ມອບ-ສົ່ງງົວຕົ້ນທຶນຄືນໃຫ້ແກ່ບໍລິສັດກຸ່ມຄໍາໄພຊະນະຈໍາກັດ

ມອບ-ສົ່ງງົວຕົ້ນທຶນຄືນໃຫ້ແກ່ບໍລິສັດກຸ່ມຄໍາໄພຊະນະຈໍາກັດ
ປະຊາຊົນທຸກຍາກ 104 ຄອບຄົວຢູ່ບ້ານອອມ ແລະ ບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ໄດ້ມອບ-ສົ່ງງົວຕົ້ນທຶນຄືນໃຫ້ແກ່ບໍລິສັດກຸ່ມຄໍາໄພຊະນະຈໍາກັດຜູ້ດຽວພາຍຫຼັງທີ່ໄດ້ຮັບງົວແມ່ພັນພື້ນເມືອງລາວຈຳນວນ 209 ແມ່ໄປລ້ຽງຄົບຕາມກໍານົດເວລາ 4 ປີ ໂດຍທ່ານ ຄຳໄພ ສົມຊະນະ ປະທານບໍລິສັດ ຜູ້ເຮັດແທ້ທຳຈິງ ນັບແຕ່ນ້ອຍຫາໃຫຍ່ ຈາກລູກພໍ່ໄຮ່ ແມ່ຊາວສວນ ເມື່ອປະສົບຜົນສຳເລັດດ້ານຊີວິດ ແລະ ທຸລະກິດແລ້ວກໍໄດ້ມີຄວາມເສຍສະຫຼະຊັບສິນສ່ວນຕົວຊ່ວຍເຫຼືອຊຸກຍູ້ສົ່ງເສີມຄອບຄົວປະຊາຊົນຜູ້ທຸກຍາກ ແຕ່ຕ້ອງດຸໝັ່ນ ມີພື້ນທີ່ປູກຫຍ້າ ໂດຍເພິ່ນແບກຫາບດອກເບ້ຍແທນປະຊາຊົນ ຍ້ອນໂຄງການແມ່ນເອົາພຽງຕົ້ນທຶນງົວຄືນເທົ່ານັ້ນ ສ່ວນຜົນຕອບແທນກໍຄືງົວທີ່ເກີດຈາກການລ້ຽງ ຫຼື ກຳໄລໄດ້ຫຼາຍໂຕທໍ່ໃດກໍແມ່ນມອບໃຫ້ຄອບຄົວປະຊາຊົນຜູ້ລ້ຽງນັ້ນທັງໝົດ.
ພິທີມອບ-ສົ່ງງົວຕົ້ນທຶນຄືນໃຫ້ແກ່ບໍລິສັດກຸ່ມຄໍາໄພຊະນະຈໍາກັດຜູ້ດຽວ ກໍຄືໂຄງການ KPG ພັດທະນາກະສິກໍາ ແລະ ປ່າໄມ້ ແຂວງໄຊສົມບູນ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້, ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຕົ່ງມົວ ຊົວໂກ້ ຮອງເຈົ້າແຂວງໄຊສົມບູນ, ທ່ານ ບຸນທອນ ປັນແກ້ວ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ທ່ານ ຄໍາໄພ ສົມຊະນະ ປະທານບໍລິສັດກຸ່ມຄໍາໄພຊະນະ ຈໍາກັດຜູ້ດຽວ, ພ້ອມດຽວກັນນີ້ກໍມີພະແນກການທີ່ກ່ຽວຂ້ອງຂັ້ນແຂວງ ແລະ ເມືອງອະນຸວົງ, ອໍານາດການປົກຄອງ ຕະຫຼອດຮອດປະຊາຊົນຜູ້ລ້ຽງງົວທັງ 2 ບ້ານເຂົ້າຮ່ວມຢ່າງພ້ອມພຽງ; ທ່ານ ຄຳໄພ ສົມຊະນະ ກ່າວວ່າ: ເພື່ອເປັນການຈັດຕັ້ງຜັນຂະຫຍາຍແນວທາງຂອງພັກ ແລະ ລັດຖະບານ ໂດຍສະເພາະແມ່ນຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນດ້ວຍການປູກການລ້ຽງຂາຍເປັນສິນຄ້າຕອບສະໜອງໃຫ້ພາຍໃນ ແລະ ສົ່ງອອກຕ່າງປະເທດ ຕົນເອງຈຶ່ງໄດ້ຕັດສິນໃຈນຳງົວແມ່ພັນພື້ນເມືອງລາວໄປມອບໃຫ້ປະຊາຊົນຜູ້ທຸຍາກຢູ່ເຂດຈຸດສຸມບ້ານອອມ-ບ້ານກໍໄຮລ້ຽງໃນຄັ້ງວັນທີ 11/11/2019-11/11/2023 ຫຼື ປັດຈຸບັນຖືໄດ້ວ່າໄດ້ຮັບໝາກຜົນສຳເລັດຢ່າງໜ້າເພິ່ງພໍຫຼາຍ ປະຊາຊົນແມ່ນໄດ້ຮັບຜົນປະໂຫຍດໂດຍກົງ ແລະ ຈິງແທ້ ຈາກຄອບຄົວທີ່ບໍ່ເຄີຍມີງົວ ກໍມີງົວລ້ຽງເພີ່ມຂຶ້ນ ຊີວິດການເປັນຢູ່ກໍນັບມື້ຖອຍຫ່າງອອກຈາກຄວາມທຸກຍາກເທື່ອລະກ້າວ.
ສຳລັບໂຄງການ,ນອກຈາກຊຸກຍູ້ສົ່ງເສີມການລ້ຽງງົວຢູ່ບ້ານອອມ ແລະ ບ້ານກໍໄຮ ແລ້ວຍັງໄດ້ສະໜອງດ້ານແນວພັນຫຍ້າ, ຢາຮັກປົວ ແລະ ມີວິຊາການເບິ່ງແຍ່ງຊ່ວຍປະຊາຊົນອີກ ລວມເປັນມູນຄ່າທັງໝົດ 1.254.000.000 ກີບ, ຜ່ານການຈັດຕັ້ງປະຕິບັດໂຄງການ ສາມາດເກັບກູ້ຄືນງົວຕົ້ນທຶນຕົວຈິງທີ່ເຫຼືອຈາກການເຈັບປ່ວຍຍ້ອນພະຍາດ ແລະ ການປ່ຽນແປງຂອງດິນຟ້າອາກາດ ໄດ້ຄືນທັງໝົດ 179 ໂຕ ສ່ວນປະຊາຊົນຜູ້ລ້ຽງໄດ້ຮັບຜົນຕອບແທນຈາກການລ້ຽງງົວ ທີ່ເປັນກຳໄລທັງໝົດ 242 ໂຕ, ຄິດເປັນເງິນຕາມມູນຄ່າຕົວຈິງ 1.195.300.000 ກີບ.
ແນວໃດກໍດີ ໂຄງການນີ້ນັບວ່າສ້າງປະກົດການໃໝ່ໃນແວດວົງຂອງການປ່ອຍງົວໃຫ້ປະຊາຊົນລ້ຽງ ຍ້ອນເອກະຊົນບໍລິຫານຈັດການແຫຼ່ງທຶນ ແລະ ງົວເອງຮ່ວມກັບປະຊາຊົນ ຊຶ່ງຜ່ານມາກໍມີຫຼາຍໂຄງການເຮັດມາແລ້ວ ແຕ່ຮອດກຳນົດເວລາເກັບກູ້ຄືນກໍມິດງຽບຫາຍໄປທັງຕົ້ນທຶນ ແລະ ກຳໄລ ຊຶ່ງຫຼັງຈາກທີ່ສຳເລັດພິທີມອບສົ່ງງົວຄັ້ງນີ້ ກໍມີພໍ່ແມ່ປະຊາຊົນຜູ້ລ້ຽງງົວໃນໂຄງການເກືອບທັງໝົດ ນັບແຕ່ຜູ້ນ້ອຍ, ຜູ້ໃຫຍ່ ໄປຈົນຮອດຜູ້ເຖົ້າຜູ້ແກ່ພາລູກຫຼານ ມາສະເໜີຂໍຊື້ງົວຂອງຕົນເອງຄືນນຳໂຄງການເພື່ອໄປລ້ຽງຢ່າງເປັນຂະບວນຟົດຟື້ນ ເນື່ອງຈາກມີຄວາມຮັກ ຄວາມຜູກພັນ ໂດຍປັດຈຸບັນ,ໂຄງການນີ້ຍັງມີການດຳເນີນງານຢູ່ເມືອງທ່າໂທມ ແຂວງໄຊສົມບູນ ຊຶ່ງມີການປ່ອຍໃຫ້ປະຊາຊົນຮູບແບບ 2-3 ໂດຍບໍລິສັດປ່ອຍ 1 ຄືນມາ 2 ໃນກຳນົດ 4 ປີ ເຊັ່ນດຽວກັນ ທັງນີ້ກໍເພື່ອເປັນການນຳງົວແມ່ພັນໄປມອບໃຫ້ຄອບຄົວທຸກຍາກ ແລະ ດຸໝັ່ນອື່ນໆຕໍ່ໄປ ພາຍໃນແຂວງໄຊສົມບູນ ແລະ ແຂວງອື່ນໆໃນຂອບເຂດທົ່ວປະເທດ ໂດຍໂຄງການໄດ້ວາງເປົ້າໝາຍໄວ້ໃຫ້ໄດ້ 11 ພັນແມ່ແຕ່ປີ 2025-2030.
(ຂ່າວ-ພາບ: ແຂວງໄຊສົມບູນ)

