ມອບ-ຮັບ ໂຄງການປັບປຸງເສັ້ນທາງໃນຕົວເມືອງວັງວຽງ

ມອບ-ຮັບ ໂຄງການປັບປຸງເສັ້ນທາງໃນຕົວເມືອງວັງວຽງ

ມອບ-ຮັບ ໂຄງການປັບປຸງເສັ້ນທາງໃນຕົວເມືອງວັງວຽງ
ພິທີມອບ-ຮັບ ໂຄງການປັບປຸງເສັ້ນທາງເທສະບານຄືນໃໝ່ ພາຍໃນຕົວເມືອງວັງວຽງ ແຂວງວຽງຈັນ ຈັດຂຶ້ນໃນວັນທີ 30 ສິງຫາຜ່ານມາ, ໂດຍມີທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ), ມີຄະນະປະຈຳພັກແຂວງ ປະທານຄະນະກຳມະການປົກຄອງແຂວງວຽງຈັນ, ເລຂາພັກເມືອງວັງວຽງ, ຜູ້ຕາງໜ້າຈາກທະນາຄານພັດທະນາອາຊີ, ບັນດາຫົວໜ້າກົມ, ຮອງກົມ, ບໍລິສັດຜູ້ຮັບເໝົາກໍ່ສ້າງ ແລະ ຜູ້ຕາງໜ້າຈາກກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມ.
ມອບ-ຮບ ໂຄງການປບປງເສນທາງໃນຕວເມອງວງວຽງ - image 1
 

 

ທ່ານ ນາງ ພອນມະລີ ອິນທະພົມ ຫົວໜ້າກົມພັດທະນາການທ່ອງທ່ຽວ ຕາງໜ້າຄະນະຮັບຜິດຊອບໂຄງການພັດທະນາໂຄງລ່າງພື້ນຖານ ເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງໄລຍະ 2 ກ່າວວ່າ: ໂຄງການນີ້ແມ່ນໜຶ່ງໃນຈໍານວນ 4 ໂຄງການຍ່ອຍ ທີ່ຈັດຕັ້ງປະຕິບັດຢູ່ແຂວງວຽງຈັນ ແລະ ແມ່ນໜຶ່ງໃນຈໍານວນ 5 ໂຄງການຍ່ອຍທີ່ໄດ້ສໍາເລັດການກໍ່ສ້າງ ພາຍໃຕ້ການສະໜັບສະໜູນຈາກໂຄງການພັດທະນາພື້ນຖານໂຄງລ່າງ ເພື່ອສົ່ງເສີມການທ່ອງທ່ຽວ ອະນຸພາກພື້ນແມ່ນໍ້າຂອງໄລຍະ 2 ໂດຍໄດ້ຮັບການຊ່ວຍເຫຼືອຈາກທະນາຄານພັດ ທະນາອາຊີ (ADB) ຊຶ່ງໄດ້ເຊັນສັນຍາໃນວັນທີ 17 ຕຸລາ 2024 ລະຫວ່າງກະຊວງ ວທ (ເຈົ້າຂອງໂຄງການ) ແລະ ລັດວິສາຫະກິດກໍ່ສ້າງທາງເລກ 8 ແລະ ບໍລິສັດ ແອວບີດີ ກໍ່ສ້າງເຄຫາສະຖານ ແລະ ຂົວທາງ ຈອຍເວັນເຈີ (ຜູ້ຮັບເໝົາກໍ່ສ້າງ) ໃນມູນຄ່າສັນຍາ 2,761,132,85 ໂດລາ ແລະ ໄດ້ສໍາເລັດ 100% ໃນວັນທີ 30 ກໍລະ ກົດ 2026 ທີ່ຜ່ານມາ.

