ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ແຫຼ່ງຂ່າວຈາກດ່ານພາສີເຂດນິຄົມອຸດສາຫະກຳຊູ່ໂຈ່ວໃຫ້ຮູ້ຫວ່າງມໍ່ໆມານີ້ວ່າ: ໃນ 7 ເດືອນຕົ້ນປີນີ້ ຍອດມູນຄ່າການນຳເຂົ້າ-ສົ່ງອອກຂອງເຂດນິຄົມອຸດສາຫະກຳຊູ່ໂຈ່ວ ຊຶ່ງເປັນເຂດພັດທະນາການຮ່ວມມືລະຫວ່າງຈີນກັບຕ່າງປະເທດແຫ່ງທຳອິດຂອງຈີນ ບັນລຸຫຼາຍກວ່າ 1,000 ຕື້ຢວນເປັນຄັ້ງທຳອິດ, ເພີ່ມຂຶ້ນ 126.8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແລະ ມີຫຼາຍກວ່າຍອດມູນຄ່າການນຳເຂົ້າ-ສົ່ງອອກໃນໝົດປີ 2025.
ໃນນັ້ນ, ຜະລິດຕະພັນຮາດແວປະມວນຜົນ AI ເຊັ່ນ: ໜ່ວຍຄວາມຈຳ, ໂມດູນສື່ສານດ້ວຍແສງ ຫຼື optical module ແລະ ອື່ນໆ ໄດ້ກວມເອົາຫຼາຍກວ່າເຄິ່ງໜຶ່ງ, ເຮັດໃຫ້ກຳລັງການຜະລິດໃນຄຸນນະພາບໃໝ່ໄດ້ກາຍເປັນສິ່ງຄ້ຳປະກັນສຳຄັນທີ່ຊຸກຍູ້ການເຕີບໂຕດ້ານການຄ້າກັບຕ່າງປະເທດຢ່າງແຂງແຮງ.
ເຂດນິຄົມອຸດສາຫະກຳຊູ່ໂຈ່ວ ແມ່ນໂຄງການຮ່ວມມືທີ່ສຳຄັນລະຫວ່າງລັດຖະບານຈີນ ແລະ ສິງກະໂປ ທັງເປັນເວທີສຳຄັນໃນການເປີດປະຕູສູ່ພາຍນອກລະດັບສູງຂອງຈີນ.
ຄໍາເຫັນ