ພິທີ ມອບ-ຮັບ ໂຄງການກໍ່ສ້າງຫ້ອງການ ກອງບັນຊາການທະຫານ

ມອບ-ຮັບ ໂຄງການກໍ່ສ້າງຫ້ອງການ ກອງບັນຊາການທະຫານເມືອງທ່າແຂກ

ມອບ-ຮັບ ໂຄງການກໍ່ສ້າງຫ້ອງການ ກອງບັນຊາການທະຫານເມືອງທ່າແຂກ
ພິທີ ມອບ-ຮັບ ໂຄງການກໍ່ສ້າງຫ້ອງການ ກອງບັນຊາການທະຫານ ເມືອງທ່າແຂກ ແຂວງຄຳມ່ວນ ລະຫວ່າງ ບໍລິສັດ ວົງວາລີນ ກໍ່ສ້າງເຄຫາສະຖານ

ຈຳກັດ ໃນນາມຜູ້ຮັບເໝົາກໍ່ສ້າງ ແລະ ກອງບັນຊາການທະຫານເມືອງທ່າແຂກ ໃນນາມເຈົ້າຂອງໂຄງການ ໄດ້ຈັດຂຶ້ນໃນວັນທີ 1 ຕຸລານີ້ ໂດຍມີທ່ານ ສີຫງວນ ອິນທະລາດ ຮອງເຈົ້າເມືອງທ່າແຂກ, ທ່ານ ພັທ ສຸລິຍົງ ພວງພັກດີ ຫົວໜ້າກອງບັນຊາການທະຫານເມືອງທ່າແຂກ, ທ່ານ ນາງ ສີພັນດອນ ຫຼວງຄໍາທີ ຜູ້ອຳນວຍການບໍລິສັດ ວົງວາລີນ ກໍ່ສ້າງເຄຫາສະຖານ ຈຳກັດ, ມີພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໂຄງການກໍ່ສ້າງຫ້ອງການ ກອງບັນຊາການທະຫານເມືອງທ່າແຂກ ເປັນໂຄງການສືບຕໍ່ດຳເນີນການກໍ່ສ້າງບັນດາໜ້າວຽກທີ່ຍັງຄົງຄ້າງ ຈາກບໍລິສັດຜູ້ຮັບເໝົາກ່ອນໜ້ານີ້ ຊຶ່ງເປັນອາຄານ 2 ຊັ້ນ, ມີຂະໜາດ 32x18 ແມັດ, ເປັນອາຄານຖາວອນ, ປະກອບມີຫ້ອງເຮັດວຽກ, ຫ້ອງປະຊຸມ, ຫ້ອງນໍ້າ, ຕິດຕັ້ງລະບົບໄຟຟ້າ, ນໍ້າປະປາ ແລະ ອື່ນໆ. ໂດຍໄດ້ເລີ່ມລົງມືກໍ່ສ້າງໃນເດືອນ ຕຸລາ 2023 ແລະ ສໍາເລັດໃນເດືອນ ກັນຍາ 2024 ລວມມູນຄ່າທັງໝົດ 1,707,974,800 ກີບ, ການກໍ່ສ້າງແມ່ນໄດ້ປະຕິບັດຕາມແຜນຜັງ ແລະ ບົດແນະນຳເຕັກນິກທຸກຂັ້ນຕອນ ໂດຍມີວິຊາການຝ່າຍບໍລິສັດ ສົມທົບກັບ ເຈົ້າຂອງໂຄງການ ແລະ ຂະແໜງການກ່ຽວຂ້ອງ ລົງມາຕິດຕາມກວດກາການກໍ່ສ້າງຢ່າງເປັນປົກກະຕິ.