ມອບ-ຮບ ໂຄງການປບປງເສນທາງໃນຕວເມອງວງວຽງ - image 2
 

ເສັ້ນທາງທີ່ໄດ້ປັບປຸງໃນຄັ້ງນີ້ມີທັງໝົດ 13 ເສັ້ນ, ຍາວທັງໝົດ 5,445 ແມັດ. ໃນນັ້ນ, ໄດ້ປັບປຸງໜ້າທາງຄືນໃໝ່ ເພື່ອຍົກລະດັບຄຸນນະພາບຂອງທາງ ໂດຍການປູຢາງອັດສະຟານ, ພ້ອມທັງປັບປຸງລະບົບລະ ບາຍນໍ້າໜ້າທາງ ແລະ ແຄມທາງ ເພື່ອແກ້ໄຂບັນຫານໍ້າຂັງຕາມເສັ້ນທາງ ແລະ ເພີ່ມປະສິດທິພາບການລະ ບາຍນໍ້າ ໂດຍໄດ້ກໍ່ສ້າງຮ່ອງລະບາຍນໍ້າໃໝ່ຢູ່ 6 ເສັ້ນທາງ, ຍາວ 2,863,92 ແມັດ, ປັບປຸງລະບົບຮ່ອງລະ ບາຍນໍ້າເກົ່າຢູ່ 8 ເສັ້ນທາງ, ຍາວ 7,966 ແມັດ, ພ້ອມທັງປັບປຸງທາງຍ່າງ ແລະ ຕິດຕັ້ງຫຼັກເສົາກັ້ນທາງຢ່າງ ທັງໝົດ 8 ເສັ້ນທາງ, ປັບປຸງສະພາບແວດລ້ອມ ແລະ ໄຟຟ້າເຍືອງທາງ ເພື່ອຍົກລະດັບຄວາມເປັນລະບຽບ, ສວຍງາມ, ສີຂຽວ, ສະອາດ ແລະ ປອດໄພ ໂດຍໄດ້ປູກຕົ້ນໄມ້ຕາມເສັ້ນທາງ, ຕິດຕັ້ງໄຟເຍືອງທາງ. ນອກຈາກນີ້, ຍັງໄດ້ຕິດຕັ້ງເຄື່ອງໝາຍຈະລາຈອນ ເພື່ອຈັດລະບຽບການຈະລາຈອນ ແລະ ຫຼຸດຜ່ອນອຸບັດເຫດ ໂດຍມີການແຕ້ມເຄື່ອງໝາຍຈາລາຈອນຕາມໜ້າທາງ ແລະ ຕິດຕັ້ງປ້າຍສັນຍານຈະລາຈອນຕ່າງໆ.

ມອບ-ຮບ ໂຄງການປບປງເສນທາງໃນຕວເມອງວງວຽງ - image 3
 

ໂອກາດນີ້, ທ່ານ ແສງເພັດ ອະນັນທະວົງ ຮອງຜູ້ອໍານວຍການລັດວິສາຫະກິດກໍ່ສ້າງທາງເລກ 8 ແລະ ບໍລິສັດ ແອວບີດີ ກໍ່ສ້າງເຄຫາສະຖານ ແລະ ຂົວທາງ ຈອຍເວັນເຈີ ໄດ້ກ່າວມອບໂຄງການດັ່ງກ່າວ. ຈາກນັ້ນ ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ມີຄໍາເຫັນກ່າວຮັບ ໂດຍໄດ້ຕີລາຄາສູງ ແລະ ຊົມເຊີຍຕໍ່ຜົນສໍາເລັດຂອງ ໂຄງການປັບປຸງເສັ້ນທາງພາຍໃນເທສະບານເມືອງວັງວຽງ ຊຶ່ງໂຄງການນີ້ມີຄວາມສໍາຄັນຕໍ່ການຍົກລະດັບໂຄງລ່າງຄົມມະນາຄົມ ແລະ ສິ່ງອໍານວຍຄວາມສະດວກດ້ານການທ່ອງທ່ຽວຂອງເມືອງວັງວຽງ, ເຮັດໃຫ້ການເດີນທາງມີຄວາມສະດວກ ປອດໄພ, ເພີ່ມຄວາມສາມາດໃນການດຶງດູດນັກທ່ອງທ່ຽວ ແລະ ການລົງທຶນ, ສ້າງລາຍຮັບ ແລະ ວຽກເຮັດງານທໍາ ພ້ອມຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ຕາມທິດທາງການພັດທະນາສີຂຽວ ແລະ ຍືນຍົງ. ພ້ອມນີ້, ທ່ານຍັງຮຽກຮ້ອງໃຫ້ອົງການປົກຄອງເມືອງວັງວຽງ, ພະແນກການ, ພາກທຸລະກິດ ແລະ ປະ ຊາຊົນພາຍໃນເມືອງ ຮ່ວມກັນບົວລະບັດຮັກສາເສັ້ນທາງໃຫ້ສະອາດ, ສວຍງາມ ແລະ ມີລະບຽບ, ຮ່ວມກັນສ້າງຕົວເມືອງວັງວຽງ ໃຫ້ເປັນເມືອງທ່ອງທ່ຽວສີຂຽວ, ສະອາດ, ສວຍງາມ, ປອດໄພໜ້າທ່ຽວຊົມ, ພ້ອມທັງເປັນເຈົ້າ ພາບທີ່ດີ ເພື່ອສ້າງຄວາມປະທັບໃຈໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.

