ເມືອງ ໄຊຍະບູລີ ເຊັນສັນຍາສຳປະທານຕະຫຼາດນັດເຄື່ອນທີ່ ແລະ ຕະຫຼາດນັດບຸນຊ່ວງເຮືອ

ເມືອງ ໄຊຍະບູລີ ເຊັນສັນຍາສຳປະທານຕະຫຼາດນັດເຄື່ອນທີ່ ແລະ ຕະຫຼາດນັດບຸນຊ່ວງເຮືອ

ເມືອງ ໄຊຍະບູລີ ເຊັນສັນຍາສຳປະທານຕະຫຼາດນັດເຄື່ອນທີ່ ແລະ ຕະຫຼາດນັດບຸນຊ່ວງເຮືອ
ພິທີເຊັນສັນຍາ ສຳປະທານຕະຫຼາດນັດເຄື່ອນທີ່ ແລະ ຕະຫຼາດບຸນຊ່ວງເຮືອ ລະຫວ່າງ ອົງການປົກຄອງເມືອງໄຊ​ຍະ​ບູ​ລີ ຕາງໜ້າໂດຍຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ກັບ ບໍລິສັດເມກສະຫວັນຈຳກັດຜູ້ດຽວໄດ້ຈັດຂຶ້ນໃນວັນທີ 19 ມິຖຸນາຜ່ານ​ມາ, ທີ່ຫ້ອງວ່າການເມືອງ.
ເມອງ ໄຊຍະບລ ເຊນສນຍາສຳປະທານຕະຫາດນດເຄອນທ ແລະ ຕະຫາດນດບນຊວງເຮອ - image 1
 

 

ທ່ານ ນາງ ທອງສະມຸດ ອຸໄລສອນ ຮັກສາການຫົວໜ້າຫ້ອງການ ອຸດສາຫະກຳ ແລະ ການຄ້າເມືອງ ໄດ້ຂື້ນຜ່ານສັນຍາເຊົ່າທີ່ດິນລັດໃນການຈັດງານຕະຫຼາດນັດເຄື່ອນທີ່ ຢູ່ພາຍໃນເມືອງໄຊຍະບູລີລະຫວ່າງ ຜູ້ໃຫ້ຈັດງານຕະຫຼາດນັດເຄື່ອນທີ່:ອົງການປົກຄອງເມືອງໄຊຍະບູລີ, ຕາງໜ້າໂດຍຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງເອີ້ນວ່າ (ຝ່າຍ ກ) ແລະ ຜູ້ຈັດງານຕະຫຼາດນັດເຄື່ອນທີ່ບໍລິສັດ ເມກສະຫວັນ ການຄ້າແລະ ບໍລິການຈັດງານຕະຫຼາດນັດຈໍາກັດເອີ້ນວ່າ (ຝ່າຍ ຂ), ທັງສອງຝ່າຍໄດ້ຕົກລົງເຫັນດີເປັນເອກະພາບກັນສ້າງສັນຍາເຊົ່າທີ່ດິນລັດໃນການຈັດງານຕະຫຼາດນັດເຄື່ອນທີ່ ຢູ່ພາຍໃນເມືອງໄຊຍະບູລີມີ 2 ຈຸດຄື: ເດີ່ນກິລາຮົ່ມ ບ້ານສີເມືອງ ແລະ ເດີ່ນໂຮງຮຽນປະຖົມນາຕໍນ້ອຍ ເມືອງໄຊຍະບູລີ ແຂວງໄຊຍະບູລີ, ປະເພດສິນຄ້າ ແລະ ບໍລິການທີ່ເອົາມາຂາຍປະກອບມີ: ເຄື່ອງນຸ່ງຫົ່ມ, ແຜ່ນແພ, ເຄື່ອງໃຊ້ຄົວເຮືອນ, ເຄື່ອງເບັດຕາເລັດ, ອາຫານການກິນ, ສະໄລເດີ, ຊິງຊ້າ, ມ້າໝູນ, ຊັດໝາກເບັງ ແລະ ປູ, ປາ, ນໍ້າເຕົ້າ ( ສະເພາະ ປູ, ປາ, ນໍ້າເຕົ້າ ແມ່ນກໍານົດໃຫ້ຫຼິ້ນ 2 ໂຕະຕໍ່ຖ້ຽວ), ໃນການຫຼິ້ນແມ່ນບໍ່ໃຫ້ມີບັນຫາ ຫຼື ຂໍ້ຂັດແຍ່ງເກີດຂຶ້ນ, ຖ້າຫາກມີບັນຫາລະຫວ່າງເຈົ້າຂອງກັບຜູ້ຫຼິ້ນແມ່ນໃຫ້ໂຈະ; ຝ່າຍ ກ ຍິນດີເອົາສະຖານທີ່ດັ່ງກ່າວໃຫ້ ຝ່າຍ ຂເຊົ່າ 8 ຄັ້ງ/ 1 ປີ ແລະ ທົດລອງ 1 ຄັ້ງ ລວມເປັນ 9 ຄັ້ງຕໍ່ປີ, ກໍານົດເວລາລົງ 10 ວັນ/ ຄັ້ງ, ກໍານົດເວລາເປີດ-ປິດແມ່ນ 7 ໂມງ 30 ນາທີ ຫາ 23 ໂມງ 30 ນາທີ,ເຊິ່ງເລີ່ມແຕ່ວັນທີ 5 ສິງຫາ 2026 ຫາ 5 ສິງຫາ 2027; ຝ່າຍ ກ ແລະ ຝ່າຍ ຂ ໄດ້ຕົກລົງເປັນເອກະພາບກໍານົດອັດຕາຄ່າເຊົ່າ ເປັນເງິນ250,000,000ກີບ/ປີ.

