ຂ່າວລະບຸວ່າ: ໂຄສົກຂອງກົມສະຖິຕິແຫ່ງຊາດຈີນແຈ້ງໃຫ້ຮູ້ວ່າ, ນັບແຕ່ເດືອນມັງກອນ ຫາ ເດືອນກຸມພາປີນີ້, ຍອດມູນຄ່າການສົ່ງອອກ ແລະ ນຳເຂົ້າສິນຄ້າທີ່ຈັບຕ້ອງໄດ້ຂອງຈີນມີເຖິງ 7732.1 ຕື້ຢວນ, ເພີ່ມຂຶ້ນ 18.3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ສູງກວ່າເດືອນທັນວາຂອງປີກາຍ 13.4%. ໃນນັ້ນ, ການສົ່ງອອກມີເຖິງ 4617.8 ຕື້ຢວນ, ເພີ່ມຂຶ້ນ 19.2%; ການນຳເຂົ້າມີເຖິງ 3114.3 ຕື້ຢວນ, ເພີ່ມຂຶ້ນ 17.1%. ການສົ່ງອອກ ແລະ ນຳເຂົ້າດ້ານການຄ້າທົ່ວໄປໄດ້ເພີ່ມຂຶ້ນ 13.5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ການສົ່ງອອກ ແລະ ນຳເຂົ້າຕໍ່ປະເທດຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເພີ່ມຂຶ້ນ 20%. ການສົ່ງອອກ ແລະ ນຳເຂົ້າຂອງວິສາຫະກິດພາກເອກະຊົນເພີ່ມຂຶ້ນ 22.8%. ການສົ່ງອອກ ແລະ ນຳເຂົ້າເຄື່ອງກົນຈັກ ແລະ ຜະລິດຕະພັນເອເລັກໂຕຣນິກເພີ່ມຂຶ້ນ 24.3%.
ທ່ານ ສີຈິ້ນຜິງ ຕັ້ງຂໍ້ “ປາລະໄນ” ເມື່ອ 30 ກວ່າປີກ່ອນ
ເດືອນມິຖຸນາ ປີ 1988, ທ່ານ ສີຈິ້ນຜິງ ດຳລົງຕຳແໜ່ງເປັນເລຂາຄະນະພັກເຂດນິງເຕີ ແຂວງຟູຈ້ຽນ. ໃນການສຳຫຼວດເກັບກຳຂໍ້ມູນ, ມີປະຊາຊົນຈຳນວນຫຼາຍໄດ້ສ່ອງແສງບັນຫາພົ້ນເດັ່ນອັນໜຶ່ງຄື: ພະນັກງານຢຶດທີ່ດິນຫຼວງປຸກສ້າງເຮືອນສ່ວນຕົວຢ່າງຜິດລະບຽບການ.
ຄໍາເຫັນ