ພ້ອມນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ກໍໄດ້ສົ່ງມອບໂຄງການດັ່ງກ່າວໃຫ້ອົງການປົກຄອງແຂວງວຽງຈັນ ກໍຄື ເມືອງວັງວຽງ, ທັງໄດ້ຝາກຄວາມຫວັງໃຫ້ທຸກພາກສ່ວນຮ່ວມກັນນໍາໃຊ້ ແລະ ຮັກສາເສັ້ນທາງດັ່ງກ່າວໃຫ້ຍືນຍົງ ແລະ ສືບຕໍ່ພັດທະນາເມືອງວັງວຽງ ໃຫ້ເປັນເມືອງທ່ອງທ່ຽວຕາມແຜນແມ່ບົດພັດທະນາເມືອງວັງວຽງ 2026-2036 (ສີຂຽວ, ສະອາດ, ສວຍງາມ, ປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍ) ເພື່ອສ້າງຄວາມປະທັບໃຈ ແລະ ດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວຊົມເມືອງວັງວຽງ ກໍຄື ສປປ ລາວ ໃຫ້ນັບມື້ນັບຫຼາຍຂຶ້ນ. ຂ່າວ-ພາບ: ທະນູທອງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ

ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ

ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ປະຈຳປີ 2026 ໄດ້ຈັດຂຶ້ນໃນວັນທີ 21 ຕຸລານີ້, ທີ່ວິທະຍາໄລເຕັກນິກລາວ-ເຢຍລະມັນ ວິທະຍາເຂດ 2 ບ້ານຊຽງດາ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມມີ ທ່ານ ສາຍສະໝອນ ງາມສີ ວ່າການແທນຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ສຸລິຍາ ປ່າໄຊ ຜູ້ອໍານວຍການ ວິທະຍາໄລເຕັກນິກລາວ-ເຢຍລະມັນ ແລະ ທ່ານ ທະນະວັດ ສິຣິພອນພັນ ຜູ້ຈັດການບໍລິສັດ ຄູໂບຕ້າລາວ, ມີຄະນະອໍານວຍການຈາກວິທະຍາໄລເຕັກນິກວິຊາຊີບແຂວງບໍລິຄໍາໄຊແຂວງວຽງຈັນ, ແຂວງຄໍາມ່ວນ ແລະ ວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ, ຫົວໜ້າ-ຮອງຫົວໜ້າພະແນກ, ຜູ້ຈັດການ, ຕາງໜ້າຕົວແທນຈໍາໜ່າຍ, ຄະນະກໍາມະການ, ນັກແຂ່ງຂັນ, ພະນັກງານ ແລະ ນັກສຶກສາເຂົ້າຮ່ວມ.
ແຂວງວຽງຈັນ ເປີດກອງປະຊຸມສະຫຼຸບຕີລາຄາວຽກງານກວດກາ 5 ປີ

