ມອບ-ຮັບ ໜ້າທີ່ຫົວໜ້າຫ້ອງການບໍລິຫານ ດ່ານສາກົນນາເພົ້າ

ມອບ-ຮັບ ໜ້າທີ່ຫົວໜ້າຫ້ອງການບໍລິຫານ ດ່ານສາກົນນາເພົ້າ

ມອບ-ຮັບ ໜ້າທີ່ຫົວໜ້າຫ້ອງການບໍລິຫານ ດ່ານສາກົນນາເພົ້າ
ພິທີປະກາດແຕ່ງຕັ້ງ ແລະ ມອບ-ຮັບໜ້າທີ່ຫົວໜ້າຫ້ອງການບໍລິຫານ ດ່ານສາກົນນາເພົ້າ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ພຶດສະພາຜ່ານມາ, ທີ່ຫ້ອງປະຊຸມດ່ານສາກົນນາເພົ້າ ເມືອງບົວລະພາ ແຂວງຄໍາມ່ວນ ໂດຍມີທ່ານ ສາຍຄໍາ ພະໄຊສິດທິເດດ ຫົວໜ້າຄະນະຈັດຕັ້ງແຂວງ, ມີຄະນະຄຸ້ມຄອງດ່ານ,ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ທ່ານ ສຸກທະວົງ ທໍາມະວົງ ຫົວໜ້າຫ້ອງການບໍລິຫານດ່ານສາກົນນາເພົ້າ ໄດ້ຜ່ານບົດສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ໂດຍສະເພາະ ວຽກພັກ-ພະນັກງານ, ວຽກບໍລິຫານ, ວຽກການເງິນ ແລະ ບັນດາວຽກງານທີ່ຍັງຄົງຄ້າງ ທີ່ຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ.

ຈາກນັ້ນ, ຕາງໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງເລກທີ 148/ຄປຂ ວ່າດ້ວຍການຍົກຍ້າຍລັດຖະ ກອນຈາກພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ໄປປະຈໍາການຢູ່ຄະນະຄຸ້ມຄອງດ່ານສາກົນນາເພົ້າ ແລະ ຂໍ້ຕົກລົງແຕ່ງຕັ້ງ ສະບັບເລກທີ 168/ຄປຂ, ໂດຍແຕ່ງຕັ້ງທ່ານ ບົວສອນ ເຮືອງວິສອນ ເປັນຫົວໜ້າຫ້ອງການບໍລິຫານ ຄະນະຄຸ້ມຄອງດ່ານສາກົນນາເພົ້າແຂວງຄໍາມ່ວນ.

ໂອກາດນີ້, ທ່ານ ສາຍຄໍາ ພະໄຊສິດທິເດດ ໄດ້ມອບຂໍ້ຕົກລົງແຕ່ງຕັ້ງ, ພ້ອມທັງມີການລົງນາມເຊັນບົດບັນທຶກມອບ-ຮັບໜ້າທີ່ ລະຫວ່າງຫົວໜ້າຫ້ອງການບໍລິຫານດ່ານຜູ້ເກົ່າ ແລະ ຜູ້ໃໝ່ ເພື່ອເປັນທິດທາງສືບຕໍ່ນໍາພາ-ຊີ້ນໍາວຽກງານໃນຕໍ່ໜ້າ. ພ້ອມນີ້, ທ່ານ ສາຍຄໍາ ພະໄຊສິດທິເດດ ໄດ້ມີຄໍາເຫັນຊີ້ນໍາ ເນັ້ນໃຫ້ຄະນະພັກ-ຄະນະຄຸ້ມຄອງດ່ານ ສືບຕໍ່ເອົາໃຈໃສ່ວຽກງານການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານພາຍໃນດ່ານເປັນປະຈໍາ; ຊຸກຍູ້ການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະຢ່າງເຂັ້ມງວດ, ປ້ອງກັນ ແລະ ສະກັດກັ້ນການລັກລອບຂົນສົ່ງຢາເສບຕິດປະເພດຕ່າງໆ ຜ່ານຊາຍແດນລາວ-ຫວຽດນາມ ພ້ອມທັງພັດທະນາວຽກງານບໍລິຫານຂອງດ່ານໃຫ້ທັນສະໄໝ, ມີລະບົບ ແລະ ຖືກຕ້ອງຕາມລະບຽບກົດໝາຍ, ມີການສະຫຼຸບຖອດຖອນບົດຮຽນ, ລາຍງານເປັນແຕ່ລະໄລຍະ ແລະ ວາງແຜນການເຄື່ອນໄຫວວຽກງານໃຫ້ລະອຽດ ມີການປະສານງານຢ່າງກົມກຽວ, ມີຄວາມສາມັກຄີເຮັດວຽກເປັນໝູ່ຄະນະ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດວຽກງານຂອງດ່ານສາກົນນາເພົ້າບັນລຸຜົນສໍາເລັດຕາມແຜນການທີ່ວາງໄວ້. ຂ່າວ: ມະນີວັນ, ພາບ: ກອງຄໍາ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງບັນຊາການປ້ອງກັນເຄື່ອນທີ່ ສະຫຼຸບການນຳພາ-ຊີ້ນຳຮອບດ້ານ

