ຂອງຂວັນສຳລັບເດັກນ້ອຍ

ມອບ-ຮັບ ກ່ອງຂອງຂວັນສຳລັບເດັກນ້ອຍ

ມອບ-ຮັບ ກ່ອງຂອງຂວັນສຳລັບເດັກນ້ອຍ
ຫວ່າງມໍ່ໆມານີ້ ທີ່ ສູນກາງແນວລາວສ້າງຊາດ (ສນຊ), ຄະນະສູນລວມຄຣິສຕະຈັກຂ່າວປະ ເສີດ ສປປ ລາວ ໄດ້ນຳກ່ອງຂອງຂວັນສຳລັບເດັກນ້ອຍ

ມາມອບໃຫ້ ສູນກາງແນວລາວສ້າງຊາດ ເພື່ອນຳໄປແຈກຢາຍໃຫ້ແກ່ລູກຫຼານປະຊາຊົນ ທີ່ປະສົບໄພພິບັດຈາກທຳມະຊາດ ຢູ່ບັນດາແຂວງຕ່າງໆ ລວມມູນຄ່າ 290,000,000 ກີບ ຊຶ່ງກ່າວມອບ ໂດຍທ່ານ ຄຳແດງ ກຸນທະປັນຍາ ປະທານສູນລວມຄຣິສຕະຈັກຂ່າວປະເສີດ ສປປ ລາວ ແລະ ໃຫ້ກຽດກ່າວຮັບໂດຍ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ ຫົວໜ້າຄະນະຮັບຜິດຊອບປຸກລະດົມຊ່ວຍເຫຼືອບັນເທົາທຸກຜູ້ປະສົບໄພພິບັດ ສນຊ ພ້ອມດ້ວຍຄະນະ.

ໃນໂອກາດນີ້, ທ່ານຮອງປະທານ ສນຊ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຊົມເຊີຍ ມາຍັງຄະນະສູນລວມຄຣິສຕະຈັກ ຂ່າວປະເສີດ ສປປ ລາວ ທີ່ຍາມໃດ ກໍໄດ້ສະແດງຄວາມເປັນຫ່ວງເປັນໃຍຕໍ່ເພື່ອນຮ່ວມຊາດ, ໃຫ້ການຊ່ວຍເຫຼືອດ້ານມະນຸດສະທໍາ ເຖິງວ່າສະພາບເສດຖະກິດຈະມີຄວາມຫຍຸ້ງຍາກກໍຕາມ ແຕ່ພວກເຮົາກໍພ້ອມກັນບິແບ່ງນ້ຳໃຈຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ເປັນການເສຍສະຫຼະປະກອບສ່ວນເຂົ້າໃນການແກ້ໄຂຜົນກະທົບ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ຜູ້ທີ່ປະສົບໄພທໍາມະຊາດ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

(ຂ່າວ-ພາບ: ສນຊ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງໂຂງ ມອບເງິນ 40 ລ້ານກວ່າກີບ ກໍ່ສ້າງເສັ້ນທາງເບຕົງ ບ້ານຂີ້ນາກ

ເມືອງໂຂງ ມອບເງິນ 40 ລ້ານກວ່າກີບ ກໍ່ສ້າງເສັ້ນທາງເບຕົງ ບ້ານຂີ້ນາກ

ວັນທີ 21 ກໍລະກົດຜ່ານມານີ້, ທ່ານ ຈັນທະນົງສິນ ຈັນທະພິມ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ ໄດ້ມອບເງິນຈຳນວນ 40 ລ້ານກວ່າກີບໃຫ້ອຳນາດການປົກຄອງບ້ານຂີ້ນາກ ເພື່ອສົມທົບທຶນເຂົ້າໃນການກໍ່ສ້າງເສັ້ນທາງເບຕົງ.
6 ເດືອນຕົ້ນປີ ແຂວງເຊກອງ ລະດົມທຶນໄດ້ 222 ຕື້ກວ່າກີບ

