ທີມນັກຄົ້ນຄວ້າທີ່ນຳພາໂດຍ ທ່ານ ຊິນອນໂຊ ໂອເດເບຕູ ຈາກຄະນະສາທາລະນະສຸກຂອງມະຫາວິທະຍາໄລດັ່ງກ່າວໄດ້ວິເຄາະຂໍ້ມູນຈາກຜູ້ເຂົ້າຮ່ວມຫຼາຍກວ່າ 19,000 ຄົນ ໃນໂຄງການ UK Biobank ທີ່ເປັນພະຍາດເບົາຫວານປະເພດ 2, ໂດຍປະເມີນການມີພື້ນທີ່ສີຂຽວອ້ອມຮອບທີ່ຢູ່ອາໄສຂອງເຂົາເຈົ້າ. ລວມທັງສວນຢູ່ເຮືອນ ແລະ ສວນສາທາລະນະພາຍໃນລັດສະໝີ 800 ແມັດ.
ທີມນັກຄົ້ນຄວ້າໄດ້ລະບຸວ່າ: ສວນຢູ່ເຮືອນ ແລະ ສວນສາທາລະນະໃກ້ຄຽງອາດຈະຊ່ວຍຫຼຸດຜ່ອນຄວາມສ່ຽງຂອງພະຍາດເບົາຫວານຜ່ານການເຮັດກິດຈະກຳທາງດ້ານຮ່າງກາຍ, ເພີ່ມການໄດ້ຮັບວິຕາມິນດີ ແລະ ສົ່ງເສີມສຸຂະພາບຈິດທີ່ດີຂຶ້ນ. ນອກຈາກນັ້ນ, ການເຮັດກິດຈະກຳກາງແຈ້ງອາດຊ່ວຍປັບປຸງສຸຂະພາບຂອງລຳໄສ້ ແລະ ເສີມສ້າງລະບົບພູມຕ້ານທານໂດຍຜ່ານການສຳຜັດກັບຈຸລິນຊີທີ່ຫຼາກຫຼາຍ.
ທ່ານ ໂອເດເບຕູ ຜູ້ຂຽນຫຼັກຂອງການສຶກສາກ່າວວ່າ: ສິ່ງທ້າທາຍດ້ານທີ່ຢູ່ອາໄສໃນປັດຈຸບັນໄດ້ນຳໄປສູ່ການພັດທະນາທີ່ຢູ່ອາໄສທີ່ມີຄວາມໜາແໜ້ນສູງຂຶ້ນ ແລະ ການສຶກສານີ້ສະທ້ອນໃຫ້ເຫັນເຖິງຄວາມສຳຄັນຂອງການໃຫ້ສາທາລະນະສຸກເປັນບຸລິມະສິດອັນດັບຕົ້ນໆໃນການຈັດວາງພື້ນທີ່ສີຂຽວ.
ທີມນັກຄົ້ນຄວ້າກ່າວຕື່ມວ່າ: ປັດຈຸບັນມີຜູ້ເປັນພະຍາດເບົາຫວານຫຼາຍກວ່າ 500 ລ້ານຄົນທົ່ວໂລກ ແລະ ໂຕເລກດັ່ງກ່າວຄາດວ່າຈະເພີ່ມຂຶ້ນເປັນ 1.31 ຕື້ຄົນພາຍໃນປີ 2050.
ຄໍາເຫັນ