ເມືອງແບງ ສະຫຼອງວັນແມ່ຍິງສາກົນຄົບຮອບ 114 ປີ.

ເມືອງແບງ ສະຫຼອງວັນແມ່ຍິງສາກົນຄົບຮອບ 114 ປີ.
ສະຫະພັນແມ່ຍິງ ເມືອງແບງ ແຂວງອຸດົມໄຊ ໄດ້ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 114 ປີ (8 ມີນາ 1910-8 ມີນາ 2024) ຂຶ້ນເມື່ອບໍ່ດົນມານີ້ ທີ່ສະໂມສອນຂອງເມືອງແບງ, ພາຍໃຕ້ການເປັນປະທານຂອງທ່ານ ນາງ ແພງພັນ ອານຸວົງ ກຳມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ, ມີຄະນະບໍລິຫານງານສະຫະພັນແມ່ຍິງເມືອງ, ປະທານ, ຮອງປະທານສະຫະພັນແມ່ຍິງບ້ານເທດສະບານ ເຂົ້າຮ່ວມຮັງ.
ທ່ານ ນາງ ແພງພັນ ອານຸວົງ ໄດ້ຍົກໃຫ້ເຫັນປະຫວັດການເຄື່ອນໄຫວຂອງແມ່ຍິງໃນທົ່ວໂລກ ໃນການຍາດເອົາສິດທິ ແລະ ຜົນປະໂຫຍດອັນຊອບທໍາມາສູ່ແມ່ຍິງ ທັງເປັນການເຊີດຊູບົດບາດ ແລະ ຄວາມອາດສາມາດຂອງເອື້ອຍນ້ອງແມ່ຍິງ ເຮັດໃຫ້ເອື້ອຍນ້ອງແມ່ຍິງຮັບຮູ້, ເຂົ້າໃຈເຖິງປະຫວັດຄວາມເປັນມາໃນການຕໍ່ສູ້ຂອງແມ່ຍິງໃນທົ່ວໂລກ ເພື່ອທວງໃຫ້ພວກສັກດີນາ ແລະ ພວກນາຍທຶນ ຊຶ່ງເປັນເຈົ້າຂອງໂຮງຈັກ, ໂຮງງານ ແກ້ໄຂຊີວິດການເປັນຢູ່ ຂອງແມ່ຍິງ ດ້ວຍການຫຼຸດຜ່ອນຊົ່ວໂມງການເຮັດວຽກ ໃຫ້ເຫຼືອ 8 ຊົ່ວໂມງຕໍ່ມື້, ໄດ້ຮັບຄ່າແຮງງານທຽບເທົ່າກັບເພດຊາຍ, ໄດ້ຮັບສະຫວັດດີການທີ່ດີ, ຢຸດເຊົາການກົດຂີ່ຂຸດຮີດແຮງງານເດັກນ້ອຍ ແລະ ແມ່ຍິງ, ໃຫ້ມີສິດສະເໝີພາບເທົ່າທຽມກັບເພດຊາຍ ແລະ ມີສິດໃນການອອກສຽງ ໃນການຮັບສະໝັກເລືອກຕັ້ງ ແລະ ອື່ນໆ, ຮັບຮູ້, ເຂົ້າໃຈກ່ຽວກັບບັນດາອົງການຈັດຕັ້ງ, ສົນທິສັນຍາ, ຖະແຫຼງການ ແລະ ກອງປະຊຸມຕ່າງໆ ກ່ຽວກັບແມ່ຍິງ ໃນລະດັບສາກົນ, ອາຊຽນ ແລະ ພາກພື້ນ, ນະໂຍບາຍ ແລະ ກົນໄກ ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງໃນ ສປປ ລາວ ແລະ ການພົວພັນຮ່ວມມື ກັບຕ່າງປະເທດຕື່ມອີກ. 
(ຂ່າວ: ສະຫະພັນແມ່ຍິງ ເມືອງແບງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ໄຂກອງປະຊຸມຄະນະກໍາມະການປົກຄອງແຂວງ ຄັ້ງທີ 2 ປະຈໍາໄຕມາດ I

ໄຂກອງປະຊຸມຄະນະກໍາມະການປົກຄອງແຂວງ ຄັ້ງທີ 2 ປະຈໍາໄຕມາດ I

ກອງປະຊຸມຄະນະກໍາມະການປົກຄອງແຂວງເຊກອງ ຄັ້ງທີ 2 ສະໄໝທີ XI (ປະຈໍາໄຕມາດ I) ແລະວາງທິດທາງແຜນການປະຈໍາໄຕມາດ II ຂຶ້ນໃນວັນທີ 24 ມີນານີ້ ທີ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການແຂວງ ໂດຍການເປັນປະທານ ຂອງທ່ານ ຂັນຕີ ສີລະວົງສາ ປະທານຄະນະກໍາມະການປົກຄອງແຂວງເຊກອງ, ມີຄະນະກໍາມະການປົກຄອງເມືອງ, ບັນດາຫົວໜ້າພະແນກການ, ອົງການທຽບເທົ່າ, ລັດວິສາຫະກິດ ອ້ອມຂ້າງແຂວງເຂົ້າຮ່ວມ.
ມອບ-ຮັບໜ້າທີ່ ປະທານສູນກາງສະຫະພັນກຳມະບານລາວ