6 ເດືອນຕົ້ນປີ ແຂວງເຊກອງ ລະດົມທຶນໄດ້ 222 ຕື້ກວ່າກີບ

ໃນ 6 ເດືອນຕົ້ນປີ 2025 ແຂວງເຊກອງ ສາມາດລະດົມແຫຼ່ງທຶນ ເຂົ້າໃນການພັດທະນາພື້ນຖານໂຄງລ່າງໄດ້ທັງໝົດ 222.22 ຕື້ກີບ ປະຕິບັດໄດ້ 16.99% ຂອງແຜນການປີ. ໃນນີ້, ການລົງທຶນຂອງລັດ 103.48 ຕື້ກີບ ປະຕິບັດໄດ້ລື່ນແຜນ 13.71%; ທືຶນຊ່ວຍເຫຼືອລ້າ ແລະ ກູ້ຢືມ 14.79 ຕື້ກີບ ປະຕິບັດໄດ້ 8.70%; ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ 103.95 ຕື້ກີບ ປະຕິບັດໄດ້ 9.92% ຂອງແຜນການປີ.
ເຈົ້າແຂວງຊຽງຂວາງລົງກວດກາພື້ນທີ່ຖືກຜົນກະທົບຈາກໄພພິບັດ

ເຈົ້າແຂວງຊຽງຂວາງລົງກວດກາພື້ນທີ່ຖືກຜົນກະທົບຈາກໄພພິບັດ

ໃນວັນທີ 22 ກໍລະກົດ, ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຊຽງຂວາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ໄດ້ລົງພື້ນທີ່ກວດກາເບິ່ງຜົນກະທົບຈາກໄພພິບັດ ນ້ຳຖ້ວມຕາມເສັ້ນທາງເລກ 7, ເທດສະບານໂພນສະຫັວນ
ຊີ້ແຈງ ຫາງສຽງຂອງສັງຄົມ! ກໍລະນີໃສ່ຮ້າຍເຈົ້າໜ້າພາສີປັບໃໝ 30 ລ້ານກີບ

ຊີ້ແຈງ ຫາງສຽງຂອງສັງຄົມ! ກໍລະນີໃສ່ຮ້າຍເຈົ້າໜ້າພາສີປັບໃໝ 30 ລ້ານກີບ

ຈາກກະແສຂ່າວທີ່ລົງໃນສື່ອອນລາຍໃນປັດຈຸບັນກໍລະນີ: ໃສ່ຮ້າຍເຈົ້າໜ້າທີພາສີປັບໃໝ 30 ລ້ານກີບ. ເຫດການດັ່ງກ່າວ, ເປັນການໃສ່ຮ້າຍປ້າຍສີຕໍ່ເຈົ້າໜ້າທີ່ພາສີ, ເຫັນວ່າຜູ້ກ່ຽວໄດ້ໂຄສະນາບິດເບືອນບໍ່ຖືກຕ້ອງຕາມຄວາມເປັນຈິງຊຶ່ງຂັດຕໍ່ກົດໝາຍ ແລະ ລະບຽບການ. ຕໍ່ກັບບັນຫາທີ່ເກີດຂຶ້ນ, ກະຊວງການເງິນ ກໍຄືກົມພາສີ, ພາສີປະຈໍາແຂວງຈໍາປາສັກ, ດ່ານພາສີສາກົນວັງເຕົ່າ ແລະ ທ່າບົກວັງເຕົ່າ ໄດ້ສັງລວມລາຍງານບັນຫາທີ່ເກີດຂຶ້ນໃຫ້ມີຄວາມກະຈ່າງແຈ້ງຕໍ່ສັງຄົມ. ເຫດການດັ່ງກ່າວໄດ້ເກີດຂຶ້ນໃນວັນທີ 12 ກໍລະກົດ 2025, ເຈົ້າໜ້າທີ່ພາສີໄດ້ຮັບແຈ້ງເອກະສານພາຫະນະປະເພດລົດກະບະ, ຍີ່ຫໍ້ໂຕໂຢຕ້າ, ລຸ້ນຣີໂວ, ສີຂາວ ໝາຍເລກທະບຽນ ກຄ 8849 ຈໍາປາສັກ.
ກອງປະຊຸມໃຫຍ່ສະຫະພັນກໍາມະບານ ກະຊວງ ວທ ຄັ້ງທີ IX