ກອງບັນຊາການປ້ອງກັນເຄື່ອນທີ່ ສະຫຼຸບການນຳພາ-ຊີ້ນຳຮອບດ້ານ

ກອງບັນຊາການປ້ອງກັນເຄື່ອນທີ່ (ປທ) ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດກອງປະຊຸມສະຫຼຸບການນຳພາ-ຊີ້ນຳຮອບດ້ານ ຂອງຄະນະພັກ-ຄະນະບັນຊາໃນການປະຕິບັດມະຕິ, ແຜນດໍາເນີນງານຂອງຄະນະພັກ, ແບບແຜນວິທີເຮັດວຽກ ແລະ ການເຄື່ອນໄຫວວຽກງານວິຊາສະເພາະ ໃນວັນທີ 11 ມິຖຸນານີ້, ໃຫ້ກຽດເປັນປະທານໂດຍ ສະຫາຍ ພົຕ ແອນ ອຸ່ນອານົງນຸດ ຮອງລັດຖະມົນຕີກະຊວງ ປກສ, ມີບັນດາຄະນະພັກ-ຄະນະບັນຊາເຂົ້າຮ່ວມ.
ແຂ່ງຂັນຖາມ-ຕອບ ແລະ ສໍາມະນາວິທະຍາສາດ ສະຫຼອງ 3 ວັນປະຫວັດສາດປີ 2025

ແຂ່ງຂັນຖາມ-ຕອບ ແລະ ສໍາມະນາວິທະຍາສາດ ສະຫຼອງ 3 ວັນປະຫວັດສາດປີ 2025

ສາມອົງການຈັດຕັ້ງມະຫາຊົນ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດແຂ່ງຂັນຖາມ-ຕອບ ແລະ ສໍາມະນາວິທະຍາສາດ ສະຫຼອງ 3 ວັນປະຫວັດສາດປີ 2025 ໂດຍໄດ້ຮັບການສະໜັບສະໜູນຈາກ ຄະນະຊີ້ນຳລະດັບຊາດ ເພື່ອສະເຫຼີມສະຫຼອງ 3 ວັນປະຫວັດສາດ ຂຶ້ນເມື່ອວັນທີ 10 ມິຖຸນາຜ່ານມາ, ທີ່ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ນາງ ວາດສະໜາ ຈັນທະນະສິນ ເລຂາຄະນະພັກຮາກຖານ ຄສບ ຫົວໜ້າຄະນະວິຊາ ຄສບ, ສະຫາຍ ນາງ ສຸກສະຫວັນ ອິນຄະວິໄລ ຮອງຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ສີພອນ ສີບຸນເຮືອງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ສສກ, ພ້ອມດ້ວຍຄູ-ອາຈານ, ນັກສຶກສາເຂົ້າຮ່ວມ.
ຍົກ​ລະ​ດັບ ການເກັບກຳຫາງສຽງສັງຄົມໃຫ້​ພະ​ນັກ​ງານ-ລັດ​ຖະ​ກອນ ເມືອງ​ປາກ​ຊ່ອງ

ຍົກ​ລະ​ດັບ ການເກັບກຳຫາງສຽງສັງຄົມໃຫ້​ພະ​ນັກ​ງານ-ລັດ​ຖະ​ກອນ ເມືອງ​ປາກ​ຊ່ອງ

ຄະນະໂຄສະນາອົບຮົມແຂວງຈຳປາສັກ ຮ່ວມກັບ ຄະນະໂຄສະນາອົບຮົມເມືອງປາກຊ່ອງ ໄດ້ຈັດຊຸດຝຶກອົບຮົມວຽກງານເກັບກຳ, ສະພາບແນວຄິດຫາງສຽງ-ສັງຄົມ ໃຫ້ແກ່ພະນັກງານ-ລັດຖະກອນ ພາຍໃນເມືອງປາກຊ່ອງ ໃນ​ວັນ​ທີ 10 ມິ​ຖຸ​ນາ​ນີ້ ທີ່ ເມືອງ​ປາກ​ຊ່ອງ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມ ແຂວງຈຳປາສັກ, ມີ ທ່ານ ແສງເດືອນ ສົມສະຫວັນ ຮອງເລຂາພັກເມືອງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ ຂັ້ນເມືອງ, ຫົວໜ້າຄະນະຈັດຕັ້ງເມືອງປາກຊ່ອງ, ມີ​ພະ​ນັກ​ງານ​ຈາກ​ບັນ​ດາ​ກົມ​ກອງ​ອ້ອມ​ຂ້າງ​ເມືອງ​ປາກ​ຊ່ອງ​ເຂົ້າ​ຮ່ວມ.
ການນຳແຂວງຫຼວງພະບາງ ຊຸກ​ຍູ້ວຽກງານ ຢູ່ໂຮງງານຊີມັງຄອນຈ໌ ຫຼວງພະບາງ