(ຂ່າວ-ພາບ: ກອງຄໍາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຊກອງ ປະມູນເລກປ້າຍທະບຽນຍານພາຫະນະທາງບົກ ຄັ້ງທີ 1

ເຊກອງ ປະມູນເລກປ້າຍທະບຽນຍານພາຫະນະທາງບົກ ຄັ້ງທີ 1

ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງເຊກອງ ໄດ້ຈັດປະມູນເລກປ້າຍທະບຽນຍານພາຫະ ນະທາງບົກ ປະເພດລົດເບົາເອກະຊົນລາວ, ເອກະຊົນຕ່າງດ້າວ ແລະ ທຸລະກິດ 100% ຂຶ້ນໃນວັນທີ 25 ພະ ຈິກນີ້, ໂດຍການເປັນປະທານຂອງທ່ານ ແກ້ວປະເສີດ ແກ້ວມະນີວົງ ຫົວໜ້າພະແນກ ຍທຂ ແຂວງ ພ້ອມດ້ວຍຄະນະກໍາມະການຈັດຕັ້ງການປະມູນ ເຂົ້າຮ່ວມ.
ໂຄງ​ການແຜນງານ338ມອບຄອມພີວເຕີໂນດບຸກໃຫ້ບ້ານເປົ້າໝາຍຢູ່ເມືອງໝື່ນ

ໂຄງ​ການແຜນງານ338ມອບຄອມພີວເຕີໂນດບຸກໃຫ້ບ້ານເປົ້າໝາຍຢູ່ເມືອງໝື່ນ

ໂຄງການແຜນງານພັດ​ທະ​ນາ​ທ້ອງ​ຖິ່ນລາວ388 ໄດ້ນຳເອົາຄອມພີວເຕີໂນດບຸກຈຳນວນ 24ເຄື່ອງ, ປ​ຣິ້ນ​ເຕີ 22 ເຄື່ອງແລະກະ​ເປົາແລະອຸ​ປະ​ກອນ​ຕ່າງໆ ລວມ​ມູນ​ຄ່າ 800 ລ້ານ​ກີບ, ໂດຍມອບໃຫ້ 10 ບ້ານເປົ້າໝາຍທີ່ຢູ່ໃນໂຄງການແຜນງານ 338 ຄື: ບ້ານນໍ້າແພດ, ບ້ານໂພນແສນ, ບ້ານ ນໍ້າເລົ້າ, ບ້ານນາຕາດ, ບ້ານນ້ຳເພີນ, ບ້ານນາຍາວ, ບ້ານນາບົວ, ບ້ານໂນນຕ້ອງ, ບ້ານດອນຮຽງ ແລະ ບ້ານປາກຊາວ,
ອັດຕະປື ຕັ້ງເປົ້າຮອດ 2030 ຈະສ້າງຄອບຄົວພົ້ນທຸກໃຫ້ໄດ້ຫຼາຍກວ່າ 405 ຄອບຄົວ

ອັດຕະປື ຕັ້ງເປົ້າຮອດ 2030 ຈະສ້າງຄອບຄົວພົ້ນທຸກໃຫ້ໄດ້ຫຼາຍກວ່າ 405 ຄອບຄົວ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ແຂວງອັດຕະປື ຊຸດທີ V, ໃນ​ວັນ​ທີ 25 ພະ​ຈິກ​ຜ່ານ​ມາ, ທ່ານ ສີໄລ ສີສະແຫວງສຸກ ຮອງປະທານຄະນະກໍາມະການປົກຄອງແຂວງ ໄດ້ລາຍງານແຜນຈັດ​ຕັ້ງ​ປະ​ຕິ​ບັດວາ​ລະ​ແຫ່ງ​ຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄລຍະປີ 2027-2030 ຂອງແຂວງອັດຕະປືໃຫ້​ຮູ້ວ່າ: ເພື່ອຜັນຂະຫຍາຍມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງວາລະແຫ່ງຊາດ ກ່ຽວກັບການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ບັນລຸຕາມຄາດໝາຍ ແລະ ເກີດຜົນເປັນຈິງ, ຄະນະຮັບຜິດຊອບຊີ້ນຳການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ແຂວງອັດຕະປື ໄດ້ຄົ້ນຄວ້າສ້າງແຜນປະຕິບັດງານ ໂດຍກຳນົດທິດທາງ, ຈຸດປະສົງ, ແຜນງານ, ໂຄງການ, ກິດຈະກຳ ແລະ ມາດຕະການຕ່າງໆ ເພື່ອເປັນບ່ອນອີງສຳຄັນໃນການຂັບເຄື່ອນວຽກງານດັ່ງກ່າວໃຫ້ມີປະສິດທິຜົນ.
ກຽມຄວາມພ້ອມເປີດການແຂ່ງຂັນກິລາເປຕັງ ອ້ອມຂ້າງກົມໃຫຍ່ການເມືອງ ປກສ