ແຂວງວຽງຈັນ ເປີດກອງປະຊຸມສະຫຼຸບຕີລາຄາວຽກງານກວດກາ 5 ປີ

ໃນວັນທີ 22 ຕຸລານີ້, ແຂວງວຽງຈັນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030) ທີ່ສະໂມສອນແຂວງໂດຍການເປັນປະທານຂອງ ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີສະຫາຍ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ບັນດາສະຫາຍຄະນະປະຈຳພັກ, ກຳມະການພັກ, ປະທານ - ຮອງປະທານຄະນະກວດກາພັກແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຈໍານວນ 175 ສະຫາຍ ຍິງ 33 ສະຫາຍ.
ກຸ່ມບໍລິສັດລາວໂທລະຄົມ ຮ່ວມວາງສະແດງເຕັກໂນໂລຊີ ແລະ ການບໍລິການດີຈີຕອນ

ກຸ່ມບໍລິສັດລາວໂທລະຄົມ ຮ່ວມວາງສະແດງເຕັກໂນໂລຊີ ແລະ ການບໍລິການດີຈີຕອນ

ກຸ່ມບໍລິສັດລາວໂທລະຄົມ ໄດ້ເຂົ້າຮ່ວມວາງສະແດງເຕັກໂນໂລຊີ ແລະ ການບໍລິການດີຈີຕອນ ໃນງານສັບປະດາດີຈີຕອນລາວ ປະຈຳປີ 2026 (Lao Digital Week 2026) ງານ Lao Digital Week 2026 ເປັນເວທີສຳຄັນໃນການສະແດງຄວາມກ້າວໜ້າດ້ານເຕັກໂນໂລຊີ ແລະ ການສື່ສານ, ພ້ອມທັງເປີດໂອກາດໃຫ້ພາກສ່ວນຕ່າງໆ ໄດ້ສຶກສາ ແລະ ສຳຜັດກັບການນຳໃຊ້ເຕັກໂນໂລຊີດີຈີຕອນ. ເນື້ອໃນຂອງງານສະທ້ອນເຖິງຄວາມສຳຄັນຂອງການພັດທະນາລັດຖະບານດີຈີຕອນ, ການສ້າງບຸກຄະລາກອນທີ່ມີທັກສະດີຈີຕອນ ແລະ ການສົ່ງເສີມນະວັດຕະກຳ ເພື່ອຮອງຮັບການກ້າວເຂົ້າສູ່ຍຸກປັນຍາປະດິດ.
ປະກາດແຕ່ງຕັ້ງຮອງຫົວໜ້າພະແນກສາທາລະນະສຸກ ແຂວງສາລະວັນ

ປະກາດແຕ່ງຕັ້ງຮອງຫົວໜ້າພະແນກສາທາລະນະສຸກ ແຂວງສາລະວັນ

ພິທີປະກາດແຕ່ງຕັ້ງຮອງຫົວໜ້າພະແນກສາທາລະນະສຸກແຂວງສາລະວັນ ພ້ອມທັງມອບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 21 ຕຸລາຜ່ານມາ, ທີ່ພະແນກສາທາລະນະສຸກແຂວງ ໂດຍການເປັນປະທານຂອງທ່ານ ນາງ ບຸນໂຮມ ໂງ່ນກະເສີມສຸກ ຫົວໜ້າພະແນກສາທາລະນະສຸກແຂວງ ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ ວຽກພັກ-ພະນັກງານ, ມີຄະນະພະແນກ, ອະດີດຄະນະນໍາ, ພະນັກງານຫຼັກແຫຼ່ງ, ແຂກຖືກເຊີນ ແລະ ພະນັກ ງານກ່ຽວຂ້ອງເຂົ້າຮ່ວມ.
ເມືອງຈອມເພັດ ເປີດແຂ່ງຂັນຊ່ວງເຮືອ ປະຈຳປີ 2026

