ໝູນໃຊ້ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການປົດປ່ອຍແມ່ຍິງ

ໝູນໃຊ້ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການປົດປ່ອຍແມ່ຍິງ

ໝູນໃຊ້ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການປົດປ່ອຍແມ່ຍິງ
ພັກເຮົາຍາມໃດກໍໄດ້ເອົາໃຈໃສ່ວາງແນວທາງນະໂຍບາຍປົດປ່ອຍແມ່ຍິງໃນຫຼາຍໆດ້ານ ເພື່ອເຮັດໃຫ້ວຽກງານພັດທະນາແມ່ຍິງສຳເລັດຜົນຕາມຄາດໝາຍ ໂດຍປະຕິບັດຕາມຄໍາຊີ້ນໍາ, ຄໍາສັ່ງຂອງປະທານ ໄກສອນ ພົມວິຫານ ຊຶ່ງໄດ້ກາຍເປັນມໍລະດົກອັນລໍ້າຄ່າໃຫ້ແກ່ຂະບວນການພັດທະນາເອື້ອຍນ້ອງແມ່ຍິງມາເຖິງທຸກວັນນີ້.

 

ທ່ານ ນາງ ສິນທະມາລາ ລານາວັນ ຫົວໜ້າກົມໂຄສະນາ-ວັດທະນະທໍາ ສູນກາງສະຫະພັນແມ່ຍິງລາວ ໄດ້ລາຍງານຕໍ່ກອງປະຊຸມເຜີຍແຜ່ບົດຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ກ່ຽວກັບວຽກງານແມ່ຍິງ ເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນວ່າ: ຄະນະພັກ, ອົງການປົກຄອງແຕ່ລະຂັ້ນ, ແຕ່ລະຂະແໜງການ ແລະ ສະຫະພັນແມ່ຍິງ ໄດ້ຫັນເອົາທິດຊີ້ນໍາດັ່ງກ່າວມາເປັນແຜນການຈັດຕັ້ງປະຕິບັດຕົວຈິງ, ຕາມທີ່ປະທານ ໄກສອນ ພົມວິຫານ ໄດ້ຍົກໃຫ້ເຫັນບັນດາຫຼັກການກ່ຽວກັບການຊີ້ນໍາປະຕິບັດແນວທາງນະໂຍບາຍຂອງພັກຕໍ່ບັນຫາປົດປ່ອຍແມ່ຍິງລວມມີ 5 ຫຼັກການຄື: 1) ເພີ່ມທະວີການນໍາຂອງພັກຕໍ່ວຽກງານຂົນຂວາຍແມ່ຍິງ; 2) ເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບຂອງກົງຈັກລັດ ຊຶ່ງເປັນເຄື່ອງມືຕົ້ນຕໍສໍາລັບປະຕິບັດແນວທາງຂອງພັກກ່ຽວກັບການຂົນຂວາຍແມ່ຍິງ; 3) ເສີມຂະຫຍາຍຄວາມຮັບຜິດຊອບຂອງບັນດາອົງການຈັດຕັ້ງມະຫາຊົນໃນການປະຕິບັດແນວທາງປົດປ່ອຍແມ່ຍິງ; 4) ພາລະບົດບາດຂອງສະຫະພັນແມ່ຍິງໃນໄລຍະໃໝ່ຂອງການປະຕິວັດ; 5) ກ່ຽວກັບໜ້າທີ່ຂອງສະຫະພັນແມ່ຍິງ. ພ້ອມນັ້ນ, ພັກເຮົາໄດ້ວາງແຜນນະໂຍບາຍ, ວິທີການຫຼາຍອັນ ເພື່ອປຸກລະດົມຊຸກຍູ້ແມ່ຍິງເຂົ້າຮ່ວມໃນທຸກຂົງເຂດວຽກງານ ໃນຖານະຜູ້ເປັນເຈົ້າຂອງປະເທດຊາດ, ເປັນເຈົ້າຊາຕາກຳຂອງຕົນ. ແມ່ຍິງບັນດາເຜົ່າ ໄດ້ຮັບການຮໍ່າຮຽນການເມືອງ, ໄດ້ຮັບການລຶບລ້າງຈາກໄພບໍ່ຮູ້ໜັງສື, ໄດ້ຮັບການບຳລຸງວັດທະນະທຳ, ໄດ້ຮໍ່າຮຽນວິຊາສະເພາະຫຼາຍຂະແໜງ, ສຸຂະພາບຂອງແມ່ຍິງ ແລະ ລູກເຕົ້າ ກໍໄດ້ຮັບການເບິ່ງແຍງດູແລ ຈາກພັກ ແລະ ລັດ ມີແມ່ຍິງຫຼາຍຄົນໄດ້ປະກອບສ່ວນເຂົ້າໃນອົງການນໍາຂອງບັນດາຮາກຖານການຜະລິດ, ທຸລະກິດ, ໃນອົງການຂອງພັກ ແລະ ລັດ ແຕ່ສູນກາງລົງເຖິງທ້ອງຖິ່ນ.

