ່າ: ມຽນມາໄດ້ສົ່ງອອກເຂົ້າສານປະມານ 200.000 ໂຕນຕໍ່ເດືອນໃນເຄິ່ງປີທຳອິດຂອງປີງົບປະມານ 2025-2026 (ເດືອນເມສາ ຫາ ເດືອນກັນຍາ 2025) ລວມທັງໝົດ 1.2 ລ້ານໂຕນ. ເຄິ່ງປີຫຼັງຂອງງົບປະມານປີນີ້ມີແຜນຈະເພີ່ມການສົ່ງອອກໃຫ້ໄດ້ປະມານ 300.000 ໂຕນຕໍ່ເດືອນ.

ທ່ານ ອູເຍມິນອອງ ເນັ້ນໜັກວ່າ: ສະຫະພັນເຂົ້າມຽນມາ ຍັງສືບຕໍ່ໃຫ້ບຸລິມະສິດການເຕີບໂຕທີ່ຂັບເຄື່ອນດ້ວຍການສົ່ງອອກເພື່ອຮັບປະກັນການພັດທະນາຂະແໜງເຂົ້າຂອງມຽນມາຢ່າງຮອບດ້ານ. ຄວາມພະຍາຍາມນີ້ແມ່ນສອດຄ່ອງກັບການປະຕິບັດແຫ່ງຊາດ ແລະ ນະໂຍບາຍຂອງລັດຖະບານໃນການສົ່ງເສີມການສົ່ງອອກ.

ປັດຈຸບັນ, ຕະຫຼາດສົ່ງອອກຕົ້ນຕໍຂອງມຽນມາລວມມີເອີຣົບ, ຈີນ, ບັນດາປະເທດອາຊຽນ ໂດຍສະເພາະຟີລິບປິນ, ອິນໂດເນເຊຍ ແລະ ອາຟຣິກາ.

ເຄິ່ງປີຫຼັງຂອງງົບປະມານແມ່ນກົງກັນກັບໄລຍະການເກັບກ່ຽວເຂົ້ານາປີ ແລະ ຍັງກົງກັບໄລຍະເກັບກ່ຽວເຂົ້ານາແຊງດ້ວຍ. ໂດຍໃນໄລຍະນີ້, ລະດັບເຂົ້າໃນທ້ອງຕະຫຼາດຈະມີປະລິມານຫຼາຍທີ່ສຸດ, ສົ່ງຜົນໃຫ້ລາຄາເຂົ້າປະເຊີນກັບຄວາມກົດດັນຫຼຸດລົງ, ໃນຂະນະທີ່ລາຄາເຂົ້າໃນຕະຫຼາດທົ່ວໂລກຢູ່ໃນລະດັບຂ້ອນຂ້າງຕໍ່າເຊັ່ນດຽວກັນ.

ສະນັ້ນ, ທ່ານ ອູເຍມິນອອງ ເຊື່ອໝັ້ນວ່າ ມຽນມາ ຈຳເປັນຕ້ອງສົ່ງເສີມການສົ່ງອອກເຂົ້າສານຢ່າງຈິງຈັງໃນໄລຍະທີ່ລາຄາຫຼຸດລົງ ເພື່ອປົກປັກຮັກສາລາຍຮັບຂອງຊາວກະສິກອນ ແລະ ບັນດາພາກສ່ວນກ່ຽວຂ້ອງ.

ຄໍາເຫັນ

ຂ່າວຕ່າງປະເທດ

ຍ້ອນ​ຫຍັງ​ເຂດ​ຊິ່ນ​ຈ່ຽງ ​ຈຶ່ງໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ນັກ​ທ່ອງ​ທ່ຽວ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ

ຍ້ອນ​ຫຍັງ​ເຂດ​ຊິ່ນ​ຈ່ຽງ ​ຈຶ່ງໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ນັກ​ທ່ອງ​ທ່ຽວ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ

