ມອນຊູນ ວິນ ພາວເວີ ມອບເບ້ຍກາເຟ ໃຫ້ປະຊາຊົນ ເມືອງດາກຈຶງ ແລະ ຊານໄຊ

ມອນຊູນ ວິນ ພາວເວີ ມອບເບ້ຍກາເຟ ໃຫ້ປະຊາຊົນ ເມືອງດາກຈຶງ ແລະ ຊານໄຊ

ມອນຊູນ ວິນ ພາວເວີ ມອບເບ້ຍກາເຟ ໃຫ້ປະຊາຊົນ ເມືອງດາກຈຶງ ແລະ ຊານໄຊ
ພິທີມອບເບ້ຍກາເຟໃຫ້ປະຊາຊົນ ເມືອງດາກຈຶງ ແຂວງເຊກອງ ແລະ ເມືອງຊານໄຊ ແຂວງອັດຕະປື ໄດ້ມີຂຶ້ນໃນວັນທີ 19 ມິຖຸນາຜ່ານມາ ທີ່ເດີ່ນໂຮງຮຽນມັດທະຍົມສົມບູນ ບ້ານຊຽງຫຼວງ ເມືອງດາກຈຶງ ໂດຍເຂົ້າຮ່ວມຂອງ ທ່ານ ສົມພອນ ສາຍສຸວັນ ຮອງເຈົ້າເມືອງດາກຈຶງ ແຂວງເຊກອງ, ມີທ່ານ ຫັດສະໄນ ສີບຸນເຫຼືອງ ວ່າການເຈົ້າເມືອງຊານໄຊ ແຂວງອັດຕະປື, ທ່ານ ເຊົາວະລິດ ຂັນໄຊຍະພູມ ຜູ້ອຳນວຍການເຂດພາກໃຕ້ ຄະນະບໍລິຫານງານໂຄງການມອນຊູນ ວິນ ພາວເວີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ປະຊາຊົນ ເຂົ້າຮ່ວມ.
ມອນຊນ ວນ ພາວເວ ມອບເບຍກາເຟ ໃຫປະຊາຊນ ເມອງດາກຈງ ແລະ ຊານໄຊ - image 1
 

ທ່ານ ເຊົາວະລິດ ຂັນໄຊຍະພູມ ກ່າວວ່າ: ມອນຊູນ ວິນ ພາວເວີ ເປັນໂຄງການພະລັງງານລົມ ຜະລິດກະແສໄຟຟ້າ ພະລັງງານສະອາດ ຕັ້ງຢູ່ລະຫວ່າງ ເມືອງດາກຈຶງ ແຂວງເຊກອງ ແລະ ເມືອງຊານໄຊ ແຂວງອັດຕະປື. ໂຄງການນີ້, ມີເປົ້າໝາຍຢາກໃຫ້ປະຊາຊົນ ມີລາຍຮັບທີ່ໝັ້ນຄົງໃຊ້ເນື້ອທີ່ຈໍາກັດ ໃຊ້ແຮງງານນ້ອຍລົງ ແລະ ຫຼຸດຜ່ອນການຖາງປ່າເຮັດໄຮ່ເລື່ອນລອຍ ມາທຳການຜະລິດແບບຄົງທີ່ ຄຽງຄູ່ກັບການອະນຸລັກຮັກສາສິ່ງແວ້ນລ້ອມ ດ້ວຍການສົ່ງເສີມໃຫ້ປະຊາຊົນປູກກາເຟ ພ້ອມທັງຊ່ວຍຍົກລະດັບທາງດ້ານເຕັກນິກການປູກ, ການແປຮູບ, ການຜະລິດກາເຟ ເພື່ອເພີ່ມມູນຄ່າໃຫ້ສູງຂຶ້ນ ຊຶ່ງກາເຟ ທີ່ຈະມອບໃຫ້ທັງໝົດ 1 ລ້ານເບ້ຍ ມອບໃຫ້ປະຊາຊົນ 9 ບ້ານ. ໃນນີ້, ເມືອງດາກຈຶງ ມີ 6 ບ້ານຄື: ບ້ານດາກຕຽມ, ຊຽງຫຼວງ, ດາກຢາງ, ດາກນົງ, ດາກເຕຼິບ, ແລະດາກຊຽງເອ. ສ່ວນເມືອງຊານໄຊ ແຂວງອັດຕະປື ມີ: ບ້ານດາກແຢນ, ດາກຍົກ ແລະ ດາກສະມໍ. ແຕ່ມອບໃນເທື່ອນີ້, ແມ່ນ 6 ແສນ ເບ້ຍ ແລະ ສ່ວນທີ່ເຫຼືອ ຈະນໍາມາມອບໃນປີຕໍ່ມາ ເພາະໃຫ້ເວລາປະຊາຊົນ ກະກຽມພື້ນທີ່ຈະປູກຢ່າງພຽງພໍ.

ມອນຊນ ວນ ພາວເວ ມອບເບຍກາເຟ ໃຫປະຊາຊນ ເມອງດາກຈງ ແລະ ຊານໄຊ - image 2
 

ທ່ານ ສົມພອນ ສາຍສຸວັນ ກໍໄດ້ມີຄຳເຫັນວ່າ: ໃນນາມຕ່າງໜ້າການນຳພັກ-ລັດ ກໍຄືປະຊາຊົນ ທັງສອງເມືອງ ຂໍສະແດງຄວາມຂອບໃຈ ມາຍັງບໍລິສັດມອນຊູນ ວິນ ພາວເວີ ທີ່ເອົາໃຈໃສ່ໃນການປະກອບສ່ວນ, ການປັບປຸງຊິວິດການເປັນຢູ່ຂອງປະຊາຊົນ ໄລຍະຜ່ານມາ, ທັງດ້ານສາທາລະນະສຸກ ກໍໄດ້ມີການຈັດກິດຈະກຳກວດສຸຂະພາບ ແລະ ປີ່ນປົວພະຍາດ, ໃຫ້ການຊ່ວຍເຫຼືອໃນດ້ານການສຶກສາ ມູນຄ່າ 5.8 ຕື້ກີບ, ດ້ານການຟື້ນຟູຊິວິດການເປັນຢູ່ ກໍໄດ້ສະໜອງແນວພັນພືດຜັກ, ໃນດ້ານພື້ນຖານໂຄງລ່າງ ກໍໄດ້ຊ່ວຍບຸກເບີກເສັ້ນທາງ, ປັບປຸງອາຄານສຳນັກງານອົງການ ລວມມູນຄ່າ 1.2 ຕື້ກີບ, ດ້ານວັດທະນະທຳ-ສັງຄົມ, ການທ່ອງທ່ຽວ ກໍໄດ້ມີການຊ່ວຍເຫຼືອ ລວມມູນຄ່າ 1.2 ຕື້ກີບ ແລະ ຍັງໄດ້ສ້າງຄວາມເຂັ້ມແຂງ ໃຫ້ຊຸມຊົນໃນດ້ານຕ່າງໆນໍາອີກ ແລະ ຫວັງວ່າ: ເບ້ຍກາເຟ ທີ່ທາງໂຄງການ ມອບໃຫ້ໃນຊຸດນີ້, ປະຊາຊົນ ທັງ 9 ບ້ານ ທີ່ໄດ້ຮັບ ຈະພ້ອມກັນນໍາໄປປູກ ແລະ ບົວລະບັດຮັກສາ ໃຫ້ເກີດດອກອອກຜົນ ຈົນສາມາດໄດ້ຮັບຜົນຜະລິດ ແລະ ຂາຍເປັນສິນຄ້າ.

(ຂ່າວ: ອັດສະວິນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