ເມືອງແບງ ປະກາດຮັບຮອງບ້ານໂພໄຊ ເປັນບ້ານວັດທະນະທຳໃໝ່

ເມືອງແບງ ປະກາດຮັບຮອງບ້ານໂພໄຊ ເປັນບ້ານວັດທະນະທຳໃໝ່
ພິທີປະກາດຮັບຮອງບ້ານໂພໄຊ ເມືອງແບງ ແຂວງອຸດົມໄຊ ເປັນບ້ານວັດທະນະທໍາໃໝ່ໄດ້ຈັດຂຶ້ນໃນວັນທີ 18 ທັນວາຜ່ານມາ, ທີ່ບ້ານດັ່ງກ່າວ ໂດຍການເຂົ້າຮ່ວມຂອງທ່ານ ຄໍາພອນ ພີມມະລາດ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ, ມີທ່ານ ບຸນທັນ ສຸລິຍະວົງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວແຂວງອຸດົມໄຊ, ມີຫົວໜ້າຫ້ອງການ ຖວທ ເມືອງພ້ອມດ້ວຍປະຊາຊົນພາຍໃນບ້ານເຂົ້າຮ່ວມ.
     ບ້ານໂພໄຊ ປະກອບມີ 279 ຄອບຄົວ, ມີພົນລະເມືອງ 1.409 ຄົນ, ຍິງ 634 ຄົນ, ເປັນຊົນເຜົ່າມົ້ງ ກວມ 100% ປະຊາຊົນສ່ວນໃຫຍ່ທຳການຜະລິດປູກຝັງ-ລ້ຽງສັດ ແລະ ຄ້າຂາຍ. ບ້ານດັ່ງກ່າວມີການພັດທະນາ ພົ້ນເດັ່ນຫຼາຍດ້ານ ໂດຍສະເພາະວຽກງານການສຶກສາ, ສາທາລະນະສຸກ, ວັດທະນະທຳ ແລະ ທ່ອງທ່ຽວ, ສະ ຫວັດດີການສັງຄົມ, ປກຊ-ປກສ ແລະ ວຽກງານອົງການຈັດຕັ້ງມະຫາຊົນ. 
    ຜ່ານການປະເມີນບ້ານວັດທະນະທຳໃໝ້ຕົວຈິງ ໂດຍລວມແລ້ວເຫັນວ່າ: ບ້ານໂພໄຊ ສາມາດບັນລຸຕາມມາດຖານເງື່ອນໄຂໃນການສ້າງຄອບຄົວ ແລະ ບ້ານວັດທະນະທຳໃໝ່ດັ່ງນັ້ນເຈົ້າແຂວງອຸດົມໄຊ ຈຶ່ງໄດ້ອອກຂໍ້ຕົກລົງວ່າດ້ວຍການຮັບຮອງເອົາບ້ານໂພໄຊ ເມືອງແບງ ເປັນບ້ານວັດທະນະທຳໃໝ່ ເປັນບ້ານທີ 49 ຂອງເມືອງ ໃຫ້ກຽດມອບໃບຢັ້ງຢືນໂດຍທ່ານ ບຸນທັນ ສຸລິຍະວົງ. 
    ໂອກາດນີ້, ທ່ານ ຄໍາພອນ ພີມມະລາດ ໄດ້ໃຫ້ກຽດໂອ້ລົມໂດຍເນັ້ນໜັກໃຫ້ປະຊາຊົນພາຍໃນບ້ານ ອະນຸລັກ, ປົກປັກຮັກສາ ແລະ ສົ່ງເສີມຮີດຄອງປະເພນີ, ວັດທະນະທໍາອັນດີງາມຂອງຊາດ ກໍຄືຂອງເຜົ່າ, ການນຸ່ງຖື, ການປາກເວົ້າເພື່ອສົ່ງເສີມໃຫ້ຢືນຍົງຄຽງຄູ່ກັບຄົນລາວຕະຫຼອດໄປ. ຈາກນັ້ນຄະນະປະທານໄດ້ຕັດແຖບຜ້າ, ລັ່ນຄ້ອງ 9 ບາດ ພ້ອມທັງເປີດປ້າຍເພື່ອປະກາດຮັບຮອງເອົາບ້ານໂພໄຊ ເປັນບ້ານວັດທະນະທຳໃໝ່ຢ່າງເປັນທາງການ.
ຂ່າວ: ກິ່ງມະນີ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫວັນນະເຂດ ເຜີຍແຜ່ມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ

ສະຫວັນນະເຂດ ເຜີຍແຜ່ມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ

ກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ໄດ້ຈັດຂຶ້ນວັນທີ 21 ເມສານີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງສະຫວັນນະເຂດ ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ
ວາງກະຕ່າດອກໄມ້ ໂອກາດວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ

ວາງກະຕ່າດອກໄມ້ ໂອກາດວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ

ຄະນະນຳສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ນຳໂດຍ ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າວາງກະຕ່າດອກໄມ້ ເນື່ອງໃນໂອກາດ ວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ
ໜ່ວຍພັກສະຖານທູດລາວ ທີ່ປັກກິ່ງດຳເນີນກອງປະຊຸມໃຫຍ່ ຄັ້ງທີ III

ໜ່ວຍພັກສະຖານທູດລາວ ທີ່ປັກກິ່ງດຳເນີນກອງປະຊຸມໃຫຍ່ ຄັ້ງທີ III

ກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກສະຖານທູດລາວ ທີ່ປັກກິ່ງສປ ຈີນ ໄດ້ຈັດຂຶ້ນໃນວັນທີ 19 ເມສາຜ່ານມານີ້, ພາຍໃຕ້ການເປັນປະທານຂອງ ສະຫາຍ ສົມພອນ ສີຈະເລີນ ເລຂາໜ່ວຍພັກເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ.
ຫາລືການແກ້ໄຂບັນຫາຂາດແຄນຄູສອນ ຢູ່ແຂວງຫຼວງພະບາງ

ຫາລືການແກ້ໄຂບັນຫາຂາດແຄນຄູສອນ ຢູ່ແຂວງຫຼວງພະບາງ

ໃນວັນທີ 21 ເມສານີ້ ຢູ່ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດກອງປະຊຸມປຶກສາຫາລືແກ້ໄຂບັນຫາການຂາດແຄນຄູສອນ ໂດຍການເປັນທານ ຂອງສະຫາຍ ພັນເອກ ວັນໄຊ ຄຳພາວົງ ຫົວໜ້າຫ້ອງການ ກົມໃຫຍ່ການເມືອງກອງທັບ.
ຂະແໜງ ພບ ຈະປັບປຸງການເຮັດວຽກຫຼາຍດ້ານ

ຂະແໜງ ພບ ຈະປັບປຸງການເຮັດວຽກຫຼາຍດ້ານ

ປີ 2024 ທີ່ຜ່ານມາ, ຂະແໜງພະລັງງານ ແລະ ບໍ່ແຮ່ (ພບ) ບົນພື້ນຖານໃນເງື່ອນໄຂ ແລະ ສະພາບລວມທີ່ເກີດຂຶ້ນຂອງເສດຖະກິດໂລກ ແລະ ພາກພື້ນ,ແຕ່ຂະແໜງ ພບ ໄດ້ພ້ອມກັນປຸກລຸກຈິດໃຈເປັນເຈົ້າການໃຫ້ສູງຂຶ້ນ ແລະ ມີຄວາມພະຍາຍາມ ນໍາໃຊ້ທຸກຫົວຄິດປະດິດສ້າງ
ຮັກສາການຫົວໜ້າ ຄຕພ ຕ້ອນຮັບ ບັນດາເອກອັກຄະລັດຖະທູດລາວ