ກຽມຄວາມພ້ອມເປີດການແຂ່ງຂັນກິລາເປຕັງ ອ້ອມຂ້າງກົມໃຫຍ່ການເມືອງ ປກສ

ວັນທີ 26 ພະຈິກນີ້ ທີ່ກົມໂຄສະນາອົມຮົມ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ (ປກສ) ຄະນະຮັບຜິດຊອບຈັດການແຂ່ງຂັນກິລາເປຕັງ ຈັດກອງປະຊຸມເຕັກນິກ ເພື່ອກະກຽມຄວາມພ້ອມເປີດການແຂ່ງຂັນກິລາເປຕັງ ອ້ອມຂ້າງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ, ເປັນປະທານໂດຍທ່ານ ພັທ ພອນທິບ ພັນທະວົງ ຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງ ປກສ, ມີຄະນະຮັບຜິດຊອບຈັດການແຂ່ງຂັນ ພ້ອມດ້ວຍກຳມະການ ແລະ ຕາງໜ້າຈາກກົມກອງອ້ອມຂ້າງກົມໃຫຍ່ ເຂົ້າຮ່ວມ.
ເພີ່ມທະວີຄວາມເປັນແບບຢ່າງ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງໃຫ້ສູງຂຶ້ນໃນໄລຍະໃໝ່

ເພີ່ມທະວີຄວາມເປັນແບບຢ່າງ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງໃຫ້ສູງຂຶ້ນໃນໄລຍະໃໝ່

ໃນໄລຍະໃໝ່ແຫ່ງການພັດທະນາປະເທດຊາດ ທີ່ເຕັມໄປດ້ວຍກາລະໂອກາດ ແລະ ສິ່ງທ້າທາຍນາໆປະການ, ໂດຍສະເພາະ ໃນໄລຍະແຫ່ງການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X (2026-2030) ເພື່ອບັນລຸເປົ້າໝາຍນຳພາປະເທດຊາດ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຢ່າງມີຄຸນນະພາບ ແລະ ຍືນຍົງນັ້ນ, ການນຳເອົາແນວທາງນະໂຍບາຍຂອງພັກ ແລະ ລັດໃຫ້ປະກົດຜົນເປັນຈິງ ບໍ່ພຽງແຕ່ອາໄສກົນໄກ ແລະ ນິຕິກຳເທົ່ານັ້ນ, ແຕ່ປັດໄຈຕັດສິນຊີ້ຂາດແມ່ນຄຸນນະພາບຂອງຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ ໂດຍສະເພາະແມ່ນ “ຄວາມເປັນແບບຢ່າງນຳໜ້າ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ” ທີ່ຕ້ອງໄດ້ຮັບການເສີມຂະຫຍາຍໃຫ້ສູງຂຶ້ນກວ່າເກົ່າ.
8 ຫົວໜ່ວຍອົງການປົກຄອງຂັ້ນແຂວງ ບັນລຸການສ້າງແຂວງເປັນຫົວໜ່ວຍຍຸດທະສາດ

8 ຫົວໜ່ວຍອົງການປົກຄອງຂັ້ນແຂວງ ບັນລຸການສ້າງແຂວງເປັນຫົວໜ່ວຍຍຸດທະສາດ

ໃນວັນທີ 25 ພະຈິກຜ່ານມາ ທີ່ສຳນັກງານນາຍົກລັດຖະມົນຕີ (ສນຍ) ໄດ້ຈັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດວຽກງານ 3 ສ້າງ (ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ) ໄລຍະ 5 ປີ (2021-2025), ພາຍໃຕ້ການເປັນປະທານຂອງ ທ່ານ ຄຳພັນ ພົມມະທັດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ, ມີຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ຫົວໜ້າກົມ-ຮອງຫົວໜ້າກົມ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມແບບເຊິ່ງໜ້າ, ປະທານ-ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ.
ເຊກອງ ສະຫຼອງວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ

ເຊກອງ ສະຫຼອງວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ

ແຂວງເຊກອງ ຈັດພິທີສະເຫຼີມສະຫຼອງສົນທິສັນຍາວ່າດ້ວຍເດັກ (ວັນເດັກໂລກ) 20 ພະຈິກ ແລະ ວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ 25 ພະຈິກ ຂຶ້ນໃນວັນທີ 25 ພະຈິກຜ່ານມາ, ທີ່ເມືອງດາກຈຶງ ໂດຍມີທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານ ຄະນະກໍາມະການປົກຄອງແຂວງ, ປະ ທານຄະນະກໍາມະການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງຂັ້ນແຂວງ, ທ່ານ ເພັງນາ ຈັນທະພອນ ເລຂາຄະນະບໍລິຫານງານພັກເມືອງດາກຈຶງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກະຊວງການເງິນ ກວດພົບແຮ່ກົ່ວກຽມສົ່ງອອກໄປ​ຈີນສູງກວ່າແຈ້ງພາສີ 10.04%

ກະຊວງການເງິນ ກວດພົບແຮ່ກົ່ວກຽມສົ່ງອອກໄປ​ຈີນສູງກວ່າແຈ້ງພາສີ 10.04%

ເຈົ້າຫນ້າທີ່ເລັ່ງສອບສວນ ເຖິງຄວາມບໍ່ຖຶກຕ້ອງທາງດ້ານເອກະສານຈາກບໍລິສັດບໍ່ແຮ່ແຫ່ງໜຶ່ງ ທີ່ຢື່ນແຈ້ງເສຍພາສີຕໍ່ເຈົ້າຫນ້າທີ່ປະຈໍາດ່ານສາກົນທ່າບົກ-ທ່ານາແລ້ງ, ສະຖານີວຽງຈັນໃຕ້, ນະຄອນຫຼວຽງຈັນ ເພື່ອສົ່ງອອກແຮ່ກົ່ວໄປຍັງຕ່າງປະເທດ.
ສະພາປະຊາຊົນແຂວງວຽງຈັນ ພິຈາລະນາ ຫຼາຍບັນຫາສຳຄັນຂອງແຂວງ

ສະພາປະຊາຊົນແຂວງວຽງຈັນ ພິຈາລະນາ ຫຼາຍບັນຫາສຳຄັນຂອງແຂວງ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງວຽງຈັນ ຊຸດທີ V ໄດ້​ເປີດ​ຂຶ້ນ​ໃນ​ວັນ​ທີ 25 ພະ​ຈິກ​ນີ້ ທີ່ ແຂວງວຽງ​ຈັນ, ໂດຍການ​ເປັນ​ປະ​ທານ​ຂອງ ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງວຽງຈັນ, ມີທ່ານ ພູວົງ ບຸນຊູປະທານຄະນະກຳມະການປົກຄອງແຂວງ, ມີສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 10, ສະມາຊິກສະພາປະຊາຊົນແຂວງວຽງ​ຈັນແລະພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄຳມ່ວນ ສະຫຼຸບ ວຽກງານກໍ່ສ້າງຮາກຖານການເມືອງ

ຄຳມ່ວນ ສະຫຼຸບ ວຽກງານກໍ່ສ້າງຮາກຖານການເມືອງ

ແຂວງຄຳມ່ວນ ຈັດກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ໄລຍະ 2021-2025, ພ້ອມວາງທິດທາງແຜນການ 5 ປີ 2026-2030, ໃນວັນທີ 25 ພະຈິກນີ້ ທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງ, ມີປະທານ-ຮອງປະທານຄະນະກໍາມະການປົກຄອງແຂວງ, ການນຳແຂວງ, ພະແນກການແລະພາກ​ສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