![]() |
ການຊ່ວຍເຫຼືອດັ່ງກ່າວ ປະກອບມີ: ການກໍ່ສ້າງໂຮງເຢັນ ມູນຄ່າ 120 ລ້ານກີບ, ຫີບເກັບຄວາມເຢັນ 2 ຫີບ ມູນຄ່າ 90.000 ບາດ, ການກໍ່ສ້າງຫໍພຣະບູຊາ ມູນຄ່າ 180 ລ້ານກີບ, ພຸດທະຮູບ 1 ອົງ ມູນຄ່າ 70 ລ້ານກີບ ແລະ ດອກໄພຫ້ອງປາດ 2,300 ໂດລາສະຫະລັດ. ເຊິ່ງໄດ້ຮັບການອຸປະຖຳຈາກ ພະອາຈານ ວັນນະສິນ ໄຊຍະວັດ ຮອງເຈົ້າອາທິການວັດບ້ານຫ້ວຍຫ້ອມ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ທ່ານ ນາງ ຈັນທານີ ສຸກກະເສີມ ແລະ ຄະນະອິມບຸນ. ໂດຍການກ່າວຮັບຂອງ ທ່ານ ຄຳເຜີຍ ແກ້ງວິໄລສັກ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງປາກຊ່ອງ, ມີພະນັກງານແພດ-ໝໍ ຂອງຫ້ອງການດັ່ງກ່າວ ເຂົ້າຮ່ວມ.
![]() |
ການຊ່ວຍເຫຼືອໃນຄັ້ງນີ້, ເພື່ອສົ່ງເສີມໃຫ້ວຽກງານສາທາລະນະສຸກ ເມືອງປາກຊ່ອງ ມີປະສິດທິພາບສູງຂຶ້ນ ເຮັດໃຫ້ການບໍລິການດ້ານການປິ່ນປົວພະຍາດແກ່ປະຊາຊົນມີຄຸນນະພາບດີກວ່າເກົ່າ ພ້ອມທັງການກໍ່ສ້າງຫໍພະບູຊາ ເພື່ອເປັນທີ່ເພິ່ງທາງຈິດໃຈ ແລະ ເປັນສະຖານທີ່ກາບໄຫວ້ຂໍພອນສິ່ງສັກສິດ ໃຫ້ໄດ້ມາປົກປັກຮັກສາຜູ້ມາປິ່ນປົວ. ໃນພີທີຍັງໄດ້ມີການລາຍງານກ່ຽວກັບການກໍ່ສ້າງ ແລະ ມີການໃສ່ບາດຍາດນ້ຳ ເພື່ອເປັນສີລິມຸງຄຸນໃຫ້ແກ່ພິທີດັ່ງກ່າວຕື່ມອີກ.
![]() |
(ຂ່າວ: ທ. ສອນໄຊ ຈັນທະ)



ຄໍາເຫັນ