ໃນກອງປະຊຸມໃຫຍ່ຂອງພັກແຕ່ລະຄັ້ງ ພັກໄດ້ເອົາໃຈໃສ່ວາງແນວທາງນະໂຍບາຍ ເພື່ອປົດປ່ອຍແມ່ຍິງທາງດ້ານຈິນຕະນາການ, ປົດປ່ອຍອອກຈາກຄວາມທຸກຍາກ, ປົດປ່ອຍອອກຈາກແອກຮີດຄອງປະເພນີ ທີ່ມີຜົນກະທົບຕໍ່ບັນຫາສຸຂະພາບ ແລະ ການພັດທະນາແມ່ຍິງເອງ, ປົດປ່ອຍອອກຈາກຄວາມບໍ່ສະເໝີພາບ ແລະ ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ “ສະມາຊິກສະຫະພັນແມ່ຍິງຕະ ຫຼອດຮອດແມ່ຍິງລາວບັນດາເຜົ່າໃຫ້ສູ້ຊົນຝຶກຝົນຫຼໍ່ຫຼອມຕົນເອງ ແລະ ບຸກທະລຸໃຫ້ໄດ້ດ້ານຈິນຕະນາ ການດ້ວຍການປ່ຽນແປງໃໝ່, ປົດປ່ອຍ ແລະ ແກ້ໄຂໃຫ້ໄດ້ທັດສະນາແນວຄິດແບບຄໍາພິຕາຍຕົວ, ຮັກສາເດີມ, ໃຈນ້ອຍ, ຄັບແຄບ, ອະຄະຕິ, ແນວຄິດຈໍາແນກເພດຍິງດ້ວຍກັນ, ບໍ່ຍອມຮັບ ແລະ ບໍ່ສະໜັບສະໜູນ ຊຶ່ງກັນ ແລະ ກັນ, ແກ້ແນວຄິດງໍ້ງ່ຽງ, ບໍ່ກ້າຫານ, ຈົ່ງຈຽມ, ບໍ່ກ້າປະເຊີນກັບການທ້າທາຍທົດສອບກັບວຽກງານທີ່ໄດ້ຮັບມອບໝາຍ. ນອກຈາກຄໍາເຫັນສະເພາະແມ່ຍິງແລ້ວທຸກຄົນ, ທຸກພາກສ່ວນໃນສັງຄົມ ກໍຕ້ອງໄດ້ເຂົ້າໃຈ ແລະ ໃຫ້ການຮ່ວມມື ເພື່ອເຮັດໃຫ້ວຽກງານພັດທະນາແມ່ຍິງ ສຳເລັດຜົນຕາມຄາດໝາຍ. ສໍາລັບເພດຊາຍກໍໃຫ້ຕ້ານກັບທັດສະນະອະຄະຕິ, ຄວາມຊິນເຄີຍ ແລະ ຮີດຄອງອັນເກົ່າແກ່ຫຼ້າຫຼັງ ທີ່ມີລັກສະນະຈໍາແນກແມ່ຍິງ, ຖືແມ່ຍິງເປັນເພດອ່ອນແອ, ເປັນຜູ້ຄອຍຮັບໃຊ້ຄອບຄົວ ແລະ ສັງຄົມ. ອັນພາໃຫ້ມີຊ່ອງຫວ່າງເກີດມີການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກໃນຮູບແບບຕ່າງໆ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ລະຄອນເພັງ ເກັບກ່ຽວເຂົ້ານາປີ ໃກ້​ຈະ​ສຳເລັດແລະກຽມສຸມໃສ່ປູກພືດລະດູແລ້ງ

