ມອບ-ຮັບໂຄງການສ້າງຕັ້ງລະບົບພະຍາກອນ ແລະ ເຕືອນໄພນໍ້າຖ້ວມຢູ່ເຂດອ່າງນໍ້າເຊບັ້ງຫຽງ

ມອບ-ຮັບໂຄງການສ້າງຕັ້ງລະບົບພະຍາກອນ ແລະ ເຕືອນໄພນໍ້າຖ້ວມຢູ່ເຂດອ່າງນໍ້າເຊບັ້ງຫຽງ

ມອບ-ຮັບໂຄງການສ້າງຕັ້ງລະບົບພະຍາກອນ ແລະ ເຕືອນໄພນໍ້າຖ້ວມຢູ່ເຂດອ່າງນໍ້າເຊບັ້ງຫຽງ
ພິທີມອບ-ຮັບ ແລະ ປິດໂຄງການສ້າງຕັ້ງລະບົບພະຍາກອນ ແລະ ເຕືອນໄພນໍ້າຖ້ວມເຂົ້າໃນການປັບຕົວຕໍ່ກັບການປ່ຽນແປງສະພາບພູມອາກາດຢູ່ເຂດອ່າງນໍ້າເຊບັ້ງຫຽງ ໃຫ້ແຂວງສະຫວັນນະເຂດ ແລະ ແຂວງສາລະວັນ ໄດ້ຈັດຂຶ້ນໃນວັນທີ 10 ມິຖຸນານີ້ ທີ່ຫ້ອງປະຊຸມພະແນກຊັບພະຍາກອນທຳມະ ຊາດ ແລະ ສ່ິງແວດລ້ອມ (ຊສ) ແຂວງສະຫວັນນະເຂດ ໂດຍການເປັນປະທານຂອງທ່ານ ແສນສັກ ສຸລິສັກ ຮອງເຈົ້າແຂວງສະຫວັນນະເຂດ, ມີທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີກະຊວງ ຊສ.
ມອບ-ຮບໂຄງການສາງຕງລະບບພະຍາກອນ ແລະ ເຕອນໄພນາຖວມຢເຂດອາງນາເຊບງຫຽງ - image 1
 

ທ່ານ ແສນສັກ ສຸລິສັກ ໄດ້ກ່າວເປີດພິທີວ່າ: ອ່າງຮັບນໍ້າເຊບັ້ງຫຽງ ເປັນອ່າງຮັບນໍ້າທີ່ມີຄວາມສຳຄັນຫຼາຍຂອງປະຊາຊົນແຂວງສະຫວັນນະເຂດ ແລະ ແຂວງສາລະວັນ, ເປັນເຂດທຳການຜະລິດກະສິກຳທີ່ກວ້າງໃຫຍ່ທີ່ສຸດໃນ ສປປ ລາວ ແຕ່ເຂດດັ່ງກ່າວ ແມ່ນໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດໃນທຸກໆປີ, ຍ້ອນການປ່ຽນແປງສະພາບພູມອາກາດ ຊຶ່ງໄດ້ສ້າງຜົນເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ, ຂອງລັດ ເປັນຈຳນວນຫຼວງຫຼາຍເຊັ່ນ: ໂຄງລ່າງພື້ນຖານ, ເສດຖະກິດ-ສັງຄົມ ພ້ອມດຽວກັນນີ້, ເຂດດັ່ງກ່າວ ຍັງບໍ່ທັນມີລະບົບເຕືອນໄພທີ່ໄດ້ມາດຕະຖານເທົ່າທີ່ຄວນ. ສະນັ້ນ, ດ້ວຍຄວາມເປັນຫ່ວງເປັນໃຍຂອງລັດຖະບານຂອງ ສ. ເກົາຫຼີ ຈຶ່ງໄດ້ຊ່ວຍເຫຼືອສະໜັບສະໜູນໂຄງການຊ່ວຍເຫຼືອທາງການໃນການພັດທະນາ ຫຼື ໂຄງການໂອດີເອໃຫ້ແກ່ ສປປ ລາວ ເຊັ່ນ: ໂຄງການສ້າງຕັ້ງລະບົບພະຍາກອນ ແລະ ເຕືອນໄພນໍ້າຖ້ວມເຂົ້າໃນການປັບຕົວຕໍ່ກັບການປ່ຽນແປງສະພາບພູມອາກາດຢູ່ເຂດອ່າງນໍ້າເຊບັ້ງຫຽງ ແຂວງສະຫວັນນະເຂດ. ເປົ້າໜາຍຫຼັກໂຄງການນີ້, ແມ່ນເພື່ອພັດທະນາລະບົບພະຍາກອນ ແລະ ເຕືອນໄພນໍ້າຖ້ວມຢູ່ເຂດອ່າງນໍ້າເຊບັ້ງຫຽງ ແຂວງສະຫວັນນະເຂດ, ແນໃສ່ຫຼຸດຜ່ອນຄວາມເສຍຫາຍຈາກໄພພິບັດທາງທຳມະຊາດ ແລະ ເສີມສ້າງຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ. ສະນັ້ນ, ໃນກອງປະຊຸມມື້ນີ້ ພວກເຮົາຈະໄດ້ຮັບຟັງການງານການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆຂອງໂຄງການ ໂດຍສະເພາະຜົນສຳເລັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະຄຳສະເໜີແນະຕ່າງໆ, ຫຼັງຈາກນັ້ນ ກໍ່ຈະໄດ້ເຊັນມອບ-ຮັບໂຄງການດັ່ງກ່າວໃຫ້ແກ່ພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ແຂວງ ສະຫວັນນະເຂດ ແລະສາລະວັນ ເປັນຜູ້ຄຸ້ມຄອງ ແລະນຳໃຊ້ໃຫ້ມີປະສິດທິຜົນ.

ໃນວາລະດັ່ງກ່າວ, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການລາຍງານກ່ຽວກັບຜົນສຳເລັດໃນການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອທາງການເພື່ອການພັດທະນາ ຫຼື ໂຄງການ ODA ກ່ຽວກັບການສ້າງຕັ້ງລະບົບພະຍາກອນ ແລະ ເຕືອນໄພນໍ້າຖ້ວມເຂົ້າໃນການປັບຕົວຕໍ່ກັບການປ່ຽນແປງສະພາບພູມອາກາດ ຢູ່ເຂດອ່າງນໍ້າເຊບັ້ງຫຽງ ແຂວງສະຫວັນນະເຂດ. ຈາກນັ້ນ, ໃນພິທີ ກໍໄດ້ລົງນາມມອບ-ຮັບສະຖານີອຸທົກກະສາດຢູ່ເຂດອ່າງນໍ້າເຊບັ້ງຫຽງໃຫ້ພະແນກ ຊສ ແຂວງສະຫວັນນະເຂດ ແລະ ແຂວງສາລະວັນ ເປັນຜູ້ຄຸ້ມຄອງ ແລະ ນຳໃຊ້ຕໍ່ໄປ.

(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