ເມືອງບໍ່ແຕນ ຈັດ​ງານ​ບຸນປະເພນີແຂ່ງຂັນຊ່ວງ​ເຮືອ​ປະຈຳ​ປີ 2025

ເມືອງບໍ່ແຕນ ຈັດ​ງານ​ບຸນປະເພນີແຂ່ງຂັນຊ່ວງ​ເຮືອ​ປະຈຳ​ປີ 2025

ເມືອງບໍ່ແຕນ ຈັດ​ງານ​ບຸນປະເພນີແຂ່ງຂັນຊ່ວງ​ເຮືອ​ປະຈຳ​ປີ 2025
ງານ​ບຸນປະເພນີແຂ່ງຂັນຊ່ວງ​ເຮືອ​ປະຈຳ​ປີ 2025 ຢູ່ເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນ​ທີ 7 ຕຸລາຜ່ານມານີ້ ​ຢູ່ທີອ່າງນ້ຳຮຳ ​ເຂດ​ບ້ານ​ເມືອງຮຳ ​ໂດຍການເຂົ້າຮ່ວມຂອງທ່ານ ຄຳສີ ແພງສະຫວັນ ປະທານແນວລາວສ້າງຊາດແຂວງ, ມີແຂກ​ຖືກ​ເຊີນ​ທັງ​ພາຍ​ໃນ ແລະ ຕ່າງແຂວງ, ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ​ ​ແລະ ຕ່າງປະ​ເທດ ພ້ອມ​ດ້ວຍ​ມວນ​ຊົນ​ຊາວ​ເມືອງ​ບໍ່ແຕນ​ ເຂົ້າ​ທ່ຽວ​ຊົມ​ຢ່າງຫຼວງຫຼາຍ.
ເມອງບແຕນ ຈດ​ງານ​ບນປະເພນແຂງຂນຊວງ​ເຮອ​ປະຈຳ​ປ 2025 - image 1
 

ທ່ານ ອານຸສິດ ມະໂນສິນ ປະທານການຈັດງານບຸນແຂ່ງຂັນຊ່ວງເຮືອກໍໄດ້ກ່າວວ່າ: ຈຸດປະສົງກໍເພື່ອເປັນການສືບຕໍ່ອະນຸລັກຮັກສາວັດທະນະທໍາຮີດຄອງປະເພນີອັນດີງາມຂອງຊາດ, ຂອງທ້ອງຖິ່ນ ແລະ ບັນດາເຜົ່າ ຕິດພັນກັບການກະຕຸກຊຸກຍູ້ທາງດ້ານເສດຖະກິດ-ສັງຄົມ ທັງເປັນການສົ່ງເສີມການທ່ອງທ່ຽວຂອງເມືອງ ໃຫ້ເປີດກວ້າງອອກສູ່ສາຍຕາຂອງມວນຊົນທັງພາຍໃນ ແລະ ຕ່າງປະເທດ. ການຈັດງານຄັ້ງນີ້, ມີກິດຈະກໍາຫຼາຍຢ່າງເຊັ່ນ: ໃນຕອນແລງຂອງວັນທີ 6 ຕຸລາ 2025 ໄດ້ມີການແຫ່ ຜາສາດເຜິ້ງຢູ່ວັດແຫ່ງຕ່າງໆໃນທົ່ວເມືອງ ແລະ ຕອນຄ່ຳໄດ້ຊົມການສະແດງສິລະປະວັນນະຄະດີຂອງນ້ອງນັກຮຽນ ແລະ ທ່ຽວຊົມຕະຫຼາດນັດ.