ການນຳແຂວງຫຼວງພະບາງ ຊຸກ​ຍູ້ວຽກງານ ຢູ່ໂຮງງານຊີມັງຄອນຈ໌ ຫຼວງພະບາງ

ທ່ານ ບຸນເລື່ອມ ມະນີວົງ ປະທານສະພາປະຊາຊົນ ແຂວງຫຼວງພະບາງ ພ້ອມດ້ວຍຄະນະ, ໄດ້ຢ້ຽມຢາມ ເຮັດວຽກ ຢູ່ໂຮງງານຊີມັງຄອນຈ໌ ຫຼວງພະບາງຈຳກັດ ໃນ​ວັນ​ທີ 9 ມິ​ຖຸ​ນາ​ຜ່ານ​ມາ ໂດຍໄດ້ຮັບການຕ້ອນຮັບຈາກ ຜູ້ບໍລິຫານ ແລະ ພະນັກງານພາຍໃນໂຮງງານ.
ປະທານສະພາແຫ່ງຊາດ ມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ຜູ້ປະສົບໄພພາຍຸໝາກເຫັບ ຢູ່ເມືອງສີໂຄດຕະບອງ

ປະທານສະພາແຫ່ງຊາດ ມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ຜູ້ປະສົບໄພພາຍຸໝາກເຫັບ ຢູ່ເມືອງສີໂຄດຕະບອງ

ໃນວັນທີ 10 ມິຖຸນານີ້ ທີ່ວັດໂພທາຣາມ ບ້ານໂພນສົມບູນ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ໄດ້ລົງພື້ນທີ່ຕົວຈິງ ເພື່ອພົບປະຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ແກ່ຄອບຄົວປະຊາຊົນ ຜູ້ໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດ ພາຍຸໝາກເຫັບ ທີ່ພັດຖະຫຼົ່ມໃນໄລຍະຜ່ານມາ ຊຶ່ງການລົງພື້ນທີ່ ແລະ ມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ມີຄະນະນຳຂັ້ນສູງຈາກສະພາແຫ່ງຊາດ ອຳນາດການປົກຄອງນະຄອນຫຼວງວຽງຈັນ ຄະນະກຳມະການປົກຄອງເມືອງສີໂຄດຕະບອງ ພ້ອມດ້ວຍອຳນາດການປົກຄອງບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສສຊ-ສປນວ ພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກ

ສສຊ-ສປນວ ພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກ

ໃນວັນທີ 10 ມິຖຸນານີ້, ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ທ່ານ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ເລຂາຄະນະພັກ ປະທານ ສະພາປະຊາຊົນນະຄອນຫຼວງວຽງຈັນ ສະມາຊິກສະພາແຫ່ງຊາດຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນະຄອນ ຫຼວງວຽງຈັນ ພ້ອມດ້ວຍຄະນະ ໄດ້ລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X (ສສຊ) ແລະ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V (ສປນວ) ທີ່ສະໂມສອນເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ໃຫ້ການຕ້ອນຮັບຂອງທ່ານ ສີລິລາດທົງສິນ ທອງເພັງ ປະທານຄະນະກໍາມະການປົກຄອງ ນະຄອນຫຼວງວຽງຈັນ, ທ່ານ ບຸນມີ ໄຊຍະວົງ ປະທານຄະນະກໍາມະການປົກຄອງເມືອງສີໂຄດຕະບອງ ມີບັນດາສະມາຊິກສະພາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກະຊວງ ວທ ປາຖະກະຖາວັນສໍາຄັນຂອງພັກ-ຂອງຊາດ