ລະຄອນເພັງ ເກັບກ່ຽວເຂົ້ານາປີ ໃກ້​ຈະ​ສຳເລັດແລະກຽມສຸມໃສ່ປູກພືດລະດູແລ້ງ

ທ່ານ ຄຳກອນ ວິໄລສັກ ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງລະຄອນເພັງແຂວງ​ສາ​ລະ​ວັນເປີດ​ເຜີຍໃນວັນທີ 20 ພະຈິກຜ່ານ​ມາວ່າ: ປັດຈຸບັນຊາວກະສິກອນ ເມືອງລະຄອນເພັງ ຂຸ້ນຂ້ຽວສຸມໃສ່ເກັບ​ກ່ຽວເຂົ້ານາປີ ສຳເລັດແລ້ວ 95%, ໃນເນື້ອທີ່ທັງໝົດປະມານ 11,835 ເຮັກຕາ, ຜົນຜະລິດໄດ້ 53 ພັນກວ່າໂຕນ; ສະເລ່ຍສະມັດຕະພາບ 3.7 ໂຕນຕໍ່ເຮັກຕາ. ສົກປີ 2025-2026 ທົ່ວເມືອງລະຄອນເພັງ ໄດ້ວາງແຜນການປູກເຂົ້ານາປີ 15,460 ເຮັກຕາ, ສາມາດປັກດຳໄດ້ຕົວຈິງ 15,212 ເຮັກຕາ ເທົ່າກັບ 98.4% ຂອງແຜນການ; ໃນນັ້ນ ນາດຳປະຕິບັດໄດ້ 8,712 ເຮັກຕາ ເທົ່າກັບ 93.07%, ນາຢອດ 3,000 ເຮັກຕາ ເທົ່າກັບ 103.4% (ລື່ນແຜນ 3.4%) ແລະ ນາຫວ່ານ 3,500 ເຮັກຕາ, ລື່ນແຜນການ 9.3%. ນອກຈາກນີ້, ການເກັບກູ້ພືດລະດູຝົນຂອງເມືອງ ປັດຈຸບັນສຳເລັດແລ້ວ 315 ເຮັກຕາ ເທົ່າກັບ 100% ໄດ້ຜົນຜະລິດ 2,715 ໂຕນ.
ຝຶກອົບຮົມປັບປຸງການຫຸ້ມຫໍ່ ຫວັງຍົກລະດັບເສັ້ນເຝີດອນຂະເໝົາ ສູ່ຕະຫຼາດກວ້າງ​ຂຶ້ນ

ຝຶກອົບຮົມປັບປຸງການຫຸ້ມຫໍ່ ຫວັງຍົກລະດັບເສັ້ນເຝີດອນຂະເໝົາ ສູ່ຕະຫຼາດກວ້າງ​ຂຶ້ນ

ພິທີເປີດຝຶກອົບຮົມການປັບປຸງການຫຸ້ມຫໍ່ຜະລິດຕະພັນສິນຄ້າໂອດອບ “ໜຶ່ງເມືອງ ໜຶ່ງຜະລິດຕະພັນ” ຂອງສະຫະກອນຜະລິດເສັ້ນເຝີພັດທະນາຊຸມຊົນດອນຂະເໝົາ ເມືອງໂຂງ ແຂວງຈຳປາສັກ ແລະ ກຸ່ມຜະລິດເຫຼົ້າ ແລະ ແປ້ງເຫຼົ້າຂາວ ເມືອງສຸຂຸມາ ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 23 ພະ​ຈິກ​ນີ້ ທີ່ ເມືອງ​ໂຂງ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ອິນທະນົງສັກ ຈັນທະພິມ ກຳມະການພັກເມືອງ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງໂຂງ, ທ່ານ ອະພິວັດ ສົມບູນຂັນ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງ ແລະ​ ສຳ​ມະ​ນາ​ກອນ​ເຂົ້າ​ຮ່ວມ.
ມຸນລະປາໂມກ ມອບເຄື່ອງກິລາໃຫ້ນັກຮຽນ ກຽມເຂົ້າຮ່ວມແຂ່ງຂັນບານເຕະ ປີ 2026

ມຸນລະປາໂມກ ມອບເຄື່ອງກິລາໃຫ້ນັກຮຽນ ກຽມເຂົ້າຮ່ວມແຂ່ງຂັນບານເຕະ ປີ 2026

ວັນທີ 19 ພະຈິກຜ່ານມາ, ທີ່ຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ຈັດພິທີມອບ-ຮັບເຄື່ອງກິລາໃຫ້ນັກຮຽນ ເພື່ອກະກຽມເຂົ້າຮ່ວມການແຂ່ງຂັນກິລາບານເຕະ ນັກຮຽນມັດທະຍົມຕອນປາຍ LDB ຈຳປາສັກ ປີ 2026 ທີ່ນະຄອນປາກເຊ ແຂວງຈຳປາສັກ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 51 ປີ, ໃຫ້ກຽດເປັນປະທານໂດຍທ່ານ ວັນລະເດດ ແກ້ວຈັນທາ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກ ຄອງເມືອງ, ມີທ່ານ ຈັນສະຫວ່າງ ບຸດຕະວົງ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ, ທ່ານ ອິນປອນ ໄຊຍະລາດ ຄະນະສະຫະພັນບານເຕະເມືອງ ພ້ອມດ້ວຍຄູຝຶກ ແລະ ນັກກິລາເຂົ້າຮ່ວມ.
ຕຳຫຼວດຈະລາຈອນ ນວ ວາງກຳລັງ 535 ຄົນ ປ້ອງກັນງານບຸນທາດຫຼວງ ພ້ອມແນະນຳໃຊ້ລົດເມບໍ່ເສຍຄ່າ 7 ຈຸດ

ຕຳຫຼວດຈະລາຈອນ ນວ ວາງກຳລັງ 535 ຄົນ ປ້ອງກັນງານບຸນທາດຫຼວງ ພ້ອມແນະນຳໃຊ້ລົດເມບໍ່ເສຍຄ່າ 7 ຈຸດ

ເພື່ອຮັບປະກັນໃຫ້ການສັນຈອນໄປມາຕາມເສັ້ນທາງຕ່າງໆ ມີຄວາມສະດວກ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍ ໃນໄລຍະຈັດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ທີ່ສູນການຄ້າ ລາວ-ໄອເຕັກ ນະຄອນຫຼວງວຽງຈັນ ນວ ປະຈຳປີ 2026 ນີ້, ເຈົ້າໜ້າທີ່ຕຳຫຼວດຈະລາຈອນໄດ້ວາງແຜນຈັດກຳລັງປະຈຳການຕາມຈຸດສຳຄັນຕ່າງໆ ພ້ອມທັງຮຽກຮ້ອງໃຫ້ປະຊາຊົນ ແລະ ຜູ້ໃຊ້ລົດໃຊ້ຖະໜົນ ຮ່ວມມືປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ.
ແຂວງຜົ້ງສາລີ ເປີດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ ຊຸດທີ I