ສຳລັບການແຂ່ງຂັນຊ່ວງເຮືອປີນີ້, ມີເຮືອຊ່ວງເຂົ້າຮ່ວມແຂ່ງຂັນ ທັງໝົດ 17 ທິມ. ໃນນີ້, ມີເຮືອຊ່ວງພາຍໃນເມືອງເພດຊາຍເຂົ້າຮ່ວມ 6 ທີມ, ເພດຍິງ 4 ທີມ ແລະ ມີເຮືອຊ່ວງຂອງນັກທຸລະກິດຕ່າງເມືອງ ເຂົ້າຮ່ວມ 7 ທິມ. ຜົນການແຂ່ງຂັນມີດັ່ງນີ້: ເຮືອຊ່ວງເພດຊາຍ: ທີ 1 ແມ່ນເຮືອຂອງບ້ານນາສ້ານ ໄດ້ຮັບຂັນເງິນ 1 ໜ່ວຍ ພ້ອມເງິນສົດ 7 ລ້ານກີບ, ທີ 2 ເຮືອບ້ານ ຕາລິ່ງ ໄດ້ຮັບເງິນສົດ 6 ລ້ານກີບ ແລະ ທີ 3 ເຮືອບ້ານ ນ້ຳພຸ ໄດ້ຮັບເງິນສົດ 5 ລ້ານກີບ, ເຮືອຊ່ວງເພດຍິງ: ທີ 1 ເຮືອບ້ານຕາລິ່ງ ໄດ້ຮັບຂັນເງິນ 1 ໜ່ວຍ ພ້ອມເງິນສົດ 7 ລ້ານກີບ, ທີ 2 ເຮືອບ້ານ ນາກອກ ໄດ້ຮັບເງິນສົດ 6 ລ້ານກີບ ແລະ ທີ 3 ເຮືອບ້ານເມືອງຮຳ ໄດ້ເງິນສົດ 5 ລ້ານກີບ, ເຮືອນັກທຸລະກິດ ຕ່າງເມືອງ: ທີ 1 ເຮືອບໍລິສັດ ຈັນທະວົງກໍ່ສ້າງຂົວທາງ ໄດ້ຮັບຂັນເງິນ 1 ໜ່ວຍ ພ້ອມເງິນສົດ 7 ລ້ານກີບ, ທີ 2 ເຮືອພອນທິດານາວາ ໄດ້ຮັບເງິນສົດ 6 ລ້ານກີບ ແລະ ທີ 3 ເຮືອພອນພະເຈົ້າຊຽງຍືນ-ຜູ້ບ່າວໄທບ້ານ ໄດ້ຮັບເງິນສົດ 5 ກີບ

ໂອກາດນີ້, ທ່ານ ບຸນພະລັງ ວິໄລສັກ ເລຂາພັກເມືອງ ຕາງໜ້າຄະນະພັກ-ອົງການປົກຄອງເມືອງ ໄດ້ກ່າວສະແດງຄວາມຂອບໃຈຢ່າງສູງຕໍ່ອົງການຈັດຕັ້ງພັກ-ລັດ, ບໍລິສັດ, ຫ້າງຮ້ານ, ນັກທຸລະກິດ, ພໍ່ຄ້າ-ຊາວຂາຍ ແລະ ປະຊາຊົນໃນທົ່ວເມືອງທີ່ໄດ້ໃຫ້ການອຸປະຖຳທາງດ້ານວັດຖຸປັດໃຈ ແລະ ພ້ອມກັນຈັດງານປະເພນີ ບຸນຊ່ວງເຮືອປະຈຳປີນີ້ ສຳເລັດລົງດ້ວຍບັນຍາກາດຄຶກຄື້ນມ່ວນຊື່ນ ແລະ ມີຄວາມສະຫງົບປອດໄພ.

