ສຳລັບຜູ້ໂຊກດີແມ່ນ ທ່ານ ນາງ ບົວຂາວ ແກ້ວອິນທະຣັກ ອາຍຸ 49 ປີ ຢູ່ບ້ານນາຄຳ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຊື້ຫວຍຜ່ານລະບົບອອນລາຍ (Happy 545), ຕາງໜ້າມອບລາງ ວັນໂດຍທ່ານ ສຸບັນ ເພຍສັກຂາ ຮອງຜູ້ອຳນວຍການບໍລິສັດ ລັດວິສາຫະກິດຫວຍພັດທະນາ, ທ່ານ ຄັງ ຄີລ ວອນ ຮອງຜູ້ອຳນວຍການວິສາຫະກິດຮຸ້ນສ່ວນຕົວແທນພິມ-ຈຳໜ່າຍສະຫຼາກພັດທະນາ 5/45 ແບບທັນສະໄໝ ຈຳກັດ, ທ່ານ ບຸນຊູ ອິນທະວົງ ຮອງຜູ້ອຳນວຍການວິສາຫະກິດຮຸ້ນສ່ວນຕົວແທນພິມ-ຈຳໜ່າຍສະຫຼາກພັດທະນາ 5/45 ແບບທັນສະໄໝ ຈຳກັດ ແລະ ທ່ານ ນຳ ຄວັນ ກູນ ຮອງຜູ້ອຳນວຍການ ວິສາຫະກິດຮຸ້ນສ່ວນຕົວແທນພິມ-ຈຳໜ່າຍສະຫຼາກພັດທະນາ 5/45 ແບບທັນສະໄໝ ຈຳກັດ, ໂດຍມີພະ ນັກງານທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ສໍາລັບເງິນລາງວັນທີ່ໄດ້ຮັບໃນຈຳນວນ 1,824,380,709 ກີບ ຈະໄດ້ຫັກອາກອນເງິນລາຍໄດ້ ຕາມລະບຽບກົດໝາຍອັດຕາ 5% ເປັນຈຳນວນເງິນ 91,209,035 ກີບ ຜູ້ໂຊກດີຈະໄດ້ຮັບເງິນຕົວຈິງ 1,733,171,674 ກີບ.
ຂ່າວ-ພາບ: ບຸນອູ້ມ
ຄໍາເຫັນ