ຈາກນັ້ນກໍໄດ້ຜ່ານຮ່າງສັນຍາສັນຍາສໍາປະທານໃນການຈັດງານເທດສະການບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ປະຈໍາປີ 2026 ຢູ່ເມືອງໄຊຍະບູລີ ແຂວງໄຊຍະບູລີ ອົງການປົກຄອງເມືອງໄຊຍະບູລີຕາງໜ້າໂດຍຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ເອີ້ນວ່າຜູ້ໃຫ້ສໍາປະທານ (ຝ່າຍ ກ) ແລະ ບໍລິສັດ ເມກສະຫວັນ ການຄ້າແລະ ບໍລິການຈັດງານຕະຫຼາດນັດເອີ້ນວ່າ ຜູ້ສໍາປະທານ (ຝ່າຍ ຂ)ທັງ2 ຝ່າຍເຫັນດີສ້າງສັນຍາສະບັບນີ້ ມີ ທັງໝົດ 6 ມາດຕາ, ຝ່າຍ ກ ແລະ ຝ່າຍ ຂ ໄດ້ຕົກລົງເປັນເອກະພາບກັນກໍານົດອັດຕາຄ່າສໍາປະທານງານຕະຫຼາດນັດ ເປັນເງິນ 370,000,000 ກີບ, ຈາກນັ້ນໃນພິທີກໍ່ໄດ້ເຊັນສັນຍາລະຫວ່າງ ທ່ານ ນາງ ທອງສະມຸດ ອຸໄລສອນ ຮັກສາການຫົວໜ້າຫ້ອງການ ອຸດສາຫະກຳ ແລະ ການຄ້າເມືອງ ແລະ ທ່ານ ເມກສະຫວັນ ບໍລິສັດ ເມກສະຫວັນ ການຄ້າ ໂດຍມີທ່ານ ສົມຈິດ ເຮັງເຊັງຊົວ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ແລະ ພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ຂ່າວ-ພາບ: ສົມພົງ ສີສະຫັວດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ພິທີປະກາດການແຕ່ງຕັ້ງ ແລະ ມອບ-ຮັບໜ້າທີ່ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ລະ ຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ໂດຍການເປັນປະທານຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີຄະນະພະແນກສາທາ ລະນະສຸກແຂວງ, ຕາງໜ້າກົມຈັດຕັ້ງກະຊວງສາທາລະນະສຸກ, ແຂກຖືກເຊີນ, ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.
ຮອງນາຍົກລັດຖະມົນຕີ ພົບປະໂອ້ລົມຄະນະພັກ, ຄະນະນໍາແຂວງອັດຕະປື