ປີນີ້ແມ່ນປີທີ່ເຂດປົກຄອງຕົນເອງວຸຍເກີຊິ່ນຈ່ຽງຈີນ ສ້າງຕັ້ງຂຶ້ນຄົບຮອບ 70 ປີ. ຫວ່າງມໍ່ໆມານີ້, ລັດຖະບານຈີນໄດ້ເຜີຍແຜ່ ປຶ້ມປົກຂ່າວທີ່ມີຫົວຂໍ້ວ່າ “ພຶດຕິກຳທີ່ສຳເລັດຜົນແຫ່ງແຜນຍຸດທະສາດປົກຄອງເຂດຊິ່ນຈ່ຽງຂອງສູນກາງພັກກອມມູນິດຈີນໃນຍຸກໃໝ່”, ໂດຍນຳໃຊ້ຂໍ້ມູນປະຫວັດສາດທີ່ອຸດົມສົມບູນ ແລະ ໂຕເລກລະອຽດໜັກແໜ້ນ, ສະແດງໃຫ້ເຫັນເຖິງຜົນສຳເລັດຄັ້ງປະຫວັດສາດດ້ານການພັດທະນາເສດຖະກິດ-ສັງຄົມຂອງຊິ່ນຈ່ຽງ, ຍ້ອນຫຍັງຈຶ່ງໄດ້ຮັບຜົນສຳເລັດເຫຼົ່ານີ້, ແລະ ຈະຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງຄືແນວໃດໃນອະນາຄົດ.
ທໍ່​ສົ່ງນ້ຳ​ມັນ​ເຊື້ອ​ໄຟ​ ແລະ ​ອາຍ​ແກັ​ສ​ທຳ​ມະ​ຊາດຂອງ​ຈີນ ​ມີ​ຄວາມ​ຍາວ​ຫຼາຍກວ່າ 10.000 ກິ​ໂລ​ແມັດ

ທໍ່​ສົ່ງນ້ຳ​ມັນ​ເຊື້ອ​ໄຟ​ ແລະ ​ອາຍ​ແກັ​ສ​ທຳ​ມະ​ຊາດຂອງ​ຈີນ ​ມີ​ຄວາມ​ຍາວ​ຫຼາຍກວ່າ 10.000 ກິ​ໂລ​ແມັດ

ຂ່າວສານຊີອາໄອລາຍງານຫວ່າງມໍ່ໆມານີ້ວ່າ: ​ໄປ​ຄຽງ​ຄູ່​ກັບກຳ​ປັ່ນປູ​ທໍ່ປິ່ນ​ໄຮ 109 ​ໄດ້​ປູ​ທໍ່​ສົ່ງ​ນ້ຳ​ມັນ​ເຊື້ອ​ໄຟ​ແລະ​ ອາຍ​ແກັ​ສ​ທຳ​​ມະ​ຊາດ​ຕອນ​ສຸດ​ທ້າຍ​ຢູ່​ພາກ​ໃຕ້​ຂອງ​ທະ​ເລ​ໂປ​​ໄຫ, ທໍ່​ສົ່ງນ້ຳ​ມັນ​ເຊື້ອ​ໄຟ​ ແລະ​ ອາຍ​ແກັ​ສ​ທຳ​ມະ​ຊາດຢູ່​ພື້ນ​ທະ​ເລ​ຂອງ​ຈີນ​ມີ​ຄວາມ​ຍາວ​ທັງ​ໝົດຫຼາຍກວ່າ 10.000 ກິ​ໂລ​ແມັດ ແລະ ຈັດ​ຢູ່​ແຖວ​ໜ້າ​ຂອງ​ໂລກ.
ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດນາມ ເຂົ້າ​ຮ່ວມ​ພິ​ທີ​ເປີດ​ນຳ​ໃຊ້​ຂົວຝອງ​ເຈົາ

ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດນາມ ເຂົ້າ​ຮ່ວມ​ພິ​ທີ​ເປີດ​ນຳ​ໃຊ້​ຂົວຝອງ​ເຈົາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຕອນເຊົ້າວັນທີ 28 ກັນຍາ ຜ່ານມາ ຢູ່ແຂວງຝຸເທາະ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເຂົ້າຮ່ວມພິທີເປີດນຳໃຊ້ ຂົວຝອງເຈົາ ໃໝ່ - ທາງຫຼວງ 32C ແຂວງຝຸເທາະ.
ຫຼ້ຽວກົ່ງກົນຈັກໜັກຍອດນິຍົມອັນດັບໜຶ່ງຂອງຈີນ