(ຂ່າວ-ພາບ: ສາຍຄຳ ບຸນຍາວົງລາຍງານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫ້ອງການ ຄຄອຊ ມອບອຸປະກອນຄອມພິວເຕີ ໃຫ້ ຄະນະໂຄສະນາອົບຮົມສູນກາງພັກ

ຫ້ອງການ ຄຄອຊ ມອບອຸປະກອນຄອມພິວເຕີ ໃຫ້ ຄະນະໂຄສະນາອົບຮົມສູນກາງພັກ

ຫ້ອງການກອງເລຂາ ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ(ຄຄອຊ) ໄດ້ນຳເອົາອຸປະກອນຄອມພິວເຕີ ຈຳນວນ 4 ຊຸດໃນນັ້ນ, ເຄື່ອງອຸປະກອນ Laptop 2 ຊຸດ ແລະ ເຄື່ອງອຸປະກອນຄອມພິວເຕີ ຈຳນວນ 2 ເຄື່ອງ ຊຶ່ງລວມມີມູນຄ່າທັງໝົດ 84,680,000 ກີບ ມາມອບໃຫ້ແກ່ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ).
ບໍລິສັດ ຊີເຄພາວເວີຈໍາກັດ ແລະ ບໍລິສັດ ໄຊຍະບູລີພາວເວີ ຈໍາກັດ ມອບຄອມພິວເຕີໃຫ້ເມືອງແກ່ນທ້າວ.

ບໍລິສັດ ຊີເຄພາວເວີຈໍາກັດ ແລະ ບໍລິສັດ ໄຊຍະບູລີພາວເວີ ຈໍາກັດ ມອບຄອມພິວເຕີໃຫ້ເມືອງແກ່ນທ້າວ.

ໃນວັນທີ 9 ຕຸລານີ້, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງແກ່ນ ທ້າວແຂວງໄຊຍະລີ, ບໍລິສັດ ຊີເຄພາວເວີຈໍາກັດ (ມະຫາຊົນ) ແລະ ບໍລິສັດ ໄຊຍະບູລີພາວເວີ ຈໍາກັດ ໄດ້ມອບຄອມພິວເຕີສະໜັບສະໜູນການສຶກສາເມືອງ ແກ່ນທ້າວ ຈໍານວນ 10 ເຄື່ອງ. ເປັນກຽດມອບໂດຍທ່ານ ພະລາກອນ ລົດເວດສະນັນ ຜູ້ອໍານວຍການອາວຸໂສຝ່າຍຈັດຊື້-ຈັດຈ້າງ ຫົວໜ້າບໍລິສັດ ໄຊຍະບູລີພາວເວີ ຈໍາກັດ ພ້ອມດ້ວຍທີມງານ ແລະ ໃຫ້ກຽດຮັບໂດຍທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງ, ມີພາກສ່ວນກ່ຽວຂ້ອງ ຂອງເມືອງເຂົ້າຮ່ວມ.
ຄໍາມ່ວນ ຖອດຖອນບົດຮຽນການກະກຽມ ແລະ ດຳເນີນກອງຜູ້ແທນອົງຄະນະພັກແຂວງ

ຄໍາມ່ວນ ຖອດຖອນບົດຮຽນການກະກຽມ ແລະ ດຳເນີນກອງຜູ້ແທນອົງຄະນະພັກແຂວງ

ໃນວັນທີ 8 ຕຸລາຜ່ານມາ ຢູ່ທີ່ເຮືອນພັກ ເລກ 1 ແຂວງຄໍາມ່ວນ ໄດ້ມີກອງປະຊຸມສະຫຼຸບຖອດຖອນບົດຮຽນການກະກຽມ ແລະ ດຳເນີນກອງປະຊຸມໃຫ່ຍ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ຄັ້ງທີ XI ພາຍໃຕ້ການເປັນປະທານ ຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ມີບັນດາການນຳແຂວງ, ຂັ້ນເມືອງ ແລະ ບັນດາອະນຸກໍາມະການດຳເນີນກອງປະຊູມເຂົ້າຮ່ວມ.
ການທູດວັດທະນະທໍາ ປະກອບສ່ວນຍົກສູງບົດບາດ ແລະ ພາບພົດທີ່ດີ  ຂອງ ສປປ ລາວ ໃນເວທີສາກົນ  (ເນື່ອງໃນໂອກາດ ຄົບຮອບ 80 ປີ ວັນການທູດລາວ: 12/10/1945-12/10/2025)

