ເມືອ່ບໍ່ດົນຜ່ານມານີ້,ທີ່ຫ້ອງວ່າການເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ, ຄະນະຈັດຕັ້ງແຂວງ ໄດ້ນໍາເອົາລົດຈັກ Wave 100 ຈໍານວນ 1 ຄັນ ມູນຄ່າ 30 ລ້ານ 5 ແສນກີບ ມອບໃຫ້ຄະນະຈັດຕັ້ງເມືອງຫຼວງນໍ້າທາ ໂດຍການກ່າວມອບຂອງທ່ານ ນາງ ຄໍາແດງ ກອງຈໍາປາ ຮອງຫົວໜ້າຄະນະຈັດຕັ້ງແຂວງ ແລະ ຮັບໂດຍທ່ານ ພອນປະເສີດ ອິນທະວົງ ກໍາມະການປະຈໍາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ໂດຍມີພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂິພິຍານ.
ໂອກາດນີ້, ທ່ານ ຫົວໜ້າຄະນະຈັດຕັ້ງເມືອງຫຼວງນໍ້າທາ ໄດ້ກ່າວສະແດງຄວາມຂອບໃຈຢ່າງສູງ ມາຍັງຄະນະຈັດຕັ້ງແຂວງ ທີ່ໄດ້ນໍາເອົາລົດຈັກມາມອບໃຫ້ຄະນະຈັດຕັ້ງເມືອງ ເພື່ອນໍາໃຊ້ເຂົ້າໃນວຽກງານບໍລິຫານຂອງຄະນະຈັດຕັ້ງເມືອງ ໃຫ້ເກີດຜົນປະໂຫຍດສູງສຸດ ຫວັງຢ່າງຍິ່ງວ່າ ໂອກາດໜ້າຈະໄດ້ຮັບການຊ່ວຍເຫຼືອຕື່ມອີກ.
(ແຫຼ່ງຂ່າວ ແຂວງຫຼວງນໍ້າທາ)
ຄໍາເຫັນ