ແຂວງຜົ້ງສາລີ ເປີດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ ຊຸດທີ I

ວັນທີ 23 ພະຈິກນີ້ ທີ່ສໍານັກງານອົງການປົກຄອງແຂວງ, ຄະນະໂຄສະນາອົບຮົມແຂວງຮ່ວມກັບຄະນະໂຄສະນາອົບຮົມສູນກາງພັກ ໄດ້ເປີດຝືກອົບຮົມວຽກງານໂຄສະນາ-ປາຖະກະຖາຊຸດທີ I ໃຫ້ແກ່ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງຜົ້ງສາລີ, ໂດຍການເປັນປະທານຂອງ ທ່ານ ບຸນທະວີ ສໍສຸກັນ ກຳມະການສໍາຮອງສູນກາງພັກ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຂັ້ນແຂວງຜົ້ງສາລີ, ມີ ທ່ານ ບົວໄລ ພານຸວົງ ກຳມະການພັກ ຫົວໜ້າກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ, ມີທ່ານ ພອນປະດິດ ທິບມະນີວົງ ຫົວໜ້າຄະນະໂຄສະນາອົບຮົມແຂວງຜົ້ງສາລີ, ມີບັນດາທີມງານກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ, ບັນດາສໍາມະນາກອນ ທີ່ເປັນພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ ທັງໝົດ 55 ທ່ານ ຍິງ 15 ທ່ານ.
ເລົ່າເລື່ອງ ຜ່ານໄມ້ແກະສະຫຼັກຈາກຮີດຄອງບູຮານສູ່ຍຸກທັນສະໄໝໃນງານບຸນທາດຫຼວງ

ເລົ່າເລື່ອງ ຜ່ານໄມ້ແກະສະຫຼັກຈາກຮີດຄອງບູຮານສູ່ຍຸກທັນສະໄໝໃນງານບຸນທາດຫຼວງ

ທ່າມກາງບັນຍາກາດອັນຄຶກຄື້ນຂອງງານບຸນມະໂຫລານພະທາດຫຼວງວຽງຈັນ ທີ່ດຶງດູດນັກທ່ອງທ່ຽວ ແລະ ປະຊາຊົນຈາກທົ່ວທຸກສາລະທິດເຂົ້າມາທ່ຽວຊົມ ຜະລິດຕະພັນຫັດຖະກຳແກະສະຫຼັກໄມ້ຈາກ "ໂຮງຊ່າງ ຄວັດແກະສະຫຼັກໄມ້ສີມືຄົນລາວ" ໄດ້ກາຍເປັນອີກໜຶ່ງຈຸດສົນໃຈທີ່ສະທ້ອນໃຫ້ເຫັນທັງຄວາມງາມທາງສິລະປະ ປະຫວັດສາດ ແລະ ການປ່ຽນແປງຂອງສັງຄົມລາວຜ່ານລວດລາຍໄມ້.
ກະເປົາລາວຍຸກໃໝ່ ປະສົມຄວາມທັນສະໄໝ ຄືຄວາມເປັນລາວ ພ້ອມໂປຣໂມຊັນພິເສດໃນງານບຸນພະທາດຫຼວງ

ກະເປົາລາວຍຸກໃໝ່ ປະສົມຄວາມທັນສະໄໝ ຄືຄວາມເປັນລາວ ພ້ອມໂປຣໂມຊັນພິເສດໃນງານບຸນພະທາດຫຼວງ