ການທູດວັດທະນະທໍາ ປະກອບສ່ວນຍົກສູງບົດບາດ ແລະ ພາບພົດທີ່ດີ ຂອງ ສປປ ລາວ ໃນເວທີສາກົນ (ເນື່ອງໃນໂອກາດ ຄົບຮອບ 80 ປີ ວັນການທູດລາວ: 12/10/1945-12/10/2025)

ສປປ ລາວ ໄດ້ໃຫ້ຄວາມສຳຄັນດ້ານການທູດວັດທະນະທຳ (Cultural Diplomacy) ໂດຍຮັບຮູ້ວ່າແມ່ນການນຳໃຊ້ຊັບພະຍາກອນທາງດ້ານວັດທະນະທຳ ເຊັ່ນ: ພາສາ, ສິລະປະ, ດົນຕີ, ວັນນະຄະດີ, ຮີດຄອງປະເພນີອັນດີງາມ, ຄວາມເຊື່ອ, ແນວຄວາມຄິດ, ຄ່ານິຍົມ, ການແຕ່ງກາຍ ລວມທັງ ອາຫານການກິນຢູ່ດໍາລົງຊີວິດທີ່ເປັນເອກະລັກຂອງລັດໃດໜຶ່ງ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ເສີມສ້າງສາຍພົວພັນທີ່ດີຊຶ່ງກັນ ແລະ ກັນ ລະຫວ່າງ ລັດກັບລັດ, ປະຊາຄົມກັບປະຊາຄົມ ກໍຄື ລະຫວ່າງ ອົງການຈັດຕັ້ງດ້ວຍກັນ ຊຶ່ງເປັນການສ້າງພື້ນຖານອັນສຳຄັນໃຫ້ການຮ່ວມມືໃນຂົງເຂດອື່ນໆ ເຊັ່ນ: ການເມືອງ, ເສດຖະກິດ, ການຄ້າ, ການລົງທຶນ, ການພັດທະນາຊັບພະຍາກອນມະນຸດ, ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນກັບປະຊາຊົນ, ວິທະຍາສາດ, ເຕັກໂນໂລຊີ ແລະ ອື່ນໆ. ນອກຈາກນັ້ນ, ການທູດວັດທະນະທໍາ ຍັງແມ່ນເຄື່ອງມືທີ່ມີພະລັງອໍານາດແບບນິ້ມນວນ (Soft Power) ຂອງຊາດໃດໜຶ່ງທີ່ສາມາດນຳໃຊ້ເຂົ້າໃນການສົ່ງເສີມຜົນປະໂຫຍດແຫ່ງຊາດຂອງຕົນໃນເວທີສາກົນ ກໍຄື ເພື່ອເປັນການຍົກສູງບົດບາດ, ອິດທິພົນ ແລະ ພາບພົດທີ່ດີຂອງປະເທດຕົນໃນເວທີສາກົນ ຜ່ານການສະແດງ ແລະ ນຳສະເໜີວັດທະນະທຳຂອງປະເທດຕົນໃຫ້ສາກົນຮັບຮູ້.
ປວງຊົນລາວຮັກສາໄດ້ຮີດຄອງປະເພນີອັນດີງາມໃນງານບຸນອອກພັນສາ ແລະ ຊ່ວງເຮືອທີ່ທ່າວັດຈັນ