ຮອງນາຍົກລັດຖະມົນຕີ ພົບປະໂອ້ລົມຄະນະພັກ, ຄະນະນໍາແຂວງອັດຕະປື

ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ພົບປະໂອ້ລົມຄະນະພັກ, ຄະນະນໍາແຂວງອັດຕະປື ໃນວັນທີ 5 ພະຈິກ ນີ້, ທີ່ຫໍປະຊຸມໃຫຍ່ແຂວງ, ໂດຍມີທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ພ້ອມຄະນະນຳແຂວງ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມຕ້ອນຮັບ.
ສາລະວັນ ຝຶກອົບຮົມ​ວຽກ​ກໍ່​ສ້າງ​ຮາກ​ຖານ​ການ​ເມືອງໃຫ້ພະນັກງານ​ ທີ່ຈະລົງຊ່ວຍ​ເມືອງ-ຕາແສງ

ສາລະວັນ ຝຶກອົບຮົມ​ວຽກ​ກໍ່​ສ້າງ​ຮາກ​ຖານ​ການ​ເມືອງໃຫ້ພະນັກງານ​ ທີ່ຈະລົງຊ່ວຍ​ເມືອງ-ຕາແສງ

ແຂວງສາລະວັນ ຝຶກອົບຮົມວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້​ໄຂຄວາມທຸກຍາກ ຕິດພັນກັບວຽກງານ 3 ສ້າງ ໃຫ້ແກ່ພະນັກງານນຳພາ-ຄຸ້ມຄອງຂັ້ນແຂວງ ທີ່ຈະລົງກໍ່ສ້າງຮາກຖານການເມືອງໃນ 38 ຕາແສງ, ໃນວັນທີ 4 ພະຈິກ 2026, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງຜູ້ຊີ້ນຳວຽກງານການເມືອງ-ແນວຄິດ ແລະ ວຽກພັກ-ພະນັກງານ,ມີບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ໄຊ​ສົມ​ບູນເຜີຍ​ແຜ່​ນິ​ຕິ​ກຳ ​ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ​​ເຄ​ມີ

ໄຊ​ສົມ​ບູນເຜີຍ​ແຜ່​ນິ​ຕິ​ກຳ ​ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ​​ເຄ​ມີ

ພະແນກອຸດສາຫະກຳ ແລະ ການຄ້າ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມ ເຜີຍແຜ່, ເຊື່ອມຊຶມນິຕິກຳຕ່າງໆ ກ່ຽວກັບວຽກງານຄຸ້ມຄອງເຄມີ ແລະ ຝຶກອົບຮົມການນໍາໃຊ້ ລະບົບຖານຂໍ້ມູນເຄມີແຫ່ງຊາດ ໃຫ້ເມືອງອະນຸວົງ ແລະ ເມືອງລ້ອງແຈ້ງ ໃນ​ວັນ​ທີ 4 ພະ​ຈິກ​ຜ່ານ​ມາທີ່ ຫ້ອງວ່າ​ການ​ແຂວງໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານ ພູທະນູທອງ ໄຊສົມບັດຮອງຫົວໜ້າກົມອຸດສາຫະກຳປຸງແຕ່ງກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ບູນຫຼາຍ ທົນນະວົງສາຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງອະນຸວົງ ແລະ ລ້ອງແຈ້ງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຈຳ​ປາ​ສັກສໍາເລັດການຍົກລະດັບວຽກງານສັງລວມ-ຫາງສຽງສັງຄົມ ໃຫ້ພະນັກງານ