ກະຊວງ ວທ ປາຖະກະຖາວັນສໍາຄັນຂອງພັກ-ຂອງຊາດ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຈັດພິທີປາຖະກະຖາວັນສໍາຄັນຂອງພັກ-ຂອງຊາດ ໃນວັນທີ 10 ມິຖຸນານີ້, ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການປາຖະກະຖາຂອງທ່ານ ພົນຈັດຕະວາ ສຸລິນພອນ ຄໍາພະຈັນ ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ມີທ່ານ​ ພະຂັນໄຊ ສີຂັນໄຊ ຫົວໜ້າກົມຈັດຕັ້ງພະນັກງານ, ຫົວໜ້າກົມ-ຮອງກົມ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ກົມໃຫຍ່ພະລາທິການປ້ອງກັນຄວາມສະຫງົບ ປາຖະກະຖາ 3 ວັນປະຫວັດສາດ

ກົມໃຫຍ່ພະລາທິການປ້ອງກັນຄວາມສະຫງົບ ປາຖະກະຖາ 3 ວັນປະຫວັດສາດ

ກົມໃຫຍ່ພະລາທິການປ້ອງກັນຄວາມສະຫງົບ (ປກສ) ຈັດພິທີປາຖະກະຖາວັນກໍາມະກອນສາກົນ ຄົບຮອບ 140 ປີ, ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 67 ປີ ແລະ ວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 66 ປີຂຶ້ນໃນວັນທີ 9 ມິຖຸນາ ຜ່ານມາ, ໃຫ້ກຽດປາຖະກະຖາໂດຍສະຫາຍ ພົຈວ ອຸດົມ ສີສົງຄາມ ຫົວໜ້າກົມໃຫຍ່ພະລາທິການ ປກສ ແລະ ສະຫາຍ ພົຈວ ພູທອນ ພົນໂພສີລາຫົງ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ, ມີບັນດາຫົວໜ້າກົມ-ຮອງກົມ ພ້ອມດ້ວຍນາຍຕໍາຫຼວດເຂົ້າຮ່ວມ.
ການນຳແຂວງຫຼວງພະບາງ ຕິດຕາມໂຄງການກໍ່ສ້າງພື້ນຖານໂຄງລ່າງ ຢູ່ເມືອງໂພນໄຊ

ການນຳແຂວງຫຼວງພະບາງ ຕິດຕາມໂຄງການກໍ່ສ້າງພື້ນຖານໂຄງລ່າງ ຢູ່ເມືອງໂພນໄຊ

ທ່ານ ບຸນເລື່ອມ ມະນີວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ຕິດຕາມຄວາມຄືບໜ້າ ຂອງໂຄງການກໍ່ສ້າງພື້ນຖານໂຄງລ່າງຫຼາຍແຫ່ງ, ເຊິ່ງ ທ່ານ ຄໍາກ້ຽງ ຈົ່ງຮົ່ວຖໍ່ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະາປະຊາຊົນແຂວງ ປະຈໍາເມືອງໂພນໄຊ ໄດ້ລາຍງານວ່າ: ການຈັດຕັ້ງປະຕິບັດວຽກງານກໍ່ສ້າງພື້ນຖານໂຄງລ່າງ ຢູ່ເມືອງໂພນໄຊປະກອບມີ ໂຄງການກໍ່ສ້າງ ໂຮງໝໍເມືອງ, ໂຄງການກໍ່ສ້າງສຳນັກງານຫ້ອງວ່າການເມືອງ ແລະ ສະຖານທີ່ຈັດງານບຸນຊ່ວງເຮືອປະຈຳປີ, ເຊິ່ງການລົງຕິດຕາມໃນຄັ້ງນີ້ ເປັນການກວດກາ ແລະ ຊຸກຍູ້ໃຫ້ການກໍ່ສ້າງ ດຳເນີນໄປຢ່າງມີປະສິດທິພາບ ຕາມແຜນການທີ່ວາງໄວ້.
ທະນາຄານສົ່ງເສີມກະສິກຳ ສະຫຼຸບຜົນການດໍາເນີນທຸລະກິດປີ 2025

ທະນາຄານສົ່ງເສີມກະສິກຳ ສະຫຼຸບຜົນການດໍາເນີນທຸລະກິດປີ 2025

ທະນາຄານສົ່ງເສີມກະສິກຳ ຈຳກັດ (APB) ຈັດກອງປະຊຸມສະຫຼຸບຜົນການດໍາເນີນທຸລະກິດປະຈໍາປີ 2025 ແລະ ວາງທິດທາງປີ 2026 ຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ພົງສະຫວັດ ເສນາພວນ ປະທານສະພາບໍລິຫານ APB, ໂດຍມີຄະນະກໍາມະການສະພາບໍລິ ຫານ, ຄະນະອຳນວຍການ, ຜູ້ຈັດການຝ່າຍ, ຄະນະພະແນກ, ຄະນະສາຂາ, ຄະນະຂະແໜງເຂົ້າຮ່ວມ.
ເພີ່ມເຕີມ