ມູນຄ່າການນຳເຂົ້າ - ສົ່ງອອກ ຜ່ານດ່ານທາງຫຼວງຈູ່ໄຫ ຂອງຂົວໃຫຍ່ ຮົງກົງ-ຈູ່ໄຫ-ມາກາວ ບັນລຸ 96 ຕື້ 170 ລ້ານຢວນ
ຂ່າວສານຊີອາໄອລາຍງານ ໃນວັນທີ 19 ເມສາ ຜ່ານມາວ່າ: ອີງຕາມສະຖິຕິຂອງອົງການພາສີກົງເປີຍຈີນ, ໃນໄຕມາດທີໜຶ່ງປີນີ້, ຍອດມູນຄ່າການນຳເຂົ້າ-ສົ່ງອອກຜ່ານດ່ານທາງຫຼວງຈູ່ໄຫຂອງຂົວໃຫຍ່ຮົງກົງ-ຈູ່ໄຫ-ມາກາວ ບັນລຸເຖິງ 96 ຕື້ 170 ລ້ານຢວນ, ທຽບໃສ່ໄລຍະດຽວກັນຂອງປີກາຍນີ້ ເພີ່ມຂຶ້ນ 55,4%, ຖານະບົດບາດຂອງດ່ານຂົວໃຫຍ່ດັ່ງກ່າວທີ່ເປັນຊ່ອງທາງສຳຄັນຕົ້ນຕໍດ້ານການຄ້າຕໍ່ຕ່າງປະເທດຂອງຝັ່ງຕາເວັນຕົກແມ່ນ້ຳຈູ່ຈ່ຽງນັບມື້ນັບພົ້ນເດັ່ນຂຶ້ນ.
ຍອດມູນຄ່າການຄ້າກັບອາຊຽນໂດຍຜ່ານດ່ານຂົວໃຫຍ່ແຫ່ງນີ້ບັນລຸເຖິງ 26 ຕື້ 800 ລ້ານຢວນ, ເພີ່ມຂຶ້ນ 203,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ຜະລິດຕະພັນເຕັກໂນໂລຊີທັນສະໄໝ, ຜະລິດຕະພັນພາສຕິກ ແລະ ເຄື່ອນນຸ່ງຫົ່ມ ຊຶ່ງເປັນສິນຄ້າທີ່ໄດ້ຮັບຄວາມນິຍົມຈາກຕະຫຼາດອາຊຽນ ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ.
ຄໍາເຫັນ