![]() |
ທ່ານ ແກ້ວອຸດອນ ບຸດສິງຂອນ ໄດ້ມີຄໍາເຫັນວ່າ: ດ້ວຍຄວາມເປັນຫ່ວງເປັນໃຍຂອງການນໍາ ພັກ-ລັດ ທີ່ມີຕໍ່ພໍ່ແມ່ປະຊາຊົນ ການນໍາຂອງແຂວງ ກໍຄືຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ຄົ້ນຄວ້າ ປຸກລະດົມ ແລະ ນໍາເອົາເຄື່ອງຊ່ວຍເຫຼືອ ປະເພດຜ້າຫົ່ມ ແລະ ເຄື່ອງບໍລິໂພກຈໍານວນໜຶ່ງ ນໍາມາມອບໃຫ້ພໍ່-ແມ່ປະຊາຊົນ ໂດຍສະເພາະຄອບຄົວທີ່ມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ ເພື່ອເປັນການບັນເທົາຜົນກະທົບຈາກໄພໜາວ, ພ້ອມນີ້ ກໍຮຽກຮ້ອງມາຍັງພໍ່-ແມ່ປະຊາຊົນ ຈົ່ງໄດ້ພ້ອມກັນສຸມໃສ່ທາງດ້ານການຜະລິດເພີ່ມຂຶ້ນ ເພື່ອແກ້ໄຂຊີວິດການເປັນຢູ່ ແລະ ກາຍເປັນສິນຄ້າ, ສ້າງຄວາມຢູ່ດີກິນດີພາຍໃນຄອບຄົວ ແລະ ວຽກສໍາຄັນອີກຢ່າງໜຶ່ງ ກໍແມ່ນວາລະຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃຫ້ພໍ່-ແມ່ປະຊາຊົນຊຸກຍູ້ລູກຫຼານ ຜູ້ມີສິດປ່ອນບັດເລືອກຕັ້ງ ມາໃຊ້ສິດຂອງຕົນຢ່າງຄົບຖ້ວນ, ຮັບປະກັນໄດ້ 4 ຄາດໝາຍໃຫຍ່ຄື: ຮັບປະກັນໃຫ້ຜູ້ມີສິດ ມາໃຊ້ສິດຂອງຕົນປ່ອນບັດເລືອກຕັ້ງຢ່າງຄົບຖ້ວນ 100%, ຮັບປະກັນການໃຊ້ສິດ ຢ່າງຖືກຕ້ອງ 100%, ຮັບປະກັນຄວາມສະຫງົບ ຄວາມປອດໄພ 100%, ຮັບປະກັນຄວາມໂປ່ງໃສ ແລະ ຢຸດຕິທຳ 100%.
![]() |
(ຂ່າວ-ພາບ: ກອງຄໍາ)


ຄໍາເຫັນ