ມອບ-ຮັບລາງວັນໃຫ້ແກ່ຜູ້ໂຊກດີ ທີ່ຖືກລາງວັນທີ 1 ກັບ ບໍລິສັດລາວໂລໂຕ ຈຳກັດ (ຫວຍແຮັບປີ້ໂລໂຕ 5/45) ຊຶ່ງໄດ້ຈຳໜ່າຍເລີ່ມແຕ່ວັນທີ 12 ກຸມພາ 2022 ແລະ ຮອດປັດຈຸບັນແມ່ນ ອອກລາງວັນງວດທີ 32, ອອກຄັ້ງວັນທີ 18 ມີນາ 2026 ຜ່ານມານີ້ ຊຶ່ງຜູ້ໂຊກດີຖືກລາງວັນມູນຄ່າ 1,360,483,575 ກີບ. ຜູ້ໂຊກດີທີ່ຖືກລາງວັນດັ່ງກ່າວແມ່ນ ທ່ານ ນາງ ທິດາວັນ ລາດສະຄຳ ອາຍຸ 33 ປີ ບ້ານສະຫວ່າງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ. ມອບລາງວັນໂດຍ ທ່ານ ພຸດທະສັກ ພົມມະຈັກ ຮອງຜູ້ອຳນວຍການ ບໍລິສັດລັດວິສາຫະກິດຫວຍພັດທະນາ, ພ້ອມດ້ວຍສັກຂີພິຍານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ ຊຶ່ງພິທີໄດ້ຈັດຂຶ້ນໃນວັນທີ 25 ມີນານີ້ ທີ່ບໍລິສັດລັດວິສາຫະກິດຫວຍພັດທະນາ.
ໂອກາດນີ້, ທ່ານ ນາງ ທິດາວັນ ລາດສະຄຳ ໄດ້ກ່າວວ່າ: ຕົນເອງຮູ້ສຶກດີໃຈຫຼາຍທີ່ຖືກລາງວັນດັ່ງກ່າວ ຊຶ່ງຕົນເອງໄດ້ຊື້ເລກນໍາຜູ້ທີ່ມາເລາະຂາຍຕາມຮ້ານອາຫານ ຊຶ່ງຕົນເອງຊື້ເລກໝົດເງິນພຽງແຕ່ 50,000 ກີບ ແລະ ກາຍເປັນຜູ້ໂຊກດີ ຖືກລາງວັນທີ 1 ຊຶ່ງລາງວັນທີ່ໄດ້ຮັບໃນຄັ້ງນີ້ແມ່ນໄດ້ມີການມອບພັນທະອາກອນໃຫ້ພາກລັດຕາມລະບຽບກົດ
ໝາຍ.
(ຂ່າວ-ພາບ: ບຸນອູ້ມ)
ຄໍາເຫັນ