![]() |
ທ່ານ ອິນຕາ ຈິນດາວົງ ຫົວໜ້າຂະແໜງຄຸ້ມຄອງວິສາຫະກິດ ພະແນກອຸດສາຫະກຳ ແລະ ການຄ້າແຂວງ ໄດ້ລາຍງານວ່າ: ໂຄງການຕິດຕັ້ງລະບົບໄຟເຍືອງທາງ ຄັ້ງນີ້ ໄດ້ຮັບທຶນພັດທະນາຊຸມຊົນ ແລະ ອຸປະກອນທັງໝົດຈາກບໍລິສັດໄຟຟ້າເຊກະໝານ 1, ໂຄງການດັ່ງກ່າວເປັນໂຄງການຈຳເປັນເລັ່ງດ່ວນ ເຊິ່ງສະເໜີໂດຍອຳນາດການປົກຄອງເມືອງໄຊເສດຖາ ແລະ ໄດ້ຮັບການເຫັນດີຮັບຮອງໃຫ້ດຳເນີນການຈາກປະທານຄະນະກຳມະການປົກຄອງແຂວງ ພາຍຫຼັງຜ່ານຂັ້ນຕອນການປະເມີນຕາມລະບຽບການ.
ການຕິດຕັ້ງໄດ້ເລີ່ມແຕ່ວັນທີ 9 ກັນຍາ 2026 ເປັນຕົ້ນມາ ໂດຍດຳເນີນການສຳຫຼວດ, ອອກແບບໝາຍຈຸດ, ຂຸດຂຸມ, ຕັ້ງຖານຕໍມໍ ແລະ ຕິດຕັ້ງເສົາໄຟເຍືອງທາງລະບົບໂຊລາເຊວ ຕາມເສັ້ນທາງລຽບແຄມເຊກະໝານ ຈາກຈຸດຜາມໄຊ ບ້ານຝັ່ງແດງ ຫາທາງຮ່ອມຈຸດເຄື່ອຢານາງໃຫຍ່ ບ້ານໂພໄຊ ແລະ ຕາມແຄມທາງຮ່ອມເຂົ້າຫ້ອງການຕາແສງພະເມືອງ, ລວມທັງໝົດ 45 ຕົ້ນ ແລະ ປັດຈຸບັນສຳເລັດ 100%.
ໃນໂອກາດດຽວກັນ ໄດ້ມີການລົງນາມໃນບົດບັນທຶກມອບ-ຮັບ ໂດຍທ່ານ ສົມຫວັງ ສີລາເພັດ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ເປັນຜູ້ກ່າວມອບ ແລະ ທ່ານ ພອນໄຊ ສີສະແຫວງສຸກ ກຳມະການພັກເມືອງ, ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ເປັນຜູ້ກ່າວຮັບ ໂດຍມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ການຕິດຕັ້ງລະບົບໄຟເຍືອງທາງໂຊລາເຊວຄັ້ງນີ້ ຈະຊ່ວຍເພີ່ມແສງສະຫວ່າງຕາມເສັ້ນທາງ, ອຳ ນວຍຄວາມສະດວກໃນການເດີນທາງ ແລະ ຮອງຮັບການຈັດງານບຸນຊ່ວງເຮືອ ແລະ ກິດຈະກຳຕ່າງໆຂອງທ້ອງຖິ່ນ.
ຂ່າວ: ພຸດປະສົງ

ຄໍາເຫັນ