ບໍລິສັດໄດ້ລາຍງານລາຍໄດ້ສຸດທິປະຈຳໄຕມາດພາຍໃຕ້ຫຼັກການບັນຊີທີ່ຍອມຮັບໂດຍທົ່ວໄປ (GAAP) ຈຳນວນ 35.8 ຕື້ໂດລາ, ເພີ່ມຂຶ້ນ 31% ເມື່ອທຽບກັບປີກ່ອນ, ໃນຂະນະທີ່ກຳໄລຕໍ່ຮຸ້ນ (EPS) ເພີ່ມຂຶ້ນ 32% ເປັນ 4.81 ໂດລາ.
ກຳໄລຈາກການດຳເນີນງານຂອງ Microsoft ເພີ່ມຂຶ້ນ 18% ເມື່ອທຽບກັບປີກ່ອນເປັນ 40.6 ຕື້ໂດລາ. ຖ້າບໍ່ລວມເອົາຜົນກະທົບຂອງການລົງທຶນໃນ OpenAI, ກຳໄລສຸດທິໃນໄຕມາດທີສີ່ແມ່ນ 35.3 ຕື້ໂດລາ, ເພີ່ມຂຶ້ນ 22% ເມື່ອທຽບກັບປີກ່ອນ ແລະ ກຳໄລຕໍ່ຫຸ້ນທີ່ປັບແລ້ວແມ່ນ 4.74 ໂດລາ, ເພີ່ມຂຶ້ນ 23%.
ສຳລັບປີງົບປະມານ 2026 , Microsoft ມີລາຍໄດ້ທັງໝົດ 331.8 ຕື້ໂດລາ, ເພີ່ມຂຶ້ນ 18% ຈາກປີງົບປະມານກ່ອນໜ້ານີ້. ກຳໄລຈາກການດຳເນີນງານທີ່ອີງໃສ່ GAAP ເພີ່ມຂຶ້ນ 21% ເປັນ 155.2 ຕື້ໂດລາ ແລະ ກຳໄລສຸດທິທີ່ອີງໃສ່ GAAP ເພີ່ມຂຶ້ນ 31% ເປັນ 133.7 ຕື້ໂດລາ.
ທ່ານ ຊາດຍາ ນາເດລາ ປະທານ ແລະ CEO ຂອງ Microsoft ກ່າວວ່າ: ພວກເຮົາກຳລັງຊຸກຍູ້ຂອບເຂດໃໝ່ຂອງເສັ້ນໂຄ້ງປະສິດທິພາບດ້ານຕົ້ນທຶນຕໍ່ຜົນໄດ້ຮັບ ເພື່ອຮັບປະກັນວ່າລູກຄ້າທຸກຄົນສາມາດປ່ຽນການນຳໃຊ້ Token ໃຫ້ກາຍເປັນຜົນໄດ້ຮັບທາງທຸລະກິດທີ່ເຫັນໄດ້ຢ່າງຊັດເຈນ.
ທ່ານ ນາເດລາ ກ່າວຕື່ມວ່າ ໃນປີນີ້, ລາຍຮັບຈາກການບໍລິການຄລາວ Azure ເກີນ 100 ຕື້ໂດລາເປັນຄັ້ງທຳອິດ, ໃນຂະນະທີ່ Microsoft 365 Copilot ມີໃບອະນຸຍາດທີ່ຊຳເງິນເກີນ 30 ລ້ານໃບ ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມໄວ້ວາງໃຈທີ່ລູກຄ້າມີຕໍ່ພວກເຮົາເພື່ອຊຸກຍູ້ການຫັນປ່ຽນຂອງອົງກອນເຂົ້າສູ່ຍຸກ AI.
ຄໍາເຫັນ