ວັນທີ 19 ຕຸລາ ນີ້ ທີ່ ກະຊວງແຜນການ ແລະ ການລົງທຶນ ໄດ້ມີພິທີມອບ-ຮັບ ລົດໃຫຍ່ ຈຳນວນ 1 ຄັນ ໃຫ້ແກ່ອົງການປົກຄອງເມືອງຮ້ຽມ ແຂວງຫົວພັນ ຈາກກຸ່ມບໍລິສັດ ນິກສັນສໍາຫຼວດ, ຂຸດຄົ້ນປຸງແຕ່ງ ແລະ ສົ່ງອອກແຮ່ທາດ ຈຳກັດຜູ້ດຽວ ໂດຍການກ່າວມອບ ຂອງທ່ານ ນິກສັນ ພົມມະວິຈິດ ປະທານກຸ່ມບໍລິສັດ ນິກສັນສໍາຫຼວດ, ຂຸດຄົ້ນປຸງແຕ່ງ ແລະ ສົ່ງອອກແຮ່ທາດ ຈຳກັດຜູ້ດຽວ ແລະ ກ່າວຮັບໂດຍ ທ່ານ ບຸນວິໄຊ ກົງປະລີ ກໍາມະການພັກແຂວງ ເຈົ້າເມືອງໆຮ້ຽມ ແຂວງຫົວພັນ ພາຍໃຕ້ການເຂົ້າຮ່ວມເປັນສັກຂີພິຍານ ຂອງທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ມີການນໍາແຂວງຫົວພັນ ຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ. ລົດທີ່ນຳມາມອບໃນຄັ້ງນີ້ແມ່ນລົດກະບະ ຍີ່ຫໍ້ TOYOTA REVO ຊຶ່ງມີມູນຄ່າ 52.000 ໂດລາ ໃນການມອບລົດຄັ້ງນີ້ກໍເພື່ອເປັນການປະກອບສ່ວນເຂົ້າໃນການເຄື່ອນໄຫວໜ້າທີ່ວຽກງານລວມຂອງ ເມືອງຮ້ຽມ ໃຫ້ມີຄວາມສະດວກວ່ອງໄວຂຶ້ນກວ່າເກົ່າ.
ຕອນທ້າຍ, ທ່ານ ບຸນວິໄຊ ກົງປະລີ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບອົກຂອບໃຈ ຕໍ່ກຸ່ມບໍລິສັດນິກສັນ ພັດທະນາບໍ່ແຮ່ ຈຳກັດ ທີ່ນຳເອົາພາຫະນະ (ລົດໃຫຍ່) ມາມອບໃຫ້ເມືອງຮ້ຽມ ໃນຄັ້ງນີ້ ຊຶ່ງອົງການປົກຄອງເມືອງຮ້ຽມ ຈະນຳໃຊ້ພາຫະນະດັ່ງກ່າວໃຫ້ໄດ້ຮັບຜົນດີ ແລະ ນຳໃຊ້ໄດ້ຍາວນານ.
(ຂ່າວ: ວຽງພັນ ຈິດສະດີ)

ຄໍາເຫັນ