ເມືອງຈອມເພັດ ເປີດແຂ່ງຂັນຊ່ວງເຮືອ ປະຈຳປີ 2026

ໃນວັນທີ 22 ຕຸລານີ້, ທີ່ໜ້າຝາຍ ບ້ານໂພລາດ ເມືອງຈອມເພັດ ແຂວງຫຼວງພະບາງ ໄດ້ຈັດພິທີເປີດງານບຸນຊ່ວງເຮືອ ເນື່ອງໃນໂອກາດບຸນອອກພັນສາ-ປະວໍລະນາ ປະຈຳປີ 2026 ໂດຍມີທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງ ທັງເປັນຜູ້ຊີ້ນຳຮອບດ້ານເມືອງຈອມເພັດ, ມີທ່ານ ສອນເພັດ ພົງສຸທິ ປະທານຄະນະກຳມະການປົກຄອງເມືອງຈອມເພັດ ພ້ອມດ້ວຍການນຳແຂວງ, ການນຳເມືອງ ແຂກຖືກເຊີນ ແລະ ມວນຊົນຈາກເມືອງຈອມເພັດ ແລະ ເມືອງອ້ອມຂ້າງເຂົ້າຮ່ວມຢ່າງຄຶກຄື້ນ.
ລາຍງານຄວາມຄືບໜ້າ ການກະກຽມຄວາມພ້ອມຈັດກອງປະຊຸມໂຕະມົນສາສະໜາໜານໄຫ່ ຄັ້ງທີ XI

ລາຍງານຄວາມຄືບໜ້າ ການກະກຽມຄວາມພ້ອມຈັດກອງປະຊຸມໂຕະມົນສາສະໜາໜານໄຫ່ ຄັ້ງທີ XI

ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມລາຍງານຄວາມຄືບໜ້າ ການກະກຽມຄວາມພ້ອມຈັດກອງປະຊຸມໂຕະມົນສາສະໜາໜານໄຫ່ ຄັ້ງທີ XI ປະຈຳປີ 2026 ຂຶ້ນໃນວັນທີ 22 ຕຸລານີ້ ທີ່ ສນຊ ໂດຍການເປັນປະທານຂອງທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ປະທານ ສນຊ, ມີພະເຖລາ-ນຸເຖລະ, ຮອງປະທານ ສນຊ ພ້ອມດ້ວຍອະນຸກໍາມະການຮັບຜິດຊອບຈັດກອງປະຊຸມ ເຂົ້າຮ່ວມ.
ການນຳ ຫສນຍ ເນັ້ນ ໃຫ້ປະຕິບັດຄຳສັ່ງ ການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ຢ່າງເຂັ້ມງວດ

ການນຳ ຫສນຍ ເນັ້ນ ໃຫ້ປະຕິບັດຄຳສັ່ງ ການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ຢ່າງເຂັ້ມງວດ

ຄະນະປ້ອງກັນພາຍໃນ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານກ່ຽວກັບການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ, ໃນ​ວັນ​ທີ 21 ຕຸ​ລາ​ຜ່ານ​ມາທີ່ ຫ​ສນຍໂດຍໃຫ້ກຽດເປັນປະທານຂອງທ່ານ ຄຳຜາ ພິມມະສອນຮອງລັດຖະມົນຕີຮອງຫົວໜ້າ ຫສນຍ; ມີບັນດາຜູ້ຕາງໜ້າຄະນະກຳມະການເກັບກູ້ອາວຸດເສີກຂັ້ນສູນກາງ ຈາກກະຊວງປ້ອງກັນຄວາມສະຫງົບ, ບັນດາ ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຫົວໜ້າພະແນກເຂົ້າຮ່ວມ.
ໄຊບົວທອງ ເສຍຫາຍຈາກນໍ້າຖ້ວມ 16 ຕື້ກີບ ພ້ອມສະເໜີຂໍທຶນຟື້ນຟູສ້ອມແປງ