ຫຼ້ຽວກົ່ງກົນຈັກໜັກຍອດນິຍົມອັນດັບໜຶ່ງຂອງຈີນ

ປະເທດຈະມີຄວາມຈະເລີນຮຸ່ງເຮືອງຕ້ອງອາໃສທຸກຄົນຮ່ວມໃຈກັນພັດທະນາ ແລະ ການພັດທະນາພື້ນຖານໂຄງລ່າງແມ່ນສິ່ງທີ່ຈຳເປັນສຳລັບປະເທດຊາດ ແຕ່ຕ້ອງມີທຶນຮອນຈຳນວນໃດໜຶ່ງເພື່ອຊື້ວັດຖຸອຸປະກອນ ແລະ ຄ່າແຮງງານຕ່າງໆ ເພື່ອພັດທະນາດ້ານນັ້ນເຊັ່ນວ່າການສ້າງຖະໜົນຫົນທາງຕ້ອງມີກົນຈັກໜັກທີ່ມີຄຸນນະພາບ,
UN ສະເຫຼີມສະຫຼອງຄົບຮອບ 80 ທີ່ ສປຈີນ

UN ສະເຫຼີມສະຫຼອງຄົບຮອບ 80 ທີ່ ສປຈີນ

ເປີດງານສະເຫຼີມສະຫຼອງຄົບຮອບ 80 ປີຂອງ ອົງການສະຫະປະຊາຊາດ(UN) ທີ່ປັກກິ່ງ ໄດ້ຈັດຂຶ້ນໃນວັນທີ 23 ກັນຍານີ້ ທີ່ສຳນັກງານ UN ປະຈຳປັກກິ່ງ ຮ່ວມກັບ ໂທລະພາບສາກົນແຫ່ງປະເທດຈີນ (CGTN ) ໂດຍການເຂົ້າຮ່ວມຂອງຄະນະກຳມະການສະຫະປະຊາຊາດມາຈາກຫຼາຍປະເທດ,
ໂລກຮ້ອນອາດເປັນສາເຫດການເສຍຊີວິດຂອງປະມານ 16,500 ຄົນທົ່ວເອີຣົບ

ໂລກຮ້ອນອາດເປັນສາເຫດການເສຍຊີວິດຂອງປະມານ 16,500 ຄົນທົ່ວເອີຣົບ

ຂ່າວຕ່າງປະເທດລາຍງານ ຫວ່າງບໍ່ດົນມານີ້ວ່າ: ນັກວິທະຍາສາດຄາດຄະເນວ່າອຸນຫະພູມທີ່ເພີ່ມຂຶ້ນຍ້ອນການປ່ຽນແປງຂອງດິນຟ້າອາກາດອາດເປັນສາເຫດຂອງການເສຍຊີວິດປະມານ 16,500 ຄົນໃນຕົວເມືອງຕ່າງໆຂອງເອີຣົບໃນລະດູຮ້ອນນີ້, ອີງຕາມຕົວແບບທີ່ຄາດຄະເນຈໍານວນຜູ້ເສຍຊີວິດກ່ອນທີ່ຂໍ້ມູນຢ່າງເປັນທາງການຈະຖືກເປີດເຜີຍ.
ອີຣັກ ປະກາດວິໄສທັດໃໝ່ ຫຼຸດຜ່ອນການເພິ່ງພານໍ້າມັນພາຍໃນ 25 ປີ

ອີຣັກ ປະກາດວິໄສທັດໃໝ່ ຫຼຸດຜ່ອນການເພິ່ງພານໍ້າມັນພາຍໃນ 25 ປີ

ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ກັນຍາ ຜ່ານມາວ່າ: ທ່ານ ມູຮາມມັດ ຊິຍາ ອັລຊູດານີນາຍົກລັດຖະມົນຕີອີຣັກ ໄດ້ປະກາດວິໄສທັດວ່າດ້ວຍການພັດທະນາແຫ່ງຊາດໃນວັນທີ 20 ກັນຍາ ຜ່ານມາ ພ້ອມກັບເນັ້ນໜັກວ່າ: ອີຣັກ "ບໍ່ສາມາດອີງໃສ່ພຽງແຕ່ນໍ້າມັນເຊື້ອໄຟຟອສຊິວພຽງຢ່າງດຽວ ເປັນພື້ນຖານສຳຄັນຂອງເສດຖະກິດໄດ້ອີກຕໍ່ໄປ."
ມາ​ເລ​ເຊ​ຍ ສະ​ເໜີ​ສ້າງ​ສະ​ພາ Halal ອາ​ຊຽນ