ມອບ-ຮັບໜ້າທີ່ ປະທານສູນກາງສະຫະພັນກຳມະບານລາວ

ວັນທີ 23 ມີນາ ນີ້, ສູນກາງສະຫະພັນກໍາມະບານລາວ ໄດ້ຈັດພິທີມອບ-ຮັບ ການຈັດຕັ້ງພະນັກງານການນຳຢ່າງເປັນທາງການ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາສະຫາຍຄະນະບໍລິຫານງານພັກ ສູນກາງສະຫະພັນກຳມະບານລາວ, ຫົວໜ້າກົມ, ຮອງກົມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ການນໍາເມືອງຫຼວງນໍ້າທາ ລົງຕິດຕາມຊຸກຍູ້ການປູກພືດລະດູແລ້ງ

ການນໍາເມືອງຫຼວງນໍ້າທາ ລົງຕິດຕາມຊຸກຍູ້ການປູກພືດລະດູແລ້ງ

ໃນວັນທີ 23 ມີນານີ້, ທ່ານ ສີຈັນ ລໍທອງໂຫຼຍ ກໍາມະການປະຈໍາພັກເມືອງ ຮອງປະທານຄະນະກໍາມະການປົກຄອງເມືອງ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມຊຸກຍູ້ການປູກພືດລະດູແລ້ງຢູ່ພາຍໃນເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ໂດຍມີອົງການຈັດຕັ້ງບ້ານ, ປະຊາຊົນ ແລະ ບັນດາບໍລິສັດ ເຂົ້າຮ່ວມ.
ພະນັກງານນຳທ່ຽວແຂວງຫຼວງພະບາງ ຮ່ວມກັນເກັບຂີ້ເຫຍື້ອເທດສະບານ ນະຄອນ ຫຼວງພະບາງ

ພະນັກງານນຳທ່ຽວແຂວງຫຼວງພະບາງ ຮ່ວມກັນເກັບຂີ້ເຫຍື້ອເທດສະບານ ນະຄອນ ຫຼວງພະບາງ

ວັນທີ່ 23 ມີນານີ້, ກຸ່ມພະນັກງານນໍາທ່ຽວ ແຂວງຫຼວງພະບາງ ສົມທົບກັບບັນດາ ໂຮງແຮມພາຍໃນແຂວງ ໄດ້ສ້າງຂະບວນການອອກແຮງງານ ເກັບຂີ້ເຫຍື້ອ ໃນເທດສະບານນະຄອນຫຼວງພະບາງໃຫ້ມີຄວາມສະອາດ. ທ່ານ ຄຳສອນ ດາລາວົງ ປະທານສະມາຄົມພະນັກງານນຳທ່ຽວແຂວງຫຼວງພະບາງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ການສ້າງຂະບວນການຄັ້ງນີ້,
ສະຫະກອນສິນເຊື່ອ ແລະ ເງິນຝາກປະຫຍັດເຊໂນ ສັງເກດຄືນວຽກງານຜ່ານມາ

ສະຫະກອນສິນເຊື່ອ ແລະ ເງິນຝາກປະຫຍັດເຊໂນ ສັງເກດຄືນວຽກງານຜ່ານມາ

ໃນວັນທີ 23 ມີນານີ້ ທີ່ສະໂມສອນເມືອງອຸທຸມພອນ ແຂວງສະຫວັນນະເຂດ, ສະຫະກອນສິນເຊື່ອ ແລະ ເງິນຝາກປະຫຍັດເຊໂນ (ສສງ) ໄດ້ສະຫຼຸບສັງເກດຕີລາຄາຄືນກ່ຽວກັບຜົນງານການເຄື່ອນໄຫວວຽກງານຜ່ານມາ ແລະ ວາງທິດທາງແຜນການຕໍ່ໜ້າ, ພ້ອມທັງແຈ້ງໂຕເລກເງິນປັນຜົນຮຸ້ນສະມາຊິກປີ 2025 ແກ່ສະມາຊິກ, ໂດຍການເຂົ້າຮ່ວມຂອງທ່ານ ໂພໄຊ ອິນທະວົງສາ ປະທານຄະນະກໍາມະການປົກຄອງເມືອງ, ທ່ານ ປຸລິມະ ທອນທົງເດດ ຕາງໜ້າໃຫ້ທະນາຄານ ແຫ່ງ ສປປ ລາວ ພາກກາງແຂວງສະຫວັນນະເຂດ.
ຊາວຫວຽດນາມໃນວຽງຈັນ ຈັດກິດຈະກຳວັດທະນະທຳຊຸມຊົນ