ຈຳ​ປາ​ສັກສໍາເລັດການຍົກລະດັບວຽກງານສັງລວມ-ຫາງສຽງສັງຄົມ ໃຫ້ພະນັກງານ

ຄະນະໂຄສະນາອົບຮົມແຂວງຈໍາປາສັກ ສຳ​ເລັດ​ການຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ປະຈໍາປີ 2026 ໃຫ້ພະນັກງານ​ທີ່​ເຮັດ​ວຽກ​ງານ​ສັງ​ລວມແລະຫາງ​ສຽງ​ສັງ​ຄົມທົ່ວ​ແຂວງ ໃນວັນທີ 3 ພະຈິກ 2026 ໂດຍມີທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານພັກແຂວງປະ​ທານ​ສະ​ພາ​ປະ​ຊາ​ຊົນ​ແຂວງຈໍາປາສັກ ພ້ອມດ້ວຍວິທະຍາກອນ ແລະ ສໍາມະນາກອນ ເຂົ້າຮ່ວມ.
ສະໜາມໄຊ ຮັບຮອງແຜນຈັດສັນທີ່ດິນ- ປ່າໄມ້ ໃນ4 ບ້ານ

ສະໜາມໄຊ ຮັບຮອງແຜນຈັດສັນທີ່ດິນ- ປ່າໄມ້ ໃນ4 ບ້ານ

ກອງປະຊຸມຮັບຮອງແຜນຈັດສັນທີ່ດິນ-ປ່າໄມ້ ຂັ້ນບ້ານ ຢູ່ 4 ບ້ານ ຄື:ບ້ານພອນມະນີ, ບ້ານແບ່ງວິໄລ, ບ້ານຈັນຕໍ ແລະ ບ້ານກະແຊະ ເມືອງສະໜາມໄຊ ແຂວງອັດຕະປື ໄດ້ຈັດຂຶ້ນໃນວັນທີ 4 ພະຈິກ 2026 ທີ່ເມືອງສະ​ໜາມ​ໄຊ ໂດຍການເປັນປະທານຂອງທ່ານ ສັນຕິໄຊ ສີລືໄຊ ປະທານຄະນະກຳມະການປົກຄອງເມືອງ, ມີທ່ານ ຄໍາສິງ ພົງສະຫັວດ ຮອງຫົວໜ້າພະແນກກະສີກຳ ແລະ ສີ່ງແວດລ້ອມແຂວງຜູ້ຊີ້ນໍາພາກສະໜານຂັ້ນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສຳເລັດກອງປະຊຸມສະຫຼູບວຽກງານຈັດຕັ້ງ ແລະການປົກຄອງທົ່ວແຂວງເຊກອງຄັ້ງທີ IV

ສຳເລັດກອງປະຊຸມສະຫຼູບວຽກງານຈັດຕັ້ງ ແລະການປົກຄອງທົ່ວແຂວງເຊກອງຄັ້ງທີ IV

ກອງປະຊຸມສະຫຼູບວຽກງານຈັດຕັ້ງ ແລະການປົກຄອງທົ່ວແຂວງເຊກອງຄັ້ງທີ IV, ໄລຍະ 5 ປີ (2021-2025)ຈັດຂຶ້ນໃນລະຫວ່າງ 29-30 ຕຸລາຜ່ານ​ມາທີ່ສະໂມສອນແຂວງ ໂດຍການເປັນປະທານ ຂອງທ່ານ ບຸນຫຼາຍ ບຸດທິ ເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີບັນດາຄະນະບໍລິຫານງານພັກແຂວງ, ພະນັກງານອາວຸໂສບຳບານ ແລະ ການນໍາເມືອງ ເຂົ້າຮ່ວມ.
ທ່ານ ໜັ້ນຍືນ ຄິນສະໝອນ ຕ້ອນຮັບຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ

ທ່ານ ໜັ້ນຍືນ ຄິນສະໝອນ ຕ້ອນຮັບຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ

ວັນທີ 4 ພະຈິກຜ່ານມາ, ທີ່ຫ້ອງວ່າການແຂວງ ທ່ານ ໜັ້ນຍືນ ຄິນສະໝອນ ຮອງປະທານຄະນະກຳມະ ການປົກຄອງແຂວງຄຳມ່ວນ ໄດ້ຕ້ອນຮັບທ່ານ ວິໄລທອງ ສຸດທະວິໄລ ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ກະຊວງການເງິນ ພ້ອມຄະນະ ເພື່ອລົງຕິດຕາມ ແລະ ຊຸກຍູ້ການນຳໃຊ້ລະບົບພາສີທັນສະໄໝແບບ ລວມສູນ (Smart Customs) ຢູ່ດ່ານພາສີສາກົນຂົວມິດຕະພາບ III ແລະ ທ່າບົກທ່າແຂກ.
ມອບກະດານດໍາ 1 ພັນກວ່າແຜ່ນໃຫ້ໂຮງຮຽນປະຖົມທົ່ວແຂວງຄໍາມ່ວນ

ມອບກະດານດໍາ 1 ພັນກວ່າແຜ່ນໃຫ້ໂຮງຮຽນປະຖົມທົ່ວແຂວງຄໍາມ່ວນ

ພິທີມອບ-ຮັບກະດານດໍາຈໍານວນ 1,740 ແຜ່ນ ໃຫ້ໂຮງຮຽນປະຖົມສຶກສາ ຂັ້ນ ປ.1 ປະຈໍາສົກຮຽນ 2026- 2027 ທົ່ວແຂວງຄໍາມ່ວນ ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ທີ່ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງ, ໃຫ້ກຽດມອບໂດຍ ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໂດຍມີຫົວໜ້າຫ້ອງການສຶກສາທິການ ແລະ ກິລາທັງ 10 ເມືອງເຂົ້າຮ່ວມ.
ຄຳມ່ວນ ເປີດນໍາໃຊ້ລະບົບພາສີທັນສະໄໝລວມສູນ ຍົກລະດັບການນຳເຂົ້າ-ສົ່ງອອກ

ຄຳມ່ວນ ເປີດນໍາໃຊ້ລະບົບພາສີທັນສະໄໝລວມສູນ ຍົກລະດັບການນຳເຂົ້າ-ສົ່ງອອກ

ພິທີເປີດນໍາໃຊ້ລະບົບພາສີທັນສະໄໝລວມສູນ (Smart Customs) ຢ່າງເປັນທາງການ ຢູ່ດ່ານພາສີສາກົນຂົວມິດຕະພາບ 3 ແລະ ດ່ານພາສີສາກົນນາເພົ້າ ແຂວງຄໍາມ່ວນ ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ເພື່ອຍົກລະດັບການຄຸ້ມຄອງພາສີໃຫ້ວ່ອງໄວ ໂປ່ງໃສ ແລະ ຫຼຸດຂັ້ນຕອນການແຈ້ງພາສີ. ໂດຍມີທ່ານ ວິໄລທອງ ສຸດທະວິໄລ ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ກະຊວງການເງິນ, ທ່ານ ວົງ ແສງອາລຸນ ຮອງຫົວໜ້າພະແນກການເງິນແຂວງ, ບັນດາຕາງໜ້າຫ້ອງການ, ບັນດາກົມອ້ອມຂ້າງກະຊວງການເງິນ, ຂະ ແໜງການອ້ອມຂ້າງດ່ານ, ຜູ້ພັດທະນາລະບົບ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