ມາ​ເລ​ເຊ​ຍ ສະ​ເໜີ​ສ້າງ​ສະ​ພາ Halal ອາ​ຊຽນ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານ ຫວ່າງມໍ່ໆມານີ້ວ່າ: ໜຶ່ງໃນບັນດາໂຄງການດຳເນີນງານຈຸດສຸມຂອງ ມາເລເຊຍ ໃນກອງປະຊຸມສຸດຍອດ ອາຊຽນ ໃນເດືອນຕຸລາຈະມາເຖິງ ແມ່ນຈະສະເໜີສ້າງຕັ້ງສະພາ Halal ອາຊຽນ, ກົນໄກ ແນໃສ່ຂຸດຄົ້ນກຳລັງບົ່ມຊ້ອນຢ່າງໃຫຍ່ຫຼວງຂອງຂະແໜງອຸດສາຫະກຳ Halal ແລະ ຊຸກຍູ້ການຮ່ວມມືພາກພື້ນໃນຂົງເຂດນີ້.
ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊ​ຽນ​ຄັ້ງ​ທີ 22 ເຊັນ​ສັນ​ຍາ​ການ​ຮ່ວມ​ມື​ຫຼາຍກວ່າ 500 ສະ​ບັບ

ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊ​ຽນ​ຄັ້ງ​ທີ 22 ເຊັນ​ສັນ​ຍາ​ການ​ຮ່ວມ​ມື​ຫຼາຍກວ່າ 500 ສະ​ບັບ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 21 ກັນ​ຍາ​ຜ່ານມາ, ງານ​ວາງ​ສະ​ແດງ​ສິນ​ຄ້​າ​ຈີນ-ອາ​ຊຽນ​ຄັ້ງ​ທີ 22 ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ໜານ​ໜິງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ​ຈີນ​ໄດ້​ປິດ​ລົງ. ໃນ​ໄລ​ຍະ​ຈັດ​ງານ​ວາງ​ສະ​ແດງ​ດັ່ງ​ກ່າວ ໄດ້​ເຊັນ​ສັນ​ຍາ​ການ​ຮ່ວມ​ມື​ຫຼາຍກວ່າ 500 ສະ​ບັບ ແລະ ການ​ຮ່ວມ​ມື​ໂຄງ​ການ​ໃນ​ຂົງ​ເຂດ​ຈະ​ເລີນ​ໃໝ່​ໄດ້​ກາຍ​ເປັນ​ຈຸດ​ເດັ່ນ.
ຍີ່ປຸ່ນຄາດວ່າ ຄວາມຕ້ອງການເຂົ້າຈະບັນລຸ 7.11 ລ້ານໂຕນໃນກາງປີ 2026

ຍີ່ປຸ່ນຄາດວ່າ ຄວາມຕ້ອງການເຂົ້າຈະບັນລຸ 7.11 ລ້ານໂຕນໃນກາງປີ 2026

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ກະ​ຊວງ​ກະ​ສິ​ກຳ, ປ່າ​ໄມ້ ແລະ ການ​ປະ​ມົງ​ຂອງ​ຍີ່​ປຸ່ນ​ຄາດ​ຄະ​ເນ​ວ່າ​ຄວາມ​ຕ້ອງ​ການ​ເຂົ້າ​ພາຍ​ໃນ​ປະ​ເທດຍີ່ປຸ່ນ​ຈະ​ເພີ່ມ​ຂຶ້ນ​ເປັນ 7.11 ລ້ານ​ໂຕນ​ຈົນ​ຮອດ​ເດືອນມິຖຸນາ 2026.
ເພີ່ມເຕີມ