ຊາວຫວຽດນາມໃນວຽງຈັນ ຈັດກິດຈະກຳວັດທະນະທຳຊຸມຊົນ

ຊຸມຊົນຊາວຫວຽດນາມ ໃນ ສປປ ລາວ ໄດ້ຈັດກິດຈະກຳວັດທະນະທຳຊຸມຊົນ ຢ່າງສົມກຽດ ຄວບຄູ່ກັບ ພິທີຂໍພອນຄວາມເປັນສິລິມຸງຄຸນໃນຕົ້ນປີ ແລະ ພິທີອຸທິດສ່ວນບຸນກຸສົນ ເພື່ອອາໄລເຖິງດວງວິນຍານ ຂອງບັນດາ ວິລະຊົນຜູ້ສະຫຼະຊີວິດເພື່ອເອກະລາດ ແລະ ເສລີພາບຂອງສອງຊາດ ລາວ - ຫວຽດນາມ. ພິທີດັ່ງກ່າວ, ໄດ້ດໍາເນີນໃນຕອນເຊົ້າວັນທີ 19 ມີນາ 2026, ທີ່ວັດເພັດຕິກ (Phật Tích), ນະຄອນຫຼວງວຽງຈັນ ໂດຍມີຜູ້ແທນປະມານ 50 ທ່ານເຂົ້າຮ່ວມ ປະກອບມີ: ຜູ້ແທນຈາກສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳ ສປປ ລາວ, ຄະນະປະສານງານພຸດທະສາສະໜາຫວຽດນາມ, ສະມາຄົມວິສາຫະກິດຫວຽດນາມໃນລາວ, ສະມາຄົມວິສາຫະກິດຫວຽດນາມ ປະຈຳ ນະຄອນຫຼວງວຽງຈັນ, ສະມາຄົມຊາວຫວຽດນາມນະຄອນຫຼວງວຽງຈັນ ພ້ອມດ້ວຍພີ່ນ້ອງຊາວຫວຽດນາມ ແລະ ພຸດທະສາສະນິກຊົນຈຳນວນຫຼາຍ.
ເວທີປຶກສາຫາລຶການເງິນພາກໃຕ້ທົ່ວໂລກປີ 2026 ຈະຈັດຂຶ້ນທີ່ນະຄອນຫຼວງປັກກິ່ງ

ເວທີປຶກສາຫາລຶການເງິນພາກໃຕ້ທົ່ວໂລກປີ 2026 ຈະຈັດຂຶ້ນທີ່ນະຄອນຫຼວງປັກກິ່ງ

ເວທີປຶກສາຫາລືການເງິນພາກໃຕ້ທົ່ວໂລກປີ 2026 ກຳນົດຈະຈັດຂຶ້ນໃນວັນທີ 25 ຫາ 26 ມີນາ ນີ້ທີ່ນະຄອນຫຼວງປັກກິ່ງ. ເວທີປຶກສາຫາລືໃນປີນີ້ຈັດຂຶ້ນພາຍໃຕ້ຫົວຂໍ້: "ສ່ອງແສງສະຫວ່າງພາກໃຕ້ທົ່ວໂລກ" ໂດຍສຸມໃສ່ຫົວຂໍ້ຫຼັກຄື"ນຳພາສະພາບຄ່ອງຂອງເງິນທຶນສີຂຽວສາກົນ" ຊຶ່ງຈະເຕົ້າໂຮມເອົາຜູ້ນຳຂອງສະຖາບັນການເງິນ, ຜູ້ຊ່ຽວຊານ ແລະ ຜູ້ນຳອຸດສາຫະກຳຈາກທັງຈີນ ແລະ ຕ່າງປະເທດ ມາຮ່ວມກັນເພື່ອຄົ້ນຫາຮູບແບບການພັດທະນາທາງດ້ານການເງິນທີ່ສອດຄ່ອງກັບຄວາມຕ້ອງການຂອງພາກໃຕ້ທົ່ວໂລກ ຊຶ່ງເປັນການສ້າງແຮງພັກດັນໃໝ່ເຂົ້າໃນສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງທາງເສດຖະກິດໂລກ.
​ໂລກບໍ່ຄວນກາຍເປັນຜູ້ຮັບພາລະຄ່າໃຊ້ຈ່າຍຈາກແປວ​ໄຟ​ສົງ​ຄາມທີ່ເກີດຂຶ້ນຢູ່ພາກພື້ນຕາເວັນອອກກາງ

