![]() |
ໃນການໂລລາດຄັ້ງນີ້, ການນຳທີ່ເຂົ້າຮ່ວມ ແລະ ມວນຊົນ ໄດ້ຍ່າງຊົມການວາງຂາຍສີນຄ້າ ແລະ ຮ່ວມຕັດແຖບຜ້າ - ລັ່ນຄ້ອງ 9 ບາດ ເພື່ອເປີດງານຢ່າງເປັນທາງການ. ຊຶ່ງງານໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ ໃນໂອກາດບຸນຫໍ່ເຂົ້າປະດັບດີນໃນປີນີ້, ຄະນະຮັບຜິດຊອບໄດ້ກຳນົດເອົາຖະໜົນ ສີສະຫວ່າງວົງ (ເສັ້ນທາງກາງເມືອງ) ເລີ່ມແຕ່ 3 ແຍກບ້ານຈູມຄ້ອງ (ໜ້າຫໍພະບາງ) ຫາ 3 ແຍກ ເນດີ່ທາດຫຼວງ, ໂດຍມີ ບັນດາພໍ່ຄ້າ, ແມ່ຄ້າ-ຊາວຂາຍ ທັງພາຍໃນ, ແຂວງອ້ອມຂ້າງ ແລະ ຕ່າງປະເທດ ພ້ອມດ້ວຍປະຊາຊົນພາຍໃນແຂວງຫຼວງພະບາງ ໄດ້ນຳເອົາສິນຄ້າກະສິກຳ ແລະ ຜະລິດຕະພັນ ສີໄມ້ລາຍມືຂອງຕົນ ມາວາງຂາຍ ເປັນຕົ້ນ: ເຄື່ອງຫັດຖະກຳ, ອຸດສາຫະກຳ, ເຄື່ອງນຸ່ງຫົ່ມ, ເຄື່ອງປ່າຂອງດົງ, ເຄື່ອງອຸປະໂພ-ບໍລິໂພກ, ເຄື່ອງໃຊ້ໃນຄົວເຮືອນ, ອາຫານ-ເຄື່ອງດື່ມ ແລະ ໝາກໄມ້ຊະນິດຕ່າງໆ ທີ່ນຳມາປະກອບເປັນເຂົ້າຫໍ່ໂປ້ ຫຼື ເຂົ້າປະດັບດີນ.
![]() |
ພາຍຫຼັງສຳເລັດການໂລະລາດ, ປະຊາຊົນບັນດາເຜົ່າ ຈະໄດ້ກະກຽມເຄື່ອງວັດຖຸທານ ເປັນຕົ້ນ ເຮັດເຂົ້າຕົ້ມ-ເຂົ້າໜົມ ພິເສດແມ່ນການເຮັດເຂົ້າຫໍ່ໂປ້ ຫຼື ຫໍ່ເຂົ້າປະດັບດີນ ເພື່ອປະກອບພິທີໃນມື້ບຸນຫໍ່ເຂົ້າປະດັບດີນ, ສ່ວນມື້ແຮມ 14 ຄໍ່າ ກົງກັບ ວັນທີ່ 23 ສີງຫາ ຊຶ່ງເປັນມື້ບຸນຫໍ່ເຂົ້າປະດັບດີນ, ເລີ້ມແຕ່ເວລາ 6 ໂມງເຊົ້າ ການນໍາພັກ-ລັດ ຈະໄດ້ຮ່ວມກັນໃສ່ບາດແດ່ພະສົງ ສາມະເນນ ທີ່ໜ້າວັດແສນສຸຂາຣາມ. ຈາກນັ້ນ, ຈະໄດ້ເຕົ້າໂຮມແຂກ-ມວນຊົນ ແລະ ເຮືອຊ່ວງທີ່ເຂົ້າຮ່ວມແຂ່ງຂັນ ທີ່ຜາມໄຊເຮືອຊ່ວງ ບ້ານຊຽງທອງ-ຄີລີ ເພື່ອຈັດງານບຸນຊ່ວງເຮືອປະເພນີ ແລະ ດຳເນີນການຊ່ວງເຮືອຕະຫຼອດວັນ.
![]() |
(ແຫຼ່ງຂ່າວ: ແຂວງຫຼວງພະບາງ)



ຄໍາເຫັນ