![]() |
ໃນພິທີ, ຜູ້ຕາງໜ້າຄະນະກໍາມະການ ໄດ້ລາຍງານການເຄືອນໄຫວ, ການຄຸ້ມຄອງ ແລະ ພັດທະນາເຜົ່າກຣີ. ຊຶ່ງເຜົ່າກຣີໄດ້ອາໃສ່ຢູ່ປ່າສະຫວງແຫ່ງຊາດນ້ຳປຸຍມາແຕ່ດຶກດຳບັນໂດຍອາໃສ່ທຳມະຊາດເປັນບ່ອນຊອກຢູ່ຫາກິນພໍລ້ຽງຊີບໄປວັນໆ. ປັດຈຸບັນແມ່ນມີຈຳນວນຄົນຕົວຈິງ 19 ຄົນ ຍິງ 10 ຄົນ ໂດຍໃນໄລຍະຜ່ານມາ ຄະນະພັກອົງການປົກຄອງແຕ່ລະຂັ້ນ ໄດ້ເອົາໃຈໃສ່ເບິ່ງແຍງໃຫ້ການຊ່ວຍເປັນຕົ້ນແມ່ນເຄຶ່ອງອຸປະໂພກ, ບໍລິໂພກ ແລະ ໄດ້ຄົ້ນຄວ້າປືກສາຫາລືຊອກຫາວິທີເພຶ່ອເຮັດໃຫ້ເຜົ່າກຣີ ຫຼຸດພົ້ນອອກຈາກຄວາມທຸກຍາກ. ສະນັ້ນ, ໃນຕົ້ນເດືອນມິຖຸນາ 2024 ໄດ້ຕົກລົງໃຫ້ເຜົ່າກຣີມາເຕົ້າໂຮມກັນຢູ່ຈຸດຜາແຊ່ງເຂດປ່າຊົມໃຊ້ຂອງບ້ານໂພນທອງ ເພຶ່ອບຸກເບີກທີ່ຢູ່ອາໄສແບບຊົ່ວຄາວພ້ອມທັງນຳພາຝືກຝົນຮ່ຳຮຽນວິຖີການດຳລົງຊີວິດແບບໝັ້ນຄົງໂດຍສະເພາະແມ່ນການປຸກຝັງ, ລ້ຽງສັດເພຶ່ອລ້ຽງຊີບເຮັດໃຫ້ເຂົາເຈົ້າຫັນປ່ຽນວິຖີການດຳລົງຊີວິດແບບເກົ່າ, ຮູ້ຮັກສາອະນາໄມ 3 ສະອາດ, ການພົວພັນສັງຄົມ ແລະ ອື່ນໆ. ຊຶ່ງມາຮອດທ້າຍປີ 2024 ໄດ້ຈັດສັນທີ່ດິນປຸກສ້າງ ແລະ ດິນທຳການຜະລິດ ພ້ອມທັງໄດ້ກໍ່ສ້າງເຮືອນໃຫ້ຈຳນວນ 5 ຫຼັງ ຫ້ອງນ້ຳ 1 ຫຼັງມີ 3 ຫ້ອງ ມູນຄ່າ 300 ກວ່າລ້ານກີບ ໂດຍຕິດພັນກັບການທ່ອງທ່ຽວທາງດ້ານວັດທະນະທຳ ຂອງເຜົ່າກຣີ.
ໃນໂອ້ກາດນີ້, ກໍໄດ້ມອບເຮືອນດັ່ງກ່າວ ໃຫ້ກັບເຜົ່າກຣີ ນຳໃຊ້ຢ່າງເປັນທາງການເພຶ່ອເຮັດໃຫ້ເຂົາເຈົ້າມີບ່ອນຢູ່ອາໄສທີ່ຖ້າວອນ ແລະ ຮຽນຮູ້ການອອກແຮງງານເພີມພູນຜະລິດຜົນ ປູກຝັງ, ລ້ຽງສັດ ເພຶ່ອສ້າງຄວາມເຂັ້ມແຂງດ້ວຍຕົນເອງເທື່ອລະກ້າວ.
(ຂ່າວ: ວົງສະຫວັນ ສຸທິໂວຫານ)
ຄໍາເຫັນ