ກອງປະຊຸມໃຫຍ່ສະຫະພັນກໍາມະບານ ກະຊວງ ວທ ຄັ້ງທີ IX

ກອງປະຊຸມໃຫຍ່ຜູ້ແທນສະຫະພັນກໍາມະບານ ກະຊວງວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ຄັ້ງທີ IX ໄດ້ຈັດຂຶ້ນໃນວັນທີ 22 ກໍລະກົດ ນີ້ ທີ່ຫໍວັດທະນະທໍາແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ທ່ານ ນາງ ອາລິຍາວັນ ອັກຄະວົງ ຮອງປະທານສູນກາງສະຫະພັນກໍາມະບານລາວ ມີຄະນະປະຈຳພັກກະຊວງ ວທ ມີ ອະດີດການນຳຂັ້ນສູງ, ພະນັກງານອາວຸໂສບຳນານ; ມີຄະນະກໍາມະບານຮາກຖານ ບັນດາສະມາຊິກກໍາມະບານ ພ້ອມດ້ວຍພະນັກງານ-ລັດຖະກອນ ອ້ອມຂ້າງກະຊວງ ວທ ເຂົ້າຮ່ວມ.
ຫົວໜ້າ ຄອສພ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈຳປາສັກ

ຫົວໜ້າ ຄອສພ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈຳປາສັກ

ທ່ານ ຄຳພັັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມ ຢາມເຮັດວຽກ ແລະ ຊຸກຍູ້ການກະກຽມປັບປຸງກົງຈັກການຈັດຕັ້ງຢູ່ແຂວງຈຳປາສັກ ໃນ ວັນທີ 22 ກໍລະກົດນີ້ ໂດຍໃຫ້ການຕ້ອນຮັບ ຂອງ ທ່ານ ອາລຸນໄຊ ສູນນະລາດ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ແລະ ໄດ້ພົບປະເຮັດວຽກ ນຳຄະປະຈຳພັກ, ຄະນະປັບປຸງກົງຈັກການຈັດຕັ້ງແຂວງ ແລະ ໂຄສະນາອົບຮົມແຂວງ ທີ່ຫ້ອງວ່າການ ແຂວງຈຳປາສັກ
ເມືອງວຽງຄໍາ ຍ່າງເພື່ອສຸຂະພາບ ຂໍານັບຮັບຕ້ອນວັນສໍາຄັນ ຂອງພັກ-ຂອງຊາດ

ເມືອງວຽງຄໍາ ຍ່າງເພື່ອສຸຂະພາບ ຂໍານັບຮັບຕ້ອນວັນສໍາຄັນ ຂອງພັກ-ຂອງຊາດ

ໃນຕອນເຊົ້າຂອງວັນທີ 21 ກໍລະກົດນີ້, ອົງການປົກຄອງເມືອງວຽງຄໍາ ແຂວງຫຼວງພະບາງ ໄດ້ຈັດກິດຈະກໍາຍ່າງເພຶ່ອສຸຂະພາບ ສະເຫຼີມສະຫຼອງ ແລະ ຊົມເຊີຍວັນກິລາ-ກາຍະກໍາແຫ່ງຊາດ (ວັນທີ່ 13 ກໍລະກົດ) ຄົບຮອບ 59 ປີ, ວັນສ້າງຕັ້ງສະຫະພັນແມ່ຍິງລາວ (ວັນທີ່ 20 ກໍລະກົດ 1955-20 ກໍລະກົດ 2025) ຄົບຮອບ 70 ປີ.
ເມືອງບາຈຽງຈະເລີນສຸກ ທຳລາຍແຫ່ງເພາະພັນໝອນນ້ຳຍຸງລາຍ

ເມືອງບາຈຽງຈະເລີນສຸກ ທຳລາຍແຫ່ງເພາະພັນໝອນນ້ຳຍຸງລາຍ

ເມື່ອບໍ່ດົນມານີ້, ຫ້ອງການສາທາລະນະສຸກເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ສ້າງຂະບວນການທຳລາຍແຫ່ງເພາະພັນໝອນນ້ຳຍຸງລາຍຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ຢູ່ທີ່ບ້ານໜອງກອກກຸ່ມ II ຂອງເມືອງ.
ຜົນເສຍຫາຍຈາກໄພນໍ້າຖ້ວມຢູ່ເມືອງເງິນ ມູນຄ່າ 16 ຕື້ກວ່າກີບ

ຜົນເສຍຫາຍຈາກໄພນໍ້າຖ້ວມຢູ່ເມືອງເງິນ ມູນຄ່າ 16 ຕື້ກວ່າກີບ

ໃນລະຫວ່າງວັນທີ່ 18 - 20 ກໍລະກົດຜ່ານມານີ້, ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງໄຊຍະບູລີ ນຳໂດຍ ທ່ານ ຈັດ ຊະນະເລີດ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ໄດ້ປະສານ ສົມທົບກັບ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ (ເມືອງເງິນ) ໄດ້ລົງຕິດຕາມຜົນກະທົບເສຍຫາຍຈາກໄພນໍ້າຖ້ວມຢູ່ເມືອງເງິນ ແຂວງໄຊຍະບູລີ. ຕາງໜ້າຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ກໍໄດ້ລາຍງານສະພາບຜົນເສຍຫາຍຈາກໄພນໍ້າຖ້ວມ, ຊຶ່ງເລີ່ມແຕ່ຄໍ່າຄືນ ຂອງວັນທີ 16 ກໍລະກົດ 2025 ໄດ້ເກີດມີຝົນຕົກໜັກໃນຂອບເຂດບໍລິເວນພື້ນທີ່ທົ່ວເມືອງເງິນ ຊຶ່ງໄດ້ກໍໃຫ້ເກີດນ້ຳຖ້ວມຊຸບ້ານເຮືອນ, ໄຮ່ນາ, ຮົ້ວສວນ, ດິນເຊາະເຈື່ອນ ສົ່ງຜົນກະທົບຕໍ່ຊັບສິນຂອງພໍ່ແມ່ປະຊາຊົນຊາວເມືອງເງິນ ໂດຍສະເພາະ ແມ່ນບ້ານໂຮມໄຊ, ບ້ານປາກແຄນ ແລະ ບ້ານທອງ.
ກອງປະຊຸມໃຫຍ່ ຄັ້ງທີ XI ອົງຄະນະພັກແຂວງເຊກອງ ຄາດວ່າຈະເປີດໃນທ້າຍເດືອນສິງຫານີ້

ກອງປະຊຸມໃຫຍ່ ຄັ້ງທີ XI ອົງຄະນະພັກແຂວງເຊກອງ ຄາດວ່າຈະເປີດໃນທ້າຍເດືອນສິງຫານີ້

ກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ ຄາດວ່າຈະເປີດຂຶ້ນຢ່າງເປັນທາງ ການໃນທ້າຍເດືອນສິງຫາທີ່ຈະມາເຖິງນີ້, ໃນຂະນະດຽວກັນ ກອງປະຊຸມຈະມີການປະກອບຄໍາເຫັນ 10 ຫົວຂໍ້ຂອງບັນດາສຳນັກງານ, ອົງການ, ຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຂົງເຂດເສດຖະ ກິດ, ວັດທະນາທໍາ-ສັງຄົມ, ຂົງເຂດອໍານາດລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ຕົວ ແບບມາ ຈາກ 4 ເມືອງຂອງແຂວງເຊກອງ.
ເພີ່ມເຕີມ