ໃນປີ 2025, ຍອດມູນຄ່າການຄ້າສິນຄ້າປະເພດຈັບຕ້ອງໄດ້ລະຫວ່າງຈີນກັບປະເທດຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ບັນລຸເຖິງ 23,600 ຕື້ຢວນ, ເພີ່ມຂຶ້ນ 6.3% ເມື່ອທຽບໃສ່ປີ 2024. ການລົງທຶນໂດຍກົງທີ່ບໍ່ແມ່ນປະເພດການທະນາຄານຂອງຈີນຕໍ່ປະເທດຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ບັນລຸເຖິງ 283.36 ຕື້ຢວນ, ເພີ່ມຂຶ້ນ 18%; ໂຄງການຮັບເໝົາຂອງຈີນຢູ່ປະເທດຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ສຳເລັດມູນຄ່າທຸລະກິດ 1,100 ຕື້ຢວນ, ເພີ່ມຂຶ້ນ 9.6%. ຂະບວນລົດໄຟຈີນ-ເອີຣົບໄດ້ເປີດບໍລິການຫຼາຍກວ່າ 2 ໝື່ນຖ້ຽວ, ເສັ້ນທາງລົດໄຟຈີນ-ກຽກກິດສະຖານ-ອຸດສະເບກິດສະຖານ, ເສັ້ນທາງລົດໄຟຮົງກາລີ-ແຊັກບີ ແລະ ໂຄງການອື່ນໆໄດ້ຮັບຄວາມຄືບໜ້າທີ່ສຳຄັນ ແລະ ຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອປະເພດຕ່າງໆ ເຊັ່ນ: ໂຄງການທີ່ມີລັກສະນະຂີດໝາຍສຳຄັນ ແລະ ໂຄງການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ “ນ້ອຍ ແລະ ງາມ” ແລະ ອື່ນໆ 700 ກວ່າໂຄງການ.
ຄໍາເຫັນ