ມອບ-ຮັບໜ້າທີ່ເລຂາໜ່ວຍພັກຮາກຖານ ຫົວໜ້າຫໍປະຊຸມແຫ່ງຊາດ 

ມອບ-ຮັບໜ້າທີ່ເລຂາໜ່ວຍພັກຮາກຖານ ຫົວໜ້າຫໍປະຊຸມແຫ່ງຊາດ 
ເພື່ອສືບຕໍ່ເຮັດໃຫ້ການນໍາພາ-ຊີ້ນຳ ວຽກງານຕາມພາລະບົດບາດ, ສິດ ແລະໜ້າທີ່ ຂອງຫໍປະຊຸມແຫ່ງຊາດ ທີ່ຂຶ້ນກັບຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໃຫ້ມີຄວາມຕໍ່ເນື່ອງ, ໜັກແໜ້ນເຂັ້ມແຂງ ເປັນກ້າວໆ,ເມື່ອບໍ່ດົນມານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໄດ້ຈັດພິທີມອບ-ຮັບໜ້າທີ່ ເລຂາໜ່ວຍພັກຮາກຖານ, ຫົວໜ້າຫໍປະຊຸມແຫ່ງຊາດ ຜູ້ເກົ່າ ແລະ ຜູ້ໃໝ່, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ຄຳລາວັນ ຈັນທະລາວັນຮອງເລຂາພັກ ຮອງລັດຖະມົນຕີ ຮອງຫົວໜ້າ ຫສນຍ; ມີສະຫາຍຄະນະພັກ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ພ້ອມດ້ວຍຜູ້ຕາງໜ້າຈາກບັນດາກົມ ພາຍໃນ ຫສນຍ ແລະ ພະນັກງານ-ລັດຖະກອນ ຫໍປະຊຸມແຫ່ງຊາດ ເຂົ້າຮ່ວມ.
ໃນພິທີ,ສະຫາຍນາງ ບຸນໜັກ ດາລາງາແກ້ວຄະນະພັກ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານບັນດານິຕິກຳ, ເນຶື້ອໃນ ແລະ ເອກະສານທີ່ກ່ຽວຂ້ອງ ເປັນຕົ້ນມະຕິຕົກລົງຂອງຄະນະບໍລິຫານງານພັກ ຫສນຍ ວ່າດ້ວຍການຍົກຍ້າຍ ແລະ ຂໍ້ຕົກລົງແຕ່ງຕັ້ງ, ໃນນີ້ ໄດ້ຕົກລົງຍົກຍ້າຍສະຫາຍ ໄກສອນ ບຸນສົມຫວັງ ເລຂາໜ່ວຍພັກຮາກຖານຫົວໜ້າຫໍປະຊຸມແຫ່ງຊາດຜູ້ເກົ່າໄປຮັບໜ້າທີ່ໃໝ່ຢູ່ກົມບໍລິຫານ-ພິທີການແລະ ການເງິນຫສນຍ ແລະ ແຕ່ງຕັ້ງສະຫາຍ ຈັນຊະນະສີຈັນທອງທິບ ຮອງເລຂາຄະນະພັກຮາກຖານຮອງຫົວໜ້າກົມຄົ້ນຄວ້າ-ສັງລວມ ຫສນຍເປັນເລຂາໜ່ວຍພັກຮາກຖານເປັນຫົວໜ້າຫໍປະຊຸມແຫ່ງຊາດຜູ້ໃໝ່.ພ້ອມນັ້ນ, ກໍມີພິທີເຊັນບົດບັນທຶກມອບ-ຮັບໜ້າທີ່ຢ່າງເປັນທາງການ.
ໃນໂອກາດດັ່ງກ່າວ,ສະຫາຍ ຄຳລາວັນ ຈັນທະລາວັນ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ຊຶ່ງສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ການນຳພາ-ຊີ້ນຳຂອງຄະນະໜ່ວຍພັກຫໍປະຊຸມແຫ່ງຊາດ ໃນໄລຍະຜ່ານມາ ພາຍໃຕ້ການນຳພາຂອງຜູ້ເກົ່າຊຶ່ງໄດ້ປະຕິບັດໜ້າທີ່ຮ່ວມກັບໝູ່ຄະນະ ພ້ອມກັນບຸກບືນສູ້ຊົນ, ສຸມສະຕິປັນຍາ, ເຫື່ອແຮງຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ ເຮັດສຳເລັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ. ພ້ອມກັນນັ້ນ ກໍມີຄຳເຫັນບາງຕອນວ່າ: ການຍົກຍ້າຍ,ສັບຊ້ອນບ່ອນປະຈຳການ ແມ່ນກົດເກນ, ຂໍ້ກໍານົດ ແລະ ກົດລະບຽບຂອງພັກເຮົາທີ່ໄດ້ຈັດຕັ້ງປະຕິບັດເປັນປະຈໍາ ແລະ ປົກກະຕິ. ອັນສຳຄັນ ສະຫາຍ ໄດ້ມີຄຳເຫັນເນັ້ນໜັກ ຕໍ່ສະຫາຍຫົວໜ້າຫໍປະຊຸມແຫ່ງຊາດຜູ້ໃໝ່ ຈົ່ງເຊີດຊູຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນໃຫ້ສູງ ເພື່ອເຮັດຫຼ້ອນໜ້າທີ່ທີ່ພັກ ແລະ ລັດ ມອບໝາຍໃຫ້;ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານການບໍລິການຮັບໃຊ້ແລະ ຮັກສາຄວາມສະອາດ;ເປັນເຈົ້າການ ແລະ ປະສານສົມທົບກັບທຸກພາກສ່ວນກ່ຽວຂ້ອງ ຮັກສາຄວາມສະຫງົບພາຍໃນ ແລະ ພາຍນອກ; ສືບ¬ຕໍ່ຮັກ¬ສາມູນ¬ເຊື້ອອັນດີ¬ງາມ ຂອງຫໍປະຊຸມແຫ່ງຊາດ ໂດຍສະ¬ເພາະຄວາມສາ¬ມັກ¬ຄີພາຍໃນຄະນະໜ່ວຍພັກ, ຄະນະນໍາ ຫໍປະຊຸມແຫ່ງຊາດ ເພື່ອເຕົ້າໂຮມຄວາມສາ¬ມັກ¬ຄີ ໃນຖັນແຖວສະ¬ມາ¬ຊິກພັກ-ພະ¬ນັກ¬ງານ;ເອົາໃຈໃສ່ວຽກງານ ສຶກ¬ສາອົບ¬ຮົມນຳ¬ພາແນວຄິດຂອງສະມາຊິກພັກ-ພະ¬ນັກ¬ງານ ພາຍໃນຫໍປະຊຸມແຫ່ງຊາດ ໃຫ້ມີຄວາມຮັບຮູ້, ເຂົ້າ¬ໃຈ ແລະ ເປັນເອກະພາບ ຕໍ່ການປັບປຸງການຈັດຕັ້ງໃນຄັ້ງນີ້, ພ້ອມກັນຈັດຕັ້ງປະຕິບັດວຽກງານໃນຄວາມຮັບຜິດຊອບຂອງຕົນ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.
(ຂ່າວ-ພາບ: ຫສນຍ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ເພີ່ມເຕີມ