ປວງຊົນລາວຮັກສາໄດ້ຮີດຄອງປະເພນີອັນດີງາມໃນງານບຸນອອກພັນສາ ແລະ ຊ່ວງເຮືອທີ່ທ່າວັດຈັນ

ງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີປະຈຳປີ 2025 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ຖືເປັນປາງບຸນໃຫຍ່ຂອງປະຊາຊົນບັນດາເຜົ່າຈັດຂຶ້ນທຸກໆປີ ນອນຢູ່ໃນຮີດ 12 ຄອງ 14 ປະເພນີລາວ ປີນີ້ຈັດຂຶ້ນຢ່າງຍິ່ງໃຫຍ່ເປັນເວລາ 5 ວັນ ນັບແຕ່ວັນທີ 4-8 ຕຸລາ ປວງຊົນລາວຮັກສາໄດ້ຮີດຄອງປະເພນີອັນດີງາມ ຄວາມສາມັກຄີ ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພເປັນຢ່າງດີ.
ເມືອງຂວາ ເປີດການນໍາໃຊ້ສວນສາທາລະນະ ໜໍ່ໄມ້ຈໍາລອງ

ເມືອງຂວາ ເປີດການນໍາໃຊ້ສວນສາທາລະນະ ໜໍ່ໄມ້ຈໍາລອງ

ໃນວັນທີ 7 ຕຸລາຜ່ານມາ ເມືອງຂວາ ແຂວງຜົ້ງສາລີ ໄດ້ຈັດພິທີເປີດການນໍາໃຊ້ສວນສາທາລະນະ, ໜໍ່ໄມ້ຈໍາລອງຂຶ້ນ, ໂດຍການເຂົ້າຮ່ວມຂອງທ່ານ ພົນຕີ ສົມພອນ ມິດຕະພອນ ເຈົ້າແຂວງຜົ້ງສາລີ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ເຮືອທະນາຄານ JDB ຄອງເຈົ້າທ່າບຸນຊ່ວງເຮືອປະເພນີທ່າວັດຈັນ ປະຈໍາປີ 2025

ເຮືອທະນາຄານ JDB ຄອງເຈົ້າທ່າບຸນຊ່ວງເຮືອປະເພນີທ່າວັດຈັນ ປະຈໍາປີ 2025

ພິທີເປີດການ​ແຂ່ງ​ຂັນຊ່ວງເຮືອປະເພນີ ປະຈຳປີ 2025 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ເປັນກຽດເຂົ້າຮ່ວມຂອງທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກນະຄອນຫຼວງວຽງຈັນ ມີບັນດາທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນທ່ານເລຂາຄະນະພັກເມືອງຈັນທະບູລີພ້ອມດ້ວຍການນໍາ ນວ ເມືອງ, ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ງານປະກວດເຮືອໄຟງາມ ບຸນອອກພັນສາປະວໍລະນາ ຢູ່ນະຄອນ ຫຼວງພະບາງ

ງານປະກວດເຮືອໄຟງາມ ບຸນອອກພັນສາປະວໍລະນາ ຢູ່ນະຄອນ ຫຼວງພະບາງ

ງານປະກວດເຮືອໄຟງາມ ໃນບຸນອອກພັນສາປະວໍລະນາ ຢູ່ນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ ປີນີ້ ຈັດຂຶ້ນໃນຕອນຄໍ່າ ຂອງວັນທີ 8 ຕຸລານີ້ ມີການຂອງແຂວງຫຼວງພະບາງ, ຄະນະກຳມະການ, ແຂກຮັບເຊີນ ຕະຫຼອດຮອດມວນຊົນ, ແຂກທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ເຈົ້າແຂວງຈຳປາສັກ ຕ້ອນຮັບຫຼາຍພາກສ່ວນ ທີ່ມາຮ່ວມງານບຸນປະວໍຣະນາ ອອກພັນສາ-ຊ່ວງເຮືອປະເພນີ ປະຈໍາປີ

ເຈົ້າແຂວງຈຳປາສັກ ຕ້ອນຮັບຫຼາຍພາກສ່ວນ ທີ່ມາຮ່ວມງານບຸນປະວໍຣະນາ ອອກພັນສາ-ຊ່ວງເຮືອປະເພນີ ປະຈໍາປີ