​ໂລກບໍ່ຄວນກາຍເປັນຜູ້ຮັບພາລະຄ່າໃຊ້ຈ່າຍຈາກແປວ​ໄຟ​ສົງ​ຄາມທີ່ເກີດຂຶ້ນຢູ່ພາກພື້ນຕາເວັນອອກກາງ

ຫວ່າງມໍ່ໆມານີ້, ການປະທະກັນລະຫວ່າງອາເມຣິກາ, ອິສຣາແອນ ແລະ ອີຣານ ໄດ້ຮຸນແຮງຂຶ້ນ, ເຮັດໃຫ້ທ່າກໍາປັ່ນຢຸດຕິໃຫ້ການບໍລິການ, ກໍາປັ່ນຂົນສົ່ງນໍ້າມັນຈໍາເປັນຕ້ອງປ່ຽນເສັ້ນທາງການຂົນສົ່ງ ແລະ ລາຄາຂົນສົ່ງເພີ່ມຂຶ້ນຢ່າງຫຼວງຫຼາຍ. ການປະທັນກັນທີ່ເກີດຂຶ້ນຢູ່ພາກພື້ນຕາເວັນອອກກາງຄັ້ງນີ້ພວມກັດເຊາະ ຫຼື ທໍາລາຍຂອບເຂດດ້ານພູມສາດຢ່າງວ່ອງໄວ, ເຮັດໃຫ້ແຕ່ລະປະເທດ ກໍຄື ແຕ່ລະຄອບຄົວລ້ວນແຕ່ກາຍເປັນຜູ້ຮັບພາລະຄ່າໃຊ້ຈ່າຍຈາກຕົ້ນທຶນຂອງສົງຄາມ, ໃນທີ່ສຸດກໍກາຍເປັນຕົ້ນທຶນຊີວິດການເປັນຢູ່ຂອງສາມັນຊົນ.
ສູນກາງແນວລາວສ້າງຊາດ ປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຂັ້ນສູງ

ສູນກາງແນວລາວສ້າງຊາດ ປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຂັ້ນສູງ

ພິທີປະກາດການຍົກຍ້າຍ ແລະ ແຕ່ງຕັ້ງ ພະນັກງານຂັ້ນສູງຂອງ ສູນກາງແນວລາວສ້າງຊາດ ຈັດຂຶ້ນໃນວັນທີ 20 ມີນາ ຜ່ານມາ ຢູ່ສູນກາງແນວລາວສ້າງຊາດ (ສນຊ) ໂດຍການເປັນກຽດເຂົ້າຮ່ວມ ຂອງ ສະຫາຍ ກິແກ້ວ ໄຂຄໍາພິທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ມີບັນດາສະຫາຍກຳມະການສູນກາງພັກ, ມີຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ, ຄະນະທີ່ປຶກສາວຽກງານຂອງສູນກາງແນວລາວສ້າງຊາດ, ພ້ອມດ້ວຍພະນັກງານຫຼັກແຫຼ່ງ ແລະ ລັດຖະກອນ ສນຊ ເຂົ້າຮ່ວມ.
ເມືອງແກ່ນທ້າວ ເຊັນສັນຍາລົງທຶນປູກໝາກຖົ່ວເຫຼືອງສົ່ງອອກ ເນື້ອທີ່ 70 ເຮັກຕາກວ່າ

ເມືອງແກ່ນທ້າວ ເຊັນສັນຍາລົງທຶນປູກໝາກຖົ່ວເຫຼືອງສົ່ງອອກ ເນື້ອທີ່ 70 ເຮັກຕາກວ່າ

ໃນທ້າຍອາທິດຜ່ານມາ, ທີ່ຫ້ອງປະຊຸມຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີເຊັນສັນຍາລົງທຶນປູກພືດລະດູແລ້ງ (ໝາກຖົ່ວເຫຼືອງ) ເປັນສິນຄ້າ ສົກປີ 2025-2026 ລະຫວ່າງ ຫ້ອງການ ການເງິນເມືອງ (ຕາງໜ້າອົງການປົກຄອງເມືອງ) ແລະ ບໍລິສັດ ວຽງແກ້ວ ພັດທະນາ ແລະ ສົ່ງເສີມກະສິກຳ ຂາອອກ-ຂາເຂົ້າ ຈຳກັດ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສົມສີ ຊາວພິລາ ຮອງປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ, ພ້ອມດ້ວຍຫົວໜ້າຫ້ອງການ, ຕາງໜ້າບໍລິສັດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