ໃນບັນຍາກາດງານບຸນພະທາດຫຼວງທີ່ເຕັມໄປດ້ວຍສີສັນ ແລະ ຄວາມຄຶກຄື້ນ ຜະລິດຕະພັນຫັດຖະກຳລາວຍັງຄົງເປັນອີກໜຶ່ງຈຸດເດັ່ນທີ່ດຶງດູດຄວາມສົນໃຈຂອງປະຊາຊົນ ແລະ ນັກທ່ອງທ່ຽວ ໂດຍສະເພາະຜະລິດຕະພັນກະເປົາສານດ້ວຍຫວາຍ ແລະ ກະເປົາລາວຫັດຖະກຳດ້ວຍຝ້າຍ ທີ່ຖືກອອກແບບໃຫ້ຕອບໂຈດການນຳໃຊ້ໃນຊີວິດປະຈຳວັນ ແລະ ທັນສະໄໝຫຼາຍຂຶ້ນ ຍັງຄົງເປັນສິນຄ້າທີ່ໄດ້ຮັບຄວາມສົນໃຈຈາກຜູ້ບໍລິໂພກ ໂດຍສະເພາະໃນໄລຍະງານບຸນພະທາດຫຼວງ ທີ່ມີການນຳສະເໜີທັງຮູບແບບດັ້ງເດີມ ແລະ ຮູບແບບປະຍຸກໃຫ້ເຂົ້າກັບຍຸກສະໄໝ.
ຊາວພຸດຮ່ວມແຫ່ຜາສາດເຜິ້ງ ໃນງານບຸນພະທາດຫຼວງວຽງຈັນ

ຊາວພຸດຮ່ວມແຫ່ຜາສາດເຜິ້ງ ໃນງານບຸນພະທາດຫຼວງວຽງຈັນ

ວັນທີ 23 ພະຈິກນີ້, ຊາວພຸດທະສາສະນິກະຊົນລາວບັນດາເຜົ່າ ໄດ້ຮ່ວມກັນແຫ່ຜາສາດເຜິ້ງໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2026 ໂດຍໄດ້ເຕົ້າໂຮມທີ່ວັດໜອງບອນ ແລ້ວແຫ່ອ້ອມກົມມະລຽນພະທາດຫຼວງ 3 ຮອບ ເພື່ອເປັນການບູຊາຄຸນພະພຸດ, ພະທໍາ ແລະ ພະສົງ ໂດຍມີຂະ ບວນແຫ່ຂອງພະສົງອອກໜ້າ ແລະ ຂະບວນແຫ່ຂອງການນໍາພັກ-ລັດ ຊຶ່ງນຳໂດຍທ່ານ ກິແກ້ວ ໄຂຄຳພິທູນ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນຳພັກ-ລັດ ພ້ອມດ້ວຍປະຊາຊົນເຂົ້າຮ່ວມ.
ປີ 2026 ສານປະຊາຊົນແຂວງເຊກອງ ແກ້ໄຂຄະດີໄດ້ 102 ເລື່ອງ

ປີ 2026 ສານປະຊາຊົນແຂວງເຊກອງ ແກ້ໄຂຄະດີໄດ້ 102 ເລື່ອງ

ທ່ານ ນາງ ສີວິໄລ ຜາວິໄລ ປະທານສານປະຊາຊົນແຂວງເຊກອງ ລາຍງານໃຫ້ຮູ້ວ່າ: ໃນປີ 2026 ມີຄະດີເຂົ້າມາສານປະຊາຊົນແຂວງ, ສານປະຊາຊົນເຂດ I ແລະ ສານປະຊາຊົນເຂດ II ລວມທັງໝົດ 126 ເລື່ອງ ຄ້າງມາແຕ່ປີ 2025 ຈໍານວນ 30 ເລື່ອງ, ເຂົ້າໃໝ່ 96 ເລື່ອງ, ແກ້ໄຂແລ້ວ 102 ເລື່ອງ ເທົ່າກັບ 80,95%, ພວມດໍາເນີນການແກ້ໄຂຢູ່ 24 ເລື່ອງ.
ເພີ່ມເຕີມ