ໃນລະຫວ່າງວັນທີ 7-8 ຕຸລານີ້, ທີ່ຫ້ອງວ່າການແຂວງຈຳປາສັກ, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ບັນດາທ່ານກົງສູນໃຫຍ່ ແລະ ແຂກຜູ້ຕາງໜ້າ ຈາກຫຼາຍປະເທດ ໃນໂອກາດ ທີ່ມາຮ່ວມງານບຸນອອກພັນສາ ປະວໍຣະນາ ແລະ ຊ່ວງເຮືອປະເພນີ ປະຈໍາປີ ພສ 2568, ຄສ 2025 ທີ່ແຂວງຈໍາປາສັກ. ຊຶ່ງປະກອບມີບັນດາທ່ານດັ່ງນີ້: ທ່ານ ຊຳນານ ຊື່ນຕາ ຜູ້ວ່າຣາຊະການຈັງຫວັດອຸບົນຣາຊະທານີ ແຫ່ງຣາຊະອານາຈັກໄທ ພ້ອມດ້ວຍຄະນະ, ທ່ານ ແມນ ກົງ ຮອງເຈົ້າແຂວງຊຽງແຕງ ຣາຊະອານາຈັກກຳປູເຈຍ ພ້ອມຄະນະ, ທ່ານ ນາງ ຕ້າ ເຟືອງ ຍຸງ ກົງສູນໃຫຍ່ແຫ່ງ ສສ ຫວຽດນາມ ປະຈຳ (ພາກໃຕ້) ນະຄອນປາກເຊ, ທ່ານ ກີ ໂມ ນີ ຣ໋ອກ ກົງສູນໃຫຍ່ແຫ່ງ ຣາຊະອານາຈັກກຳປູເຈຍ ປະຈຳນະຄອນປາກເຊ, ທ່ານ ສຸພັນ ຫານດາວເຮືອງ ກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈຳນະຄອນດານັງ ສສ ຫວຽດນາມ, ທ່ານ ພອນສີ ບຸນມີໄຊ ກົງສູນໃຫຍ່ແຫ່ງ ສປປ ລາວ ປະຈຳນະຄອນໂຮ່ຈິມິນ ສສ ຫວຽດນາມ ແລະ ທ່ານ ແກ້ວ ວົງໄຊ ກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈຳແຂວງຊຽງແຕງ ຣາຊະອານາຈັກກຳປູເຈຍ.
ທ່ານ ພົອ ຈັນສະໝອນ ຈັນຍາລາດ ຊີ້ນຳການແກ້ໄຂໄພພິບັດ ຢູ່ແຂວງໄຊຍະບູລີ

ທ່ານ ພົອ ຈັນສະໝອນ ຈັນຍາລາດ ຊີ້ນຳການແກ້ໄຂໄພພິບັດ ຢູ່ແຂວງໄຊຍະບູລີ

ພາຍຫຼັງພົບປະໂອ້ລົມຕໍ່ ກຳລັງປກຊ-ປກສ ໃນຕອນເຊົ້າວັນທີ 7 ຕຸລາ 2025, ມາໃນຕອນບ່າຍຂອງວັນດຽວກັນ, ທີ່ຫອ້ງວ່າການແຂວງໄຊຍະບູລີ, ທ່ານ ພົອ ຈັນສະໜອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ເປັນປະທານກອງປະຊຸມ ຮັບຟັງການລາຍງານ ສະພາບຜົນກະທົບ ຈາກໄພພິບັດທຳມະຊາດ ຢູ່ແຂວງໄຊຍະບູລີ ແລະ ໃຫ້ທິດຊີ້ນຳ ຕໍ່ການແກ້ໄຂບັັນຫາດັ່ງກ່າວ; ມີທ່ານ ພົງໄຊສັກ ອິນຖາລາດ, ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານຮອງເຈົ້າແຂວງ, ພ້ອມດ້ວຍຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ແຂວງ ແລະ ຜູ້ຕາງໜ້າພາກສ່ວນກ່ຽວຂ້ອງ ເຂົ້າຮວ່ມ.
ເພີ່ມເຕີມ