ມອບທຸງໄຊນໍາໜ້າ ແລະ ໃບຢັ້ງຢືນ 4 ບຸກ ໃຫ້ຮາກຖານ ແລະ ໜ່ວຍ

ມອບທຸງໄຊນໍາໜ້າ ແລະ ໃບຢັ້ງຢືນ 4 ບຸກ ໃຫ້ຮາກຖານ ແລະ ໜ່ວຍ
ໃນວັນທີ 13 ທັນວາ ນີ້ ທີ່ສະໂມສອນ ເມືອງອຸທຸມພອນແຂວງສະຫວັນນະເຂດ
ທາງຫ້ອງການຊາວໜຸ່ມ ປະຊາຊົນ ປະຕິວັດລາວເມືອງ ໄດ້ຈັດພິທີມອບທຸງໄຊນໍາໜ້າ ແລະ ໃບຢັ້ງຢືນຊາວໜຸ່ມຕົວແບບ 4 ບຸກ ໃຫ້ຮາກຖານ ແລະ ໜ່ວຍທົ່ວເມືອງ,ໂດຍການເປັນປະທານຂອງທ່ານ ທອງໃສ ໄຊຍະວົງຄໍາດີ ເຈົ້າເມືອງອຸທຸມພອນ.
ໃນພິທີ, ທ່ານ ນາງ ສົມພອນ ອິນທິຈັກ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ ກໍໄດ້ສະຫຼຸບສັງເກດຕີລາຄາຄືນກ່ຽວກັບຜົນງານການເຄື່ອນໄຫວວຽກງານໃນໄລຍະຜ່ານມາວ່າ: ທົ່ວເມືອງມີສະມາຊິກຊາວໜຸ່ມ 2.166ຄົນຍິງ 1.148ຄົນ,ປະກອບມີ 23 ຮາກຖານ, 116 ໜ່ວຍ,ໃນນີ້ຫ້ອງການອ້ອມຂ້າງ 4 ຮາກຖານ, 25 ໜ່ວຍ,ໂຮງຮຽນ 7 ຮາກຖານ, 21 ໜ່ວຍ,ບ້ານມີ 12 ຮາກຖານ,ມີ 70 ໜ່ວຍ,ອອກໃບອະນຸມັດພົ້ນກະສຽນຊາວໜຸ່ມໃຫ້ແຕ່ລະໜ່ວຍຊາວໜຸ່ມຈໍານວນ 22ຄົນຍິງ 10 ຄົນ,ພ້ອມທັງອອກໃບຍົກຍ້າຍໃຫ້ສະມາຊິກຊາວໜຸ່ມເພື່ອໄປສຶກສາຕໍ່ ແລະ ໄປປະຈໍາການບ່ອນໃໝ່ 7 ສະຫາຍຍິງ 4 ສະຫາຍ ແລະ ໄດ້ອະນຸມັດຮັບສະມາຊິກຊາວໜຸ່ມປະຊາຊົນ ປະຕິວັດລາວ ຢູ່ຂັ້ນໂຮງຮຽນ 580ຄົນ ຍິງ 324ຄົນ ຄຽງຄູ່ກັນນີ້ ກໍຍັງມີກອງທຶນຊ່ວຍເຫຼືອຊຶ່ງກັນເວລາເສຍຊີວິດຂອງສະມາຊິກຊາວໜຸ່ມຊຶ່ງມີສະມາຊິກທັງໝົດ 644ຄົນຍິງ 324ຄົນ,ຂະຫຍາຍສະມາຊິກເຂົ້າໃໝ່ໄດ້ເພີ່ມອີກ 6ຄົນຍິງ 1ຄົນ.
