ມອບ-ຮັບໜ້າຫົວຫນ້າພະແນກພບແຂວງໄຊຍະບູລີ

ມອບ-ຮັບໜ້າຫົວຫນ້າພະແນກພບແຂວງໄຊຍະບູລີ <img src="http://tinyurl.com/fl4gg" height="1" width="1">
ພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ຄໍາເຫຼັກ ແກ້ວວິໄລພອນ ກໍາມະການພັກແຂວງ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງໄຊຍະບູລີ ຜູ້ເກົ່າ ແລະ ທ່ານ ຄໍາເພັດ ພົມມະລາດ ກໍາມະການພັກແຂວງ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ ຜູ້ໃໝ່ ໄດ້ຈັດຂຶ້ນ ໃນວັນທີ 4 ມັງກອນ 2024 ທີ່ແຂວງໄຊຍະບູລີໂດຍມີທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງໄຊຍະບູລີ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
    ໃນພິທີ ທ່ານ ຄໍາເຫຼັກ ແກ້ວວິໄລພອນ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ ຜູ້ເກົ່າ ໄດ້ລາຍງານວ່າ:ໃນໄລຍະຜ່ານມາ ໄດ້ເອົາໃຈໃສ່ນໍາພາຈັດຕັ້ງເຊື່ອມຊຶມແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ, ກົດໝາຍ, ຂໍ້ກໍານົດຕ່າງໆ ແລະ ທິດທາງໜ້າທີ່ຂອງຄະນະບໍລິຫານງານພັກແຂວງວາງອອກ ແຕ່ລະໄລຍະໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ມະຫາຊົນທົ່ວຄະນະພັກຮາກຖານຂອງຕົນ ເຊື່ອມຊຶມ, ກໍາແໜ້ນ ແລະ ຊີ້ນໍາຊຸກຍູ້ບັນດາໜ່ວຍພັກຂຶ້ນກັບຄະນະພັກຮາກຖານຈັດຕັ້ງປະຕິບັດໃຫ້ຖືກຕ້ອງ, ນໍາພາຊຸກຍູ້ການບໍາລຸງສ້າງຍົກລະດັບທາງດ້ານທິດສະດີການເມືອງ-ການປົກຄອງ ແລະລະດັບວິຊາສະເພາະໃຫ້ສູງຂຶ້ນເລື້ອຍໆ; ຮັບປະກັນເຮັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍໃຫ້ມີປະສິດທິພາບສູງ.
ໄດ້ຈັດຕັ້ງປະຕິບັດ ແລະ ຄຸ້ມຄອງໂຄງການລົງທຶນຂອງລັດແຕ່ປີ 2019-2023 ມີທັງໝົດ 17 ໂຄງການ ລວມມູນຄ່າຕາມສັນຍາ 247,32 ຕື້ກີບ, ໃນນີ້ ໂຄງການຂັ້ນກະຊວງ ມີ 6 ໂຄງການ, ມູນຄ່າ ຕາມສັນຍາ 148,77 ຕື້ກີບ ແລະ ໂຄງການຂັ້ນແຂວງຄຸ້ມຄອງມີ 11 ໂຄງການ ມູນຄ່າຕາມສັນຍາ 98,55 ຕື້ກີບ ຊຶ່ງທັງໝົດແມ່ນເປັນໂຄງການລົງທຶນເຂົ້າໃສ່ການກໍ່ສ້າງ ຂະຫຍາຍຕາຂ່າຍໄຟຟ້າ (ທັງໝົດແມ່ນເປັນໂຄງການສືບຕໍ່ຊຳລະໜີ້), ໃນປີ 2023 ໄດ້ຮັບອະນຸມັດແຜນການລົງທຶນຂອງລັດ ຈຳນວນ 15 ໂຄງການ ມູນຄ່າ 2.220,26 ລ້ານກີບ ໃນນີ້ບ້ວງຂອງກະຊວງ ຈຳນວນ 4 ໂຄງການ ມູນຄ່າ 250,26 ລ້ານກີບ ແລະ ບ້ວງຂອງແຂວງ ຈຳນວນ 11 ໂຄງການ ມູນຄ່າ 1.970 ລ້ານກີບ; ໄດ້ປະກອບເອກະສານຊຳລະ ສຳເລັດແລ້ວ 15 ໂຄງການ ທຽບໃສ່ແຜນການ ປະຕິບັດໄດ້ 100%. ໄດ້ສຳເລັດການຈັດຕັ້ງປະຕິບັດໂຄງການລົງທຶນ ບ້ວງທຶນພັດທະນາທ້ອງຖິ່ນ ໂຄງການໄຟຟ້າຫົງສາ ຈຳນວນ 2 ໂຄງການ ມູນຄ່າ 5,96 ຕື້ກີບ,ໄດ້ເອົາໃຈໃສ່ຄຸ້ມຄອງ, ຊຸກຍູ້ຕິດຕາມ, ກວດກາ ແລະ ອຳນວຍຄວາມສະດວກ ຕໍ່ກັບການພັດທະນາໂຄງການແຫຼ່ງຜະລິດໄຟຟ້າທີ່ຂັ້ນສູນກາງ ແລະ ຂັ້ນແຂວງອະນຸຍາດຢ່າງເປັນປົກກະຕິ. ມີໂຄງການທີ່ ກຳລັງສຶກສາສຳຫຼວດ-ເກັບກຳຂໍ້ມູນ ເພື່ອສ້າງບົດສຶກສາຄວາມເປັນໄປໄດ້ ດ້ານເສດຖະກິດ-ເຕັກນິກ ແລະ ການເງິນ; ກຳລັງກໍ່ສ້າງ ແລະ ດຳເນີນງານ ທີ່ມີກຳລັງຕິດຕັ້ງ 1 MW ຂຶ້ນໄປ ມີທັງໝົດ 18 ໂຄງການ ຄາດຄະເນກຳລັງຕິດຕັ້ງ 6.823,2 MW ໃນນີ້, ຂັ້ນສູນກາງຄຸ້ມຄອງ 7 ໂຄງການ ຄາດຄະເນກໍາລັງຕິດຕັ້ງ 6.750 MW ແລະ ຂັ້ນແຂວງຄຸ້ມຄອງ 11 ໂຄງການ ຄາດຄະເນກຳລັງຕິດຕັ້ງ 73,2 MWແລະວຽກງານອື່ນໆອີກ.
ໄດ້ນຳພາຄຸ້ມຄອງ ບັນດາໂຄງການຊອກຄົ້ນສຳຫຼວດ-ແຮ່ທາດ ທີ່ຂັ້ນສູນກາງອະນຸຍາດ ປະຕິບັດຢູ່ພາຍໃນແຂວງ ມີທັງໝົດມີ 4 ບໍລິສັດ; ມີເນື້ອທີ່ສຳປະທານ 758,15 ກິໂລຕາແມັດ ກວມເອົາ 4,6% ຂອງເນື້ອທີ່ແຂວງ, ໄດ້ເອົາໃຈໃສ່ຕິດຕາມ, ກວດກາ ແລະ ຊຸກຍູ້ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດຢູ່ພາຍ ໃນແຂວງ ມີ 26 ບໍລິສັດ ໃນນີ້, ຂັ້ນສູນກາງຄຸ້ມຄອງ 7 ບໍລິສັດ ແລະ ຂັ້ນແຂວງຄຸ້ມຄອງ 19 ບໍລິສັດ.
ຕອນທ້າຍ ທ່ານ ດວງຕາ ໄຊວຸດ ໄດ້ຮຽກຮ້ອງໃຫ້ຜູ້ທີ່ໄດ້ຖືກແຕ່ງຕັ້ງຮັບໜ້າທີ່ໃໝ່ ຈົ່ງໄດ້ສຶບຕໍ່ບຸກບືນເຮັດສໍາເລັດໜ້າທີ່ການຈັດຕັ້ງມອບໝາຍໃຫ້ເພິ່ມທະວີຄວາມສາມັກຄີພາຍໃນພັກ ເຮັດວຽກຕ້ອງລວມສູນປະຊາທິປະໄຕ ເປັນໝູ່ຄະນະ ບຸກຄົນຮັບຜິດຊອບໃຫ້ຄິດວ່າຢູ່ບ່ອນໃດຮັບຜິດຊອບວຽກໃດກໍແມ່ນການຈັດຕັ້ງມອບໝາຍໃຫ້. ອີກດ້ານໜຶ່ງການຍົກຍ້າຍໜ້າທີ່ຕໍາແໜ່ງຂອງພະນັກງານລັດຖະກອນແມ່ນເປັນເລື່ອງປົກກະຕິໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໄລຍະໃໝ່, ພ້ອມທັງຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບຫນ້າທີ່ໃຫມ່ຈົ່ງສຶບຕໍ່ພັດທະນາວຽກງານໃນຂອບເຂດທີ່ຕົນເອງຮັບຜິດຊອບຊີ້ນໍາ-ນໍາພາໃຫ້ວຽກງານດັ່ງກ່າວດີຂຶ້ນກວ່າເກົ່າ.  
ຂ່າວ+ພາບ: ມະໄລວັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງພະບາງ ເຊື່ອມຊືມເອກະສານກ່ຽວກັບການເລືອກຕັ້ງ

ຫຼວງພະບາງ ເຊື່ອມຊືມເອກະສານກ່ຽວກັບການເລືອກຕັ້ງ

ວັນທີ່ 29 ທັນວານີ້ ທີ່ສະໂມສອນມະຫາວິທະຍາໄລສຸພານຸວົງ, ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມເອກະສານ ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະສະມາຊິກສະພາປະຊາຊົນແຂວງ ຊຸດທີ V ໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ, ມີການນຳຂອງແຂວງ ແລະ ພະນັກງານຫຼັກແຫຼ່ງ ຈາກພະແນກການ-ກົມກອງ ແລະສະຖາບັນການສຶກສາ ເຂົ້າຮ່ວມ.
ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ເພີ່ມເຕີມ