![]() |
ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າ ອອປສ ຜູ້ເກົ່າ ໄດ້ຜ່ານບົດສະຫຼຸບການຊີ້ນໍາ-ນໍາພາວຽກງານຮອບດ້ານຂອງອົງການໄອຍະການປະຊາຊົນໃນໄລຍະ 5 ປີຜ່ານມາ (2021-2025). ຈາກນັ້ນ, ຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ອ່ານຄໍາສັ່ງຂອງກົມການເມືອງສູນກາງພັກປະຊາຊົນ ປະຕິວັດລາວ ສະບັບເລກທີ 06/ກມສພ, ລົງວັນທີ 16 ມັງກອນ 2026 ແລະ ສະບັບເລກທີ 09/ກມສພ, ລົງວັນທີ 16 ມັງກອນ 2026; ມະຕິຕົກລົງຂອງກົມການເມືອງສູນກາງພັກປະຊາຊົນ ປະຕິວັດລາວ ວ່າດ້ວຍການແຕ່ງຕັ້ງເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ ສະບັບເລກທີ 13/ກມສພ, ລົງວັນທີ 16 ມັງກອນ 2026 ແລະ ສະບັບເລກທີ 16/ກມສພ, ລົງວັນທີ 16 ມັງກອນ 2026 ວ່າດ້ວຍການແຕ່ງຕັ້ງເລຂາຄະນະບໍລິຫານງານພັກ ອອປສ ແລະ ມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານການນໍາຂັ້ນສູງໄປຮັບໜ້າທີ່ໃໝ່ ສະບັບເລກທີ 03/ຄປຈ, ລົງວັນທີ 19 ມັງກອນ 2026; ຈາກນັ້ນ, ທ່ານ ນາງ ສີໃສ ລືເດດມູນສອນ ໄດ້ໃຫ້ກຽດມອບບັນດາຄໍາສັ່ງ ແລະ ນິຕິກໍາໃຫ້ທ່ານ ໄຊຊະ ນະ ໂຄດພູທອນ ເລຂາຄະນະບໍລິຫານງານພັກ ຫົວໜ້າ ອອປສ ຜູ້ເກົ່າ ແລະ ທ່ານ ນາງ ລີວົງ ລາວລີ ເລຂາຄະນະບໍລິຫານງານພັກ ຫົວໜ້າ ອອປສ ຜູ້ໃໝ່. ໃນພິທີໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ລະຫວ່າງເລຂາຄະນະບໍລິຫານງານພັກ ຫົວໜ້າ ອອປສ ຜູ້ເກົ່າ ແລະ ຜູ້ໃໝ່.
![]() |
ໂອກາດນີ້, ທ່ານ ນາງ ສີໃສ ລືເດດມູນສອນ ໄດ້ໃຫ້ກຽດໂອ້ລົມເນັ້ນໜັກ ໃຫ້ເລຂາຄະນະບໍລິຫານງານພັກ ຫົວໜ້າ ອອປສ ຜູ້ໃໝ່ ເອົາໃຈໃສ່ເພີ່ມທະວີສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ, ພະນັກງານ-ລັດຖະ ກອນ ທົ່ວລະບົບອົງການໄອຍະການປະຊາຊົນ ແລະ ອົງການໄອຍະການທະຫານ ໃຫ້ມີມານະຈິດປະຕິວັດ, ມີຄຸນ ສົມບັດສິນທຳປະຕິວັດ, ຈັນຍາບັນ, ຈັນຍາທຳ, ດຳລົງຊີວິດປອດໃສຂາວສະອາດ ແລະ ມີຄວາມບໍລິສຸດສັດຊື່, ຈົງຮັກພັກດີຕໍ່ພັກ, ຕໍ່ປະຊາຊົນຢ່າງເປັນປົກກະຕິ, ຕໍ່ເນື່ອງ; ເພີ່ມທະວີວຽກງານຕິດຕາມກວດກາ ການປະຕິບັດກົດ ໝາຍ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານໃຫ້ມີຄຸນນະພາບ ແລະ ມີຜົນສໍາເລັດສູງຂຶ້ນກວ່າເກົ່າ; ເອົາໃຈໃສ່ສ້າງ ແລະປັບປຸງກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍເພື່ອເປັນບ່ອນອີງ ແລະ ຮັບປະກັນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການໄອຍະການປະຊາຊົນ ແຕ່ລະຂັ້ນເປັນເອກະພາບ, ຖືກຕ້ອງ ແລະ ມີຜົນສັກສິດ; ຕ້ອງຖືສໍາຄັນຕໍ່ວຽກກວດກາ, ປະເມີນຜົນພະນັກງານໄອຍະການປະຊາຊົນ, ພະນັກງານ-ລັດຖະກອນຂອງອົງການໄອຍະການປະຊາຊົນຢ່າງເປັນປົກກະຕິ; ສືບຕໍ່ເປັນເຈົ້າການໃນວຽກງານພົວພັນຮ່ວມມືກັບຕ່າງປະເທດ ເພື່ອຍາດແຍ່ງເອົາທຶນຮອນ ແລະ ເຕັກນິກ ເຂົ້າໃນການພັດທະນາວຽກງານໄອຍະການປະຊາຊົນໃຫ້ກ້າວໜ້າ ແລະ ທັນສະໄໝ.
![]() |
ຂ່າວ-ພາບ: ບຸນອູ້ມ



ຄໍາເຫັນ