ຄໍາເຫັນ

ຂ່າວເສດຖະກິດ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ໄລຍະ 6 ເດືອນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊທານີ ນະຄອນ ຫຼວງວຽງຈັນໂດຍລວມດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເຄື່ອງອຸປະໂພກ ບໍລິໂພກພາຍໃນເມືອງໄດ້ມີບາດກ້າວໃໝ່.
ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

ໃນວັນທີ 15 ສິງຫານີ້ ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງຫຼວງພະບາງ ໄດ້ຈັດປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານ ຂອງຄະນະສະເພາະກິດການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດຂັ້ນແຂວງ ໃນໄລຍະ 7 ເດືອນຕົ້ນ ແລະ ກຳນົດທິດທາງ ແຜນການໃນ 5 ເດືອນທ້າຍປີ 2025 ໂດຍເປັນປະທານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ຫົວໜ້າຄະນະສະເພາະກິດຂັ້ນແຂວງ.
6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

ໄລຍະ 6 ເດືອນຕົ້ນປີ 2025 ນີ້, ເມືອງລະມາມ ແຂວງເຊກອງ ໄດ້ເອົາໃຈໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນເມືອງ ເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ສ້າງສິ່ງອໍານວຍຄວາມສະດວກ, ຊຸກຍູ້ສົ່ງເສີມການບໍລິການ ແລະ ການຜະລິດກະສິກໍາທີ່ເປັນທ່າແຮງ, ເຮັດໃຫ້ເສດຖະກິດ ຂອງເມືອງຂະຫຍາຍຕົວໃນລະດັບ 5.59% ລວມຍອດຜະລິດຕະພັນພາຍໃນ ຫຼື (GDP) ບັນລຸໄດ້ 1,029.64 ຕື້ກີບ, ສະເລ່ຍໃສ່ພົນລະເມືອງ 23.28 ລ້ານກີບ/ຄົນ.
ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ຄາດຄະເນວ່າ ໃນປີ 2025 ເສດຖະກິດ ນະຄອນຫຼວງວຽງຈັນ (ນວ) ຈະຂະຫຍາຍຕົວໃນລະດັບ 6.6% (ລື່ນມະຕິສະພາ 0.1%), ໂດຍປັດໄຈຕົ້ນຕໍທີ່ຈະເຮັດໃຫ້ GDP ຂະຫຍາຍຕົວລື່ນແຜນການ ແມ່ນມາຈາກຂະແໜງອຸດສາຫະກໍາຂະຫຍາຍຕົວ 8.1%, ກວມເອົາ 49%
ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ກະຊວງ ຍຸຕິທຳ ໄດ້ຊຸດອົບຮົມ ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໄດ້ດຳເນີນໃນລະຫວ່າງວັນທີ23-27 ມິຖຸນາ 2025 ຢູ່ໂມສອນຂອງແຂວງ ບໍລິຄຳໄຊ, ມີສຳມະນາກອນຈາກສະພາທະນາຍຄວາມນະຄອນຫຼວງວຽງຈັນ,ແຂວງ ບໍລິຄຳໄຊ,ຕາງໜ້າພະແນກການຈາກຂົງເຂດເສດຖະກິດ,ສະພາອຸດສາຫະກຳການຄ້າແຂວງເຂົ້າຮ່ວມ. ມາໃນຕອນເຊົ້າຂອງວັນທີ 27 ມີຖຸນາໄດ້ ສຳເລັດລົງຢ່າງຈົບງາມ, ເປັນກຽດເຂົ້າຮ່ວມ ແລະ ກ່າວມອບໃບຢັ້ງຢືນ ຂອງທ່ານ ນາງ ວັນນາ ປະເສີດກຸນ ຫົວໜ້າພະແນກ ຍຸຕິທຳແຂວງ ບໍລິຄຳໄຊ.
ເພີ່ມເຕີມ