![]() |
ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ໄດ້ຜ່ານບົດສະຫຼຸບການຊີ້ນຳ-ນຳພາຮອບດ້ານໃນໄລຍະຜ່ານມາ ຊຶ່ງໄດ້ຍົກໃຫ້ເຫັນແຂວງຊຽງຂວາງ ມີຄວາມສະຫົງບໂດຍພື້ນຖານ, ເສດຖະກິດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ທົ່ວສັງຄົມມີຄວາມສາມັກຄີແໜ້ນໜາ, ສຶກສາອົບຮົມ ລົງກໍ່ສ້່າງຮາກຖານການເມືອງຢູ່ທ້ອງຖິ່ນເປັນປົກກະຕິ ຕິດພັນກັບວຽກງານ 3 ສ້າງ ແລະ ແກ້ໄຂຄວາມທຸກຍາກ, ການປູກຝັງ-ລ້ຽງສັດ, ການທ່ອງທ່ຽວຂະຫຍາຍຕົວຢ່າງແຂງແຮງ, ການຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ ຫັດແໜ້ນຂຶ້ນເລື້ອຍໆ.
![]() |
ໂອກາດນີ້, ທ່ານ ນາງ ວິໄລ ພິລາວົງ ຄະນະຈັດຕັ້ງສູນກາງ ໄດ້ຜ່ານຄຳສັ່ງຂອງກົມການເມືອງສູນກາງພັກ, ຂໍ້ຕົກລົງຂອງກົມການເມືອງສູນກາງພັກ ແລະ ບັນດານິຕິກຳອື່ນໆຂອງຂັ້ນເທິງ. ຈາກນັ້ນ, ທ່ານ ກິແກ້ວ ໄຂຄຳພິທູນ ໃຫ້ກຽດມອບຄຳສັ່ງຂອງກົມການເມືອງສູນກາງພັກ ໃຫ້ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາຄະນະບຊໍລິຫານງານພັກແຂວງຊຽງຂວາງ ຜູ້ເກົ່າ. ມອບຂໍ້ຕົກລົງຂອງກົມການເມືອງສູນກາງພັກ ໃຫ້ທ່ານ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຊຽງຂວາງ ຜູ້ໃໝ່. ຈາກນັ້ນ, ກໍໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ ໂດຍຊ້ອງໜ້າປະທານກອງປະຊຸມ ແລະ ການນຳແຂວງ.
![]() |
ໂອກາດນີ້, ທ່ານ ກິແກ້ວ ໄຂຄຳພິທູນ ກຳມະການ ໄດ້ມີຄຳເຫັນຊີ້ນຳ ໂດຍຕີລາຄາສູງຕໍ່ການຊີ້ນຳ-ນຳພາຂອງເລຂາຄະນະບໍລິຫານງານພັກແຂວງຜູ້ເກົ່າ ມີຫຼາຍວຽກງານທີ່ພົ້ນເດັ່ນ ເຮັດໃຫ້ເສດຖະກິດຂອງແຂວງຂະຫຍາຍຕົວຢ່າງຕໍ່ເນື່ອງ ພ້ອມນີ້ທ່ານກໍ່ໄດ້ເນັ້ນໜັກໃຫ້ ອົງຄະນະພັກແຂວງຊຽງຂວາງ ຈົ່ງສະນັບສະໜູນເລຂາຄະນະບໍລິຫານງານພັກແຂວງຜູ້ໃໝ່, ຖືຫຼັກການນຳພາຂອງພັກ, ມີຄວາມສາມັກຄີ, ມີຄວາມເປັນເອກະພາບພາຍໃນພັກ, ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ, ເອົາໃຈໃສ່ຜັນຂະຫຍາຍມະຕິຕ່າງໆເຂົ້າສູ່ລວງເລິກ, ຍົກສູງຈິດໃຈພັດທະນາຢ່າງແຮງກ້າ, ຊີ້ນຳ-ນຳພາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫົງບໃຫ້ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ພັດທະນາສັງຄົມໃຫ້ມີຄວາມສີວິໄລ, ຫັນລົງກໍ່ສ້າງຮາກຖານການເມືອງ, ແກ້ໄຂຄວາມທຸກຍາກ, ຖືສຳຄັນວຽກງານພົວພັນ ຮ່ວມມືກັບບັນດາປະເທດເພື່ອນມິດ ຍຸດທະສາດ, ພັດທະນາແຂວງຊຽງຂວາງໃຫ້ຈະເລີນກ້າວໜ້າຂຶ້ນເລື້ອຍໆ.
(ຂ່າວ: ບຸນມີ ແສງທຸມມີ)



ຄໍາເຫັນ