ສໍາລັບວຽກງານເຍົາວະຊົນ-ອະນຸຊົນທັນວາ ຊຶ່ງທົ່ວເມືອງມີເກນອາຍຸ 6-8 ປີມີ 3.123 ຄົນຍິງ 1.559 ຄົນ,ເຂົ້າເປັນສະມາຊິກເຍົາວະຊົນ 972ຄົນຍິງ 496ຄົນ, ຂະຫຍາຍໃໝ່ໄດ້ 249ຄົນຍິງ 111ຄົນ, ເກນອາຍຸ 9-14 ປີ ມີ 5.857ຄົນຍິງ 3.097ຄົນ, ເຂົ້າເປັນສະມາຊິກເຍົາວະຊົນທັນວາ 4.453ຄົນຍິງ 2.424ຄົນ, ຂະຫຍາຍໃໝ່ໄດ້ 873ຄົນຍິງ 471ຄົນ, ແບ່ງເປັນ 41 ກອງຮ້ອຍ,ໄດ້ຈັດແບ່ງເປັນໝວດ 109 ໝວດ,ຈັດແບ່ງເປັນໝູ່ໄດ້ 466 ໝູ່,ປະກາດເປັນກອງເຍົາວະຊົນແບບຢ່າງ 3 ດີ 4 ຮູ້ ສໍາເລັດແລ້ວເປັນຄັ້ງທີ VI ແລະ ວຽກງານດ້ານອື່ນໆກໍໄດ້ຮັບການຈັດຕັ້ງປະຕິບັດສໍາເລັດເຊັ່ນດຽວກັນ.
ຈາກນັ້ນ, ທ່ານ ນໍລະດີ ຈັນທະວົງ ຮອງເລຂາຊາວໜຸ່ມເມືອງ ກໍເປັນກຽດຜ່ານມະຕິຕົກລົງຂອງຄະນະບໍລິຫານງານຊາວໜຸ່ມເມືອງ ວ່າດ້ວຍການອະນຸມັດທຸງໄຊນໍາໜ້າ,ຂະບວນການແຂ່ງຂັນ 4 ບຸກ,ມະຕິ ວ່າດ້ວຍການມອບໃບຢັ້ງຢືນຊາວໜຸ່ມຕົວແບບ 4 ບຸກ ໃນຈໍານວນ 23 ຮາກຖານ ແລະ 92 ໜ່ວຍ,ໃຫ້ກຽດກ່າວມອບໂດຍແມ່ນທ່ານ ນາງ ສົມພອນ ອິນທິຈັກ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ ມອບໃຫ້ແຕ່ລະຮາກຖານ ແລະ ແຕ່ລະໜ່ວຍຢ່າງສົມກຽດ.
ໂອກາດເຂົ້າຮ່ວມ, ທ່ານ ທອງໃສ ໄຊຍະວົງຄໍາດີ ກໍເນັ້ນວ່າ: ຈາກຜົນງານທີ່ຍາດມາໄດ້ກໍຂໍໃຫ້ພວກສະຫາຍສືບຕໍ່ຮັກສາແຊັມໄປເລື້ອຍໆ,ນອກຈາກນີ້ ກໍຂໍໃຫ້ບັນດາສະຫາຍສະມາຊິກຊາວໜຸ່ມແຕ່ລະຮາກຖານຈົ່ງພ້ອມກັນເອົາໃຈໃສ່ໃນການປູກ-ການລ້ຽງ ບໍ່ປະໃຫ້ພື້ນທີ່ເປົ່າວ່າງ ສິ່ງໃດທີ່ບໍ່ຈໍາເປັນ ບໍ່ວ່າຈະເປັນຜັກຫຍ້າ,ຂ່າຂິງ,ຜັກບົ່ວ ແລະ ພືດຜັກຕ່າງໆພວກເຮົາກໍບໍ່ຄວນຊື້ ເພື່ອຫຼຸດຜ່ອນການໃຊ້ຈ່າຍຂອງພວກເຮົາ,ສິ່ງສໍາຄັນອັນໜຶ່ງກໍຄື ການອະນາໄມຕາມສະຖານທີ່ຕ່າງໆ ເປັນຕົ້ນສໍານັກງານ,ຫ້ອງການ,ເດີ່ນຫ້ອງວ່າການ,ຕາມສາຍທາງ ຕ້ອງໃຫ້ມັນມີຄວາມສະອາດຈົບງາມຢູ່ເລື້ອຍໆ.
ຂ່າວ-ພາບ:ບຸນຊູ ພົມມະເທບ
 
 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ເພີ່ມເຕີມ