ໄຊບົວທອງ ເສຍຫາຍຈາກນໍ້າຖ້ວມ 16 ຕື້ກີບ ພ້ອມສະເໜີຂໍທຶນຟື້ນຟູສ້ອມແປງ

ເມືອງໄຊບົວທອງ ແຂວງຄໍາມ່ວນ ປະເມີນມູນຄ່າຄວາມເສຍຫາຍຈາກພະຍຸ 4 ຄັ້ງ ໃນຊ່ວງເດືອນກໍລະກົດ ຫາເດືອນກັນຍາ 2026 ລວມມູນຄ່າຄວາມເສຍຫາຍກວ່າ 16.59 ຕື້ກີບ ໂດຍມີ 27 ບ້ານ ແລະ 925 ຄອບຄົວໄດ້ຮັບຜົນກະທົບ. ຄວາມເສຍຫາຍມີທັງເສັ້ນທາງ, ຂົວ, ພື້ນທີ່ກະສິກຳ, ຊົນລະປະທານ, ໂຮງຮຽນ ແລະ ຊັບສິນຂອງປະຊາຊົນ. ຂະນະນີ້ ທາງເມືອງ ກຳລັງສະເໜີຂໍງົບປະມານຈາກຂັ້ນແຂວງ ເພື່ອຟື້ນຟູ ແລະ ປັບປຸງເສັ້ນທາງທີ່ຈຳເປັນຮີບດ່ວນ.
ຊາວພຸດເມືອງທ່າແຂກ ພ້ອມໃຈໃສ່ບາດ ສືບສານຮີດຄອງປະເພນີທີ່ຫໍຫຼັກເມືອງ

ຊາວພຸດເມືອງທ່າແຂກ ພ້ອມໃຈໃສ່ບາດ ສືບສານຮີດຄອງປະເພນີທີ່ຫໍຫຼັກເມືອງ

ໃນຕອນເຊົ້າວັນທີ 22 ຕຸລາ 2026, ການນຳແຂວງຄຳມ່ວນ, ການນຳເມືອງທ່າແຂກ, ຄະນະສົງ ແລະ ພຸດທະສາສະນິກະຊົນ ໄດ້ພ້ອມໃຈຮ່ວມໃສ່ບາດ, ຖວາຍສັງຄະທານ ແລະ ປະກອບພິທີກຳທາງສາສະໜາຢູ່ຫໍຫຼັກເມືອງ ເມືອງທ່າແຂກ ເນື່ອງໃນໂອກາດບຸນອອກພັນສາປະວໍລະນາ. ພິທີດັ່ງກ່າວ ມີທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄຳມ່ວນ, ທ່ານ ຄຳໜັ້ນ ສໍປະເສີດ ເລຂາພັກເມືອງທ່າແຂກ, ພຣະອາຈານ ວັນເພັນ ໄຊຍະສອນ ປະທານ ອພສ ແຂວງ, ພ້ອມດ້ວຍການນຳຂອງແຂວງ, ການນໍາເມືອງ, ຄະນະສົງ ແລະ ພຸດທະສາສະນິກະຊົນເຂົ້າຮ່ວມ.
ອຍກ ເຊກອງ ປາຖະກະຖາວັນສຳຄັນຂອງພັກ-ຂອງຊາດ

ອຍກ ເຊກອງ ປາຖະກະຖາວັນສຳຄັນຂອງພັກ-ຂອງຊາດ

ວັນທີ 21 ຕຸລາຜ່ານມາ, ອົງການໄອຍະການປະຊາຊົນ ແຂວງເຊກອງ ໄດ້ຈັດພິທີປາຖະກະຖາວັນສຳຄັນຂອງພັກ-ຂອງຊາດ ຂອງບັນດາປະເທດເພື່ອນມິດຍຸດທະສາດ ໂດຍມີທ່ານ ບຸນທັນ ຈູມຈັນທະວົງ ຫົວໜ້າອົງການໄອຍະການປະຊາຊົນແຂວງ (ອຍກ) ແລະ ພະນັກງານລັດຖະກອນເຂົ້າຮ່ວມຮັບຟັງ.
ເພີ່ມເຕີມ