ຮັກສາການຫົວໜ້າ ຄຕພ ຕ້ອນຮັບ ບັນດາເອກອັກຄະລັດຖະທູດລາວ

ໃນວັນທີ 18 ເມສາ ຜ່ານມານີ້, ທ່ານ ບຸນເຫຼືອ ພັນດານຸວົງຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບບັນດາເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຈໍານວນ 4 ທ່ານ ທີ່ຈະໄປດໍາລົງຕໍາແໜ່ງເອກອັກຄະລັດຖະທູດ ຢູ່ຕ່າງປະເທດ,ໂດຍມີ ທ່ານ ຈາຕຸລົງ ບົວສີສະຫວັດ
ການເພີ່ມພື້ນທີ່ສີຂຽວໃນຕົວເມືອງມີຄວາມສໍາຄັນຫຼາຍ

ການເພີ່ມພື້ນທີ່ສີຂຽວໃນຕົວເມືອງມີຄວາມສໍາຄັນຫຼາຍ

ໂດຍ: ວັນເພັງ ອິນທະໄຊ ການເພີ່ມພື້ນທີ່ສີຂຽວໃນຕົວເມືອງ ໂດຍສະເພາະໃນນະຄອນຫຼວງວຽງຈັນ(ນວ) ເປັນໜຶ່ງບັນຫາສໍາຄັນຫຼາຍ ທີ່ພາກສ່ວນກ່ຽວຂ້ອງ ມີຄວາມພະຍາຍາມໃນການເພີ່ມພື້ນທີ່ສີຂຽວ ໃນຕົວເມືອງ. ໃນນັ້ນ, ປະເທດເພື່ອນບ້ານ,
ຮອງປະທານ ສນຊ ຜູ້ປະຈໍາການ ຢ້ຽມຢາມ ເຜົ່າກຣີ

ຮອງປະທານ ສນຊ ຜູ້ປະຈໍາການ ຢ້ຽມຢາມ ເຜົ່າກຣີ

ໃນວັນທີ 20 ເມສານີ້, ທ່ານ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກຮອງປະທານ ສູນກາງແນວລາວສ້າງຊາດ (ສນຊ) ຜູ້ປະຈໍາການ ພ້ອມດ້ວຍຄະນະ ລົງເຄື່ອນໄຫວວຽກງານແນວລາວສ້າງຊາດ ຢູ່ແຂວງໄຊຍະບູລີ ຊຶ່ງຄະນະໄດ້ໄປຢ້ຽມຢາມຊີວິດການເປັນຢູ່ຂອງຊົນເຜົ່າກຣີ (ເຜົ່າຕອງເຫຼືອງ)
ທ່າອ່ຽງສະພາບອັດຕາເງິນເຟີ້ຂອງ ສປປ ລາວ ໃນ 3 ເດືອນຕົ້ນປີ

ທ່າອ່ຽງສະພາບອັດຕາເງິນເຟີ້ຂອງ ສປປ ລາວ ໃນ 3 ເດືອນຕົ້ນປີ

ໂດຍ: ສ.ບຸດປະຊາ ອັດຕາເງິນເຟີ້ຂອງ ສປປ ລາວ ໃນໄລຍະ 3 ເດືອນຕົ້ນປີ 2025 ໄດ້ມີຈັງຫວະທີ່ຊ້າລົງຕິດຕໍ່ກັນ ຊຶ່ງສາເຫດຕົ້ນຕໍ ທີ່ສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ໄດ້ລະບຸໃນບົດລາຍງານອັດຕາເງິນເຟີ້ ປະຈໍາເດືອນມັງກອນ, ກຸມພາ ແລະ ມີນາ
ພັດທະນາ ແລະ ຄຸ້ມຄອງລະບົບພາສີເປັນທັນສະໄໝແບບລວມສູນ

ພັດທະນາ ແລະ ຄຸ້ມຄອງລະບົບພາສີເປັນທັນສະໄໝແບບລວມສູນ

ເມື່ອບໍ່ດົນມານີ້,ກະຊວງການເງິນ ແລະ ບໍລິສັດ ໄອຄິວຣີ້ເທັກ ຈໍາກັດ ໄດ້ລົງນາມສັນຍາພັດທະນາ ແລະ ຄຸ້ມຄອງລະບົບພາສີເປັນທັນສະໄໝລວມສູນ ໂດຍການລົງນາມຂອງທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ສີສຸລິນ ໂຊກໄຊ
ເພີ່ມເຕີມ